覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ສີ​ແສງ​ແຫ່ງ​ຍຸກ: ເລື່ອງ​​ລາວ“​ຜ້າ​ຫົ່ມ​ເຄິ່ງ​ຜືນ”ກັບ​ຜູ້​ສືບ​ທອດ

2020-10-30 16:02:08 cri

ສູ່​ມື້​ນີ້, ແມ່​ເຖົ້າ​ສວີ​ເຈຍ​ຊິ້ວ ທີ່​ເປັນ​ຕົວ​ລະ​ຄອນ​ເອກ​ໃນ​ເລື່ອງ​ລາວ​ປະ​ຕິ​ວັດ​ດັ່ງ​ກ່າວ​ໄດ້​ລາ​ຈາກ​ໂລກ​ໄປ​ແລ້ວ​ເກືອບ 30 ປີ​ແລ້ວ, ລູກຫຼານ​ຄົນ​ລຸ້ນຫຼັງ​ຂອງ​ແມ່​ເຖົ້າ​ກຳ​ລັງ​ເຮັດ​ຫຍັງ​ຢູ່​ໃສ?
 

ສີ​ແສງ​ແຫ່ງ​ຍຸກ: ເລື່ອງ​​ລາວ“​ຜ້າ​ຫົ່ມ​ເຄິ່ງ​ຜືນ”ກັບ​ຜູ້​ສືບ​ທອດ_fororder_半条被子2

ພໍ່​ເຖົ້າ ຈູ່​ຈົ່ງ​ສົງ ​ລູກຫຼ້າ​ຂອງ​ແມ່​ເຖົ້າ​ສວີ​ເຈຍ​ຊິ້ວ.
 

ພໍ່​ເຖົ້າ ຈູ່​ຈົ່ງ​ສົງ ​ເປັນ​ລູກຫຼ້າ​ຂອງ​ແມ່​ເຖົ້າ​ສວີ​ເຈຍ​ຊິ້ວ.​ທຸກ​ມື້​ນີ້, ພໍ່​ເຖົ້າ​ຈູ່​ຈົ່ງ​ສົງ ທີ່​ມີ​ອາ​ຍຸ 80 ກວ່າ​ປີ​ແລ້ວ​ຍັງ​ມຸ້ງໝັ້ນ​​ປົກ​ປັກຮັກ​ສາ​ຢູ່​ອະ​ນຸ​ສອນ​ສະ​ຖານປະ​ຕິ​ວັດ “ຜ້າ​ຫົ່ມ​ເຄິ່ງ​ຜືນ”​​ໂດຍ​ເປັນ​ອາ​ສາ​ສະ​ໝັກ​ຜູ້​ບັນ​ຍາຍ​ເພື່ອ​ໂຄ​ສະ​ນ​າ​ເຜີຍ​ແຜ່​ເລື່ອງ​ລາວ​ປະ​ຕິ​ວັດ​ກ່ຽວ​ກັ​ບ​ຄວາມ​ຮັກ​ແພງ​ກັນລະ​ຫວ່າງກອ​ງ​ທັບ​ແລະ​ປະ​ຊ​າ​​ຊົນ​ປຽບ​ເໝືອນ​ປາ​ກັບ​ນ້ຳ​ສູ່​ລູກຫຼານ​ຄົນ​ລຸ້ນຫຼັງ​ຕໍ່​ໆ​ໄປ.  “ປັດ​ຈຸ​ບັນ,ໃນ​ເຮືອນ​ມີ​ຜ້າ​ຫົ່ມ 20 ກວ່າ​ຜືນ, ຈົນ​ເຫຼືອໃຊ້” ເມື່ອ​ເວົ້າ​ເຖິງ​ການ​ປ່ຽນ​ແປງ​ໃນ​ຊຸມ​ປີ​ຜ່ານ​ມາ, ພໍ່​ເຖົ້າ​ຈູ່​ຈົງ​ສົງ​ດີ​ໃຈ​ເປັນ​ພິ​ເສດ.

 

ສີ​ແສງ​ແຫ່ງ​ຍຸກ: ເລື່ອງ​​ລາວ“​ຜ້າ​ຫົ່ມ​ເຄິ່ງ​ຜືນ”ກັບ​ຜູ້​ສືບ​ທອດ_fororder_半条被子3
 

ລຸງ​ຈູ່​ສຽວ​ຫົງ ຫຼານ​ຂອງ​ແມ່​ເຖົ້າ​ສວີ​ເຈຍ​ຊິ້ວ. 
 

ລຸງ​ຈູ່​ສຽວ​ຫົງ ເກີດ​ເມື່ອ​ປີ 1968, ເປັນຫຼານ​ຂອງ​ແມ່​ເຖົ້າ​ສວີ​ເຈຍ​ຊິ້ວ. ຕອນ​ຍັງ​ນ້ອຍ, ລາວ​ໄດ້​ຟັງ​ຍ່າ​ເລົ່າເຖິງ​ເລື່ອງ “ຜ້າ​ຫົ່ມ​ເຄິ່ງ​ຜືນ”​​ເປັນ​ປະ​ຈຳ, ແລະ​ກໍ​ໄດ້​ເຫັນ​ຍ່າ​ໄປ​ຢືນ​ຫຼຽວ​ເບິ່ງ​ຢູ່​ຂົວ​ໄມ້​ນ້ອຍ​ທີ່​ຫົວ​ບ້ານ​ເລື້ອຍໆ.  ລຸງ​ຈູ່​ສຽວ​ຫົງບອກ​ໃຫ້​ຮູ້​ວ່າ:  ຍ່າ​ຕົນ​ກຳ​ລັງລໍ​ຖ້າ​ທະ​ຫານ​ຍິງ​ສາມ​​ຄົນກັບ​ມາ.  ຍ່າ​ເຄີຍບອກ​ພວກຫຼານ​ວ່າ, ຕ້ອງໄປ​ນຳ​ພັກ​ກອມ​ມູ​ນິດ, ພັກ​ກອມ​ມູ​ນິດແມ່ນ​ຄົນ​ແບບ​ວ່າ ເຖິງ​ວ່າ​ຕົນ​ເອງ​ມີ​ຜ້າ​ຫົ່ມ​ພຽງ​ຜືນ​ດຽວ​ເທົ່າ​ນັ້ນ​ກໍ​ຕາມ, ກໍ​ຈະ​ຕັດ​ເອົາ​ເຄິ່ງ​ໜຶ່ງ​ມອບ​ໃຫ້​ປະ​ຊາ​ຊົນ.
 

ລຸງຈູ່​ສຽວ​ຫົງ​ເຄີຍ​ເປັນ​ຜູ້​ທຸກ​ຍາກ​ທີ່​ລົງ​ທະ​ບຽນ​ໃນ​ບ້ານ. ຜ່ານ​ມາ, ເນື່ອງ​ຈາກ​ບໍ່​ມີ​ສີ​ມື​ສະ​ເພາະ​ຕົວ, ຈິ່ງ​ຜະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ສ້າງ​ທຸ​ລະ​ກິດ​ແລະ​ການ​ປະ​ກອບ​ອາ​ຊີບ, ມີ​ລາຍ​ໄດ້​ໜ້ອຍ, ບວກ​ກັບ​ພໍ່​ແມ່​ອາ​ຍຸ​ຫຼາຍທັງ​ມັກ​ເຈັບ​ເປັນ, ລູກ​ສອງ​ຄົນ​ຕ້ອງ​ເຂົ້າ​ໂຮງ​ຮຽນ, ພາ​ລະ​ທາງ​ຄອບ​ຄົວ​ຈິ່ງ​ໜັກ​ໜ່ວງຫຼາຍ. ເພື່ອ​ຊ່ວຍ​ລຸງ​ຈູ່​ສຽວ​ຫົງຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ພະ​ນັກ​ງານ​ບ້ານ​ພ້ອມ​ດ້ວຍ​ໜ່ວຍ​ງານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ປະ​ຈຳ​ບ້ານ​ໄດ້​ສ້າງ​ແຜນ​ການ​ຊ່ວຍ​ເຫຼືອ​ຕ່າງໆ​ເຊັ່ນ​: ຝຶກ​ອົບ​ຮົມ​ສີ​ມື​ແຮງ​ງານ, ການ​ຊ່ວຍ​ເຫຼືອ​ດ້ານ​ການ​ສຶກ​ສາ​ເປັນ​ຕົ້ນ. ປີ 2017,ຫຼັງ​ຈາກ​ຜ່ານ​ການ​ຝຶກ​ອົບ​ຮົມ​ສີມື​ພໍ່​ຄົວ ແລ້ວ, ລຸງ​ຈູ່​ສຽວ​ຫົງ​ໄດ້​ເຮັດຮ້ານ​ອາ​ຫານ​ພື້ນ​ເມືອງແຫ່ງ​ທຳ​ອິດ​ຢູ່​ບ້ານ​ຊ່າ​ໂຈ່ວ. ຮ້ານ​ອາ​ຫານ​ແຫ່ງ​ນີ້​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ລຸງ​ຈູ່​ສຽວ​ຫົງ​ນັບ​ມື້​ນັບ​ດີ​ຂຶ້ນ.
 

ສີ​ແສງ​ແຫ່ງ​ຍຸກ: ເລື່ອງ​​ລາວ“​ຜ້າ​ຫົ່ມ​ເຄິ່ງ​ຜືນ”ກັບ​ຜູ້​ສືບ​ທອດ_fororder_半条被子4
 

 ທ້າວ​ຈູ່​ຊ້ຽງ​​ສຸນ ​ເຫຼນ​ຂອງ​ແມ່​ເຖົ້າ​ສວີ​ເຈຍ​ຊິ້ວ
 

 ທ້າວ​ຈູ່​ຊ້ຽງ​​ສຸນເປັນ​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ບ້ານ​ເຜົ່າ​ຢ້າວ​ຊ່າ​ໂຈ່ວ, ລາວ​ເປັນ​ເຫຼນ​ຂອງ​ແມ່​ເຖົ້າ​ສວີ​ເຈຍ​ຊິ້ວ. ນັບ​ຕັ້ງ​ແຕ່​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຫົວ​ໜ້າ​ຄະ​ນະ​​ກຳ​ມະ​ການບ້ານ​ແລ້ວ, ທ້າວ​ຈູ່​ຊ້ຽງ​ສຸນ ໄດ້​ຜັນ​ຂະ​ຫຍາຍ​ນ້ຳ​ໃຈ “ຜ້າ​ຫົ່ມ​ເຄິ່ງ​ຜືນ”​ໃນ​ຕະຫຼອດ​ຂະ​ບວນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ, ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ເພື່ອ​ປະ​ຊາ​ຊົນ,ເຮັດແທ້​ທຳ​ຈິງ​ເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ. ລາວ​​ຕັດ​ສິນ​ໃຈຂາຍ​ລົດ​ຈົກ​ຂອງ​ຕົນ ​ດ້ວຍ​ເຫດ​ຜົນ​ທີ່​ຢາກ​ທຸ້ມ​ເທ​ເວ​ລາ​ແລະ​ເຫື່ອ​ແຮງ​ສະ​ຕິ​ປັນ​ຍາ​ເຂົ້າ​ໃນ​ວຽກ​ງານ​​ຂອງບ້ານ​ໃຫ້ຫຼາຍກວ່າ​ເກົ່າ, ລາວ​ມັກ​ເວົ້າ​ເລື້ອຍໆ​ວ່າ: “ແຕ່​ລະ​ເຊັ່ນ​ຄົນ​ຕ່າງ​ກໍ​ມີ​ເສັ້ນ​ທາງ​ເຄື່ອນທັບ​ທາງ​ໄກ​ຂອງ​ຕົນ,ເສັ້ນ​ທາງ​​ເຄື່ອນ​ທັບ​ທາງ​ໄກ​ຂອງ​ພວກ​ເຮົາ​ກໍ​ແມ່ນ​ນຳ​ພາ​ປະ​ຊາ​ຊົນ​ບ້ານ​ຊ່າ​ໂຈ່ວຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຢ່າງ​ສົມ​ບູນ​ແລ້ວ​ມຸ້ງ​ໜ້າ​ສູ່​ຊີ​ວິດ​ທີ່​ອີ່ມໜຳ​ສຳ​ລານ”

 

ສີ​ແສງ​ແຫ່ງ​ຍຸກ: ເລື່ອງ​​ລາວ“​ຜ້າ​ຫົ່ມ​ເຄິ່ງ​ຜືນ”ກັບ​ຜູ້​ສືບ​ທອດ_fororder_半条被子5
 

ຮອຍ​ຍີ້ມ​ຂອງ​ຊາວ​ບ້ານ​ຊ່າ​ໂຈ່ວ​ໃນ​ປັດ​ຈຸ​ບັນ

 

​ບ້ານ​ຊ່າ​ໂຈ່ວ​ເຄີຍ​ເປັນ​ບ້ານ​ທຸກ​ຍາກ​, ລາຍ​ໄດ້​ສະ​ເລ່ຍ​ຕໍ່​ຫົວ​ຄົນຕໍ່​ປີ​ມີ​ພຽງ​ແຕ່ 2600 ຢວນ​ເທົ່າ​ນັ້ນ. ຊຸມ​ປີ​ຜ່ານ​ມາ, ຜ່ານ​ຈາກ​ການ​ຊ່ວຍ​ເຫຼືອ​ຢ່າງ​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ, ອີງ​ຕາມສະ​ພາບ​ຄວ​າມ​ເປັນ​ຈິງ​ຂອງ​ທ້ອງ​ຖິ່ນ​ຕົນ,ບ້ານ​ຊ່າ​ໂຈ່ວ​ໄດ້​ພັດ​ທະ​ນາ​ຂະ​ແໜງ​ການ​ປູກ​ຕົ້ນ​ໄມ້​ໃຫ້​ໝາກ​, ພັດ​ທະ​ນາ​​ຂະ​ແໜງການ​ທ່ອງ​ທ່ຽວປະ​ຕິ​ວັດ, ​ພັດ​ທະ​ນາ​ເສດ​ຖະ​ກິດ​ລວມ​ໝູ່​ໃຫ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ, ຈຶ່ງ​ສາ​ມາດ​ເຮັດ​ໃຫ້​ລາຍ​ໄດ້​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຕໍ່​ປີ​ບັນ​ລຸ​ເຖິງ 12.000 ຢວນ.  “ຜ້າ​ຫົ່ມ​ເຄິ່ງ​ຜືນ”​ກຳ​ລັງ​ສ້າງ​ຄວາມ​ອົບ​ອຸ່ນ​ໃຫ້​ກັບ​ເຂດ​ຖານ​ທີ່​ໝັ້ນ​ຂອງ​ປະ​ຕິ​ວັດ​ແຫ່ງ​ນີ້, ບ້ານ​ຊ່າ​ໂຈ່ວ​ໃນ​ທຸກ​ມື້​ນີ້​ໄດ້​ກາຍ​ເປັນ “ບ້ານ​ປະ​ຫວັດ​ການ​​ເຄື່ອນ​ທັບ​ທາງ​ໄກ”​ທີ່​ສ​ວຍ​ງາມ​​ທີ່​ສຸດ.

 

ສີ​ແສງ​ແຫ່ງ​ຍຸກ: ເລື່ອງ​​ລາວ“​ຜ້າ​ຫົ່ມ​ເຄິ່ງ​ຜືນ”ກັບ​ຜູ້​ສືບ​ທອດ_fororder_半条被子6

ຮອຍ​ຍີ້ມ​ຂອງ​ຊາວ​ບ້ານ​ຊ່າ​ໂຈ່ວ​ໃນ​ປັດ​ຈຸ​ບັນ
 

ຄຳ​ເຫັນ

0