蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ ສະ​ໄໝ​ທີ 13ໄດ້ອັດ​ລົງແລ້ວ

2020-05-28 10:40:06 CRI

图片默认标题_fororder_1126041923_15905906558341n

​ພາຍຫຼັງ​ໄດ້​ສຳ​ເລັດ​ວາ​ລະ​ທຸກ​ຢ່າງ​ແລ້ວ, ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ 13 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ ໄດ້ອັດ​ລົງໃນ​ຕອນ​ບ່າຍ​ວັນ​ທີ 27 ພຶດ​ສະ​ພາ​ນີ້, ຜູ້​ນຳ​ພັກ​ລັດ​ຈີນ ເຊັ່ນ: ​ທ່ານ​ສີ​ຈິ້ນ​ຜິງ​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ອັດ​ການ​ປະ​ຊຸມ.

ທ່ານ​ວາງ​ຢາງ ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ປາ​ໄສ​ໃນ​ພິ​ທີ​ອັດ​ກອງ​ປະ​ຊຸມ​ວ່າ, ປີ​ນີ້​ເປັນ​ປີ​​ທີ່​ພິ​ເສດຫຼາ​ຍ ໃນ​ຂະ​ບວນ​ວິ​ວັດ​​ແຫ່ງ​ການຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊົນ​ຊາດ​ຈີນ. ໃນ​ຖາ​ນະ​ເປັນ​ອົງ​ການ​ຈັດ​ຕັ້ງ​ທາງ​ການ​ເມືອງ ແລະ ຮູບ​​ແບບ​ປະ​ຊາ​ທິ​ປະ​ໄຕ ທີ່​ນຳ​ພາ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ, ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ຄວນ​ນຳ​ໃຊ້​ທ່າ​ແຮງ​ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ປຶກ​ສາ​ຫາ​ລື​​ກັນແບບ​ສັງ​ຄົມ​ນິ​ຍົມ, ຊັກ​ຊວນ​ໃຫ້​ພັກ​ຝ່າຍ​ຕ່າງໆ, ກຸ່​ມ​ຄົນ​ຕ່າງໆ, ຊົນ​ເຜົ່າ​ຕ່າງໆ ແລະ ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​​ເຂົ້າ​ມາປະ​ກອບ​ຄຳ​ເຫັນ​ທາງ​ການ​ເມືອງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ສ້າງ​​ຄວາມ​​ຄິດເຫັນ​ທີ່​ເປັນ​ເອກ​ພາບ​ກັນ. ຕ້ອງ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່ ​ທີ່​ພົວ​ພັນ​​ເຖິງ​ເປົ້າ​ໝາຍ ແລະ ໜ້າ​ທີ່​ຕ່າງໆ​ໃນ​ປີ​ນີ້​ຢ່າງ​ແໜ້ນ​ແຟ້ນ, ​ທັງເພີ່ມ​ປະ​ສິດ​ທິ​ຜົນ​ດ້ານ​ວຽກ​ງານ, ຍົກ​ບົດບາດ​​ດ້ານ​ລະ​ບຽບ​ການ​ຂອງ​ອົງ​ການ​ທີ່​ປຶກ​ສາ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ໃຫ້​ສູງ​ຂຶ້ນ, ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ ແລະ ເປັນ​ການ​ປະ​ກອບ​ສ່ວນ​ຕໍ່​ຮູບ​ແບບ​ປະ​ຊາ​ທິ​ປະ​ໄຕ​ແບບ​ຈີນ.

ຄຳ​ເຫັນ

0