尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດ​ຖະ​ກິດ​ຈີນ​ສາ​ມາດຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຈະ​ມີ​ຜົນ​ດີ​ຕໍ່ການພັດ​ທະ​ນາ​​ເສດ​ຖະ​ກິດ​ໂລກ​

2020-05-29 15:37:21 cri

ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ອັດ​ລົງ​ໃນ​ວັນ​ທີ 28 ພຶດ​ສະ​ພາ​ນີ້. ໃນ​ຂະ​ນະ​ທີ່​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຫຼັງ​ກອງ​ປະ​ຊຸມ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ 11 ຄົນ​​ໃຊ້​ເວ​ລາ​ເກືອບ​ສອງ​ຊົ່​ວ​ໂມງ ​ນີ້ເປັນ​ການ​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ​ກຳ​ອຳ​ນາດ​ແລະ​ລັດ​ຖະ​ບານ​ຈີນ​ທີ່​ມີ​ຕໍ່ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ,​ທັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ການ​ເຮັດ​ແທ້​ທຳ​ຈິງ​ກໍ​ຄື​ການ​ປະ​ກອບ​ສ່ວນ​ແລະ​ການ​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ຟື້ນ​ຟູ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຄືນ​ໃໝ່.
 

ທ່ານ ​ສະ​ຕີ​ເຟນ ເປ​ຣີ ປະ​ທານ​ສະ​ໂມ​ສອນ​​ຂອງກຸ່ມ​ບໍ​ລິ​ສັດ 48 ແຫ່ງ​ຂອງ​ອັງ​ກິດ​ໄດ້​ຕີ​ລາ​ຄາ​ວ່າ: ທ່າ​ທີ​ແລະ​ການ​ກະ​ທຳ​ຂອງລັດ​ຖະ​ບານ​ຈີນ​ທີ່​ມີ​ຕໍ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ຈີນ​ແລະ​ຕ່າງ​ປະ​ເທດ​ຄືນ​ໃໝ່​ມີ​ຄວາມ​ສຸ​ຂຸມ​ຮອບ​ຄອບ​ແລະ​ສົມ​ເຫດ​ສົມ​ຜົນ,ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ​​ໃຫ້​ແກ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ​ຄືນໃໝ່​ຢ່າງ​ໝັ້ນ​ທ່ຽງ.
 

ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ,ຈີນ​ໄດ້​ເນັ້ນ​ໜັກ​ວ່າ: ​ພິ​ເສດ​ຕ້ອງ​ຮັກ​ສາ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ແລະ​ຕ່ອງ​ໂສ້​ການ​ສະ​ໜອງ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ​ໃນ​ຂະ​ບວນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຊຸກ​ຍູ້​ການ​ຄ້າ​ແລະ​ການ​ລົງ​ທຶນເສ​ລີ​ແລະສະ​ດວກ. ​ນີ້​ມີ​ຄວາມ​ສຳ​ຄັນ​ຫຼາຍ​ຕໍ່​ການ​ຟື້ນ​ຟູ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ສະ​ພາບ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ນອກ​ນີ້​ຍັງ​ເປັນ​ການ​ເພີ່ມຄວາມ​ໝັ້ນ​ໃຈ​​ໃຫ້​ແກ່ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ທີ່​ສືບ​ຕໍ່​ລົງ​ທຶນ​ຢູ່​ຈີນ.
 

ໃນ​ກອງ​ປະ​ຊຸມ​ສອ​ງ​ສະ​ພາ​ທີ່​ມີ​ຄວາມເປັນ​ພິ​ເສດ​ໃນ​ປີ​ນີ້, ລັດ​ຖະ​ບານ​ຈີນ​ໄດ້​ວາງ​ມາດ​ຕະ​ການ​ຕ່າງໆ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​ທີ່ “​ປະ​ຊາ​ຊົນ​​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ”, ​ໄດ້ເພີ່ມ​ຄວາມ​ໝັ້ນ​ໃຈ​ຂອງ​ຄົນ​ຈີນ​ໃນ​ການ​ເອົາ​ຊະ​ນະ​ຄວາມ​ຫຍຸ້ງ​ຍາກ​ແລະ​ສິ່ງ​ທ້າ​ທາຍແລະ​ໄດ້​ເສີມ​ສ້າງຄວາມ​ໝັ້ນ​ໃຈ​ໃນ​ການ​ຟື້ນ​ຟູ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ຄືນ​ໃໝ່.

ຄຳ​ເຫັນ

0