吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳ​ສັບສຳຄັນທີ່ທ່ານ​ສີ​ຈິ້ນ​ຜິ​ງກ່າວໃນ​ກອງ​ປະຊຸມ​ສອງ​ສະພາ

2021-03-04 17:11:20 cri

ຄຳ​ສັບສຳຄັນທີ່ທ່ານ​ສີ​ຈິ້ນ​ຜິ​ງກ່າວໃນ​ກອງ​ປະຊຸມ​ສອງ​ສະພາ_fororder_图

 

“ການ​ບັ້ນ​ລຶບລ້າງ​ຄວາມທຸກ​ຍາກ”

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ​ໃນ​ໄລຍະ​ທີ່​ສຳຄັນ​ຂອງ​ບັ້ນ​ລຶບ​ລ້າງ​ຄວາມທຸກ​ຍາກ​ຕ້ອງ​ມີ​ຄວາມ​ໝັ້ນ​ໃຈວ່າ​ຕ້ອງ​ຊະນະ​ແນ່ນອນ​ຢ່າງ​ເດັດດ່ຽວ, ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ​ເຮັດ​ໃຫ້​ສຳ​ເລັດ​ລວດ​ດຽວ, ສົ່ງ​ກຳລັງ​ທີ່​ເກັ່ງ​ກ້າ, ສູ້​ຊົນຜ່ານ​ຜ່າ​ຄວາມຫຍຸ້ງ​ຍາກ, ​ເຮັດ​ແທ້​ທຳຈິ​ງ, ວາງນະ​ໂຍບາຍ​ຢ່າງ​ຖືກຕ້ອງ​ກັບ​ເປົ້າ​ໝາຍທີ່​ແນ່ນອນ, ຮັບປະກັນ​ໃຫ້​ໜ້າ​ທີ່ລຶບລ້າງ​ຄວາມທຸກ​ຍາກສຳ​ເລັດ​ຜົນຕາມ​ເວລາ​ກຳນົດ.

ການ​ລຶບລ້າງ​ຄວາມທຸ​ກຍາກ​ແມ່ນວຽກ​ໃຫຍ່​ທີ່​​ທ່ານ​ສີຈິ້ນ​ຜິ​ງ​ເອົາ​ໃຈ​ໃສ່​ທີ່​ສຸດ. ນັບ​ແຕ່​ປີ 2012 ​ເປັນ​ຕົ້ນ​ມາ, ​ບັ້ນ​ລຶບລ້າງ​ຄວາມທຸກ​ຍາກ​ໄດ້​ກາຍ​ເປັນ​ຫົວ​ຂໍ້ສຳຄັນ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ​ຕ້ອງ​ກ່າວ​ເຖິງໃນການປຶກສາ​ຫາລື​ກັບ​ຄະນະ​ຜູ້​​ແທນ​ທົ່ວ​ປະ​ເທດ​ຂອງ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ ​ແລະ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ ຫຼືກອງ​ປະຊຸມ​ສອງ​ສະພາ. ​ໃນ​ໄລຍະ 8 ປີຜ່ານມາ, ​ບັ້ນ​ລຶບລ້າງ​ຄວາມທຸກ​ຍາກຂອງ​ຈີນ​ທີ່​ມີ​ຂະໜາດ​ໃຫຍ່​ທີ່​ສຸດ ​ແລະ​​ເຂັ້ມ​ງວດ​ທີ່​ສຸດ​ໃນ​ໂລກ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຜູ້​ທຸກ​ຍາກ​ເກືອບ 100 ລ້ານ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

 

“​​ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ”

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ພູ​ຂຽວ​ນ້ຳ​ໃສ​ພູ​ເງິນ​ພູ​ຄຳ​ບໍ່​ໄດ້​ເປັນ​ປໍ​ລະ​ປັກ​ກັນ​ຢ່າງ​ເດັດຂາດ, ຂໍ້​ກະ​ແຈ​ທີ່​ສຳຄັນ​ແມ່ນ​ຄົນ ​ແລະ​​ແນວຄວາມ​ຄິດ. ການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ນິ​ເວດ​ກໍ​ແມ່ນ​ການ​ປົກ​ປ້ອງ​ກຳລັງ​ການ​ຜະລິດ, ການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ນິ​ເວດກໍ​ແມ່ນ​ການພັດທະນາກຳ​ບັງການ​ຜະລິດ.

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເອົ່ມ​​ໃຈ​ໃສ່​ການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ທ່ານ​​ໄດ້​ກ່າວ​ເນັ້ນ​ໜັກໃນ​ກອງ​ປະຊຸມ​ສອງສະພາ​ຫຼາຍ​ເທື່ອ​ແລ້ວ​ວ່າ: ຕ້ອງປົກ​ປ້ອງ​ສິ່​ງ​ແວດ​ລ້ອມ​ນິ​ເວດ​ຄືກັນ​ກັບການ​ປົກ​ປ້ອງດວງ​ຕາ, ປະຕິບັດ​ຕໍ່ສິ່ງ​ແວດ​ລ້ອມ​ນິ​ເວດ​ຄືກັນ​ກັບປະຕິບັດ​ຕໍ່​ຊີວິດ, ຈີນ​ຕ້ອງ​​ເດີນ​ຕາມ​ເສັ້ນທາງ​ທີ່​ຖື​ສິ່ງ​ແວດ​ລ້ອມ​ນິ​ເວດເປັນ​ບູລິ​ມະ​ສິດ ​ແລະ​ພັດທະນາ​ແບບ​ສີ​ຂຽວ. ທ່ານ​ຍັງ​ໄດ້​ສະ​ເໜີ​ວ່າ: ຈີນຕ້ອງສູ້​ຊົນ​ເຮັດ​ໃຫ້ການ​ປ່ອຍກາກ​ບອນ​ໄດ​ອົກ​ໄຊ​ຫຼື CO2 ​ໃຫ້​ເຖິງ​ຈຸດ​ສູງ​ສຸດ​ກ່ອນ​ປີ 2030 ​ແລະ​ບັນລຸ​ການ​ປອດ​ກາກ​ບອນ​ໄດ​ອົກ​ໄຊ​ກ່ອນ​​ປີ 2060.

 

“​ແນວ​ຄວາມ​ຄິດກາ​ນພັດທະນາ​ໃໝ່”

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ​ແນວ​ຄວາມ​ຄິດການ​ພັດທະນາ​ໃໝ່​ແມ່ນ​ທິດ​ທາງໜຶ່ງ ​ແລະ​ລູກ​ກະແຈ​ລູກ​ໜຶ່ງ, ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ກໍ​ແມ່ນ​ການ​ປະດິດ​ສ້າງ​ໃໝ່.

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ກ່າວ​ເຖິງ​ແນວ​ຄວາມ​ຄິດການ​ພັດທະນາ​ໃໝ່​ເລື່ອຍ​ໆ​ໃນ​ການ​ປຶກສາ​ຫາລື​ກັບ​ຄະນະ​ຜູ້​ແທນສອງ​ສະພາ, ທ່ານ​ກ່າວ​ເນັ້ນ​ວ່າ: ການ​ພັດທະນາ​ທີ່​ມີ​ຄຸນ​ນະພາ​ບສູງ​ກໍ​ແມ່ນ​ການ​ພັດທະນາທີ່​ສ່ອງ​ແສງ​ເຖິງ​ແນວ​ຄວາມ​ຄິດ​ການ​ພັດທະນາ​ໃໝ່, ​ເຂົ້າ​ສູ່​ໄລຍະ​ກາ​ນພັດທະນາ​ໃໝ່ ​ແລະ​ຈັດ​ຕັ້ງ​ປະຕິບັດ​​ແນວ​ຄວາມ​ຄິດການ​ພັດທະນາ​ໃໝ່. ການສ້າງສະພາບການ​ພັດທະນາ​ໃໝ່ ​ແມ່ນ​ຕັດສິນ​ຊີ້​ຂາດ​ໂດຍ​ທິດ​ສະ​ດີ, ປະຫວັດສາດ ​ແລະສະພາ​ຄວາມ​ເປັນ​ຈິງ​ຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຈີນ.

 

“ລະ​ບຽບ​ກົດ​ໝາຍ​ປະ​ຊາ​ທິ​ປະ​ໄຕ”

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ພວກ​ເຮົາ​ຕ້ອງ​ໃຊ້​ມາດ​ຕະ​ການ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ​ແລະ​ຕິດ​ແທດ​ຕົວ​ຈິງກວ່າ​ເກົ່າ​ໃນ​ການ​ພັດ​ທະ​ນາ​ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ, ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ, ປະ​ຊາ​ຊົນ​ເປັນ​ເຈົ້າ​ຂອ​ງ​ປະ​ເທດ​ຊາດ, ບໍ​ລິ​ຫານ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງ​ເປັນ​ເອ​ກະ​ພາບ​ແບບ​ກາຍ​ອິນ​ຊີ, ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ແຫ່ງ​ກົດ​ໝາຍ, ຊຸກ​ຍູ້ການ​ຫັນ​ເປັນ​ທັນ​ສະ​ໄໝ​ດ້ານ​ລະ​ບົບ​ ​ແລະ​ຄວາມ​ສາ​ມາດ​ບໍ​ລິ​ຫານ​ປະ​ເທດ.

ລະ​ບຽບ​ກົດ​ໝາຍ​ເປັນ​ພາ​ຫະ​ນະ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ, ເປັນ​ບ່ອນ​ອີງ​ສຳ​ຄັນ​ຂອງ​ລະ​ບົບ​ບໍ​ລິ​ຫານ​ປະ​ເທດ​ແລະ​ຄວາມ​ສາ​ມາດ​ບໍ​ລິ​ຫານ​ປະ​ເທດ. ປີ 2020, ກົດ​ໝາຍ​ແພ່ງ​​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ໄດ້​ກຳ​ເນີດ​ຂຶ້ນ, ກົດ​ໝາຍ​ພື້ນ​ຖານ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຂອງສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ໄດ້​ຜ່ານ​ການ​ຮັບ​ຮອງ, ສູນ​ກາງ​ພັກກ​ອມ​ມູ​ນິດ​ຈີນ​ທີ່​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ​ໄດ້​ວາງ​ແຜນ​ແມ່​ບົດ​ກ່ຽວ​ກັບ​ລະ​ບຽບ​ກົດ​ໝາຍ​ໃນ​ລະ​ດັບ​ສູງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ໄດ້​ເປີດ​ສະ​ພາບ​ການ​ໃໝ່​​ໃຫ້​ກັບ​ການ​ບໍ​ລິ​ຫານ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ, ແລະ​​ເປັນ​ສິ່ງ​ຮັບ​ປະ​ກັນ​ຄວາມ​ທ່ຽງ​ທຳ​ແລະ​ຄວາມ​ຍຸ​ຕິ​ທຳ​ທາງ​ສັງ​ຄົມ​ແລະ​ສິດ​ທິ​ຂອງ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ.

 

“ປະ​ຊາ​ຊົນ​ຢູ່​ເໜືອ​ທຸກ​ສິ່ງ​ຢ່າງ”

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ​ພື້ນຖານ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຢູ່​ນຳ​ປະ​ຊາ​ຊົນ, ສາຍ​​ເລືອດ​ຢູ່​ນຳ​ປະ​ຊາ​ຊົນ, ​ຍຶດ​ໝັ້ນ​ໃນແນວ​ຄິດ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ບໍ່​ວ່າ​ຈະ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ແລະ​ແຮງ​ກົດ​ດັນຫຼາຍ​ສ່ຳ​ໃດ, ບໍ່​ວ່າ​ຈະ​ເສຍ​ສະ​ຫະ​ແລະ​ເສຍ​ຄ່າ​ຕອບ​ແທນຫຼາຍ​ສ່ຳ​ໃດ, ​ສິ່ງ​ນີ້​ຈະ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ການ​ຖື​ເອົາ​ປະ​ຊາ​ຊົນ​ຢູ່​ເໜືອ​ທຸກ​ສິ່ງ​ຢ່າງ, ຍຶດ​ໝັ້ນ​ໃນ​ແນວ​ຄິດ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ ເປັນ​ແນວ​ຄິດ​ກຳ​ອຳ​ນາດ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​ຂອງ​ທ່ານ​ສີ​ຈິ້ນ​ຜິງ. ທ່ານ​ໄດ້​ຮຽກ​ຮ້ອງ​​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍໃຫ້​ທົ່ວ​ພັກ​ບໍ່​ລື​ອຸ​ດົມ​ການ​ແຕ່​ຫົວ​ທີ, ຈື່​ຈຳ​ພາ​ລະ​ກຳ, ຖື​ການ​ສ້າງ​ຄວາມ​ສຸກ​ໃຫ້​ກັບ​ປະ​ຊາ​ຊົນ​ເປັນ​ຜົນ​ງານ​ການ​ບໍ​ລິ​ຫານ​ທີ່​ໃຫຍ່​ທີ່​ສຸດ.

 

ຄຳ​ເຫັນ

0