黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ການ​ເຄື່ອນ​ໄຫວ​ທາງ​ດ້ານ​ເສດ​ຖະ​ກິດ​ທັງ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະເທດ” ​ຂອງຈີນ

2020-10-31 22:31:41 cri

​ເມື່ອ​ບໍ່​ດົນ​ມາ​ນີ້, “ການ​ເຄື່ອນ​ໄຫວ​ທາງ​ດ້ານ​ເສດ​ຖະ​ກິດ​ທັງ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະເທດ” ແມ່ນການພິຈາລະນາເຖິງການຍົກລະດັບດ້ານເສດ​ຖະ​ກິດ​ຂອງຈີນ, ເຊິ່ງ​ເປັນ​ສັນ​ຍານ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ຮູບ​ການ​ພັດ​ທະ​ນ​າ​​ເສດ​ຖະ​ກິດ​ຈີນ​ຈະ​ເກີດ​ມີການ​ປ່ຽນ​ແປງ​ໃໝ່.

ແຕ່​ວ່າ, “ການ​ເຄື່ອນ​ໄຫວ​ທາງ​ດ້ານ​ເສດ​ຖະ​ກິດ​ທັງ​ພາຍ​ໃນ​ປະ​ເທດ​ແລະ​ ຕ່າງປະເທດ” ຈະເປັນໄປຄືແນວໃດກັນແທ້?


ຍຸດທະສາດດັ່ງ​ກ່າວ​ແມ່ນ​ປະ​ກອບ​ດ້ວຍ​ສອງ​ພາກ​ສ່ວນທີ່​ສຳ​ຄັນ​ຄື: “ຮອບວຽນເສດ​ຖະກິດ​ພາຍໃນປະເທດ”, ກໍຄືການ​ເຄື່ອນ​ໄຫວທາງດ້ານ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ຈີນ, ແລະ “ຮອບວຽນເສດຖະກິດ​ຕ່າງປະເທດ”, ກໍ​ຄື​ການ​ພົວ​ພັນ​ລະຫວ່າງເສດ​ຖະ​ກິດ​ຈີນ​ກັບ​ສາ​ກົນ.


ການ​ທີ່​ສະ​ເໜີ “ການ​ເຄື່ອນ​ໄຫວ​ທາງ​ດ້ານ​ເສດ​ຖະ​ກິດ​ທັງ​ພາຍ​ໃນ​ປະເທດ ​ແລະ ​ຕ່າງປະເທດ”ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ຢາກ​ຫລຸດ​ຜ່ອນ​ການ​ເພິ່ງ​ພາ​ອາ​ໄສ​ຕໍ່​ການ​ຄ້າກັບຕ່່າງປະເທດ​, ພ້ອມ​ກັນ​ນັ້ນກໍ​ແມ່ນການເພີ່ມ​ທະ​ວີ​ເສດ​ຖະ​ກິດ​ພາຍ​ໃນ​ຈີນເອງ.


ເປັນຍ້ອນ​ຫຍັງ?
ຕໍ່ກັບເລື່ອງ​ນີ້​ມີ​ຫລາຍປັດ​ໄຈ​. ກ່ອນ​ອື່ນ​ໝົດແມ່ນ, ຄຽງ​ຄູ່​ກັບ​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ, ສະ​ພາບ​ແວດ​ລ້ອມ​ເສດ​ຖະ​ກິດ​ຕ່າ​ງ​ປະ​ເທດ​ບໍ່​ດີ​ປານ​ໃດ.


ສ່ວນ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ​ກໍ​ຊຸດໂຊມຮ້າຍແຮງ, ກໍ​ຄື​ປັດ​ໄຈ​ສຳ​ຄັນ​ທີ່​ຈີນ​ຕ້ອງພິຈາລະນາກ່ຽວກັບ​ຍຸ​ດ​ທະ​ສາດທາງດ້ານ​ເສດ​ຖະ​ກິດ​ໃນລັກສະນະດັ່ງ​ກ່າວ. ເພາະ​ວ່າ​ອາ​ເມ​ຣິ​ກາ​ຢາກຕັດ​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ກັບ​ຈີນ​ແລະ​ຕັ້ງ​ໃຈ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ​ແລະ ​ເຕັກ​ນິກຂອງຈີນ


ນອກ​ຈາກ​ນັ້ນ, ລັດ​ທິ​ຝ່າຍ​ດຽວ​ແລະ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ໄດ້​ຟື້ນ​ຄືນ​ໃໝ່​ໃນ​ຂອບ​ທົ່ວ​ໂລກ, ສິ່ງ​ເຫຼົ່າ​ນີ້​ລ້ວນ​ແຕ່​ເຮັດ​ໃຫ້​ຈີນ​ຕ້ອງວາງ​ແຜນ​ການ​ໄລ​ຍະ​ຍາວ


ຍຸດ​ທະ​ສາດ​ດັ່ງ​ກ່າວ​ຈະ​ປະສົບຜົນສຳເລັດຄື​ແນວ​ໃດ?


ເຖິງວ່າ​ລັດຖະບານຍັງບໍທັນໄດ້ອອກມາດຕະການຢ່າງຈະແຈ້ງ, ແຕ່​ນັກ​ເສດ​ຖະ​ສາດ​ທັງ​ຫຼາຍ​ກໍໄດ້​ໃຫ້​ຂໍ້​ແນະນຳໂດຍ​ລວມ​ຈຳ​ນວນ​ໜຶ່ງ​ແລ້ວ


ຍົກ​ຕົວ​ຢ່າງ, ເພື່ອ​ເພີ່​ມ​ທະ​ວີ​ຄວາມເຂັ້ມແຂງໃຫ້ເສດ​ຖະ​ກິດ​ພາຍ​ໃນ​ຂອງ​ຈີນ, ການ​ບໍ​ລິ​ໂພກ​ພາຍ​ໃນ​ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳຄັນກວ່າ​ເກົ່າ​ໃນ​ການຂັບເຄື່ອນການ​ເຕີບ​ໂຕ​ດ້ານເສດ​ຖະ​ກິດ. ປັດ​ຈຸ​ບັນ, ການ​ບໍ​ລິ​ໂພກ​ໄດ້​ກວມເອົາ 55% ຂອງຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື GDP


ເພື່ອ​ເຮັດ​ໃຫ້​ການ​ບໍ​ລິ​ໂພກ​ເພີ່ມ​ກຳ​ລັງ​ຊຸກ​ຍູ້​ຕໍ່​ເສດ​ຖະ​ກິດ​, ຈີນ​ຕ້ອງ​ການ​ເຮັດ​ໃຫ້​ປະ​ຊ​າ​ຊົນມີລາຍຮັບເພີ່ມຂື້ນ​, ປັບ​ປຸງ​​ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນຢ່າງເໝາະສົມ, ເຮັດ​ໃຫ້​ປະ​ຊາ​ຊົນ​ທັງ​ຫຼາຍສະບາຍໃຈໃນການໃຊ້ຈ່າຍບໍລິໂພກ


ສ່ວນ​ບັນ​ຫາ​ອື່ນໆ​ກໍ​ຕ້ອງ​ໃຫ້​ຄວາມ​ສົນ​ໃຈ​ແລະ​ແກ້​ໄຂ​ເຊັ່ນ​ກັນ. ຈີນ​ຕ້ອງ​ຮັບ​ປະ​ກັນ​ເນືອທີ່ດິນ​, ເງິນ​ທຶນ, ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ຊັບ​ພະ​ຍາ​ກອນ​ອື່ນໆ​ໃຫ້ສາມາດຊັບຊ້ອນຈັດສັນໄດ້ຢ່າງຖືກຕ້ອງທີ່ສຸດ, ນີ້​ໝາຍ​ຄວາມ​ວ່າ​ຈີນ​ຕ້ອງ​ລົງ​ເລິກ​ການ​ປະ​ຕິ​ຮູບ​ດ້ານ​ການ​ສະ​ໜອງ, ເພື່ອ​ຮັບ​ປະ​ກັນ​ໃຫ້​ເສດ​ຖະ​ກິດ​ຈີນ​ເຄື່ອນໄຫວ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ


ການ​ປະ​ດິດ​ສ້າງ​ໃໝ່​ແລະ​ ການພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ລວມ​ທັງ​ການພັດ​ທະ​ນາ​ຂໍ້​ມູນ​ໃຫຍ່​ແລະ​ລະ​ບົບ 5G, ທັງໝົດເລົ່ານີ້ລ້ວນແຕ່ແມ່ນຫົວຈັກຫລັກແຫລ່ງທີ່ສຳຄັນໃນການຊຸກຍູ້ໃຫ້ເສດຖະກິດຈີນເຕີບໂຕໃນປະຈຸບັນ, ສະນັ້ນ ຕ້ອງໄດ້ເອົາໃຈໃສ່ກວ່າເກົ່າ.

ມີການຕັ້ງຄຳຖາມວ່າ, “ການ​ເຄື່ອນ​ໄຫວ​ທາງ​ດ້ານ​ເສດ​ຖະ​ກິດ​ທັງ​ພາຍ​ໃນ​ປະ​ເທດ​ແລະ​ ຕ່າງປະເທດ” ນັ້ນໝາຍຄວາມວ່າຈີນ​ຈະ​ປິດກັ້ນການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ ຫລືບໍ່? ບໍ່​ແມ່ນ​ແນ່ນອນ. ເພາະວ່າຈີນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ຫຼວງ​ຫຼາຍ​ຈາກ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​, ສະນັ້ນຈຶ່ງເຫັນ​ວ່າ​ຄວນ​ສືບ​ຕໍ່​ການເປີດ​ປະ​ຕູ​ສູ່​ພາຍນອກ​ຕື່ມອີກ


ສະ​ນັ້ນ​ຄວນ​ສືບ​ຕໍ່​ເປີດ​ປະ​ຕູ​ສູ່​ພາຍນອກ​ແນວ​ໃດ? ນັກ​ເສ​ດ​ຖະ​ສາດ​ຈີນ​ທັງ​ຫຼາຍ​ເຫັນ​ວ່າ​ຈີນ​ຄວນ​ສືບ​ຕໍ່​ດຶງດູດການລົງທຶນຂອງຕ່າງປະເທດ, ເພີ່ມ​ທະ​ວີ​ການຊຸກ​ຍູ້ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ບັນ​ລຸ​ການເຈລະຈາສັນ​ຍາ​ການ​ຄ້າ​ເສ​ລີໃຫ້ໄດ້​ຫຼາຍກວ່າ​ເກົ່າ​, ແລະ ​ເຮັດໃຫ້​ເຂດ​ການ​ຄ້າ​ເສ​ລີ​ແລະທ່າ​ການ​ຄ້າ​ເສ​ລີ​ໄດ້ຮັບຄວາມຄືບໜ້າ.


ນະໂຍບາຍດ້ານເສດຖະກິດໃໝ່ຂອງຈີນຈະສົ່ງຜົນສະທ້ອນແນວໃດຕໍ່ໂລກ? ແນ່ນອນແລ້ວ ​ຈະ​ມີ​ຜົນ​ສະ​ທ້ອນ​ຫລາຍ​ສົມ​ຄວນ.


ການ​ບໍ​ລິ​ໂພກ​ພາຍ​ໃນ​ຂອງ​ຈີນ​ເພີ່ມ​ຂຶ້ນ​ເຮັດ​ໃຫ້​ມີການ​ລົງ​ທຶນ​ຢູ່ບໍ​ລິ​ສັດ​ສະໜອງເຄື່ອງ​ບໍ​ລິ​ໂພກ​ເຊິ່ງຖືວ່າເປັນທາງເລືອກທີ່ສະຫລາດ. ລັດ​ຖະ​ບານ​ທ​ຣຳ​ຫ້າມ​ບໍ່​ໃຫ້​ຂາຍຊິ​ບ​ໃຫ້​ຈີນ​ ໄດ້ເປັນການເລັ່ງ​ໃຫ້​ຈີນ​​ຄົ້ນ​ຄວ້າ​ຊິ​ພ​ເພື່ອເຂົ້າ​ມາທົດແທນ. ນີ້​ໝາຍ​ຄວາມ​ວ່າ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດເຕັກນິກຂອງຈີນຕ້ອງລົງທຶນເພື່ອສະໜອງຕໍ່ຄວາມຕ້ອງການຂອງຕະຫລາດພາຍໃນປະເທດ.


ສຳລັບບໍ​ລິ​ສັດ​ສົ່ງ​ອອກ​, “ການ​ເຄື່ອນ​ໄຫວ​ທາງ​ດ້ານ​ເສດ​ຖະ​ກິດ​ທັງ​ພາຍ​ໃນ​ປະ​ເທດ​ແລະ​ ຕ່າງປະເທດ” ກໍ​ແມ່ນ​ການ​ທາງເລືອກສຳລັບການລົງ​ທຶນ​ທີ່​ດີ​ເຊັ່ນ​ກັນ. ຈີນ​ໄດ້​ເປີດ​ຕະ​ຫຼາດ​ຫຸ້ນ​ ​ແລະ ​ຕະ​ຫຼາດ​ພັນທະບັດ, ເຮັດ​ໃຫ້​ນັກ​ລົງ​ທຶນ​ສາ​ມາດ​​ພົວ​ພັນ​ກັບ​ບໍ​ລິ​ສັດ​ຈີນ​ຜູ້ທີ່ບໍ​ລິ​ການ​ການ​ເຄື່ອນ​ໄຫວດ້ານ​ເສດ​ຖະ​ກິດ​ພາຍ​ໃນ​ແລະ​ສາ​ກົນ


ສະ​ນັ້ນ, ຈີນ​ຍັງ​ຕ້ອງ​ການ​ຮ່ວມ​ມື​ກັບ​ທົ່ວ​ໂລກ​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂັ້ມ​ແຂງ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ແຕ່ໃນ​ຂະ​ນະ​ດຽວ​ກັນ, ປະ​ເທດ​ຕ່າງໆ​ໃນ​ໂລກ​ກໍ​ຄວນ​ພິ​ຈາ​ລະ​ນາ​ຍຸດ​ທະ​ສາດ​ໃໝ່ເພື່ອຮ່ວມມືກັບຈີນໃນການພັດທະນາເສດຖະກິດເຊັ່ນກັນ.

ຄຳ​ເຫັນ

0