郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ຮຽນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງຈີນ ​ໂລກຄວນ​ຖອດ​ຖອນ​ຮ່ຳ​ຮຽນ​​​ນຳ

2020-06-01 17:31:05 cri

   ທ່ານ​ສາ​ສະ​ດາ​ຈານ​ຣາ​ນາ ​ມິດ​ເຕີ, ​ນັກ​ວິ​ຊາ​ການຜູ້​ຊື່​ສຽງ​ຂອງ​ອັງ​ກິດທີ່​ຄົ້ນ​ຄວ້າ​ປະ​ຫວັດ​ສາດ​ແລະ​ການ​ເມືອງ​ຂອງ​ຈີນ​ໃນ​ສະ​ໄໝໃໝ່,ທັງ​ເປັນ​ຫົວ​ໜ້າ​ສູນ​ປະ​ເທດ​ຈີນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ອອກ​ສະ​​ຟອ​ດ​ໄດ້​ມີ​ຄວາມ​ສົນ​ໃຈ​ຕໍ່​ກອງ​ປະ​ຊຸມ“ສອງ​ສະ​ພາ”ຂອງຈີນ​ໃນ​ຫຼາຍ​ປີມານີ້. ​ສຳ​ລັບ​ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ2020ທີ່​ຫາ​ກໍ່​ອັດ​ລົງ​ໃນ​ຫວ່າງ​ກ່ອນນີ້​ບໍ່​ດົນ, ທ່ານ​ສາ​ສະ​ດາ​ຈານ​ຣາ​ນາ ​ມິດ​ເ​ຕີ​ກ່າວ​ວ່າ,ນະ​ໂຍ​ບາຍ​ແລະ​ບົດ​ຮຽນ​ຂອງ​ຈີນ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ​ໂລກ​ສົມຄວນ​ຖອດ​ຖອນ​ຮ່ຳ​ຮຽນ​​​ນຳ, ເນື້ອ​ໃນ​ກ່ຽວ​ກັບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ທີ່​ຜ່ານ​ຕໍ່​ກອງ​ປະ​ຊຸມສອງ​ສະ​ພາ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ທົ່ວ​ໂລກ, ສ່ວນ​ສະ​ພາບ​ພະ​ຍາດ​ໂຄວິດ-19ຈະ​ຊຸກ​ຍູ້​ເສດ​ຖະ​ກິດ​ຈີນ​ໃຫ້​ພັດ​ທະ​ນາ​ໄປ​ສູ່​ຂົງ​ເຂດ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ,ຍັງ​ຈະ​ຊຸກ​ຍູ້​ໃຫ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ ​ເສດ​ຖະ​ກິດສັງ​ຄົມ​​ເຊື່ອມ​ໂຍງ​ເຂົ້າ​ກັນ​ແລະ​ພັດ​ທະ​ນາ​ຕື່ມ​ອີກ.

   ທ່ານ​ຣາ​ນາ ​ມິດ​ເຕີ​ກ່າວ​ວ່າ: ປີ2020ແມ່ນ​ປີ​ທີ່​ຈີນ​ສູ້​ຊົນ​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ໄລ​ຍະ​ສຸດທ້າຍ​ຂອງ​ຂັ້ນ​ລຶບ​ລ້າງຄວາມ​ທຸກ​ຍາກ,ເມື່ອ​ເບິ່ງ​ຈາກ​ນະ​ໂຍ​ບາຍ​ການ​ລຶບ​ລ້າງຄວາມ​ທຸກ​ຍາກ​ທີ່​ວາງ​ອອກ​ໃນກອງ​ປະ​ຊຸມ​ສອງ​ສະ​ພາ​​​ແລ້ວ​ສາ​ມາດ​ເຫັນ​ໄດ້​ວ່າ,ໜ້າ​ທີ່​ຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ໃນ​ໄລ​ຍະ​​ຕໍ່ໜ້າ​ຂອງ​ຈີນ ​ແມ່ນຈະ​ສຸມກຳ​ລັງ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນ​ຫາ​ການ​ບໍ່​ດຸນ​ດ່ຽງ​ກັນ​ໃນ​ການ​ພັດ​ທະ​ນາ​ໃນ​ເຂດ​ແຄວ້ນ​ຕ່າງໆ.

   ທ່ານ​ໄດ້​ຊີ້​ໃຫ້​ເຫັນ​ຕື່ມ​ອີກວ່າ: ບົດ​ຮຽນ​ຂອງ​ຈີນ​ໃນ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກແລະ​ຫຼຸດຜ່ອນ​ຄວາມ​ທຸກ​ຍາກ ໄດ້​ສະ​ໜອງ​​ບົດ​ຮຽນ​ທີ່​ສົມ​ຄວນ​ຖອດ​ຖອນ​ຮ່ຳ​ຮຽນ​ນຳ​ໃຫ້ແກ່​ໂລກ,ໃນ​ນັ້ນ​ມີ​ບົດ​ຮຽນ​ຈຳ​ນວນ​ໜຶ່ງ​ສາ​ມາດ​ສະ​ໜອງ​ໃຫ້​ປະ​ເທດ​ທີ່​ເສດ​ຖະ​ກິດ​​ພັດ​ທະ​ນາແລ້ວ.

   “ບົດ​ຮຽນ​ຫຼາຍ​ຂໍ້​ຂອງ​ຈີນ​ສາ​ມາດ​ເປັນ​ຕົວ​ຢ່າງ​ເພື່ອ​ຖອດ​ຖອນ​ໃຫ້​ແກ່​ເຂດ​ອື່ນໆ​ໃນໂລກ,ໃນ​ນັ້ນ​ມີ​ຕົວ​ຢ່າງ​ອັນ​ໜຶ່ງ​ກໍ​ແມ່ນ​ການ​ທົດ​ລອງ​​ສ້າງ​ເຂດ​ເສດ​ຖະ​ກິດ​ພິ​ເສດ,ເຊິ່ງ​ໄດ້​ເລີ່ມ​ດຳ​ເນີນ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ເຕີ້ງ​ສຽວຜິງ​ໃນ​ຊຸມ​ປີ1980. ຂ້າ​ພະ​ເຈົ້າ​ເຫັນ​ວ່າ,ສິ່ງ​ສຳ​ຄັນ​ອີກ​ອັນ​ໜຶ່ງ ແມ່ນ​ການ​ລົງ​ທຶນ​ໃນ​ການ​ຄົ້ນ​ຄວ້າວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ. ມີ​ສາ​ເຫດ​ຫຼາຍຢ່າງ​ທີ່ຈີນ​ສາ​ມາດ​ນຳ​ໜ້າ​ໃນ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ນິກ​,ເວົ້າໃຫ້​ເປັນ​ທຳ​ແລ້ວ, ຈຸດ​ໜຶ່ງ​ກໍ​ແມ່ນການລົງ​ທຶນ​ຈຳ​ນວນ​​ມະ​ຫາ​ສານຢ່າງ​ຕໍ່​ເນື່ອງ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ມີ​ລະ​ດັບ​ສູ​ງ. ສິ່ງ​ເຫຼົ່າ​ນີ້ ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ກໍ​ຄວນ​ຮ່ຳ​ຮຽນ​ຖອດ​ຖອນ​ເອົາ​ໄດ້. ເພາະ​ວ່າ​ປະ​ເທດ​ເຫຼົ່າ​ນີ້​ບໍ່​ໄດ້​ລົງ​ທຶນ​ຢ່າງ​ພຽງ​ພໍ​ໃຫ້​ການ​ຄົ້​ນ​ຄວ້າ​ວິ​ທະ​ຍາ​ສາດ​ເຕັກ​ນິກ,ທັງ​ບໍ່​ສົນ​ໃຈ​ປານ​ໃດ​ຕໍ່​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ອີກ. ສະ​ນັ້ນ,ຈຸດນີ້​ຂອງ​ຈີນ​ແມ່ນ​ມີ​ຜົນ​ປະ​ໂຫຍດ​ຫຼາຍ​ຕໍ່​ປະ​ຊາ​ຄົມ​ໂລກ.”

ຄຳ​ເຫັນ

0