ທ່ານຜູ້ຟັງ, ເມືອງປົກຄອງຕົນເອງບັນດາຊົນເຜົ່າລົງເຊິ້ງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຕັ້ງຢູ່ເຂດພູດອຍ, ເອີ້ນວ່າເປັນພື້ນທີ່ທີ່ມີພູ 90%, ນ້ຳ 5% ແລະ ດິນນາ 5%, “ນາຂັ້ນໄດລົງເຊິ້ງ” ທີ່ມີຊື່ສຽງກໍແມ່ນຕັ້ງຢູ່ໃນເມືອງລົງເຊິ້ງແຫ່ງນີ້ ເຊິ່ງໄດ້ດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ແຕ່ບັນດາທ່ານອາດຈະບໍ່ຮູ້ວ່າ: ເມືອງລົງເຊິ້ງເຄີຍເປັນເມືອງທຸກຍາກລະດັບຊາດຂອງຈີນມາກ່ອນ.
ຕົວເລກສະຖິຕິສະແດງໃຫ້ເຫັນວ່າ: ປະຊາກອນຜູ້ທຸກຍາກຂອງຈີນມີເກືອບເຄິ່ງໜຶ່ງຕົກທຸກໄດ້ຍາກຍ້ອນເປັນພະຍາດ, ຢູ່ເມືອງລົງເຊິ້ງກໍເປັນແບບນີ້ຄືກັນ. ທ່ານຫຼີຈື້ຈຸ່ນແມ່ນຊາວນາຂອງຕາແສງມາຖີເມືອງລົງເຊິ້ງ, ຄອບຄົວຂອງເພິ່ນມີ 4 ຄົນ, ລູກຊາຍກົກພວມຮຽນຢູ່ຊັ້ນມັດທະຍົມປາຍ ແລະ ລູກຊາຍຫຼ້າພວມຮຽນຢູ່ຊັ້ນປະຖົມ. ຍ້ອນວ່າເປັນຄອບຄົວທຸກຍາກ, ແຕ່ລະປີ, ລູກສອງຄົນຈະໄດ້ຮັບເງິນອຸດໜູນການສຶກສາສຳລັບລູກຫຼານຄອບຄົວທຸກຍາກ 3000 ຢວນ, ສະນັ້ນ, ຄ່າຮຽນຂອງລູກຈະບໍ່ໄດ້ສ້າງຄວາມຫຍຸ້ງຍາກທາງການເງິນໃຫ້ກັບຄອບຄົວ. ແຕ່ວ່າ: ໃນປີ 2019, ໃນເວລາເຮັດໄຮ່, ທ່ານຫຼີຈື້ຈຸ່ນໄດ້ສະຫຼົບແບບບັງເອີນ, ເມື່ອສົ່ງໄປໂຮງໝໍແລ້ວ, ທ່ານໝໍໄດ້ບົ່ງມະຕິວ່າເປັນພະຍາດເສັ້ນເລືອດສະໝອງຕີບຕັນ, ທຸກມື້, ເວລາຕື່ນນອນຂຶ້ນມາກໍມັກວິນຫົວ, ເຮັດໄຮ່ບໍ່ໄດ້ອີກ. ຫຼັງຈາກນັ້ນບໍ່ດົນ, ເມຍຂອງເພິ່ນກໍເກີດມີອາການຊີ້ນປົ່ງຢູ່ຕາມແຂນເບື້ອງຊ້າຍ, ກໍເຮັດວຽກໄຮ່ການນາບໍ່ໄດ້ອີກຄືກັນ. ສະພາບພະຍາດທີ່ເກີດຂຶ້ນກະທັນຫັນໄດ້ເຮັດໃຫ້ຄອບຄົວທຸກຍາກດັ່ງກ່າວເກືອບທົນຕໍ່ຊີວິດລຳບາກນີ້ບໍ່ໄດ້.
ທ່ານຫຼີຈື້ຈຸ່ນກ່າວວ່າ: ແຕ່ກ່ອນ, ຕອນທີ່ສຸຂະພາບແຂງແຮງໄດ້ເຮັດນາ, ລ້ຽງແບ້, ລ້ຽງໄກ່, ລ້ຽງເປັດ, ໄປອອກແຮງງານຢູ່ໂຮງງານເປັນບາງຄັ້ງຄາວ, ປີໜຶ່ງ, ມີລາຍຮັບຫຼາຍພັນຢວນບາງເທື່ອຮອດໝື່ນຢວນ, ແຕ່ຖ້າຢາກປິ່ນປົວພະຍາດແບບນີ້, ລາຍຮັບປີໜຶ່ງຍັງບໍ່ພໍຄ່າໃຊ້ຈ່າຍປິ່ນປົວ, ຂອບໃຈນະໂຍບາຍ 198 ຂອງອຳນາດການປົກຄອງທ້ອງຖິ່ນ, ກໍຍ້ອນນະໂຍບາຍນີ້ໄດ້ໃຫ້ຊີວິດໃໝ່ແກ່ຂ້ອຍ.
ນະໂຍບາຍ 198 ທີ່ທ່ານຫຼີຈື້ຈຸ່ນເວົ້າເຖິງນັ້ນກໍແມ່ນວິທີແກ້ໄຂບັນຫາຕົກທຸກໄດ້ຍາກຍ້ອນເປັນພະຍາດຂອງເມືອງລົງເຊິ້ງ, 198 ມີຄືດັ່ງນີ້: 1 ໝາຍຄວາມວ່າການເງິນເມືອງຈະຈ່າຍຄ່າປະກັນໄພສຸຂະພາບໃຫ້ແກ່ຄອບຄົວທຸກຍາກ 100%, 9 ແມ່ນລະບົບປະກັນສຸຂະພາບຈະຈ່າຍຄ່າປິ່ນປົວໃນເວລານອນໂຮງໝໍໃຫ້ຄອບຄົວທຸກຍາກ 90%, 8 ແມ່ນລະບົບປະກັນສຸຂະພາບຈະຈ່າຍຄ່າປິ່ນປົວພະຍາດຊຳເຮື້ອໃຫ້ຄອບຄົວທຸກຍາກ 80%. ນອກຈາກນີ້, ຄອບຄົວທຸກຍາກຍັງບໍ່ຕ້ອງຈ່າຍເງິນມັດຈຳເວລານອນໂຮງໝໍ, ເວລາຈ່າຍເງິນກໍໄດ້ເງິນຄືນຈາກລະບົບປະກັນສຸຂະພາບຂອງລັດບາດດຽວເລີຍ.
ພາຍໃຕ້ຜົນປະໂຫຍດຈາກນະໂຍບາຍ 198, ຄ່າປິ່ນປົວໝື່ນກວ່າຢວນນັ້ນ, ທ່ານຫຼີຈື້ຈຸ່ນເອງໄດ້ຈ່າຍພຽງຫຼາຍຮ້ອຍຢວນເທົ່ານັ້ນ, ສ່ວນທີ່ເຫຼືອແມ່ນລະບົບປະກັນສຸຂະພາບຈ່າຍໃຫ້. ທ່ານເວີຍຢາງກາວ ຜູ້ອຳນວຍການໃຫຍ່ໂຮງໝໍຕາແສງມາຖີເມືອງລົງເຊິ້ງ ທີ່ເຄີຍບົ່ງມະຕິພະຍາດໃຫ້ແກ່ທ່ານຫຼີຈື້ຈຸ່ນເປັນຄັ້ງທຳອິດກ່າວວ່າ: “ຂໍພຽງແຕ່ແມ່ນຄອບຄົວທຸກຍາກຢູ່ຕາແສງເຮົາມາປິ່ນປົວຢູ່ໂຮງໝໍພວກເຮົາ, ກໍລ້ວນແຕ່ຈະໄດ້ຮັບນະໂຍບາຍ 198. ທຸກເດືອນຈະມີຄົນເຈັບ 500 ຫາ 600 ຄົນມາປິ່ນປົວຢູ່ໂຮງໝໍພວກເຮົາ, ໃນນັ້ນ, ຈະມີປະມານ 200 ກວ່າຄົນແມ່ນຄອບຄົວທຸກຍາກ ເຊິ່ງລ້ວນແຕ່ຈະໄດ້ຮັບຜົນປະໂຫຍດຈາກນະໂຍບາຍ 198.
ທ່ານເວີຍຢາງກ່າວກ່າວວ່າ: ຍ້ອນວ່າໂຮງໝໍຕາແສງແມ່ນໂຮງໝໍຂັ້ນພື້ນຖານຂອງຈີນ, ເຖິງວ່າຈະມີອຸປະກອນການປິ່ນປົວຕ່າງໆຄົບຊຸດ, ແຕ່ທ່ານໝໍໃນໂຮງໝໍຕາແສງຍັງບໍ່ມີຄວາມສາມາດບົ່ງມະຕິອາການພະຍາດຍາກໆປະເພດຕ່າງໆໄດ້. ສະນັ້ນ, ໂຮງໝໍຕາແສງຈຳເປັນຕ້ອງສົ່ງຮູບຖ່າຍ CT ຂອງຄົນເຈັບໄປໃຫ້ໂຮງໝໍເມືອງ ຫຼືໂຮງໝໍໜານຊີຊານ ທີ່ເປັນໂຮງໝໍລະດັບ 3A ຂັ້ນແຂວງ ໂດຍຜ່ານລະບົບອິນເຕີເນັດພິເສດຂອງຕົນ, ເພື່ອໃຫ້ທ່ານໝໍທາງນັ້ນຊ່ວຍບົ່ງມະຕິພະຍາດໃຫ້ແກ່ຄົນເຈັບ.
ລະບົບທີ່ທ່ານເວີຍຢາງກາວແນະນຳນັ້ນກໍແມ່ນສະຫະພັນໂຮງໝໍເຂດນັ້ນເອງ ຄື: ໃນເຂດໜຶ່ງ, ຈະມີການປະສານສົມທົບລະຫວ່າງໂຮງໝໍຂັ້ນຕ່າງໆ, ໃນຖານະເປັນໂຮງໝໍຫົວຈັກຫຼັກແຫຼ່ງຂອງສະຫະພັນໂຮງໝໍເຂດ, ແຕ່ລະປີ, ໂຮງໝໍໜານຊີຊານຂອງນະຄອນກຸ້ຍລິ້ນເຂດກວາງຊີຈະສົ່ງທ່ານໝໍ 2 ຫາ 3 ຄົນໄປປະຈຳການຢູ່ໂຮງໝໍຂັ້ນເມືອງ ເພື່ອປະສານສົມທົບການບໍລິການປິ່ນປົວຂອງໂຮງໝໍເມືອງ. ເຖິງວ່າຊາວບ້ານທັງຫຼາຍແມ່ນໄປປິ່ນປົວພະຍາດຢູ່ໂຮງໝໍເມືອງ, ກໍຈະແມ່ນທ່ານໝໍທີ່ມີລະດັບວິຊາການຂັ້ນແຂວງເປັນຜູ້ບົ່ງມະຕິ. ທ່ານໂຫສີຢວນ ຮອງຜູ້ອຳນວຍການໃຫຍ່ໂຮງໝໍປະຊາຊົນເມືອງລົງເຊິ້ງກ່າວວ່າ: ໂຮງໝໍພວກເຮົາໄດ້ສ້າງສະຫະພັນໂຮງໝໍກັບໂຮງໝໍໜານຊີຊານ ທີ່ເປັນໂຮງໝໍລະດັບແຂວງໃນປີ 2017, ເມື່ອປີ 2018, ໂຮງໝໍພວກເຮົາໄດ້ສ້າງສະຫະພັນໂຮງໝໍກັບໂຮງໝໍລະດັບຕາແສງຕື່ມອີກ. ໂດຍຜ່ານການປະຕິບັດມາເປັນເວລາສອງປີປາຍ, ໄດ້ຮັບຜົນດີຫຼາຍຢ່າງ. ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກໃນການຫາໝໍໃຫ້ແກ່ຄອບຄົວທຸກຍາກຢູ່ເຂດພູດອຍທີ່ຫ່າງໄກສອກຫຼີກ, ພວກເຮົາໄດ້ສ້າງລະບົບບົ່ງມະຕິພະຍາດລະຫວ່າງໂຮງໝໍຂັ້ນເທິງແລະໂຮງໝໍຂັ້ນລຸ່ມ, ພະຍາຍາມເຮັດໃຫ້ການປິ່ນປົວພະຍາດທີ່ມີອາການເບົາແມ່ນຢູ່ຕາມໂຮງໝໍຕາແສງ, ສ່ວນປິ່ນປົວພະຍາດອາການໜັກແມ່ນຢູ່ໂຮງໝໍເມືອງ, ດັ່ງນັ້ນ, ຄົນເຈັບ 90% ແມ່ນປິ່ນປົວຢູ່ໃນໂຮງໝໍເມືອງກໍພໍ, ບໍ່ຈຳເປັນຈະໄປປິ່ນປົວຢູ່ໂຮງໝໍລະດັບແຂວງ.
ເມື່ອເວົ້າເຖິງປະສິດທິຜົນທາງສັງຄົມຂອງນະໂຍບາຍ 198 ແລະ ສະຫະພັນໂຮງໝໍເຂດ, ທ່ານຕູ້ເຈິ້ນຈົ່ງ ຮອງຫົວໜ້າຄະນະກຳມະການສາທາລະນະສຸກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນກ່າວວ່າ: ເລີ່ມແຕ່ວັນທີ 1 ມັງກອນປີ 2018 ເປັນຕົ້ນມາ, ທົ່ວເຂດກວາງຊີໄດ້ປະຕິບັດນະໂຍບາຍ 198 ສຳລັບປະຊາກອນຜູ້ທຸກຍາກ ເຊິ່ງເຮັດໃຫ້ປະຊາກອນຜູ້ທຸກຍາກທີ່ໄດ້ລົງທະບຽນ 6,35 ລ້ານຄົນໄດ້ຊື້ປະກັນສຸຂະພາບຂັ້ນພື້ນຖານ 100%, ສະນັ້ນ, ທາງປະກັນສຸຂະພາບຈິ່ງຕ້ອງຈ່າຍຄ່ານອນໂຮງໝໍ ແລະ ຄ່າປິ່ນປົວພະຍາດຊຳເຮື້ອໃຫ້ແກ່ປະຊາກອນຜູ້ທຸກຍາກເຫຼົ່ານີ້ໃຫ້ໄດ້ 90% ແລະ 80% ຕາມຂໍ້ກຳນົດດ້ານປະກັນສຸຂະພາບ ເຊິ່ງໄດ້ຫຼຸດຄ່າປິ່ນປົວສຳລັບປະຊາກອນຜູ້ທຸກຍາກໃຫ້ຕ່ຳລົງໄດ້ຢ່າງຫຼວງຫຼາຍ, ບັນລຸເປົ້າໝາຍທີ່ເຮັດໃຫ້ປະຊາກອນຜູ້ທຸກຍາກສາມາດປິ່ນປົວພະຍາດໄດ້ ແລະ ຢູ່ສະພາບຄວາມຫຍຸ້ງຍາກຄືນອີກ.
ຄຳເຫັນ
0