ການປະກອບອາຊີບໃນຕົວເມືອງຂອງຈີນໄດ້ເພີ່ມຂຶ້ນ 11,86 ລ້ານຄົນ, ອັດຕາຫວ່າງງານໃນການສຳຫຼວດຂອງຕົວເມືອງໃນທົ່ວປະເທດຈີນໃນທ້າຍປີຜ່ານມາໄດ້ຫຼຸດລົງເປັນ 5,2%. ໃນຖານະເປັນປະເທດພວມພັດທະນາທີ່ໃຫຍ່ທີ່ສຸດໃນໂລກ, ຈີນສາມາດຮັກສາຄວາມໝັ້ນຄົງໃນດ້ານການປະກອບອາຊີບ ພາຍໃຕ້ຜົນກະທົບທີ່ໜັກໜ່ວງ ເຊິ່ງເປັນສິ່ງມະຫັດສະຈັນ. ຈີນໄດ້ໃຫ້ການຊ່ວຍເຫຼືອແກ່ປະຊາຊົນທີ່ພົບຄວາມຫຍຸ້ງຍາກຍ້ອນການແຜ່ລະບາດຂອງພະຍາດ, ປະຊາຊົນທີ່ຖືກຈັດເຂົ້າໃນບັນຊີລາຍຊື່ການປະກັນຕ່ຳສຸດ ແລະ ຜູ້ທຸກຍາກເປັນພິເສດມີເກືອບ 6 ລ້ານຄົນ, ໄດ້ປະຕິບັດການຊ່ວຍເຫຼືອຊົ່ວຄາວຫຼາຍກວ່າ 8 ລ້ານເທື່ອຄົນ. ໄດ້ສູ້ກັບໄພນ້ຳຖ້ວມທີ່ໜັກໜ່ວງ, ລົມໄຕ້ຟຸ່ນ ແລະ ໄພທຳມະຊາດອື່ນໆ ເຊິ່ງໄດ້ຮັບປະກັນຄວາມປອດໄພດ້ານຊີວິດ, ຊັບສິນ ແລະ ຊີວິດການເປັນຢູ່ພື້ນຖານຂອງປະຊາຊົນ.
ຄຳເຫັນ
0