ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 28 ພຶດສະພາແລ້ວນີ້, ກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 ໄດ້ພິຈາລະນາແລະຮັບຮອງເອົາມະຕິຕົກລົງຂອງສະພາປະຊາຊົນແຫ່ງຊາດຈີນວ່າດ້ວຍການສ້າງຕັ້ງແລະປັບປຸງລະບຽບກົດໝາຍແລະກົນໄກປະຕິບັດງານເພື່ອປົກປ້ອງຄວາມໝັ້ນຄົງແຫ່ງຊາດຢູ່ເຂດບໍລິຫານພິເສດຮົງກົງໃຫ້ສົມບູນຂຶ້ນ ໂດຍມອບສິດໃຫ້ຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນສ້າງຕັ້ງກົດໝາຍທີ່ກ່ຽວຂ້ອງກັບການຮັກສາຄວາມໝັ້ນຄົງແຫ່ງຊາດຂອງເຂດບໍລິຫານພິເສດຮົງກົງ. ບຸກຄົນຂອງຫຼາຍປະເທດໄດ້ໃຫ້ຄວາມສົນໃຈໃນລະດັບສູງຕໍ່ເລື່ອງນີ້ໂດຍເຫັນວ່າ ສະພາປະຊາຊົນແຫ່ງຊາດຈີນໄດ້ຊຸກຍູ້ການສ້າງກົດໝາຍເພື່ອຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ຮົງກົງຕາມກົດໝາຍນັ້ນເປັນມາດຕະການທີ່ຖືກຕ້ອງເປັນທຳໃນການຮັກສາຜົນປະໂຫຍດດ້ານອະທິປະໄຕແຫ່ງຊາດ,ຄວາມໝັ້ນຄົງແລະການພັດທະນາຂອງຊາດ, ທັງມີຄວາມໝາຍສຳຄັນ ຕໍ່ການຮັບປະກັນຄວາມສະຫງົບຖາວອນ ການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງຂອງຮົງກົງ.
ທ່ານ ບາລີ ລາມ ດູປັກ ຫົວໜ້າສູນຄົ້ນຄວ້າຈີນແລະອາຊີຕາເວັນອອກສຽງໃຕ້ຂອງມະຫາວິທະຍາໄລຈາວາຮາລານ ເນຣູ ຂອງອິນເດຍໄດ້ຊີ້ໃຫ້ເຫັນວ່າ: “ສອງລະບອບ” ແມ່ນຢູ່ບົນພື້ນຖານ “ປະເທດດຽວ”, ຮົງກົງເປັນດິນແດນສ່ວນໜຶ່ງຂອງຈີນທີ່ບໍ່ສາມາດຕັດແຍກອອກກັນໄດ້. ບໍ່ວ່າປະເທດໃດກໍຕາມລ້ວນແຕ່ຈະບໍ່ໂຍະຍານຢ່າງເດັດຂາດຕໍ່ການເຄື່ອນໄຫວໂຄ່ນລົ້ມຫຼືປຸກປັ່ນທຳລາຍຢູ່ພາຍໃນປະເທດຕົນ. ສະພາປະຊາຊົນແຫ່ງຊາດຈີນໄດ້ຊຸກຍູ້ການສ້າງກົດໝາຍວ່າດ້ວຍການຮັກສາຄວາມໝັ້ນຄົງແຫ່ງຊາດຢູ່ເຂດບໍລິຫານພິເສດຮົງກົງຕາມກົດໝາຍນັ້ນ ເຊິ່ງມີຜົນດີຕໍ່ການກຳຈັດຂໍ້ບົກຜ່ອງດ້ານກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ, ປັບປຸງລະບຽບການໃຫ້ສົມບູນຂຶ້ນເພື່ອຮັບປະກັນການປະຕິບັດຫຼັກການ “ປະເທດດຽວສອງລະບອບ”ຢູ່ຮົງກົງ.
ທ່ານວອງຊຸນວາຍ ອະດີດປະທານຄະນະກຳມະການບໍລິຫານງານຫຼື CEO ແລະຫົວໜ້າບັນນາທິການຂອງໜັງສືພິມ THE STAR ຂອງມາເລເຊຍເຫັນວ່າ: ສະພາປະຊາຊົນແຫ່ງຊາດຈີນໄດ້ຊຸກຍູ້ການສ້າງກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດຢູ່ເຂດບໍລິຫານພິເສດຮົງກົງ, ແລະປະຕິບັດຕາມກົດໝາຍໃນການປ້ອງກັນ, ສະກັດກັ້ນ, ລົງໂທດຕໍ່ການເຄື່ອນໄຫວຫົວຮຸນແຮງແລະການໃຊ້ຄວາມຮຸນແຮງຂອງພວກແບ່ງແຍກຮົງກົງໃຫ້ເປັນເອກະລາດທີ່ເປັນໄພອັນຕະລາຍຕໍ່ຄວາມໝັ້ນຄົງແຫ່ງຊາດນັ້ນ ຈະຊ່ວຍໃຫ້ຮົງກົງສາມາດຟື້ນຟູສະຖຽນລະພາບໄດ້ໂດຍໄວ.
ທ່ານວະລາດີເມຍ ຈາຣີຊີນ ຮອງຫົວໜ້າສະຖາບັນຄົ້ນຄວ້າປະເທດໃນເຄືອລັດເອກະລາດຂອງຣັດເຊຍເຫັນວ່າ: ສະພາປະຊາຊົນແຫ່ງຊາດຈີນໄດ້ຊຸກຍູ້ການສ້າງກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດຢູ່ເຂດບໍລິຫານພິເສດຮົງກົງ ເປັນມາດຕະການອັນຈຳເປັນທີ່ປະຕິບັດໃນສະຖານະການອັນສັບສົນໃນປັດຈຸບັນ. ຮົງກົງເປັນດິນແດນສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກຈີນໄດ້, ກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດຂອງເຂດບໍລິຫານພິເສດຮົງກົງຈະມີຜົນດີຕໍ່ການປ້ອງກັນ,ສະກັດກັ້ນແລະລົງໂທດຕໍ່ການກະທຳທີ່ທຳລາຍຄວາມໝັ້ນຄົງແຫ່ງຊາດ, ຊຸກຍູ້ໃຫ້ສະຖານະການຢູ່ຮົງກົງສາມາດຟື້ນຟູສູ່ສະພາບປົກກະຕິໂດຍໄວ ທັງເປັນການຮັບປະກັນການປະຕິບັດຫຼັກການ “ປະເທດດຽວສອງລະບອບ”ຢູ່ຮົງກົງ.
ຄຳເຫັນ
0