黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ​ເຜິງ​ລີ້ຢວນ​ກ່າວ​ຄຳ​ປາ​ໄສ​ໃນ​ງານສົນ​ທະ​ນາ​ເພື່ອລະ​ນຶກກອງ​ປະ​ຊຸມ​ແມ່​ຍິງ​ໂລກ​ປັກ​ກິ່ງ​ຄົບ​ຮອບ 25 ປີ​ແລະກອງ​ປະ​ຊຸມ​ສຸດຍອດ​ແມ່​ຍິງ​ໂລກ​ຄົບ​ຮອບ 5 ປີ

2020-09-17 14:48:47 cri

​ວັນ​ທີ 16 ກັນ​ຍາ​ນີ້, ງານສົນ​ທະ​ນາ​​ເພື່ອລະ​ນຶກກອງ​ປະ​ຊຸມ​ແມ່​ຍິງ​ໂລກ​ປັກ​ກິ່ງ​ຄົບ​ຮອບ 25 ປີ​ທັງ​ເປັນ​ກອງ​ປະ​ຊຸມ​ສຸດຍອດ​ແມ່​ຍິງ​ໂລກ​ຄົບ​ຮອບ 5 ປີ​ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ກິດ​ຈະ​​ການລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງມວນ​ມະ​ນຸດ​ໃນ​ສະ​ຕະ​ວັດ​ທີ 21 ​ກັບ​ບົດ​ບາດ​ຂອງ​ແມ່​ຍິງ” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ທ່ານ​ນາງ​ເ​ຜິງ​ລີ້ຢວນ, ພັນ​ລະ​ຍາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ກ່ຽວ​ກັບກອງ​ປະ​ຊຸມ​ດັ່ງ​ກ່າວ​ຜ່ານ​ວີ​ດີ​ໂອ.

ໃນ​ໂອ​ກາດ​ກ່າວ​ປາ​ໄສ, ທ່​ານ​ນາງ​ເຜິງ​ລີ້ຢວນ ກ່າວ​ວ່າ: ໃນ​ໄລ​ຍະ 25 ປີ​ຜ່ານ​ມາ, ກິດ​ຈະ​​ການແມ່​ຍິງ​ຂອງ​ໂລກ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ຕັ້ງ​ໜ້າ, ສະ​ພາບ​ແວດ​ລ້ອມ​ການ​ຢູ່​ລອດ​ແລະ​​ການພັດ​ທະ​ນາ​ຂອງ​ແມ່​ຍິງ​ໄດ້ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈີນ​ແມ່​ນ​ຜູ້​ລິ​ເລີ່ມ​ຢ່າງ​ຕັ້ງ​ໜ້າ​ແລະ​ແມ່ນ​​ຜູ້​ຊຸກ​ຍູ້ທີ່​ແຂງ​ແຮງ​ຂອງ​ກິດ​ຈະ​​ການ​ແມ່​ຍິງ​ກໍ​ຄື​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ໂລກ. ໃນ​​ຈຳ​ນວນປະ​ຊາ​ກອນ​​ຜູ້​ທຸກ​ຍາກຂອງ​ຈີນ​ທີ່​ຫຼຸດ​ພົ້ນ​​ອອກຈາກ​ສະ​ພາບ​​ຄວາມ​ທຸກ​ຍາກ​​ປະ​ມານ 700 ລ້ານ​ຄົນ​ນັ້ນ, ມີ​ແມ່​ຍິງ​ເກືອບ​ເຄິ່ງ​ໜຶ່ງ.

ທ່ານ​ນາງ​ເຜິງ​ລີ້ຢວນ ໄດ້ຮຽກ​ຮ້ອງ​ໃຫ້​ບຸກ​ຄົນ​​ໃນວົງ​ການ​ຕ່າງ​ໆ​ຂອງ​ບັນ​ດາ​ປະ​ເທດ​ຈົ່ງ​ເສີມ​ຂະ​ຫຍາຍ​​ຈິດ​ໃຈ​ກອງ​ປະ​ຊຸມ​ແມ່​ຍິງ​ໂລກ​ປັກ​ກິ່ງ​ແລະກອງ​ປະ​ຊຸມ​ສຸດຍອດ​ແມ່​ຍິງ​ໂລກ, ຊຸກ​ຍູ້​ໃຫ້​ກິດ​ຈະ​ການ​ແມ່​ຍິງ​ສາ​ມາດ​ພັດ​ທະ​ນາ​​ຄວບ​ຄູ່​ໄປກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ; ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0