蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີ​ນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ຮ່ວມ​ກັນ​ເອົາ​ຊະ​ນະ​​ພະ​ຍາດ​ໂຄວິດ-19

2020-05-28 17:48:30 CRI

ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພ​າ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວ​ງ​ປັກ​ກິ່ງ​ໄດ້​ອັດ​ລົງ​ໃນ​ວັນ​ທີ 28 ພຶດ​ສະ​ພາ​ນີ້, ໃນ​ພິ​ທີ​ຖະ​ແຫຼງ​ຂ່າ​ວ​ທີ່​ຈັດ​ຂຶ້ນຫຼັງ​ກອງ​ປະ​ຊຸມ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ, ການ​ຄົ້ນ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ຕາມຫຼັກ​ວິ​ທະ​ຍາ​ສາດ ຈະ​ສາ​ມາດ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດັ່ງ​ກ່າວ​ໄດ້​ດີກວ່າ​ເກົ່າ. ປະ​ເທດ​ຕ່າງໆ​ພວມ​ເລັ່​ງ​ລັດ​ການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ແຊັງ, ຢາ​ປິ່ນ​ປົວ​ພະ​ຍາດ ແລະ ຢາ​ກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19. ຢາ​ເຫຼົ່າ​ນີ້​ລ້ວນ​ແຕ່​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ທົ່ວ​ໂລກ. ຈີນ​ຍິນ​ດີ​ດຳ​ເນີນ​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ໃຫ້​ມວນ​ມະ​ນຸດ​ສາ​ມາດ​ເອົາ​ຊະ​ນະ​​ພະ​ຍາດ​ດັ່ງ​ກ່າວ​​ໄດ້ໃນ​ທີ່​ສຸດ.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ຕື່ມ​ວ່າ, ປັດ​ຈຸ​ບັນ, ປະ​ຊາ​ຄົມ​ໂລກ​ພວມ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ໃນ​ສອງ​ດ້ານ ຄື: ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ແລະ ດ້ານ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ​ສອງ​ດ້ານ​ນີ້​ຕ້ອງ​ການ​ການ​ຮ່ວມ​ມືກັນ​ໃນ​ລະ​ດັບ​ສາ​ກົນ​ເປັນ​ຢ່າງ​ຍິ່ງ: “ບໍ່​ວ່າ​​ຈະ​ແມ່ນ​ໃນ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຫຼື​ວ່າໃນ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ລ້ວນ​ແຕ່​ຕ້ອງ​ການ​ໃຫ້​ພວກ​ເຮົາ​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ກັນ ເພື່ອ​ໃຫ້​ມະ​ນຸດ​ເຮົາ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ທີ່​ລຳ​ບາກ​ໃນ​ຄັ້ງ​ນີ້.”

ຄຳ​ເຫັນ

0