何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ລາ​ຕີ​ສິລະ​ປະສະຫຼອງ​ບຸນ​ກຸດ​ຈີນ2021 ຂອງ CMG ເຊື້ອ​ເຊີນ​ຜູ້​ຊົມ​ທົ່ວ​ໂລກ​ຊົມ​ງານ​ມະ​ຫະ​ກຳ​ວັດ​ທະ​ນະ​ທຳ​ຮ່ວມ​ກັນ

2021-02-12 14:12:19 CRI

 

ຕອນ​ຄ່ຳ​ວັນ​ທີ 11 ກຸມ​ພາ​ນີ້, ເນື່ອງ​ໃນ​ໂອ​ກາດບຸນ​ປີ​ໃໝ່​ປະ​ເພ​ນີ​ບຸນ​ກຸດ​ຈີນ​​ໝູນ​ວຽນ​ມາ​ເຖິງ​ນີ້, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ໄດ້​ຈັດ ງານ​ລາ​ຕີ​​ສິ​ລະ​ປະສະຫຼອງ​ບຸນ​ກຸດ​ຈີນ2021 ໂດຍ​ເຊື່ອມ​ໂຍງ​ລາຍ​ການ​ທີ່ຫຼາກຫຼາຍ ແລະ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ ໃຫ້​ແກ່​ຜູ້​ຊົມ​ທົ່ວ​ໂລກ, ເຊິ່ງ​ຖື​ວ່າ​ເປັນ​ງານ​ມະ​ຫະ​ກຳ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບູນ.
ງານ​ລາ​ຕີ​ສິ​ລະ​ປະ​ສະຫຼອງ​ບຸນ​ກຸດ​ຈີນແມ່ນ​ງານ​ລາ​ສີ​ສິ​ລະ​ປະ​​ວັນ​ນະ​ຄະ​ດີແບບ​ສັງ​ລວມ​ຂະ​ໜາ​ດ​ໃຫຍ່​ທີ່ CMGຈັດ​ຂຶ້ນ​ໃນ​ຄ່ຳ​ຄືນ​​ຂອງ​ມື້ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່​ໃນ​ທຸກໆ​ປີ, ເຊິ່ງ​ລວມ​ທັງ​ການ​ຮ້ອງ​ເພງ ການ​ເຕັ້ມ​ລຳ ການ​​ສະ​ແດງ​ງິ້ວ ແລະ ຮູບ​ການ​ສິ​ລະ​ປະ​ອື່ນໆ. ໃນເວ​ລາ 30  ກວ່າ​ປີ​ທີ່​ຜ່ານ​ມາ, ທົ່ວ​ເຕົ້​າ​ໂຮມ​ກັນ​ດ້ວຍ​ຄວາມ​ອົບ​ອຸ່ນ​ໃນ​ຄ່ຳ​ຄືນ​ຂອງ​ມື້​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ​ຮັບ​ປີ​ໃໝ່ ແລະ​ຊົມ​ງານ​ລາ​ຕີ​ສິ​ລະ​ປະສະຫຼອງ​ບຸນ​ກຸດ​ຈີນ​ໄດ້​ກາຍ​ເປັນ​ປະ​ເພ​ນີຫຼິ້ນ​ບຸນ​ຂອງ​ປະ​ຊາ​ຊົນ​ຈີນ.
ໃນງານ​ລາ​ຕີ​ສິ​ລະ​ປະ​ສະຫຼອງ​ບຸນ​ກຸດ​ຈີນ​ປີ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ໝາກ​ຜົນ​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ, ພ້ອມ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ. ນອກ​ຈາກ​ທາງ​ໂທ​ລະ​ພາບ​ແລ້ວ, ຍັງ​ຈະ​ເປີດ​ໃຫ້​ຊົມ​ດ້ວຍ​ເຕັກ​ນິກ​ໃໝ່ ເຊັ່ນ “ປັນ​ຍາ​ປະ​ດິດ + ເຕັກ​ນິກ 3D” ຜ່​ານ​ສື່​ໃໝ່​ຫຼາຍ​ຢ່າງ, ທັງ​ໄດ້​ເປີດ​ໂອ​ກາດ​ໃຫ້​ຜູ້​ຊົມ​ມີ​ສ່ວນ​ຮ່ວມ​ຢ່າງ​ມີ​ຊີ​ວິດ​ຊີ​ວາ. ສື່ມວນ​ຊົນ 600 ກວ່າ​ສຳ​ນັກ​ຂອງ 170 ກວ່າ​ປະ​ເທດ ແລະ ເຂດ​ແຄວ້ນ ເຊິ່ງ​ລວມ​ທັງ​ອາ​ເມ​ຣິ​ກາ, ຝ​ຣັ່ງ,ອີ​ຕາ​ລີ, ຣັດ​ເຊຍ, ບ​ຣາ​ຊິນ, ຍີ່​ປຸ່ນ, ອົ​ສ​ຕຼາ​ລີ, ອິນ​ເດຍ, ມາ​ເລ​ເຊຍ, ອາ​ຟຼ​ລິ​ກາ​ໃຕ້ ແລະ​ອື່ນໆ​ຈະ​ຖ່າຍ​ທອດ​ສົດ ແລະ ລາຍ​ງານ​ຂ່າວ​ກ່ຽວ​ກັບ​ງານ​ລາ​ຕີ​​ສິ​ລະ​ປະສະຫຼອງ​ບຸນ​ກຸດ​ຈີນ​ປີ​ນີ້.

ຄຳ​ເຫັນ

0