ປີຜ່ານມາເປັນປີທີ່ບໍ່ທຳມະດາທີ່ສຸດໃນປະຫວັດສາດຂອງຈີນ. ໂດຍຜະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນຢ່າງກະທັນຫັນ, ເສດຖະກິດໂລກຊຸດໂຊມລົງຢ່າງໜັກໜ່ວງ ແລະ ການກະທົບທີ່ໜັກໜ່ວງອື່ນໆ, ພາຍໃຕ້ການຊີ້ນຳນຳພາທີ່ເຂັ້ມແຂງຂອງສູນກາງພັກກອມມູນິດຈີນ ທີ່ຖືສະຫາຍ ສີຈິ້ນຜິງ ເປັນແກນກາງ, ປະຊາຊົນບັນດາເຜົ່າໃນທົ່ວປະເທດຈີນ ໄດ້ສູ້ຊົນຜ່ານຜ່າ, ໂດຍໄດ້ປະສົບຜົນສຳເລັດດ້ສຍຍຸດທະສາດທີ່ສຳຄັນ ໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ, ຈີນກາຍເປັນກຸ່ມເສດຖະກິດຕົ້ນຕໍພຽງໜຶ່ງດຽວທີ່ສາມາດບັນລຸການເຕີບໂຕທາງເສດຖະກິດ, ການລຶບລ້າງຄວາມທຸກຍາກຂອງຈີນໄດ້ຮັບໄຊຊະນະຢ່າງຮອບດ້ານ, ການສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານໄດ້ປະສົບຜົນສຳເລັດໃນລັກສະນະຕັດສິນຊີ້ຂາດ ເຊິ່ງໄດ້ເປັນຜົນງານທີ່ປະຊາຊົນຈີນເພິ່ງພໍໃຈ, ປະຈັກຕາຕໍ່ຊາວໂລກ ແລະ ສາມາດບັນທຶກໄວ້ໃນປຶ້ມປະຫວັດສາດຢ່າງສະຫງ່າງາມ.
ໃນຂະບວນການຕ້ານກັບການແຜ່ລະບາດຂອງພະຍາດທີ່ລຳບາກກາກກຳ, ສູນກາງພັກກອມມູນິດຈີນໄດ້ຍຶດໝັ້ນຖືເອົາປະຊາຊົນຢູ່ເໜືອທຸກສິ່ງທຸກຢ່າງ ແລະ ຊີວິດຢູ່ເໜືອທຸກສິ່ງທຸກຢ່າງຢ່າງສະເໝີຕົ້ນສະເໝີປາຍ, ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ບັນຊາດ້ວຍຕົນເອງ ແລະ ຈັດວາງດ້ວຍຕົນເອງ, ຝ່າຍຕ່າງໆໄດ້ພະຍາຍາມຢ່າງບໍ່ລົດລະ ແລະ ປັບປຸງຜົນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໃຫ້ໝັ້ນຄົງຍິ່ງຂຶ້ນຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ປົກປ້ອງຄວາມປອດໄພດ້ານຊີວິດ ແລະ ສຸຂະພາບທາງຮ່າງກາຍຂອງປະຊາຊົນໃນລະດັບສູງສຸດ ພ້ອມທັງໄດ້ສ້າງເງື່ອນໄຂທີ່ຈຳເປັນເພື່ອການຟື້ນຟູການຜະລິດ ແລະ ຊີວິດການເປັນຢູ່ທີ່ເປັນປົກກະຕິ.
ຄຳເຫັນ
0