ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເປັນເວລາຍາວນານມາແລ້ວ, ທ່ານສີຈິ້ນຜິງໄດ້ມີຄວາມຮັບຮູ້ອັນເລິກເຊິ່ງຕໍ່ແນວຄວາມຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”. ໃນໄລຍະທີ່ເຮັດວຽກຢູ່ ແຂວງຟູຈ້ຽນ, ແຂວງເຈີ້ຈ່ຽງ ແລະແຫ່ງອື່ນໆ, ທ່ານໄດ້ນຳເອົາແນວຄວາມຄິດຂອງຕົນໄປໝູນໃຊ້ເຂົ້າໃນການປະຕິບັດຕົວຈິງໃນການເຮັດວຽກຢູ່ທ້ອງຖິ່ນ ໂດຍໄດ້ລົງມືເຮັດຕົວຈິງໃນການນຳພາພະນັກງານແລະປະຊາຊົນໃນການຮ່ວມກັນປ່ຽນແປງຮູບແບບເກົ່າໃນການພັດທະນາເສດຖະກິດໃນເມື່ອກ່ອນ ເຊິ່ງເຮັດໃຫ້ທັດສະນະພັດທະນາແບບສີຂຽວກາຍເປັນຈິດສຳນຶກທີ່ຝັງເລິກຢູ່ໃນຈິດໃຈຂອງປະຊາຊົນ .
ເດືອນມັງກອນປີ 1989, ທ່ານສີຈິ້ນຜິງ ເລຂາຄະນະພັກເຂດນິງເຕີ(ຫຼືອີກຊື່ໜຶ່ງເອີ້ນວ່າ ໝິນຕຸ່ງ) ແຂວງຟູຈ້ຽນໃນເວລານັ້ນໄດ້ສະເໜີວ່າ: ທ່າແຮງບົ່ມຊ້ອນໃນການພັດທະນາເສດຖະກິດຂອງໝິນຕຸ່ງແມ່ນຂຶ້ນຢູ່ກັບພູ, ຄວາມຈະເລີນຮຸ່ງເຮືອງແມ່ນຂຶ້ນຢູ່ກັບປ່າ, ປ່າໄມ້ຄືອ່າງເກັບນ້ຳ, ຄັງເງິນແລະສາງສະບຽງອາຫານ. ການຖືເອົາການພັດທະນາຂະແໜງການປ່າໄມ້ເປັນຍຸດທະສາດໃນການພັດທະນາເສດຖະກິດໝິນຕຸ່ງແລະຖືເປັນພາຫະນະແລະຈຸດເລີ່ມຕົ້ນອັນສຳ ຄັນ ໃນການຊຸກຍູ້ການພັດທະນາເສດຖະກິດໝິຕຸ່ງ,ເຊິ່ງໄດ້ສະແດງໃຫ້ເຫັນເຖິງທັດສະນະການພັດທະນາຂອງທ່ານສີຈິ້ນຜິງກ່ຽວກັບການບັນລຸຄວາມເປັນເອກະພາບກັນໃນລະດັບສູງລະຫວ່າງ ປະສິດທິຜົນດ້ານເສດຖະກິດ, ສັງຄົມແລະນິເວດ.

ເດືອນຕຸລາ ປີ 2001,ທ່ານສີຈິ້ນຜິງໄດ້ສຳຫຼວດຄົ້ນຄວ້າວຽກງານປ້ອງກັນນ້ຳເຊາະດິນເຈື່ອນຢູ່ເມືອງສາງທິງທັງໄດ້ມີການປະຕິບັດຕົວຈິງໂດຍໄດ້ປູກຕົ້ນໄມ້ຮັກສິ່ງແວດລ້ອມ.
ຢູ່ຟູຈ້ຽນ, ທ່ານສີຈິ້ນຜິງໄດ້ທຸ້ມເທເຫື່ອແຮງແລະຈິດໃຈຢ່າງຫຼວງຫຼາຍທີ່ສຸດເຂົ້າໃນການປົວແປງບັນຫານ້ຳ ເຊາະດິນເຈື່ອນຂອງທ້ອງຖິ່ນໜຶ່ງຄື ເມືອງສາງທິງ. ບັນຫານ້ຳ ເຊາະດິນເຈື່ອນຢູ່ເມືອງນີ້ໄດ້ມີມາເປັນເວລາຍາວນານແລ້ວ. ນອກຈາກໄດ້ຮັບຜົນກະທົບຈາກປັດໄຈດ້ານທຳ ມະຊາດແລ້ວ, ສັງຄົມມີຄວາມຫຍຸ້ງຍາກ,ຂາດເຊື້ອໄຟ, ປະຊາຊົນຈຳ ເປັນຕ້ອງຕັດໄມ້ຢ່າງຫຼວງຫຼວງເຊິ່ງໄດ້ກາຍເປັນໄພອັນຕະລາຍຕໍ່ສິ່ງແວດລ້ອມ.
ປີ 1985, ບັນຫານ້ຳ ເຊາະດິນເຈື່ອນຢູ່ເມືອງສາງທິງນັບມື້ນັບຮ້າຍແຮງຂຶ້ນ, ເນື້ອທີ່ທີ່ຖືກນ້ຳ ເຊາະດິນເຈື່ອນໃນທົ່ວເມືອງມີເກືອບ 1 ແສນເຮັກຕາ, ກວມເນື້ອທີ່ທັງໝົດຂອງທົ່ວເມືອງເຖິງ 31,5%, ລະບົບນິເວດຊຸດໂຊມ, ຊີວິດການເປັນຢູ່ຂອງປະຊາຊົນທຸກຍາກລຳບາກ ເປັນສະພາບຕົວຈິງຂອງເມືອງສາງທິງໃນເວລານັ້ນ ເຊິ່ງສະແດງໃຫ້ເຫັນຢູ່ບ່ອນວ່າ “ພູຫົວໂລ້ນ, ນ້ຳຂຸ່ນ, ດິນປຸກຝັງໄດ້ບໍ່ດີ, ຄົນທຸກຍາກ”.

ເດືອນພະຈິກປີ 1999, ທ່ານສີຈິ້ນຜິງລົງສຳຫຼວດກວດກາສະພາບການປ້ອງກັນນ້ຳເຊາະດິນເຈື່ອນຢູ່ເມືອງສາງທິງ
ແຕ່ປີ 1996ຫາປີ 2001, ທ່ານສີຈິ້ນຜິງໄດ້ເດີນທາງໄປເຄື່ອນໄຫວເຮັດວຽກຢູ່ເມືອງສາງທິງ 5 ຄັ້ງ. ທ່ານໄດ້ເດີນທາງດ້ວຍການຖືສຳ ພາລະແລະຄົນຕິດຕາມໄປໜ້ອຍ, ທ່ານໄດ້ໄປຢ້ຽມຢາມບ້ານແລະເຮືອນປະຊາຊົນຕ່າງໆໂດຍໄດ້ລົງເລິກຊອກຮູ້ສະພາບການກ່ຽວກັບການພັດທະນາແລະການປົວແປງບັນຫານ້ຳເຊາະດິນເຈື່ອນຢູ່ເມືອງສາງທິງ. ເດືອນພະຈິກປີ 1999, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ເມືອງສາງທິງເປັນເທື່ອທີ4, ເມື່ອໄດ້ຮູ້ວ່າ ເມືອງສາງທິງຍັງມີເນື້ອທີ່ທີ່ຖືກນ້ຳ ເຊາະດິນເຈື່ອນຫຼາຍກວ່າ 6 ໝື່ນເຮັກຕາ, ສີໜ້າຂອງທ່ານກໍເຄັ່ງຂຶມຂຶ້ນ ແລະໄດ້ໃຫ້ທິດຊີ້ນຳວ່າ: “ການພັດທະນາເສດຖະກິດເມືອງສາງທິງຕ້ອງໄດ້ສຸມຄວາມພະຍາຍາມຢ່າງບໍ່ລົດລະ ທັງວາງແຜນພັດທະນາໃຫ້ເປັນເອກະພາບກັນ, ໃຊ້ເວລາ 8ຫາ 10 ປີ ໃຫ້ສຳເລັດເປົ້າໝາຍປົວແປງນ້ຳ ເຊາະດິນເຈື່ອນຂອງລ້ອງແມ່ນ້ຳ . ”ຕ້ອງມີແນວຄວາມຄິດໃນການປະຕິບັດໂຄງການຢ່າງເປັນລະບົບ, ກຳ ນົດຕາຕະລາງເວລາ, ພັດທະນາປ່າເສດຖະກິດ ທັງສ້າງປ່າສະຫງວນທຳ ມະຊາດ, ຕ້ອງວິເຄາະວ່າທ້ອງຖິ່ນຕົນມີຄວາມສາມາດຫຼາຍຊ່ຳໃດ ແລ້ວຍາດແຍ່ງເອົາການສະໜັບສະໜູນຈາກລັດຖະບານ, ແຂວງແລະນະຄອນ, ເພື່ອເຮັດສຳເລັດການປົວແປງທີ່ດິນແຫ່ງຊາດແລະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ. ທ່ານສີຈິ້ນຜິງຍັງກ່າວຕື່ມວ່າ: ທາງແຂວງຈະໃຫ້ບູລິມະສິດແກ່ເມືອງສາງທິງໃນດ້ານນະໂຍບາຍແລະເງິນທຶນ, ເຖິງຈະຫຍຸ້ງຍາກແນວໃດກໍຕ້ອງສືບຕໍ່ໃຫ້ບູລິມະສິດຢ່າງບໍ່ຢຸດຢັ້ງ.
ເມື່ອຜ່ານຈາກຄວາມພະຍາຍາມມາເປັນຫຼາຍສິບປີ, ໃນທຸກມືນີ້, ເມືອງສາງທິງໄດ້ຮັບປະສິດທິຜົນອັນຈະແຈ້ງໃນການປົວແປງບັນຫານ້ຳເຊາະດິນເຈື່ອນ. ເນື້ອທີ່ນ້ຳ ເຊາະດິນເຈື່ອນຂອງທົ່ວເມືອງໄດ້ຫຼຸດລົງຈາກປະມານ 1 ແສນເຮັກຕາໃນປີ 1985 ຫຼຸດລົງເຫຼືອພຽງ ປະມານ 3 ໝື່ນເຮັກຕາໃນປີ 2011 ເຊິ່ງໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ 210.000 ຄົນໃນ 118 ບ້ານ ຂອງ 12 ຕາແສງ, ອັດຕາການປົກຫຸ້ມປ່າໄມ້ເພີ່ມຂຶ້ນຈາກ59,8% ເປັນ 79,4% ໄດ້ເຮັດໃຫ້ຄວາມໃຝ່ຝັນສີຂຽວໃນຮອບ100 ປີຂອງປະຊາຊົນເມືອງສາງທິງ ປາກົດຜົນເປັນຈິງແລ້ວ.

ເດືອນກັນຍາປີ 2013, ທ່ານສີຈິ້ນຜິງໄດ້ໃຫ້ທັດສະນະດັ່ງກ່າວໃນເວລາກ່າວປາຖະກະຖາຢູ່ມະຫາວິທະຍາໄລນາຊາບາເຢັຟ ປະເທດກາຊັກສະຖານ
“ພວກເຮົາຢາກໄດ້ທັງ ພູຂຽວນ້ຳໃສ ທັງ ພູເງິນພູຄຳ. ຖ້າໃຫ້ເອົາພູເງິນພູຄຳ ແໜງວ່າເອົາພູຂຽວນ້ຳໃສຈະດີກວ່າ, ແລະ ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ ”. ເດືອນກັນຍາປີ 2013, ທ່ານສີຈິ້ນຜິງໄດ້ໃຫ້ທັດສະນະດັ່ງກ່າວໃນເວລາກ່າວປາຖະກະຖາຢູ່ມະຫາວິທະຍາໄລນາຊາບາເຢັຟ ປະເທດກາຊັກສະຖານ, ໂດຍໄດ້ເຜີຍແຜ່ແນວຄວາມຄິດການພັດທະນາແບບສີຂຽວຂອງຈີນຕໍ່ຊາວໂລກ. ຄຳ ເວົ້າດັ່ງກ່າວຂອງທ່ານສີຈິ້ນຜິງເປັນຄຳເວົ້າອັນສັ້ນໆແຕ່ເຕັມໄປດ້ວຍຄວາມໜັກແໜ້ນ. ໃນນີ້, ຄຳວ່າ “ຖ້າໃຫ້ເອົາພູເງິນພູຄຳ ແໜງວ່າເອົາພູຂຽວນ້ຳໃສຈະດີກວ່າ” ນີ້ໄດ້ສະແດງໃຫ້ເຫັນເຖິງຈຸດຢືນໃນການໃຫ້ບູລິມະສິດແກ່ທຳມະຊາດແລະສິ່ງແວດລ້ອມ, ໃນເວລາທີ່ “ພູຂຽວນ້ຳໃສ” ແລະ“ພູເງິນພູຄຳ”ເກີດມີຄວາມຂັດແຍ້ງກັນ, ກໍຕ້ອງຖືເອົາ “ພູຂຽວນ້ຳໃສ” ໄປກ່ອນ, ຫາກບໍ່ໃຫ້ເດີນຕາມເສັ້ນທາງເກົ່າທີ່ ແລກ “ພູເງິນພູຄຳ” ດ້ວຍ “ພູຂຽວນ້ຳໃສ”. ຄຳຊີ້ແຈງນີ້ໄດ້ເປັນການກຳນົດເສັ້ນພື້ນຖານໃຫ້ແກ່ການປົກປ້ອງທຳມະຊາດແລະສິ່ງແວດລ້ອມໃນການພັດທະນາເສດຖະກິດຂອງຈີນ, ຍິ່ງເປັນການສະແດງໃຫ້ເຫັນເຖິງຄວາມຕັດສິນໃຈອັນໜັກແໜ້ນຂອງຈີນໃນການພັດທະນາແບບສີຂຽວ.
ຄຳເຫັນ
0