ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 22 ກັນຍາ ປີ 2020, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ປະກອບຄຳເຫັນທີ່ສຳຄັນໃນການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດສະໄໝທີ 75.
ທ່ານສີຈິ້ນຜິງກ່າວເນັ້ນວ່າ, ການບໍລິຫານໂລກຄວນຍຶດໝັ້ນຫຼັກການທີ່ ປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ, ຊຸກຍູ້ບັນດາປະເທດໃຫ້ມີສິດທິ ໂອກາດ ແລະ ລະບຽບການທີ່ສະເໝີພາບກັນ, ເຮັດໃຫ້ລະບົບບໍລິຫານໂລກສອດຄ່ອງກັບການເມືອງ ແລະ ເສດຖະກິດໂລກທີ່ໄດ້ມີການປ່ຽນແປງ, ຕອບສະໜອງກັບຄວາມຕ້ອງການຕົວຈິງໃນການຮັບມືກັບສິ່ງທ້າທາຍລັກສະນະທົ່ວໂລກ, ສອດຄ່ອງກັບທ່າອຽງປະຫວັດສາດທີ່ມີສັນຕິພາບ ການພັດທະນາ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ການທີ່ມີຄວາມຂັດແຍ່ງກັນລະຫວ່າງປະເທດແມ່ນເລື່ອງປົກກະຕິ, ຄວນແກ້ໄຂຢ່າງເໝາະສົມໂດຍຜ່ານການສົນທະນາ ແລະ ປຶກສາຫາລືກັນ. ລະຫວ່າງປະເທດສາມາດມີການແຂ່ງຂັນກັນໄດ້, ແຕ່ຕ້ອງເປັນການແຂ່ງຂັນທາງບວກ ແລະ ດຳເນີນໄປໃນທາງດີ, ຕ້ອງຮັກສາເສັ້ນພື້ນຖານດ້ານຄຸນສົມບັດ ແລະ ລະບຽບການສາກົນ. ປະເທດໃຫຍ່ຄວນມີໂສມໜ້າຂອງປະເທດໃຫຍ່, ຄວນສະໜອງຜະລິດຕະພັນສາທາລະນະສາກົນໃຫ້ຫຼາຍກວ່າເກົ່າ, ແບກຫາບພັນທະ ແລະ ສະແດງໃຫ້ເຫັນເຖິງສະຕິຄວາມຮັບຜິດຊອບໃນຖານະເປັນປະເທດໃຫຍ່.
ຄຳເຫັນ
0