黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ປ່ຽນ​ແປງ​ໃໝ່​ຍ້ອນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ

2020-06-23 15:44:43 cri

ທີ່​ນີ້​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ! ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ຍິນ​ດີ​ຕ້ອນ​ຮັບ​ທ່ານເຂົ້າ​ສູ່​ລາຍ​ການ “ເປີດ​ປະ​ຕູ​ສູ່​ເມືອງ​ຈີນ.” ໃນ​ລາຍ​ການ​ມື້​ນີ້, ດວງ​ພະ​ຈັນ​ຈະ​ພາ​ທ່ານ​ຊອກ​ຮູ້​ຄວາມ​​ປ່ຽນ​ແປງ​ຂອງ​ສັງ​ຄົມ​ຈີນ​ຍ້ອນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ. ຕໍ່​ໄປ, ພວກ​ເຮົາ​ມາ​ຟັງ​ເພງ​ນຳ​ກັນ​ກ່ອນ, ແລ້ວ​ມາ​ຟັງ​ເລື່ອງ​ລາວກ່ຽວ​ກັບ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​​ຢູ່ຈີນ​ຮ່ວມ​ກັນ.

ເຟືອງກາຍເປັນສິ່ງທີ່ໄດ້ຮັບຄວາມນິຍົມຈາກຄົນທັງຫຼາຍ

“ຂ້ອຍ​ເຮັດ​ໄຮ່​ໄຖ​ນາ​ມາ​ຕະ​ຫຼອດ​ຊີ​ວິດ, ແຕ່​ກໍ​ຄິດ​ບໍ່​ເຖິງ​ວ່າ, ​ເຟືອງ​ກໍ​ສາ​ມາດ​ກາຍ​ເປັນ​ສິ່ງ​​ທີ່​ມີ​ຄ່າ.” ຢູ່​ບໍ​ລິ​ສັດ​ເມັດວັດ​ຖຸ​ຊີ​ວະ​ພາບ​ເຊິ້ງເຫີ​ຈຳ​ກັດຢູ່​ຕາ​ແສງ​ຊ່ານ​ຊີງ​ໂຂວ​ເມືອງ​ຊິງ​ຫຼົງ​ແຂວງ​ເຫີເປີຍ, ລຸງຢີ້​ປາວ​ຫຼີ ກ່າວ​ວ່າ. ປີ​ນີ້ເພິ່ນ​ອາ​ຍຸ​ໄດ້ 69 ປີ​ແລ້ວ, ​ສອງ​ມື​ເພິ່ນ​ຈັບ​ຖົງ​ອັນ​ໜຶ່ງ, ​ເພື່ອຮັບ​ເອົາ​ເຟືອງທີ່​ຖືກ​ອັດ​ເປັນ​ເມັດທີ່​ສົ່ງ​ອອກ​ຈາກ​ເຄື່ອງ​ຈັກ​ຢ່າງ​ສະ​ໝ່ຳ​ສະ​ເໝີ, ແລ້ວ​ປິດ​ຖົງ​ຢ່າງ​ລະ​ດ້ວຍ​ຄວາມ​ແລະ​ຊຳ​ນິ​ຊຳ​ນານ. ການ​ຊຳ​ລະ​​ເຟືອງ​ເຫຼົ່າ​ນີ້, ​ເພິ່ນ​ສາ​ມາດ​ໄດ້​ເງິນ 100 ຢວນ​ຕໍ່​ມື້, ແຕ່​ໃນ​ເມື່ອ​ກ່ອນ, ເຟືອງ​​ຕ່າງໆຈະ​ຖືກ​ຊາວ​ບ້ານ​ນຳ​ເອົາ​ໄປ​ຈູດ​​ຖີ້ມ​ຢ່າງ​ລັບໆ.

ເມືອງ​ຊິງ​ຫຼົງ​ຕັ້ງ​ຢູ່​ບ່ອນ​ເລິກ​ຂອງ​ສາຍ​ພູ​ຢ່ຽນ​ຊ່ານ, ອັດ​ຕາ​ປົກ​ຫຸ້ມ​ປ່າ​ໄມ້​ໃນ​ບໍ​ລິ​ເວນ​ເມືອງ​ມີ​ເຖິງ 71.01%, ແມ່ນ​ເຂດ​ອະ​ນຸ​ລັກ​ຊັບ​ພະ​ຍາ​ກອນ​ປ່າ​ໄມ້​ສຳ​ຄັນ​ຂອງ​ແຂວງ​ເຫີ​ເປີຍ​ກໍ​ຄື​ຂອງ​ປະ​ເທດ​ຈີນ. ຄວາມ​​ຊິນ​ເຄີຍ​ໃນ​ການ​ຈູດ​ເຟືອງ​ໃນ​ເມື່ອ​ກ່ອນ, ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ທຸກ​ຂັ້ນ​ຂອງ​ທ້ອງ​ຖິ່ນ​ຮູ້​ສຶກ​ເປັນ​ຫ່ວງ​ແລະ​ຢ້ານ​ເກີດ​ໄຟ​ອັນ​ຕະ​ລາຍ.

​ທ່ານ​ຫຼິວ​ໂກວ໋​ມິນ ເລ​ຂາ​ພັກ​ບ້ານ​ຕົ່ງ​ຈວນ​ເສິງ​ຮ້າວ​ກ່າວ​ວ່າ: “ໃນ​ເມື່ອ​ກ່ອນເຈົ້າ​ໜ້າ​ທີ່​ບ້ານ​​ໄດ້​ພາ​ກັນ​ລາດຕະ​ເວນ​ໃນ​ທຸກ​ມື້​ຈົນ​ຮອດ​ກາງ​ຄືນ​ເພື່​ສະ​ກັດ​ກັ້ນການ​ຈູດ​ເຟືອງ, ແຕ່​ວ່າ​ຊາວ​ບ້ານ​ໄດ້​ຫຼົບ​​ຫຼີກເຈົ້າ​ໜ້າ​ທີ່​ລາດ​ຕະ​ເວນ. ເມື່ອ​ເຈົ້າ​ໜ້າ​ທີ່​ຜ່ານ​ກາຍ​ໄປ​ແລ້ວ, ຊາວ​ບ້ານ​ກໍ​ອອກ​ມາ​ຈູດ​ເຟືອງ​ຢ່າງ​ລັບໆ​ອີກ, ເຊິ່ງ​ບໍ່​ພຽງ​ແຕ່ໄດ້​ສ້າງ​ຄວາມ​ສ່ຽງ​​ທີ່​ຈະ​ເກີດ​ອັກ​ຄີ​ໄພເທົ່າ​ນັ້ນ, ​ແຕ່ຍັງ​ໄດ້​ທຳ​ລາຍ​ສິ່ງ​ແວດ​ລ້ອມ​ອີກ​ດ້ວຍ.”

ຮອດ​ປີ 2019, ສະ​ພາບ​ການ​ດັ່ງ​ກ່າວ​ກໍ​ໄດ້​ປ່ຽນ​ແປງ​ໄປ​ໃນ​ທິດ​ທາງ​ທີ່​ດີ​ຂຶ້ນ. ເມືອງ​ຊິງ​ຫຼົງ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ນຳ​ໃຊ້​ເຟືອງ​ແບບ​ສັງ​ລວມ​ຈາກ 3 ດ້ານ​ຄື: ການ​ສ້າງ​ລະ​ບົບ​ເກັບ​ແລະ​ສະ​ສົມ​ເຟືອງ, ການ​ຫັນ​​ປ່ຽນເຟືອງ​​ໃຫ້ເປັນ​ຫົວ​ອາ​ຫານສັດ​ແລະ​ການ​ໃຊ້​ເຟືອງ​ຜະ​ລິດ​ພະ​ລັງ​ງານ, ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ຕ່າງໆ​ຊື້​ເຟືອງ​ມາ​ປຸງ​ແຕ່ງ​ແລະ​ນຳ​ໃຊ້​ໃຫ້​ເປັນ​ປະ​ໂຫຍດ, ປ່ຽນ​ເຟືອງ​​ໃຫ້ເປັນ​ສິ່ງ​ທີ່​ມີ​ມູນ​ຄ່າ. ເຟືອງ​ທີ່​ໄດ້​ຮັບ​ການ​ຊຳ​ລະ​ຈະ​ກາຍ​ເປັນເຊື້ອ​ໄຟຊີ​ວະ​ພາບ, ​ແລະ​ໃຊ້​ແທນ​ຖ່ານ​ຫີນ​ເພື່ອ​ສ້າງຄວາມ​ອົບ​ອຸ່ນ​ໃຫ້​ຟາມ​ລ້ຽງ​ສັດແລະ​ອື່ນໆ​ພາຍ​ໃນ​ເມືອງ​ຊິງ​ຫຼົງ.

ບໍ​ລິ​ສັດ​​ເມັດ​ວັດ​ຖຸ​ຊີ​ວະ​ພາບ​ເຊີ້ງ​ເຫີ​ຈຳ​ກັດ​ກໍແມ່ນ​ບໍ​ລິ​ສັດ​ແຫ່ງ​ໜຶ່ງ​ທີ່​ເອົາ​ເຟືອງໄປ​ເປັນ​ແຫຼ່ງ​ພະ​ລັງ​ງານ, ບໍ​ລິ​ສັດ​ນີ້​ສາ​ມາດ​ປຸງ​ແຕ່ງ​​ເຟືອງ​ເປັນ​ເມັດໆ​ໄດ້​ເຖິງ  1000 ໂຕນ​ຕໍ່​ປີແລະ​ນຳ​ໃຊ້​ເປັນ​ພະ​ລັງ​ງານ, ໂດຍ​ອາ​ໄສ​ດິນ​ປູກ​ຝັງ​ກວ່າ 93 ເຮັກ​ຕາຂອງ​ບ້ານ​ຕຸ່ງ​ຈວນ​ເສີງ​ຮ້າວ, ການ​ຂາຍ​ເຟືອງຢ່າງ​ດຽວ​ກໍ​ສາ​ມາດ​ສ້າງ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ຊາວ​ບ້ານ​ໄດ້​ຫຼາຍກວ່າ 4 ໝື່ນຢວນ.

ໃນ​ເວ​ລາ​ປຸງ​ແຕ່ງເຟືອງ, ວິ​ສາ​ຫະ​ກິດ​ຍັງ​​ໄດ້​ຈ້າງ​ຊາວ​ບ້ານ​ໄປ​ເຮັດ​ວຽກ​ນຳ, ແລະ​ຈະ​ໃຫ້​ບຸ​ລິ​ມະ​ສິດ​ຈ້າງ​ຜູ້​ທຸກ​ຍາກ, ໃນ​ໄລ​ຍະ​ທີ່​ມີ​ວຽກ​ງານ​ປຸງ​ແຕ່ງ​ຫຼາຍ, ບໍ​ລິ​ສັດ​ເຊີ້ງ​ເຫີ​ຍັງ​ໄດ້​ຈ້າງຊາວ​ບ້ານ 20 ກວ່າ​ຄົນ​ໄປ​ເຮັດ​ວຽກ​ນຳ.

ປັດ​ຈຸ​ບັນ, ເຟືອງ​ຕ່າງໆ​ບໍ່​ພຽງ​ແຕ່​ບໍ່​ແມ່ນ​ສິ່ງ​ທີ່​ຊາວ​ບ້ານ​ຕ້ອງ​ເປັນ​ຫ່ວງ​ອີກ​ຕໍ່​ໄປ, ກົງ​ກັນ​ຂ້າມ​​ຍັງ​ເປັນ​ສິ່ງ​ທີ່​ເພີ່ມ​ລາຍ​ຮັບ​​ໃຫ້​ຊາວ​ບ້ານ, ຊາວ​ບ້ານ​ທັງ​ຫຼາຍ​ສະ​ໜັບ​ສ​ະ​ໜູນ​ວຽກ​ງານ​ຫ້າມ​ບໍ່​ໃຫ້​ຈູດ​ເຟືອງ​ດ້ວຍ​ຄວາມ​ເປັນ​ເຈົ້າ​ການ. ທ່ານ​ຫຼິວ​ໂກວ​ມິນ​ກ່າວ​ວ່າ: “ປັດ​ຈຸ​ບັນ​ບໍ່​ມີ​ໃຜ​​ລັກ​ໄປຈູດ​ເຟືອງ​ອີກ​ແລ້ວ​ເພາະ​ມີ​ຄວາມ​ສ່ຽງ​ທີ່​ຈະ​ຖືກ​ຈັບ​ໃນ​ເວ​ລາ​ຈູດ​ເຟືອງ.”

ມາ​ຮອດ​ປັດ​ຈຸ​ບັນ, ເມືອງ​ຊິງ​ຫຼົງ​ລວມ​ມີ​ວິ​ສາ​ຫະ​ກິດ​ປຸງ​ແຕ່ງ​ແລະນຳ​ໃຊ້​ເຟືອງ​ສັງ​ລວມ 13 ແຫ່ງ. ໂດຍ​ຜ່ານ​ການ​ປະ​ຕິ​ບັດ​ໂຄງ​ການ​ໃຊ້​ເຟືອງ​ເປັນ​​ຫົວອາ​ຫານ​ສັດ​ແລະ​ໃຊ້​ເຟືອງ​ເປັນ​ແຫຼ່ງ​ຜະ​ລິດ​ພະ​ລັງ​ງານ, ໃນ​ທົ່ວ​ເມືອງ​ສາ​ມາດ​ເກັບເຟືອງ​ແລະ​ນຳ​ໃຊ້​ເຟືອງ​ໄດ້​ທັງ​ໝົດ 1​,32 ແສນ​ໂຕນ, ອັດ​ຕາ​ການນຳ​ໃຊ້​ເຟືອງ​ສັງ​ລວມ​ບັນ​ລຸ​ເຖິງ 96% ຂຶ້ນ​ໄປ.

ເລື່ອງ​ກ່ຽວກັບດອກ​ໄມ້​ຢູ່​ເມືອງ​ຊີ​ນິງ

ທຽບ​ກັບ​ແຂວງ​ແລະ​ນະ​ຄອນ​ອື່ນໆ​ຢູ່​ເຂດທີ່​ໄກ​ກັບ​ຊາຍ​ຝັ່ງ​ທະ​ເລ​ຂອງ​ຈີນ, ນະ​ຄອນ​ຊີ​ນິງ​ເຊິ່ງ​ເປັນ​ເມືອງ​ບູ​ຮານຢູ່​ເຂດ​ພູ​ພຽງ​ໄດ້​ຕ້ອນ​ຮັບ​ມາ​ລະ​ດູ​ບານ​ໃໝ່​ຊ້າກວ່າ​ເມືອງ​ອື່ນໆ. ໃນ​ລະ​ດູ​ທີ່​ມີ​ດອກ​ໄມ້​ເບັ່ງ​ບານ​ຢ່າງ​ຫຼວງ​ຫຼາຍ, ຢູ່​ນະ​ຄອນ​ຊີ່​ນິງ​ແມ່ນເດືອນ​ພຶດ​ສະ​ພາ​ເຊິ່ງ​ຖືກ​ຄົນ​ທັງ​ຫຼາຍ​ເອີ້ນ​ວ່າ “ລະ​ດູ​ການ​ທີ່​ສວຍ​ງາມ​ທີ່​ສຸດ.”

ໃນ​ເວ​ລາຍ່າງເຂົ້າ​ສູ່​ສວນ​ສ​າ​ທາ​ລະ​ນະ​ປະ​ຊາ​ຊົນ​ຊີ່​ນິງ, ດອກ​ທິວ​ລິບ​ຕ່າງໆ​ທີ່​ມີ​ຄວາມ​ສູງ​ຕ່າງ​ກັນ, ມີ​ໄລ​ຍະ​ບັ່ງ​ບານ​ຕ່າງ​ກັນ​ແລະ​ສີ​ຕ່າງ​ກັນ​ໄດ້​ບັ່ງ​ບານ​ຢູ່​ລະ​ຫວ່າງ​ຕົ້ນ​ໄມ້​ແລະ​ເດິ່ນ​ຫຍ້າ, ດອກ​ທິວ​ລິບ​ທຸກດອກ​ປະ​ດັບ​ເອ້​ຄວາມ​ສວຍ​ງາມ​, ປ​ະ​ສົມ​ປະ​ສານ​ກັບ​ດອກ​ໄມ້​ອື່ນໆ​ແລ້ວ​ກາຍ​ເປັນ​ພາບ​ທີ່​ສວຍ​ງາມ​ຕະ​ກອນ​ຕາ.

ດອກ​ທິວ​ລິບ​ເປັນ​ດອກ​ໄມ້​ທີ່​ທົນ​ຄວາມ​ໜາວ​ດີ, ມັກ​ອາ​ກາດ​ເຢັນ, ​ບໍ່​ມັກ​ຄວາມ​ຮ້ອນ. ນະ​ຄອນ​ຊີ່​ນິງ​ສູງກວ່າ​​ລະ​ດັບໜ້າ​ນ້ຳ​ທະ​ເລ 2.295 ແມັດ, ອາ​ກາດ​ທີ່​ເຢັນ​ດີ​ເໝາະ​ກັບ​ການ​ເຕີບ​ໃຫຍ່​ຂອງດອກ​ທິວ​ລິບ​ທີ່​ສຸດ. ປີ​ນີ້, ສວນ​ສ​າ​ທາ​ລະ​ນະ​ປະ​ຊາ​ຊົນ​ຊີ່​ນິງ​ໄດ້​ນຳ​ເຂົ້າ​ດອກ​ທິວ​ລິບ​ໃໝ່ 5 ຊະ​ນິດ, ປັດ​ຈຸ​ບັນ​ໃນ​ສວນ​ດັ່ງ​ກ່າວ​ໄດ້​ປູກດອກ​ທິວ​ລິບ 28 ຊະ​ນິດ, ເນື້ອ​ທີ່​ປູກ​ດອກ​ທິວ​ລິບ​ບັນ​ລຸ​ເຖິງ 7 ພັນ​ຕາ​ແມັດ.

ນອກ​ຈາກດອກ​ທິວ​ລິບ​ແລ້ວ, ດອກ​ເຜິ້ງ, ດອກ​ລຽນ​ສຽວ, ດອກຢິງ​ຊຸນ​ແລະ​ດອກ​ໄມ້​ອື່ນໆ​ພາ​ກັນ​ເບັ່ງ​ບານ, ໄດ້​ດຶງ​ດູດ​ຊາວ​​ເມືອງ​ພາ​ກັນ​ມາ​ຖ່າຍ​ຮູບ​ຢ່າງ​ຫຼວງ​ຫຼາຍ.

ສວນພຶກ​ສາ​ຊາດ​ຊີ່​ນິງ​ຕັ້ງ​ຢູ່​ຕີນ​ພູ​ຊີ່​ຊ່ານ​ນະ​ຄອນ​ຊີ່​ນິງ, ແມ່ນ​ສວນ​ສາ​ທາ​ລະ​ນະ​ທຳ​ມະ​ຊາດ​ແຫ່ງ​ໜຶ່ງ. ປີ 2019, ສວນ​ດັ່ງ​ກ່າວໄດ້​ປູກດອກ​ໄມ້ 60 ກວ່າ​ຊະ​ນິດ.

ນາງ​ຟ້ານ​ຢີ້​ສິນ ຫົວ​ໜ້າ​ສວນ​​ພຶກ​ສາ​ຊາດ​ຊີ່​ນິງ​ກ່າວ​ວ່າ, ປັດ​ຈຸ​ບັນ, ສວນ​ຕົນ​ພວມ​ເຜີຍ​ແຜ່​ປູກ​ພືດທຳ​ມະ​ຊາດ 9 ຊະ​ນິດ​ທີ່​ແຈກ​ຢາຍ​ຢູ່​ທົ່ວ​ແຂວງ​ຊິງ​ໄຫ​ໃຫ້​ທົ່ວ​ເຖິງ​ໃນ​ຕົວ​ເມືອງ​ຕ່າງໆ​ທົ່ວ​ແຂວງ, ປັດ​ຈຸ​ບັນ​ໄດ້​ປູກ​ພືດ​ດັ່ງ​ກ່າວ​ຫຼາຍກວ່າ 1 ລ້ານ​ຕົ້​​ນແລ້ວ. ພືດ​ເຫຼົ່າ​ນີ້​ມີ​ລັກ​ສະ​ນະເຕີບ​ໃຫຍ່​ແຕກ​ຕ່າງ​ກັນ​ຕາມທຳ​ມະ​ຊາດ ​, ໄລ​ຍະ​ເບັ່ງ​ບານ​ຕ່າງ​ກັນ​, ສາ​ມາດ​ປ່ຽນ​ສີ​ແລະ​ອື່ນໆ, ເຮັດ​ໃຫ້​ຕົວ​ເມືອງ​ຕ່າງ​ໆມີ​ສະ​ພາບ​​ຄວາມສວຍ​ງາມ​ທີ່​ມີ​ລັກ​ສະ​ນະ​ພິ​ເສດ​ໃນ​ລະ​ດູ​ຕ່າງໆ.

​ໃນ​ລະ​ດູ​ທີ່​ດອກ​ໄມ້​ເບັ່ງ​ບານ, ໃນ​ເຮືອນ​ແລະ​ຢູ່ນອກ​ເຮືອນ​ລ້ວນ​ແຕ່​​ເຕັມ​ໄປ​ດ້ວຍ​ກິ່ນ​ຫອມຂອງດອກ​ໄມ້, ​ມີ​ແນວ​ພັນ​ດອກ​ໄມ້​ຂອງ​ສວນ​ສາ​ທາ​ລະ​ນະ​ໄດ້​ນຳ​ໄປ​ປູກ​ຢູ່​ແຫ່ງ​ຕ່າງໆ​ພາຍ​ໃນຕົວ​ເມືອງເພື່ອ​ປະ​ດັບ​ເອ້​ຂອງ​ຕົວ​ເມືອງ​ໃຫ້​ຂຽວ​ງາມ.

ດອກ​ໄມ້​ໃນ​ເດືອນ​ພຶດ​ສະ​ພາ​ແມ່ນ​ຂອງ​ຂວັນ​ຈາກ​ທຳ​ມະ​ຊາດ, ​ທັງແມ່ນ​ໝາກ​ຜົນ​ຂອງ​ປະ​ຊາ​ຊົນ​​ທີ່​ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ການ​ພັ​ດ​ທະ​ນາ​ແບບ​ສີ​ຂຽວ​ແລະ​ການ​ສ້າງ​ບ້ານ​ແປງ​ເມືອງ​ໃຫ້ສວຍ​ງາມ. ປີ 2019, ນະ​ຄອນ​ຊີ່​ນິງສະ​ເໜີ​ວ່າ​ຈະ​ອອກ​ແຮງ​ປະ​ຕິ​ບັດ 8 ໂຄງ​ການ​ໃຫຍ່​ເພື່ອ “ສ້າງ​ນະ​ຄອນ​ຊີ່​ນິງ​ໃຫ້​ເປັນ​ເມືອງ​ທີ່​ມີ​ຄວາມ​ຜາ​ສຸກ·ແລະ​ມີຊີ​ວິດ​ຄຸນ​ນະ​ພາບ​ສູງ”, ໃນ​ນັ້ນ​ມີ​ໂຄງ​ການ​ໜຶ່ງກໍ​ແມ່ນ​ການ​ປະ​ຕິ​ບັດ​ໂຄງ​ການ​ເພີ່ມ​ຄວາມ​ຂຽວ​ແລະ​ຄຸນ​ນະ​ພາບ​​ໃຫ້​ຕົວ​ເມືອງ​ທີ່​ເປັນ​ສວນ​ດອກ​ໄມ້. ພາຍ​ຫຼັງ​ປະ​ຕິ​ບັດ​ໂຄງ​ການ​ດັ່ງ​ກ່າວ​ຕະ​ຫຼອດ​ມາ, ນະ​ຄອນ​ຊີ່​ນິງ​ສາ​ມາດ​ເພີ່ມ​ເນື້ອ​ທີ່​ສີ​ຂຽວ​ໄດ້ 83 ເຮັກ​ຕາ, ​ໄດ້​ເພີ່ມ​ພື້ນ​ທີ່​ສີ​ຂຽວ​ໃຫ້​ຖະ​ໜົນໄດ້ 18 ແຫ່ງ, ສ້າງ​ຖະ​ໜົນ​ດອກ​ໄມ້, ຂົວ​ດອກ​ໄມ້​ແລະ​​ທັດ​ສະນິ​ຍະ​ພາບ​ດອກ​ໄມ້ 90 ແຫ່ງ, ສ້າງ​ຖະ​ໜົນ​ທີ່​ມີ​ດອກ​ໄມ້​ສົດ 13 ແຫ່ງ​ແລະ​ກຳ​ແພງອກ​ໄມ້ 11 ແຫ່ງ, ລວມ​​ແລ້ວໄດ້​ປູກດອກ​ໄມ້​​ຊະ​ນິດ​ຕ່າງໆ​ເຖິງ 5,385 ລ້ານ​ຕົ້ນ.

ເມື່ອຂັບ​ລົດ​ຈາກ​ທາງ​ດ່ວນ​ສະ​ໜາມ​ບິນ​ເຂົ້າ​ສູ່​ຕົວ​ເມືອງ, ​ຈະ​ເຫັນ​ວ່າ​ຢູ່​ຕາມ​ແຄມ​ທາງ​ໄດ້​ປູກດອກ​ໄມ້​ຊະ​ນິດ​ຕ່າງໆ, ​ໃນ​ຍາມ​ທີ່​ເກີດ​ມີ​ສະ​ພາບ​ລົດ​ຕິດ​ໃນ​​ໄລ​ຍະ​ພັກ​ວັນ​ກຳ​ມະ​ກອນ​ສາ​ກົນ​​ເມື່ອ​ເອົາ​ແວ່ນ​ລົດ​ລົງ​ກໍ​ຈະ​ສາ​ມາດໄດ້​ກິ່ນ​ຫອມດອກ​ໄມ້. ຢູ່​ເທິງ​ເຈີ້ຍພູ​ແຄມ​ທາງ​ດ່ວນ​ສາ​ມາດ​ເຫັນດອກ​ຈັກ​ກະ​ວານ, ດອກ​ຕາ​ເວັນ​ແລະ​ດອກ​ອື່ນໆ​ເໜັງ​ຕີງ​ອຽງ​ເອນ​ໄປ​ຕາມ​ກະ​ແສ​ລົມ.

ກິ່ນ​ຫອມ​ຂອງດອກ​ໄມ້​ຜັດ​ໂຊຍ​ໄປ​ທົ່ວ​ເມືອງ, ແມ່ນ​ຂອງ​ຂວັນ​ດີ​ທີ່​ສຸດ​ທີ່ມອບ​ໃຫ້​ແກ່​ຜູ້​ກໍ່​ສ້າງ​ຕົວ​ເມືອງ​ສວນດອກ​ໄມ້​ແລະ​ຄົນ​ທັງ​ຫຼາຍ​​ຜູ້​ຜ່ານ​ໄປ​ມາ​ໃນ “ລະ​ດູ​ໜາວ.”

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ລາຍ​ການ​ທີ່​ທ່ານ​ກຳ​ລັງ​ຮັບ​ຟັງ​ຢູ່​ນີ້​ແມ່ນ​ລາຍ​ການ “ເປີດ​ປະ​ຕູ​ສູ່​ເມືອງ​ຈີນ” ຂອງ CRI-FM93Mhz, ດວງ​ພະ​ຈັນ​ໄດ້​ແນະ​ນຳເລື່ອງ​ກ່ຽວ​ກັບ​ເຟືອງ​ກາຍ​ເປັນ​ສິ່ງ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຄົນ​ທັງ​ຫຼາຍ, ແລະ​ເລື່ອງ​ກ່ຽວ​ກັບ​ດອກ​ໄມ້​ຢູ່​ນະ​ຄອນ​ຊີ່​ນິງ​ແລ້ວ, ຕໍ່​ໄປ​ດວງ​ພະ​ຈັນ​ຈະ​ແນະ​ນຳ​ການ​ປ່ຽນ​ແປງ​ຂອງ​ດິນ​ທາມໃນ​ອ່າວ​ສວນ​ເໝີນ​ນະ​ຄອນ​ຢີ້​ຫວນ​ແຂວງ​ເຈີ້​ຈ່ຽງ.

ຈາກຫາດ​ແຄມ​ທະ​ເລ​ທີ່​ຮົກ​ເຮື້ອ​ກາຍ​ເປັນ “ບ້ານ​ຂອງ​ນົກ​ຍ້າຍ​ຖິ່ນ”

ຂຶ້ນ​ຈຸດ​ຊົມ​ວີວ​ເບິ່ງທຳ​ມະ​ຊາດ​ຂອງ​ສວນ​ດິນ​ທາມ​ແຫ່ງ​ຊາດ​ອ່າວ​ສວນ​ເໝີນ​ນະ​ຄອນ​ຢີ້​ຫວນ​ແຂວງ​ເຈີ້​ຈ່ຽງ, ສາ​ມາດ​ເບິ່ງ​ເຫັນ​ອ່າວ​ທະ​ເລ​ທີ່​​ນ້ຳທະ​ເລ​ສີ​ຟ້າ​ຖືກໂຍກ​ຍູ້​ເປັນ​ຄື້ນ​ຟອງ​ໄປ​ເມືອນໆ, ພືດ​ທຳ​ມະ​ຊາດ​ສີ​ຂຽວ​ແລະ​ຝູງ​ນົກ​ບິນ​ເຈີດ​ໄປ​ມາ​ຢ່າງ​ຫຼວງ​ຫຼາຍ. ນັກ​ທ່ອງ​ທ່ຽວ​ມາ​ຈາກ​ນະ​ຄອນ​ຫາງ​ໂຈ່ວ​ກ່າວ​ວ່າ: “ຄື​ວ່າ​ເທື່ອ​ນີ້​ໄດ້​ມາ​ທ່ຽວ​ຫຼິ້ນ​ຢູ່​ສວນດອກ​ໄມ້​ເທິງ​ທະ​ເລ.”

ບ່ອນ​ນີ້​ເຄີຍ​ເປັນ​ຫາດ​ແຄ​ມ​ທະ​ເລ​ທີ່​ຮົກ​ເຮື້ອ. ທ່ານ​ຊູ່​ຮວນ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢີ້​ຫວນ​ກ່າວ​ວ່າ: “ໃນ​ຫຼາຍ​ສິບ​ປີ​ຜ່ານ​ມາ, ​ຄົນ​ທັງ​ຫຼາຍ​ໄດ້​ປ່ຽນ​ແປງ​ສິ່ງແວດ​ລ້ອມ​ບ່ອນ​ຢູ່​ອາ​ໄສ​ດ້ວຍ​ມື​ຂອງ​ຕົນ.”

ການ​ພັດ​ທະ​ນາ​ແບບບໍ່​​ເປັນ​ທີ່​ເປັນ​ທາງໃນ​ເມື່ອ​ກ່ອນ​​ໄດ້ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຖືກ​ທຳ​ລາຍ, ເພື່ອ​ປ່ຽນ​ແປງ​ສ​ະ​ພາບ​ການ​ດັ່ງ​ກ່າວ, ສວນ​ດິນ​ທາມ​ແຫ່ງ​​ຊາດ​ອ່າວ​ສວນ​ເໝີນ​ໄດ້​ຮັບ​ການ​ອະ​ນຸ​ຍາດ​​ໃຫ້ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2011, ໄດ້​ເລັ່ງ​ລັດການ​ຄົ້ນ​ຄວ້າ​ເພື່ອ​ຊອກ​ຫາ​ວິ​ທີ​ນຳ​ໃຊ້​ທັງ​ສາ​ມາດ​ອະ​ນຸ​ລັກ​ດິນ​ທາມ. ​ແລະ​ເລີ່ມ​ນຳ​ໃຊ້​ວິ​ທີ​ແກ້​ໄຂ​ທີ່​ຊ່ວຍໃຫ້​ດິນ​ທາມ​ສາ​ມາດ​ຟື້ນ​ຟູ​ລະ​ບົບ​ນິ​ເວດ​ໄດ້​ດັ້ງ​ເດີມ.

ໃນ​ຫຼາຍ​ປີມາ​ນີ້, ໂດຍ​ອີງ​ໃສ່​ແຜນການ​ເຄື່ອນ​ໄຫ​ວ​ຕ່າງໆ​ເຊັ່ນ: “ໂຄງ​ການສ້າງ​ບ້ານ​ແບບ​ຢ່າງ​ພັນ​ບ້ານ​ແລະ​ປັບ​ປຸງ​ໝື່ນ​ບ້ານ”, “ປັບ​ປຸງ​ແມ່​ນ້ຳ 5 ສາຍ​ຮ່ວມ​ກັນ” ແລະ​ການ​ເຄື່ອນ​ໄຫວ​ສ້າງ​ຄວາມ​ສະ​ອາດ​ໃຫ້​ບ້ານ​ເຮືອນ​ແລະ​ອື່ນໆ, ວິ​ສາ​ຫະ​ກິດ 102 ແຫ່ງ​ໃນ​​ນະ​ຄອນຍີ້​ຫວນ​ໄດ້​ຮັບ​ການປັບ​ປຸງ, ໄດ້​ບັນ​ລຸເປົ້າ​ໝາຍ​ບໍ່​ລະ​ບາຍ​ນ້ຳ​ເປື້ອນ​ຈາກ​ການ​ຜະ​ລິດ​ໂດຍ​ກົງ. ທ່ານ​ຊູ​ຮ່ວນ​ກ່າວ​ວ່າ: “ພວກ​ເຮົາ​ຕັ້ງ​ໜ້າ​ຊຸກ​ຍູ້​ມາດ​ຕະ​ການ​ຕ່າງໆ​ເຊັ່ນ:​ ຖອນ​ບ່ອນ​ລ້ຽງ​ປາ​ໃຫ້​ກັບ​ກາຍ​ເປັນ​ໜອງ​ທຳ​ມະ​ຊາດ​ຄືນ​ໃໝ່, ປັບປ່ຽນ​ອ່າງ​ນ້ຳ​​ໃຫ້​ກາຍ​ເປັນ​ດິນ​ທາມ​ຄືນ​ໃໝ່, ຂຸດ​ຂີ້​ຕົມ​​ທີ່​ອັດ​ຕັນ​ຊ່ອງ​ທາງ​ນ້ຳ​ໄຫຼ, ແລະ​ສ້າງ​ຕາ​ຝັ່ງ​ຄືນ​ໃໝ່, ເຮັດ​ໃຫ້​ດິນ​ທາມ​ແຫ່ງ​ນີ້​ກາຍ​ເປັນ​ແດນ​ສະ​ຫວັນ​ຂອງ​ສັດ​ແລະ​ພືດ.”

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ຈ້າວ​ຫົງ ຫົວ​ໜ້າ​ຫ້ອງ​ການ​ຄຸ້ມ​ຄອງ​ສວນ​ດິນ​ທາມ​ມີ​ວຽກ​ງານ​ຫຼາຍ​ທີ່​ສຸດ, ​ທ່ານ​ກ່າວ​ວ່າ: “ພວກ​ເຮົາ​ກຳ​ລັງ​ວາງ ‘​ແຜນ​ການໃໝ່​ເພື່ອ​ຕ້ອນ​ຮັບ​​ແຂກທີ່​ມາ​ຈາກ​ທາງ​​ໄກ​ກໍ​ຄື​ນົກ​ຍ້າຍ​ຖິ່ນ​ຫັ້ນ​ແຫຼະ.”

ໃນ​ຖາ​ນະ​ເປັນ​ສະ​ຖານ​ທີ່​ພັກ​ຜ່ອນ​​ຕາມ​ເສັ້ນ​ທາງ​​ອົບ​ພະ​ຍົບ​ຂອງ​ນົກ​ຈາກ​ອາ​ຊີ​ຕາ​ເວັນ​ອອກ​ຫາ​ອົ​ສ​ຕຼາ​ລີ​ເຊິ່ງ, ມີ​ນົກ​ຍ້າຍ​ຖິ່ນຫຼາຍ​ສິ​ບ​ພັນ​ໂຕ​ໄດ້​ແວ່​ຜັກ​ຜ່ອນ​ຢູ່​ອ່າວ​ສວນ​ເໝີນ​ໃນ​ແຕ່​ລະ​ປີ. ປີ 2017, ນະ​ຄອນ​ຢີ້​ຫວນ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ “ປັບ​ປຸງ​ເຂດ​ທີ່​ຢູ່​ອາ​ໄສ​ຂອງ​ນົກນ້ຳ” ຢູ່​ໃຈ​ກາງ​ເຂດ​ອະ​ນຸ​ລັກ, ໂດຍ​ຜ່ານ​ການ​ສ້າງສ​ະ​ພາບ​ແວດ​ລ້ອມ​​ສຳ​ລັບ​ການ​ດຳ​ລົງຊີ​ວິດ​ຂອງ​ນົກ, ​ສ້າງ​ແລວນ້ຳ​ໄຫຼ​ຜ່ານ​ທີ່​ຢູ່​ອາ​ໄສ​ຂອງ​ນົກ, ສ້າງ​ແລວ​ທາງ​​ຜ່ານ​ທີ່​ບໍ່​ເປີດ​ເຜີຍ​ຂອງ​ນົກ​ແລະ​ອື່ນໆ, ຍົກ​ສູງ​ຄຸນ​ນະ​ພາບ​ສະ​ພາບ​ແວດ​ລ້ອມ​ນິ​ເວດ​​ທີ່​ຢູ່​ອາ​ໄສ​ຂອງ​ນົກ.

“ໂຄງ​ການ​ໃໝ່​ເລີ່ມ​ປະ​ຕິ​ບັດ​ໃນ​ທ້າຍ​ເດືອນ​ພຶດ​ສະ​ພາ, ຈະ​ສ້າງ​ສິ່ງ​ແວດ​ລ້ອມ​ໃຫ້​ດີກວ່າ​ເກົ່າ​​ເພື່ອ​ໃຫ້​ນົກ​ໄດ້​ຢູ່​ອາ​ໄສ, ປົກ​ປັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ.” ທ່ານ​ຈ້າວ​ຫົງ ກ່າວ​ວ່າ.

​ນິ​ເວດ​ທີ່​ເໝາະ​ກັບ​ການ​ຢູ່​ອາ​ໄສ​ໄດ້​ດຶງ​ດູດ​ນົກ​​ຢ່າງ​ຫຼວງ​ຫຼາຍ. ນົກ​ທີ່​ສັງ​ເກດ​ໄດ້​ຢູ່ເຂດ​ດິນ​ທາມ, ຈາກ 125 ຊະ​​ນິດ​ເມື່ອ​ປີ 2011 ເພີ່ມ​ຂຶ້ນ​ເປັນ 186 ຊະ​ນິດ​ໃນ​ປີ​ນີ້, ໃນ​ນັ້ນ​ມີ​ນົກ​​ສະ​ຫງວນລະ​ດັບ​ແຂວງ​ 31 ຊະ​ນິດ.

ດິນ​ທາມ​ແບບ​ທຳ​ມະ​ຊາດ​ໄດ້​ກາຍ​ເປັນ​ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ, ​ປະ​ຊາ​ຊົນທ້ອງ​ຖິ່ນ​ມີ​ຄວາມ​ຮູ້​ສຶກ​ຢ່າງ​ດູດ​ດື່ມ​ຫຼາຍ. ລຸງ​ເສີນ, ຜູ້​ຂັບ​ເຮືອ​ທ່ອງ​ທ່ຽວ​ອາ​ຍຸ 68 ​ປີກ່າວ​ວ່າ: “ຂ້ອຍ​ໄດ້ອາ​ໄສ​ຢູ່​​ບໍ​ລິ​ເວນ​ອ່າວ​ສວນ​ເໝີນ​ມາ​ຕັ້ງ​ແຕ່​ນ້ອຍ​ຈົນ​ເຖິງ​ປັດ​ຈຸ​ບັນ, ໄດ້​ເປັນ​ພະ​ຍານ​ໃຫ້​ແກ່​ການ​ປ່ຽນ​ແປງ​ຂອງ​ບໍ​ລິ​ເວນ​ນີ້. ປັດ​ຈຸ​ບັນ​ມີ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ບາງ​​ມື້​ຂ້ອຍ​ຕ້ອງ​ຂັບ​ເຮືອ 12 ຖ້ຽວ, ເຖິງວ່າ​ວຽກ​ງານ​ຫຍຸ້ງ​ຫຼາຍ​ແຕ່​ຂ້ອຍ​ກໍ​ຮູ້​ສຶກ​ດີ​ໃຈ​ຫຼາຍ!” ໃນ​ເຮືອ​ຂ​ອງ​ລຸງ​ເສີນ​​ມີ​ບັນ​ຍາ​ກາດ​ຂອງຄວາມມວນ​ຊື່ນ​ຢ່າງ​ເຕັມ​ທີ່, ເຮັດ​ໃຫ້​ລຸງ​ຮູ້​ສຶກ​ມີ​ຄວາມ​ສຸກ​ຫຼາຍ.

ຜົນ​ປະ​ໂຫຍດ​ຈາກ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ​ພວມ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ເລີ່ມ​ແຕ່​ປີ 2018 ຮອດ​ປັດ​ຈຸ​ບັນ, ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ອ່າວ​ສວນ​ເໝີນ​​ຫຼາຍກວ່າ 1.3 ລ້ານ​ເທື່ອ​ຄົນ, ສ້າງລາຍ​ຮັບ​ໂດຍ​ລວມໄດ້​ປະ​ມານ 25 ລ້ານຢວນ. ສ່ວນ​ນະ​ຄອນ​ຢີ້​ຫວນ​ໃໝ່​ທີ່​ຕັ້ງ​​ຢູ່​ຝັ່ງກົງ​ກັນ​ຂ້າມ​ຂອງ​ສວນ​ດິນ​ທາມ, ໂດຍ​ອາ​ໄສ “​ອາ​ນິ​ສົງ” ​ທີ່​ມີສະ​ພາບ​ແວດ​ລ້ອມ​ນິ​ເວດ​ທີ່​​ດີກໍ​ໄດ້​ດຶງ​ດູດ​ນັກ​ທຸ​ລະ​ກິດ​ມາ​ດຳ​ເນີນ​ທຸ​ລະ​ກິດ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ນະ​ຄອນ​ເຊີນ​ເຈິ້ນໄດ້​ປັບ​ປຸງ​ແຫຼ່ງ​ນ້ຳ​ຢ່າງສະ​ຫຼາດ, ຮ່ວມ​ກັນ​ສ້າງຂີດ​ໝາຍ​ທີ່​ສຳ​ຄັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດ

ແມ່​ນ້ຳ​ຜິງ​ຊ່ານ​ຕັ້ງ​ຢູ່​ພາກຕາ​ເວັນ​ອອກ​ຂອງເຂດ​ພັ​ດ​ທະ​ນາກວາງ​ຕຸ້ງ-ຮົງ​ກົງ-ມາ​ກາວ, ​ໄຫຼຜ່ານ​ເຂດ​ຜີງ​ຊ່ານ​ນະ​ຄອນ​ເຊີນ​ເຈິ້ນ, ແມ່ນ​ຍ່ານ​ເໜືອ​​ຂອງແມ່​ນ້ຳ​ຕົ່ງ​ຈ່ຽງ. ໃນ​ຖາ​ນະ​ເປັນ​ເຂດ​ອຸດ​ສາ​ຫະ​ກຳ​ສຳ​ຄັນ​ຂອງ​ນະ​ຄອນ​ເຊີນ​ເຈິ້ນ, ເຂດ​ຜິງ​ຊ່ານ​ກໍ​ເຄີຍ​ມີ​ບັນ​ຫາ​ມົນ​ລະ​ພິດ​​ຍ່າງ​ໜັກ​ໜ່ວງ​ໃນ​ເວ​ລາ​​ທີ່ເສດ​ຖະ​ກິດ​​ພັດ​ທະ​ນາຢ່າງວ່ອງ​ໄວ, ບັນ​ຫາ​ມົນ​ລະ​ພິດ​ທາງ​ນ້ຳ​ນັບ​ຊຸດ​ໂຊມ.

ປີ 2016, ເຂດ​ຜິງ​ຊ່ານ​ນະ​ຄອນ​ເຊີນ​ເຈີ້ນ​ໄດ້​ເລີ່ມ​ບັ້ນ​​ຮົບ “ປ້ອງ​ກັນ​ແລະ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດ​ທາງ​ນ້ຳ” ທີ່​ບໍ່​ມີ​​ສຽງ​ປື້ນ​ແຕກ.

​ການແກ້​ໄຂບັນ​ຫາ​ມົນ​ລະ​ພິດ​ທາງ​ນ້ຳ​ຂອງ​ເຂດ​ຜິງ​ຊ່ານ​ໄດ້​ປະ​ຖິ້ມ​ແຜນ​ການ​ແບບ​ເກົ່າ, ໄດ້​ປະ​ດິດ​ສ້າງ​ໃໝ່​ແລະ​ສະ​ເໜີ​ແນວ​ຄວາມ​ຄິດ​ຂອງ​ການອອກ​ແບບໃໝ່​ຊຸດ​ໜຶ່ງ “ເພື່ອ​ກັກ​ເກັບ​ນ້ຳ​ເປື້ອນ​ຢ່າງ​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ, ​ສະ​ສົມ​ແລະ​ຊຳ​ລະ​ນ້ຳ​ເປື້ອນ​​ຢູ່​ຫຼາຍ​ບ່ອນ, ການ​ຜະ​ລິດ​ຄືນ​ແລະ​ນຳ​ໃຊ້​ນ້ຳ​ທີ່​ໄດ້​ຮັບ​ການ​ຊຳ​ລະ​ຕາມ​ສະ​ຖານ​ທີ່​ໃກ້​ຄຽງ”.

ການ​ກັກ​ເກັບ​ນ້ຳ​ເປື້ອນ​ຢ່າງ​ຖືກ​ຕ້ອງ​​ຕາມ​ເປົ້າ​ໝາຍໄດ້​ສະ​ເໜີ​ອອກ​ເປັນ​ຄັ້ງ​ທຳ​ອິດ​ໃນ​ໂຄງ​ການ​ບົວ​ລະ​ບັດ​ຮັກ​ສາ​ແມ່​ນ້ຳ​ຜີງ​ຊ່ານ, ແລະ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກວົງ​ການ​ທີ່​ກ່ຽວ​ຂ້ອງ. ທ່ານ​ມາ​ຢົງ​ຈື້ ຜູ້​ຮັບ​ຜິດ​ຊອບ​ບໍ​ລິ​ສັດ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທາງ​ນ້ຳ​ຈົ່ງ​ຈ້ຽນ​ຈຳ​ກັດ​ສາ​ຂາ​ພາກ​ໃຕ້​ຂອງ​ຈີນ​ເຊິ່ງ​ເປັນ​ຝ່າຍ​ຮັບ​ເໝົາ​ກໍ່​ສ້າງ​ໂຄງ​ການ​ກ່າວ​ວ່າ: ໂດຍ​ຜ່ານ​ການ​ສ້າງອ່າງ​ກັກ​ເກັບ​ນ້ຳ​ເປື້ອນອັດ​ສະ​ລິ​ຍະ, ສາ​ມາດ​ກັກ​ເກັບ​ນ້ຳ​ຝົນ​ໄລ​ຍະ​ຕົ້ນ​ທີ່​ມີ​ນ້ຳ​ເປື້ອນ​ບົນ​ຢູ່​ກັນ​ຢ່າງ​ຫຼວງ​ຫຼາຍ, ໃນ​ເວ​ລາ​ເຄື່ອງວັດ​ແທກ​ຄຸນ​ນະ​ພາບ​ນ້ຳ​ກວດ​ພົບ​ເຫັນ​ລະ​ດັບຄວາມ​ເຂັ້ມ​ຂຸ້ນ​ຂອງ​ນ້ຳ​ເປື້ອນຕ່ຳ​ກວ່າຄ່າ​ທີ່​ຕັ້ງ​ໄວ້​, ​ອ່າງ​ກັກ​ເກັບ​ນ້ຳ​ເປື້ອນ​ກໍ​ຈະ​ປິດ​ລົງ​ໂດຍ​ອັດ​ຕະ​ໂນ​ມັດ, ຫຼັງ​ຈາກ​ນັ້ນ​ນ້ຳ​ຝົນ​​ທີ່​ບໍ່​ມີ​ນ້ຳ​ເປື້ອນ​ປົນ​ຢູ່​ນ້ຳ​ແລະ​ສະ​ອາດ​ກໍ​ສາ​ມາດ​ໄຫຼ​ລົງ​ສູ່​ແມ່​ນ້ຳ, ​ການເຮັດ​ແບບ​ນີ້​ທັງ​ສາ​ມາດ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ການ​ຊຳ​ລະ​ນ້ຳ​ເປື້ອນ, ທັງ​ສາ​ມາດ​ເພີ່ມ​​ປະ​ລິ​ມານນ້ຳ​​ທາງ​ນິ​ເວດ​ໃຫ້​ແມ່​ນ້ຳ.

ທ່ານ​ມາ​ຢຸງ​ຈື້​ກ່າວ​ວ່າ: ໃນ​ໂຄງ​ການ​​ບົວ​ລະ​ບັດ​ຮັກ​ສາແມ່​ນ້ຳ​ຜິງ​ຊ່ານ, ໄດ້​ປະ​ຕິ​ບັດ​ໂຄງ​ການ​ກັກ​ເກັບ​ນ້ຳ​ຢູ່​ຫຼາຍ​ບ່ອນ, ພ​ວກ​ເຮົາ​ໄດ້​​ສ້າງ​ອ່າງ​ກັກ​ເກັບ​ນ້ຳ 7 ແຫ່ງ​ຢູ່​ຕາມ​ແມ່​ນ້ຳ​​ແລະ​ປາກ​ນ້ຳ​ສາ​ຂາ​ແມ່​ນ້ຳ, ​ການເຮັດ​ແບບ​ນີ້​​ດ້ານ​ໜຶ່ງ​ແມ່ນສາ​ມາດ​ປັບ​ປະ​ລິ​ມານ​ນ້ຳ​ເປື້ອນ​ໃນ​ສາ​ຂາ​ແມ່​ນ້ຳ, ຫຼຸດ​ແຮງ​ກົດ​ດັນ​ໃຫ້​ສະ​ຖານ​ທີ່​ບຳ​ບັດ​ນ້ຳ​ເປື້ອນ​ທີ່​ຢູ່​ຍ່ານ​ໃຕ້, ອີກ​ດ້ານ​ໜຶ່ງ​ແມ່ນ​ສາ​ມາດ​ຫຼຸດການ​ນຳ​ໃຊ້​ທີ່​ດິນ​ແລະ​ປະ​ຢັດ​ການ​ລົງ​ທຶນ.

ໃນ​ໂຄງ​ການ​ບົວ​ລະ​ບັດ​ຮັກ​ສາ​ແມ່​ນ້ຳ​ຜິງ​ຊ່ານ, ​ຢູ່​ຍ່ານ​ເໜືອ​ແລະ​ຍ່ານ​ກາງ​ຕ່າງ​ໄດ້​ສ້າງ​ສະ​ຖາ​ນີ​ບຳ​ບັດ​ນ້ຳ​ເປື້ອນ​, ປະ​ສົມ​ປະ​ສານ​ກັບ​ສະ​ຖາ​ນີ​ບຳ​ລັດ​ນ້ຳ​ເປື້ອນ​ທີ່​ຕັ້ງ​ຢູ່​ຍ່ານ​ໃຕ້ໄດ້​ສ້າງ​ສະ​ພາບ​ການ​ທີ່​ດຸນ​ດ່ຽງ, ​ນ້ຳ​ເປື້ອນ​ທີ່​ໄດ້​ກັກ​ເກັບ​ໄວ້​ຈະ​ຖືກ​ສົ່ງ​ໄປ​ໃຫ້​ສະ​ຖາ​ນີ​ບຳ​ບັດ​ນ້ຳ​ເປື້ອນ​ທີ່​ຢູ່​ໃກ້​ທີ່​ສຸດ​ເພື່ອ​ບຳ​ບັດ​ໃຫ້​ເປັນ​ນ້ຳ​ສະ​ອາດ, ຫຼີກ​ເວັ້ນ​ບໍ່​ໃຫ້​ບຳ​ບັດ​ນ້ຳ​ເປື້ອນ​ຮ່ວມ​ກັນ​ຢູ່​ດ້ານ​ລຸ່ມ​ຂອງ​ແມ່​ນ້ຳ, ເພື່ອ​ຫຼຸດ​ແຮງ​ກົດ​ດັນ​ໃຫ້​ສະ​ຖາ​ນີ​ບຳ​ບັດ​ນ້ຳ​ເປື້ອ​ທີ່​ຢູ່​ຍ່ານ​ໃຕ້.

ພ້ອມ​ກັນ​ນັ້ນ, ຢູ່​ຕາມ​ແຄມ​ຝັ່ງ​ແມ່​ນ້ຳ​ຜີງ​ຊ່ານ​ຍັງ​ໄດ້​ສ້າງ​ດິນ​ທາມ​ທຽມ 8 ແຫ່ງ, ນ້ຳເປື້ອນ​ທີ່​ບຳ​ບັດໂດຍ​ສະ​ຖາ​ນີ​ບຳ​ບັດ​ນ້ຳ​ເປື້ອນ​ແລະ​ບຳ​ບັດ​ຕື່ມ​ຢູ່​ດິນ​ທາມ​ທຽມ, ​ໃຫ້​ໄດ້​ຕາມ​ມາດ​ຕະ​ຖານ​ແລ້ວ​ກໍ​ເທ​ລົງ​ສູ່​ແມ່​ນ້ຳ, ເພື່ອ​ເພີ່ມ​​ປະ​ລິ​ມານ​ນ້ຳ​ໃນແມ່​ນ້ຳ​ແລະ​ປັບ​ປຸງ​ລະ​ບົບ​ນິ​ເວດ, ຫຼີກ​ເວັ້ນ​ບໍ່​ໃຫ້​ສົ່ງ​ນ້ຳ​​ຕອນ​ລ່າງ​ຂຶ້ນ​ໄປ​ຍ່ານ​ເໜືອ, ໄດ້​ປະ​ຢັດ​ພະ​ລັງ​ງານ​ແລະ​ການ​ລົງ​ທຶນ.

ທ່ານ​ຫວາງ​ຮ້າວ, ສະ​ມາ​ຊິກ​ສະ​ຖາ​ບັນ​ວິ​ສະ​ວະ​ກຳ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: “ການ​ປະ​ດິດ​ສ້າງ​ໃໝ່​ຫຼາຍ​ຢ່າງ​ໃນ​ດ້ານ​ເຕັກ​ນິກ​ແລະ​ແນວ​ຄວາມ​ຄິດ​ເພື່ອ​ປັບ​ປຸງເຂດ​ລ້ອງ​ແມ່​ນ້ຳ, ເຮັດ​ໃຫ້​ໂຄງ​ການ​ປັບ​ປຸງ​ແມ່​ນ້ຳ​ຜີງ​ຊ່ານ​ໄດ້​ຢືນ​ຢູ່ແຖວ​​ໜ້າ​ຂອງ​ທົ່ວ​ປະ​ເທດ.” ທ່ານ​ກ່າວ​ວ່າ: ແນວ​ຄວາມ​ຄິດ​ການ​ບົວ​ລະ​ບັກ​ຮັກ​ສາ​ແມ່​ນ້ຳ​ຜີງ​ຊ່ນ​ໄດ້​ສ້າງ​ຮູບ​​ແບບ​ໃໝ່​ໃນ​ດ້ານ​ການ​ບົວ​ລະ​ບັດ​ຮັກ​ສາ​ແມ່​ນ້ຳ​ແບບ​ສັງ​ລວມ, ໄດ້​ບັນ​ລຸ​ຫຼາຍ​ເປົ້າ​ໝາຍ​ເຊັ່ນ​: ​ລ່ວງ​ຄອງ​ເໝືອງປັບ​ປຸງ​ຄຸນນ​ະ​ພາບ​ນ້ຳ, ຟື້ນ​ຟູ​​ນິ​ເວດ, ​ລະ​ບາຍ​ນ້ຳ​​ແລະ​ປ້ອງ​ກັ​ຫນ​ນ້ຳຖ້ວມ, ສ້າງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແລະ​ອື່ນໆ, ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ເປັນ​ຂີດ​ໝາຍ​ໃນ​ຂົງ​ເຂດ​ປັບ​ປຸງ​ເຂດ​ລ້ອງ​ແມ່​ນ້ຳ​ໃນ​ທົ່ວ​ປະ​ເທດ.

​ຂ່າວ​ແຈ້ງວ່າ, ໂຄງ​ການ​ບົວ​ລະ​ບັດ​ຮັກ​ສາ​ແມ່​ນ້ຳ​ຜີງ​ຊ່ານ​ທີ່​ມີ​ລະ​ດັບ​​ການອອກ​ແບບ​​ຂັ້ນສູງ​ນັ້ນ, ​ແມ່ນ​ໜຶ່ງ​ໃນ​ໂຄງ​ການ​ສຳ​ຄັນ​ຂອງ​ແຜນ​ການ​ປະ​ຕິ​ບັດ​ງານ​ເພື່ອ​ລ່ວງ​ຄອງ​ເໝືອງ​ແລະ​ຍົ​ກ​ສູງ​ຄຸ​ນ​ນະ​ພາບ​ນ້ຳ​ຂອງ​ນະ​ຄອນ​ເຊີນ​ເຈິ້ນ, ທັງ​ເປັນ​ໂຄງ​ການ​ປັບ​ປຸງ​​ນິ​ເວດ​ໃນ​ທົ່ວເຂດ​ລ້ອງ​ແມ່​ນ້ຳ​ຂະ​ໜາດ​ໃຫຍ່​ແຫ່ງ​ທຳ​ອິດ​ຂອງ​ປະ​ເທດ​ຈີນ​ທີ່​ຖືເອົາ​ການມອບ​ຮັບຄຸນ​ນະ​ພາບ​ນ້ຳ​​ທີ່​ເປັນ​ຂັ້ນ​ເປັນ​ຕອນ​ແລະ​ຕ້ອງ​ໄດ້​ຕາມ​ມາດ​ຕະ​ຖານ, ມາດ​ຕະ​ຖານ​ການ​ອອກ​ແບບ​ສາ​ມາດ​ປ້ອງ​ກັນ​ນ້ຳ​ຖ້ວມ​ຂະ​ໜາດ​ໃຫຍ່​ທີ່​ຮ້ອຍ​ປີ​ຈຶ່ງ​ອາດ​ຈະ​ເກີດ​ຂຶ້ນ​ເທື່ອ​ໜຶ່ງ.

ຢູ່​ເຂດ​ລ້ອງ​ແມ່​ນ້ຳຜີງ​ຊ່ານ, ມີ​ລະ​ບົບ​ຕິດ​ຕາມ​ສາ​ມາ​ມິ​ຕິ​ຄື​ຈາກ​ທາງ​ນ້ຳ, ທາງ​ບົກ​ແລະ​ທາງອາ​ກາດ​ກຳ​ລັງ​ເຝົ້າ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະ​ພາບ​ຂອງ​ທົ່ວ​ລ້ອງ​ແມ່​ນ້ຳ​ຢູ່​ທຸກ​ເວ​ລາ.

ທ່​ານ​ເສີນ​ຊົງ ຜູ້​ຮັບ​ຜິດ​ຊອບ​ເຕັກ​ນິກ​ການ​ອອກ​ແບບ​ຂອງ​ບໍ​ລິ​ສັດ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທາງ​ນ້ຳ​ຈົ່ງ​ຈ້ຽນ​ຈຳ​ກັດ​ສາ​ຂາ​ພາກ​ໃຕ້​ຂອງ​ຈີນກ່າວ​ວ່າ: ສາ​ຂາ​ແມ່​ນ້ຳ​ສຳ​ຄັນ, ​ບ່ອນ​ຕິດ​ຈອດ​ກັນ, ປາກ​ແມ່​ນ້ຳໄຫຼ​ເຊື່ອມ​ຈອດ​ກັນ​ແລະ​ອື່ນໆ​ຂອງ​ແມ່​ນ້ຳ​ຜີ​ງ​ຊ່ານ​ໄດ້​ສ້າງ​ຈຸດ​ຕິດ​ຕາມ​ວັດ​ແທກ 58 ແຫ່ງ, ເພື່ອ​ຕິດ​ຕາ​ມ​ວັດ​ແທກ​ຕໍ່​​ການ​ປ່ຽນ​ແປງ​ດ້ານ​ປະ​ລິ​ມານ​ນ້ຳ​ແລະ​ຄຸນ​ນະ​ພາບ​ນ້ຳ​ຕາມ​ສະ​ພາບ​ການ​ປ່ຽນ​ແປງ​ຕົວ​ຈິງ. ນອກ​ນັ້ນ, ເຮືອ​ບິນ​ທີ່​ບໍ່​ມີ​ຄົນ​ຂັບ​ກໍ​ໄດ້​ເຂົ້າ​ປະ​ຈຳ​ການ​ທີ່​ເປັນ​ນັກ​ສັງ​​ເກດ​ການ​ທາງ​ອາ​ກາດ​​ເພື່ອ​ລາດ​ຕະ​ເວນແລະ​ປ້ອງ​ກັນ​ແມ່​ນ້ຳ​​ດ້ວຍ​ວິ​ທະ​ຍາ​ສາດ​ເຕັກ​ນິກ. ຕິດ​ຕາມ​ຄວບ​ຄຸມ​ທາງ​ອາ​ກາດ​ຕໍ່​ການ​ປ່ຽນ​ແປງ​ຢ່າງ​ຜິດ​ປົກ​ກະ​ຕິ​ຂອງ​ນ້ຳ​, ສິ່ງ​ທີ່​​ຟູ​ຢູ່​ເທິງ​ນ້ຳ, ການ​ລະ​ບາຍ​ນ້ຳ​ເປື້ອນ​ໂດຍ​ກົງ, ການ​ລ່ວງ​ລ້ຳ​ບຽດ​ຍຶດ​ເອົາ​ສາຍ​ນ້ຳ​ແລະ​ການ​ລ້ຽງ​ປາ​ທີ່​ຜິດ​ກົດ​ໝາຍ​​ຢ່າງ​ທັນເວ​ລາ.

ຕົວ​ເລກ​ຕິດ​ຕາມ​ຂອງ​ “​ຜູ້​ລາດ​ຕະ​ເວນ​ທາງ​ນ້ຳ, ທາງ​ບົກ​ແລະ​ທາງ​ອາ​ກາດ” ທັງ​ໝົດ​​ຈະ​ຖືກ​ສົ່ງ​ໃຫ້ “​ສູນ​ຕິດ​ຕາມ​ລວມ” ທີ່​ຕັ້ງ​ຢູ່​ຍ່ານ​ກາງ​ແມ່​ນ້ຳ​ຜີງ​ຊ່ານ​ໄດ້​ທັນ​ເວ​ລາ​ເພື່ອ​ຄວບ​ຄຸມ​ທາງ​ໄກ​ແບບ​​ອັດ​ຕະ​ໂນ​ມັດ​. ທ່ານ​ເສີນ​ຊົງ ກ່າວ​ວ່າ: “ຖ້າ​ວ່າ​ພົບ​ພໍ້​ສະ​ພາບ​ການ​ຜິດ​ປົກ​ກະ​ຕິ, ລະ​ບົບ​ດັ່ງ​ກ່າວ​ຈະ​ເຕືອນ​ໄພ​ໂດຍ​ອັດ​ຕະ​ໂນ​ມັດ, ແລະ​ປະ​ຕິ​ບັດ​ມາດ​ຕະ​ການ​ແກ້​ໄຂທີ່​ກຳ​ນົດ​ໄວ້​ລ່ວງ​ໜ້າ​ດ້ວຍ​ຕົນ​ເອງ, ​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ຄົນ.”

ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​​ຫ້ອງ​ການ​ວຽກ​ງານ​ດ້ານ​ນ້ຳ​ເຂດ​ຜີງ​ຊ່ານ​ກ່າວ​ວ່າ: “ໂດຍ​ຜ່ານ​ເຊີບ​ເວີ​ອິນ​ເຕີ​ເນັດກໍ​ສາ​ມາດສົ່ງ​ຂໍ້​ມູນ​ຫຼືສັນ​ຍານ​ເຕືອນ​ໄພໃຫ້​ລະ​ບົບ​ຕິດ​ຕາມຄຸ້ມ​ຄອງ​ທາງ​ຄອມ​ພິວ​ເ​ຕີ​ແລະ​​ທາງໂທ​ລະ​ສັບ​​ມື​ຖື​ໄດ້​ຢ່າງ​ຕໍ່​ເນື່ອງ​ຕະ​ຫຼອດ 24 ຊົ່ວ​ໂມງ, ​ພວກ​ເຮົາ​ໄດ້​ບັນ​ລຸ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ ‘ເຕັກ​ນິກ​ກັບ​​ຜູ້​ລາດ​ຕະ​ເວນ’, ເຮັດ​ໃຫ້​ການ​ປັບ​ປຸງ​ແລະ​ລາດ​ຕະ​ເວນ​ສາ​ມາດ​​ກວດ​ເອົາ​ທົ່ວ​ເຂດ​ລ້ອງ​ແມ່​ນ້ຳ, ບໍ່​ມີ​ບ່ອນ​​ໃດ​ເຫຼືອ​ຄ້າງ, ການ​​ແກ້​ໄຂ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ທາງ​ນ້ຳ​ສາ​ມາດ​ເວົ້າ​ໄດ້​ວ່າ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ເບື້ອງ​ຕົ້ນ​ແລ້ວ.”

ພາຍ​ໃຕ້​ການ​ປົກ​ປັກ​ຮັກ​ສາ​ຂອງ​ທົ່ວ​ປວງ​ຊົນ, ແມ່​ນ້ຳ​ຜີງ​ຊ່ານ​ໄດ້​ປະ​ກົດ​ເຫັນ​ພາບ​ສວຍ​ງາມ​ທີ່​ມີ​ນ້ຳ​ໃສສະ​ອາດ​ແລະ​ມີ​ນົກ​ອາ​ໄສຢູ່​ຢ່າງ​ຫຼວງ​ຫຼາຍ​ຄື​ເມື່ອ​ກ່ອນ​ອີກ. ​ການ​ປະ​ດິດ​ສ້າງ​ໃໝ່​ຮ່ວມ​ກັນ​ດ້ານ​ແນວ​ຄວາມ​ຄິດ, ເຕັກ​ນິກ​ແລະ​ກົນ​ໄກ​ໃນ​ການ​ບົ​ວ​ລະ​ບັດ​ຮັກ​ສາ​ແມ່​ນ້ຳ, ບໍ່​ພຽງ​ແຕ່​ໄດ້​ຟື້ນ​ຟູ​ລະ​ບົບນິ​ເວດ​​ທີ່​ໝູ​ນ​ວຽນ​​ດີຂອງ​ແມ່​ນ້ຳ​ໃນ​ເມື່ອ​ກ່ອນ, ສິ່ງ​ທີ່​ສຳ​ຄັນ​ກວ່າ​ນັ້ນ​ກໍ​ຄື, ແລວ​ທາງນິ​ເວດ​​ຂອງແມ່​ນ້ຳ​ຜິງ​ຊ່ານ​​ໄດ້​ປ່ຽນ​ໂສມ​ໜ້າ​ໃໝ່, ​ເຊິ່ງ​ເປັນ​ການ​ສ້າງ​ພື້ນ​ທີ່​ການ​ດຳ​ລົງ​ຊີ​ວິດ​​ພາຍ​ໃນຕົວ​ເມືອງ​ທີ່​ມີ​ພູ​ແລະ​ນ້ຳ​ເຊື່ອມ​ຈອດ​ກັນ.

ທີ່​ນີ້​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ! ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ໃນ​ລາຍ​ການ “ເປີດ​ປະ​ຕູ​ສູ່​ເມືອງ​ຈີນ” ມື້​ນີ້, ດວງ​ພະ​ຈັນ​ໄດ້​ແນະ​ນຳ​ເລື່ອງກ່ຽວ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ແວດ​ລ້ອມ​ຂອງ​ຈີນ. ເລື່ອງ​ເຫຼົ່າ​ນີ້​ໄດ້​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ປະ​ທັບ​ໃຈ​ບໍ່? ຍິນ​ດີ​ຕ້ອນ​ຮັບ​ທ່ານ​ຕິດ​ຕໍ່​ພົວ​ພັນ​ກັບ​ພວກ​ເຮົາ, ທ່ານ​ສາ​ມາດ​ເຂົ້າ​ເບິ່ງ​ເວັບ​ໄຊ​ຂອງ​ພວກ​ເຮົາ​ຄື: laos.cri.cn, ຫຼື​ຕິດ​ຕາມ FB ​ຂອງພວກ​ເຮົາ​ຄື: CRI-FM93, ທ່ານ​ຍັງ​ສາ​ມາດ​ສົ່ງ E-mail ເຖິງ​ພວກ​ເຮົາ​ຕາມ​ທີ່​ຢູ່ laos@cri.com.cn,  ຂອບ​ໃຈ​ທີ່​ທ່ານ​ໃຫ້​ຄວາມ​ສົນ​ໃຈ​ຮັບ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາ, ພົບ​ກັນ​ໃໝ່​ໃນ​ອາ​ທິດ​ໜ້າ, ສະ​ບາຍ​ດີ.

 

 

ຄຳ​ເຫັນ

0