ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 22 ພຶດສະພານີ້, ກອງປະຊຸມປະຈຳປີຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ແລະ ຜູ້ນຳພັກ ແລະ ລັດທ່ານອື່ນໆໄດ້ເຂົ້າຮ່ວມກອງປະຊຸມ. ຜູ້ແທນປະຊາຊົນທົ່ວປະເທດຈຳນວນ 2897 ຄົນໄດ້ເຂົ້າຮ່ວມພິທີເປີດ, ເຊິ່ງສອດຄ່ອງກັບຈຳນວນຜູ້ແທນທີ່ກຳນົດໄວ້ໃນກົດໝາຍ.
ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ນີ້ແມ່ນກອງປະຊຸມປະຈຳປີຂອງອົງການອຳນາດສູງສຸດແຫ່ງຊາດຈີນເລື່ອນເວລາການຈັດກອງປະຊຸມຈົນເຖິງຮອດເດືອນພຶດສະພາ ເຊິ່ງຖືເປັນຄັ້ງທຳອິດໃນຮອບ 22 ປີຜ່ານມາ. ໃນພິທີເປີດ, ຜູ້ເຂົ້າຮ່ວມກອງປະຊຸມທັງຫຼາຍໄດ້ກົ້ມຫົວໄວ້ອາໄລຕໍ່ວິລະຊົນຜູ້ເສຍສະຫຼະຊີວິດໃນການຕ້ານກັບພະຍາດໂຄວິດ-19 ກໍຄືພີ່ນ້ອງຮ່ວມຊາດຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວ.
ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ຜ່ານບົດລາຍງານວຽກງານລັດຖະບານໃນປີ 2019 ຕໍ່ກອງປະຊຸມ, ໂດຍຈະວາງຂໍ້ສະເໜີກ່ຽວກັບວຽກງານໃນປີນີ້, ແລະຈະຍື່ນໃຫ້ກອງປະຊຸມເພື່ອຄົ້ນຄວ້າພິຈາລະນາ.
ນອກນີ້, ກອງປະຊຸມຍັງມີ 2 ວາລະທີ່ພົວພັນເຖິງວຽກງານນິຕິບັນຍັດ, ຄື ຄົ້ນຄວ້າພິຈາລະນາຮ່າງປະມວນກົດໝາຍການແພ່ງສະບັບທຳອິດຂອງຈີນ ແລະ ຮ່າງຍັດຕິກ່ຽວກັບການສ້າງ ແລະ ປັບປຸງລະບຽບການກົດໝາຍ ແລະ ກົນໄກການບັງຄັບໃຊ້ກົດໝາຍດ້ານການປົກປັກຮັກສາຄວາມໝັ້ນຄົງຂອງຊາດຢູ່ເຂດບໍລິຫານພິເສດຮົງກົງ.
ໃນເວລາຜ່ານບົດລາຍງານວຽກງານລັດຖະບານຈີນ, ທ່ານຫຼີເຄີ້ສຽງ, ນາຍົກລັດຖະມົນຕີຈີນກ່າວວ່າ, ໃນປີ 2019, ພາຍໃຕ້ສະພາບທີ່ ຜະເຊີນ ໜ້າກັບຄວາມຫຍຸ້ງຍາກ ແລະສິ່ງ ທ້າທາຍຕ່າງໆ,ຈີນໄດ້ສໍາເລັດໜ້າ ທີ່ເປົ້າ ໝາຍຕົ້ນຕໍໃນການພັດທະນາເສດຖະກິດສັງຄົມໝົດປີ 2019, ການດໍາເນີນ ເສດຖະກິດມີຄວາມໝັ້ນທ່ຽງໂດຍລວມ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ ຮັບການປັບປຸງໃຫ້ດີຂຶ້ນຕື່ມອີກ ເຊິ່ງໄດ້ສ້າງພື້ນຖານທີ່ສໍາຄັນໃຫ້ແກ່ການ ສ້າງສັງຄົມອີ່ມໜໍາສໍາລານ ຢ່າງຮອບດ້ານ.
ໃນປີ 2019, ຍອດມູນຄ່າຜະລິດຕະພັນພາຍໃນຂອງຈີນໄດ້ເພີ່ມຂຶ້ນ 6,1%, ບັນລຸເຖິງ 99.100 ຕື້ຢວນ. ການປະກອບອາຊີບທີ່ເພີ່ມຂຶ້ນໃໝ່ ຂອງຕົວເມືອງບັນລຸເຖິງ 13 ລ້ານ 5 ແສນ 2 ໝື່ນຄົນ, ປະຊາກອນທຸກ ຍາກຂອງຊົນນະບົດຫຼຸດລົງ 11 ລ້ານ 9 ໝື່ນຄົນ, ລາຍໄດ້ສະເລ່ຍ ຕໍ່ຄົນຫຼາຍກວ່າ 3 ໝື່ນຢວນ.
ປີ 2020, ລັດຖະບານຈີນຈະໃຫ້ບູລິມະສິດແກ່ວຽກງານການປະກອບອາຊີບແລະການຮັບປະກັນຊີວິດການເປັນຢູ່, ເດັດດ່ຽວເອົາຊະນະໃນການລຶບລ້າງຄວາມທຸກຍາກ, ພະຍາຍາມເຮັດສຳເລັດເປົ້າໝາຍໃນການສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານ.
ໃນບົດລາຍງານວຽກງານລັດຖະບານຈີນທີ່ສະເໜີຕໍ່ສະພາຜູ້ແທນປະຊາຊົນແຫ່ງຊາດຈີນເພື່ອນຳໄປຄົ້ນຄວ້າພິຈາລະນາໃນວັນທີ 22 ພຶດສະພານີ້ ໄດ້ກຳນົດເປົ້າໝາຍການປະກອບອາຊີບໃຫ້ເພີ່ມຂຶ້ນໃໝ່ໃນຕົວເມືອງຂອງຈີນໃຫ້ເປັນ 9 ລ້ານຄົນຂຶ້ນໄປ, ອັດຕາຫວ່າງງານຕາມການສຳຫຼວດໃນຕົວເມືອງໃຫ້ຢູ່ໃນລະດັບປະມານ 6%.
ເນື່ອງຈາກໄດ້ຮັບຜົນກະທົບຈາກສະພາບພະຍາດໃນທົ່ວໂລກແລະສະຖານະການເສດຖະກິດການຄ້າມີຄວາມບໍ່ແນ່ນອນຫຼາຍ, ການພັດທະນາຂອງຈີນຈະຜະເຊີນກັບປັດໃຈຈາກຜົນກະທົບທີ່ຍາກຈະຄາດຄະເນໄດ້, ສະນັ້ນ ລັດຖະບານຈີນຈຶ່ງບໍ່ໄດ້ສະເໜີເປົ້າໝາຍລະອຽດກ່ຽວກັບການເພີ່ມ ຄວາມວ່ອງໄວດ້ານເສດຖະກິດໃນປີ 2020. ບົດລາຍງານລະບຸວ່າ, ການເຮັດແນວນີ້ມີຜົນດີຕໍ່ການຊັກນຳທຸກຝ່າຍໃຫ້ສຸມກຳລັງເຮັດວຽກຕາມ “6 ໝັ້ນທ່ຽງ” “6 ຮັບປະກັນ”, ໂດຍໄດ້ເນັ້ນໜັກວ່າ: ການເຮັດໃຫ້ເສດຖະກິດສາມາດເຄື່ອນໄຫວໄດ້ຢ່າງໝັ້ນທ່ຽງແມ່ນກ່ຽວພັນກັບສະພາບລວມ, ຕ້ອງໃຊ້ວິທີການປະຕິຮູບແລະເປີດປະຕູສູ່ພາຍນອກ, ຊອກຫາເສັ້ນທາງໃໝ່ເພື່ອຮັບມືກັບຜົນກະທົບຢ່າງມີປະສິດທິຜົນແລະສາມາດບັນລຸການໝູນວຽນໄດ້ເປັນຢ່າງດີ.
ບົດລາຍງານຍັງກ່າວເນັ້ນວ່າ, ໃນໄລຍະຕໍ່ໜ້າ ຕ້ອງດຳເນີນການປ້ອງກັນແລະຄວບຄຸມພະຍາດຢ່າງບໍ່ລົດລະແລະໃຫ້ດຳເນີນເປັນປະຈຳ, ເຮັດວຽກຕ່າງໆເພື່ອພັດທະນາເສດຖະກິດສັງຄົມໃຫ້ດີ.“ 6 ໝັ້ນທ່ຽງ” ໝາຍເຖິງ: ເຮັດໃຫ້ການປະກອບອາຊີບ, ການທະນາຄານ, ການຄ້າກັບຕ່າງປະເທດ, ການລົງທຶນຂອງຕ່າງປະເທດ, ການລົງທຶນພາຍໃນປະເທດ, ແລະການຄາດຄະເນລ່ວງໜ້າ ມີຄວາມໝັ້ນທ່ຽງ.“ 6 ຮັບປະກັນ” ໝາຍເຖິງ: ການຮັບປະກັນວຽກງານໃນດ້ານການປະກອບອາຊີບຂອງປະຊາຊົນ, ຊີວິດການເປັນຢູ່ພື້ນຖານຂອງປະຊາຊົນ, ພາກສ່ວນຕົ້ນຕໍໃນຕະຫຼາດ, ຄວາມປອດໄພດ້ານສະບຽງອາຫານແລະພະລັງງານ, ຕ່ອງໂສ້ການຜະລິດແລະການສະໜອງ ແລະການໝູນເດີນຂອງຂັ້ນຮາກຖານ.
ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນກ່າວວ່າ, ໃນປີ 2020 ນີ້ຈີນຈະສືບຕໍ່ປະຕິບັດນະໂຍບາຍການເງິນຢ່າງຕັ້ງໜ້າແລະນະໂຍບາຍເງິນຕາຢ່າງໝັ້ນທ່ຽງ. ທ່ານກ່າວຕື່ມວ່າ, ນະໂຍບາຍການເງິນຢ່າງຕັ້ງໜ້າຕ້ອງໄດ້ຮັບການປະຕິບັດຢ່າງຕັ້ງໜ້າກວ່າເກົ່າ. ຈະຈັດວາງອັດຕາຂຸມການເງິນໃຫ້ຫຼາຍກວ່າ 3,6% , ຂະໜາດຂຸມການເງິນເພີ່ມຂຶ້ນ 1000 ຕື້ຢວນຖ້າທຽບໃສ່ປີ 2019 , ເວລາດຽວກັນຈຳໜ່າຍພັນທະບັດແຫ່ງຊາດສະເພາະກິດເພື່ອຕໍ່ຕ້ານພະຍາດທີ່ມີມູນຄ່າ 1000 ຕື້ຢວນ. ນີ້ແມ່ນມາດຕະການພິເສດໃນໄລຍະພິເສດ.
ທ່ານຫຼີເຄີ້ສຽງກ່າວຢ້ຳວ່າ, ຈີນຈະຮັກສາອັດຕາແລກປ່ຽນເງິນຢວນໃຫ້ມີຄວາມໝັ້ນທ່ຽງຢ່າງພື້ນຖານໃນລະດັບທີ່ມີຄວາມດຸນດ່ຽງຢ່າງສົມເຫດສົມຜົນ.
ບົດລາຍງານວຽກງານລັດຖະບານຈີນລະບຸວ່າ, ປີນີ້, ຈີນຈະສືບຕໍ່ຫຼຸດອາກອນ ແລະຄ່າທຳນຽມຕ່າງໆໃຫ້ຕ່ຳລົງຕື່ມອີກ, ປະຕິບັດນະໂຍບາຍທີ່ມີລັກສະນະຂັ້ນຕອນນັ້ນໃຫ້ເຂັ້ມແຂງກວ່າເກົ່າ, ປະສານສົມທົບກັບການຈັດວາງດ້ານລະບຽບການ, ຊ່ວຍພາກສ່ວນຕ່າງໆໃນຕະຫຼາດແກ້ໄຂຄວາມຫຍຸ້ງຍາກແລະມີການພັດທະນາ, ຄາດວ່າ, ປີນີ້ຈະຫຼຸດອາກອນແລະຄ່າທຳນຽມໃຫ້ວິສາຫະກິດໃຫ້ໜ້ອຍລົງອີກ 2500 ຕື້ກວ່າຢວນ, ສຸດຄວາມສາມາດເພື່ອຊ່ວຍວິສາຫະກິດຕ່າງໆໂດຍສະເພາະແມ່ນວິສາຫະກິດຂະໜາດກາງແລະນ້ອຍ, ວິສາຫະກິດຈູນລະພາກ ແລະນັກທຸລະກິດເອກະຊົນໃຫ້ຜ່ານຜ່າຄວາມຫຍຸ້ງຍາກ. ພ້ອມກັນນັ້ນ, ຈະຊຸກຍູ້ການຫຼຸດຕົ້ນທຶນການຜະລິດແລະດຳເນີນທຸລະກິດຂອງວິສາຫະກິດໃຫ້ຕ່ຳລົງ, ເພີ່ມທະວີຄວາມແຮງໃນການສະໜັບສະໜູນດ້ານການທະນາຄານ, ສົ່ງເສີມໃຫ້ທະນາຄານແບ່ງປັນຜົນກຳໄລໃຫ້ວິສາຫະກິດຢ່າງສົມເຫດສົມຜົນ, ເຮັດໃຫ້ຕົ້ນທຶນໃນການລະດົມທຶນສັງລວມຫຼຸດລົງຢ່າງເດັ່ນຊັດ.
ທ່ານຫຼີເຄີ້ສຽງກ່າວຕື່ມວ່າ, ຈີນຈະດຳເນີນການເຄື່ອນໄຫວການປະຕິຮູບລັດວິສາຫະກິດເປັນເວລາ 3 ປີ. ປັບປຸງກົນໄກຕິດຕາມຄຸ້ມຄອງທຶນຂອງລັດ, ລົງເລິກການປະຕິຮູບລະບອບກຳມະສິດປະສົມ. ລັດວິສາຫະກິດຕ້ອງສຸມໃສ່ໜ້າທີ່ຮັບຜິດຊອບຕົ້ນຕໍແລະວຽກງານຕົ້ນຕໍຂອງຕົນ, ປັບປຸງກົນໄກດຳເນີນທຸລະກິດຕາມຫຼັກການຕະຫຼາດໃຫ້ສົມບູນແບບ, ຍົກສູງກຳລັງແຂ່ງຂັນທີ່ເປັນແກນກາງ.
ບົດລາຍງານຍັງເນັ້ນໜັກໃຫ້ປັບປຸງສະພາບແວດລ້ອມການພັດທະນາເສດຖະກິດເອກະຊົນໃຫ້ດີຂຶ້ນ. ຮັບປະກັນໃຫ້ວິສາຫະກິດເອກະຊົນໄດ້ຮັບປັດໃຈການຜະລິດແລະການສະໜັບສະໜູນດ້ານນະໂຍບາຍຢ່າງສະເໝີພາບກັນ, ຍົກເລີກຂໍ້ກຳນົດທີ່ບໍ່ສົມເຫດສົມຜົນທີ່ຕິດພັນກັບລັກສະນະຂອງວິສາຫະກິດ. ກຳນົດເວລາໃຫ້ອົງການລັດໄຊ້ແທນໜີ້ສິນຕໍ່ວິສາຫະກິດເອກະຊົນແລະວິສາຫະກິດຂະໜາດກາງແລະນ້ອຍ, ຊຸກຍູ້ເສດຖະກິດທີ່ບໍ່ແມ່ນລະບອບກຳມະສິດສ່ວນລວມໃຫ້ພັດທະນາຢ່າງປອດໄສ.
ທ່ານຫຼີເຄີ້ສຽງກ່າວວ່າ, ໃນປີນີິ້, ຈີນຈະຊຸກຍູ້ການ ຍົກລະດັບຂະ ແໜງການຜະລິດແລະການພັດທະນາຂະແໜງການຈະເລີນໃໝ່. ເພີ່ມເງິນກູ້ ຢືມໄລຍະກາງແລະໄລຍະຍາວຢ່າງຂະໜາດໃຫຍ່ໃຫ້ແກ່ ຂະແໜງການ ຜະລິດ. ພັດທະນາອິນເຕີເນັດອຸດສາຫະກໍາ, ຊຸກຍູ້ການຜະ ລິດແບບສະ ມາດ. ຈີນຈະ ສືບຕໍ່ວາງນະໂຍບາຍສະໜັບສະໜູນ, ຊຸກຍູ້ “ອິນເຕີເນັດ+” ຢ່າງຮອບດ້ານ, ສ້າງທ່າແຮງໃໝ່ດ້ານເສດຖະກິດດິຈິຕອນ.
ຈີນຈະຍົກສູງຄວາມສາມາດຄໍ້າປະກັນການປະດິດສ້າງໃໝ່ດ້ານ ເຕັກ ນິກວິທະຍາສາດ.ເລັ່ງລັດສ້າງຫ້ອງທົດລອງສາກົນ, ລົງເລິກການຮ່ວມມື ດ້ານເຕັກນິກວິທະຍາສາດລະຫວ່າງຊາດ. ເປີດໂອກາດໃຫ້ຜູ້ທີ່ມີຄວາມ ສາມາດໃນການປະຕິບັດໂຄງການທີ່ສໍາຄັນ.
ທ່ານຫຼີເຄີ້ສຽງກ່າວວ່າ: ປີນີ້ ລັດຖະບານຈີນຈະເປີດກວ້າງການລົງທຶນທີ່ມີປະສິດທິຜົນ. ມີແຜນການຈະຈຳໜ່າຍພັນທະບັດສະເພາະກິດຂອງທ້ອງຖິ່ນທີ່ມີມູນຄ່າ 3750 ຕື້ຢວນ, ຈັດວາງແຜນການລົງທຶນສຳລັບໃນງົບປະມານສູນກາງ 600 ຕື້ຢວນ, ໂດຍສຸມໃສ່ສະໜັບສະໜູນໂຄງການ “2 ໃໝ່ 1 ສຳຄັນ”, ຄື: ເພີ່ມທະວີການກໍ່ສ້າງພື້ນຖານໂຄງລ່າງແບບໃໝ່, ພັດທະນາເຄືອຂ່າຍຂໍ້ມູນຂ່າວສານລຸ້ນໃໝ່, ເປີດກວ້າງການນຳໃຊ້ເຕັກໂນໂລຊີ 5G; ເພີ່ມທະວີການກໍ່ສ້າງຕົວເມືອງແບບໃໝ່, ອອກແຮງຍົກລະດັບສິ່ງກໍ່ສ້າງສາທາລະນູປະໂພກ ແລະ ຄວາມສາມາດການບໍລິການຂອງເມືອງຕ່າງໆ. ເພີ່ມທະວີການກໍ່ສ້າງໂຄງການສຳຄັນ ເຊັ່ນ ຄົມມະນາຄົມ ແລະ ຊົນລະປະທານເປັນຕົ້ນ. ເພີ່ມທຶນໃນການກໍ່ສ້າງທາງລົດໄຟຂອງລັດ 100 ຕື້ຢວນ.
ພ້ອມນັ້ນ ຕ້ອງປັບປຸງກົນໄກການລົງທຶນ ແລະ ລະດົມທຶນຕາມຫຼັກການຕະຫຼາດໃຫ້ສົມບູນແບບ, ສະໜັບສະໜູນວິສາຫະກິດເອກະຊົນໃຫ້ເຂົ້າຮ່ວມຢ່າງສະເໝີພາບກັນ.
ບົດລາຍງານວຽກງານຂອງລັດຖະບານຈີນກ່າວວ່າ, ໃນປີ 2020 ນີ້ລັດຖະບານຈີນຕ້ອງເອົາຊະນະໃນການປົກປັກຮັກສາທ້ອງຟ້າສີຄາມ, ນ້ຳສະອາດແລະດິນປອດມົນລະພິດ, ດຳເນີນໂຄງການປົກປັກຮັກສາແລະສ້ອມແປງລະບົບນິເວດທີ່ສຳຄັນ, ຊຸກຍູ້ການສ້າງສາຄວາມສິວິໄລດ້ານລະບົບນິເວດ.
ບົດລາຍງານຍັງລະບຸຕື່ມວ່າ, ຕ້ອງເນັ້ນໜັກການແກ້ໄຂມົນລະພິດຢ່າງຕາມກົດໝາຍ, ຕາມຫຼັກວິທະຍາສາດຢ່າງຖືກຕ້ອງແມ່ນຍຳ, ພັດທະນາຂະແໜງການອະນຸລັກສິ່ງແວດລ້ອມແລະປະຢັດພະລັງງານ, ຫ້າມການກະທຳການໄລ່ຈັບແລະຊື້ຂາຍສັດປ່າທີ່ຜິດກົດໝາຍຢ່າງເດັດຂາດ. ພ້ອມກັນນັ້ນ, ຈະຊຸກຍູ້ການນຳໃຊ້ຖ່ານຫີນຢ່າງສະອາດແລະມີປະສິດທິພາບສູງ, ພັດທະນາພະລັງງານໝູນວຽນ.
ບົດລາຍງານວຽກງານລັດຖະບານຈີນເນັ້ນວ່າ: ປີນີ້, ຈີນຕ້ອງຮັບປະກັນໃຫ້ປະຊາກອນທຸກຍາກສ່ວນເຫຼືອຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ, ເພີ່ມທະວີຄວາມແຮງໃນການລຶບລ້າງຄວາມທຸກຍາກຢູ່ເມືອງແລະບ້ານທີ່ຍັງທຸກຍາກຢູ່, ດຳເນີນການເຄື່ອນໄຫວລຶບລ້າງຄວາມທຸກຍາກດ້ວຍການບໍລິໂພກ, ສະໜັບສະໜູນຂະແໜງການລຶບລ້າງຄວາມທຸກຍາກໃຫ້ຟື້ນຟູການພັດທະນາຄືນໃໝ່. ເພີ່ມທະວີຄວາມຊ່ວຍເຫຼືອພາຍຫຼັງປະຊາກອນຜູ້ທຸກຍາກຍ້າຍບ່ອນອາໄສ. ສືບຕໍ່ຊຸກຍູ້ໃຫ້ການລຶບລ້າງຄວາມທຸກຍາກ ກັບການຟື້ນຟູຄວາມຈະເລີນຂອງຊົນນະບົດເຊື່ອມຕໍ່ກັນຢ່າງບັງເກີດຜົນ, ສຸດຄວາມສາມາດເຮັດໃຫ້ປະຊາຊົນທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກສ້າງຄວາມຮັ່ງມີຂຶ້ນ.
ໃນເວລາຜ່ານບົດລາຍງານລັດຖະບານ, ທ່ານຫຼີເຄີ້ສຽງ, ນາຍົກລັດ ຖະມົນຕີຈີນກ່າວວ່າ, ປີນີ້ ຈີນຈະຫຼຸດເນື້ອໃນໃນບັນຊີດ້ານລົບກ່ຽວກັບ ການອະນຸຍາດການລົງທຶນຂອງຕ່າງປະເທດໃຫ້ໜ້ອຍລົງຢ່າງຂະໜາດໃຫຍ່,ວາງບັນຊີດ້ານລົບດ້ານການຄ້າການບໍລິການຂ້າມຊາຍແດນ,ມອບສິດເປັນ ເຈົ້າຕົນເອງດ້ານການປະຕິຮູບແລະການເປີດປະຕູສູ່ພາຍນອກທີ່ຫຼາຍກວ່າ ເກົ່າໃຫ້ແກ່ເຂດທົດລອງການຄ້າເສລີ. ທ່ານຫຼີເຄີ້ສຽງກ່າວຕື່ມວ່າ, ຕ້ອງ ເລັ່ງລັດການກໍ່ສ້າງເຂດ ການຄ້າເສລີໄຫຫຼໍາ, ເພີ່ມສ້າງເຂດທົດລອງການ ຄ້າເສລີ ແລະເຂດປອດ ພາສີສັງລວມຢູ່ເຂດພາກກາງ ແລະພາກຕາເວັນ ຕົກ. ພ້ອມກັນນັ້ນ, ເຮັດໃຫ້ວິສາຫະກິດສະແດງບົດບາດຂອງຕົນ, ດໍາເນີນ ການຮ່ວມມືແບບຕ່າງ ຝ່າຍຕ່າງມີຜົນປະໂຫຍດ, ຮ່ວມກັນກໍ່ສ້າງ”ໜຶ່ງ ແລວໜຶ່ງເສັ້ນທາງ”ຢ່າງ ມີຄຸນນະພາບສູງ.
ນອກນີ້, ຈີນຈະປົກປັກຮັກສາໂຄງປະກອບການຄ້າ ຫຼາຍຝ່າຍຢ່າງເດັດ ດ່ຽວໜຽວແໜ້ນ,ເຂົ້າຮ່ວມການປະຕິຮູບອົງການການຄ້າໂລກຢ່າງຕັ້ງໜ້າ.ຊຸກຍູ້ການເຊັນສົນທິສັນຍາການພົວພັນໝູ່ຄູ່ເສດຖະກິດຮອບດ້ານຂອງພາກ ພື້ນ, ຊຸກຍູ້ການເຈລະຈາການຄ້າເສລີຂອງຈີນ-ຍີ່ປຸ່ນ- ສ.ເກົາຫຼີ ແລະອື່ນໆ. ຮ່ວມກັນຈັດຕັ້ງປະຕິບັດສັນຍາເສດຖະກິດການຄ້າໄລຍະທີໜຶ່ງລະຫວ່າງຈີນກັບອາເມຣິກາ.
ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນກ່າວວ່າ: ຈີນຈະເພີ່ມທະວີການສ້າງສາລະບົບສາທາລະນະສຸກ. ຍຶດໝັ້ນໃນຫຼັກການທີ່ວ່າຊີວິດຂອງຄົນຢູ່ເໜືອທຸກສິ່ງທຸກຢ່າງ, ປະຕິຮູບລະບົບປ້ອງກັນແລະຄວບຄຸມພະຍາດ, ປັບປຸງລະບົບການລາຍງານໂດຍກົງແລະການເຕືອນໄພຂອງພະຍາດຕິດແປດໃຫ້ສົມບູນແບບ, ຍຶດໝັ້ນການເປີດເຜີຍຂໍ້ມູນຂ່າວສານກ່ຽວກັບສະພາບພະຍາດຢ່າງທັນການ ເປີດເຜີຍແລະໂປ່ງໄສ. ເພີ່ມທະວີການລົງທຶນເຂົ້າໃນການຄົ້ນຄວ້າແລະການຜະລິດຢາວັກແຊງ ຢຸກຢາ ແລະເຕັກນິກກວດກາວັດແທກຢ່າງວ່ອງໄວ, ເພີ່ມທະວີການຮັບປະກັນດ້ານວັດຖຸອຸປະກອນສຸກເສີນ.
ທ່ານຫຼີເຄີ້ສຽງຍັງກ່າວຕື່ມວ່າ, ຈີນຈະຍົກລະດັບການໃຫ້ບໍລິການດ້ານການແພດໂດຍພື້ນຖານໃຫ້ສູງຂຶ້ນ, ມາດຖານອຸດໜູນດ້ານການເງິນສະເລ່ຍຕາມຫົວຄົນທີ່ເຂົ້າຮ່ວມການປະກັນສຸຂະພາບໃຫ້ເພີ່ມຂຶ້ນ 30 ຢວນຕໍ່ຄົນ.
ລັດຖະບານກາງຂອງຈີນຈະຈັດຕັ້ງປະຕິບັດທິດທາງນະໂຍບາຍ“ປະເທດດຽວສອງລະບອບ”“ຊາວຮົງກົງປົກຄອງຮົງກົງ”“ຊາວມາກາວປົກຄອງມາກາວ”ແລະປົກຄອງຕົນເອງໃນລະດັບສູງ, ສ້າງແລະປັບປຸງລະບົບກົດໝາຍ ແລະກົນໄກການບັງຄັບໃຊ້ກົດໝາຍຂອງເຂດບໍລິຫານພິເສດໃຫ້ສົມບູນແບບເພື່ອປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຈັດຕັ້ງປະຕິບັດຄວາມຮັບຜິດຊອບຂອງອົງການປົກຄອງເຂດບໍລິຫານພິເສດຕາມລັດຖະທຳມະນູນ. ສະໜັບສະໜູນຮົງກົງແລະມາກາວພັດທະນາເສດຖະກິດ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ເຊື່ອມໂຍງເຂົ້າໃນພາກສ່ວນໃຫຍ່ຂອງການພັດທະນາແຫ່ງຊາດຢ່າງດີກວ່າເກົ່າ, ຮັກສາຄວາມຈະເລີນຮຸ່ງເຮືອງແລະສະຖຽນລະພາບຂອງຮົງກົງແລະມາກາວຢ່າງຍາວນານ.
ບົດລາຍງານດັ່ງກ່າວຍັງໄດ້ກ່າວຢ້ຳນະໂຍບາຍຂອງແຜ່ນດິນໃຫຍ່ຈີນທີ່ມີຕໍ່ເຂດໄຕ້ຫວັນຈີນ, ກ່າວເນັ້ນວ່າຕ້ອງປັບປຸງລະບຽບການແລະນະໂຍບາຍມາດຕະການໃນການຊຸກຍູ້ການແລກປ່ຽນແລະການຮ່ວມມືລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ, ຊຸກຍູ້ໃຫ້ສອງຝັ່ງມີການພັດທະນາແບບເຊື່ອມໂຍງເຂົ້າກັນລົງສູ່ລວງເລິກ, ແລະຮັບປະກັນຄວາມສຸກຂອງພີ່ນ້ອງຮ່ວມຊາດໄຕ້ຫວັນ, ສາມັກຄີກັບພີ່ນ້ອງຮ່ວມຊາດໄຕ້ຫວັນອັນໄພສານເພື່ອຄັດຄ້ານ“ການແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ”, ຊຸກຍູ້ການເຕົ້າໂຮມຈີນເປັນເອກະພາບກັນ ແລະສ້າງອະນາຄົດອັນສົດໃສໃຫ້ແກ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.
ສຸດທ້າຍ, ໃນເວລາຜ່ານບົດລາຍງານວຽກງານລັດຖະບານ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນກ່າວວ່າ, ຈີນຈະປົກປ້ອງລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງ ແລະ ລະບຽບສາກົນທີ່ຖືກົດໝາຍສາກົນເປັນພື້ນຖານ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ຈີນຈະເດີນຕາມເສັ້ນທາງພັດທະນາໂດຍສັນຕິຢ່າງເດັດດ່ຽວໜຽວແໜ້ນ, ລົງເລິກການຮ່ວມມືມິດຕະພາບໃນການເປີດປະຕູສູ່ພາຍນອກໃຫ້ກວ້າງຂວາງກວ່າເກົ່າ, ຈີນຈະເປັນກຳລັງສຳຄັນເພື່ອຊຸກຍູ້ສັນຕິພາບ ສະຖຽນລະພາບ ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກຢ່າງສະເໝີຕົ້ນສະເໝີປາຍ.
ຄຳເຫັນ
0