ບົດລາຍງານວຽກງານລັດຖະບານທີ່ຜ່ານໂດຍທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໃນວັນທີ 5 ມີນານີ້ສະແດງໃຫ້ເຫັນວ່າ: ຈີນຈະສືບຕໍ່ຈັດຕັ້ງປະຕິບັດແນວທາງ “ປະເທດດຽວສອງລະບອບ”, “ໃຫ້ຊາວຮົງກົງປົກຄອງຮົງກົງ”, “ໃຫ້ຊາວມາເກົາປົກຄອງມາເກົາ” ແລະ ປົກຄອງຕົນເອງໃນລະດັບສູງຢ່າງຮອບດ້ານ ແລະ ຖືກຕ້ອງແມ່ນຢຳ. ເດັດດ່ຽວປ້ອງກັນແລະສະກັດກັ້ນບໍ່ໃຫ້ອິດທິກຳລັງພາຍນອກແຊກແຊງວຽກງານຮົງກົງແລະວຽກງານມາເກົາ, ສະໜັບສະໜູນຮົງກົງແລະມາເກົາພັດທະນາເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ປົກປັກຮັກສາສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຖາວອນຂອງຮົງກົງແລະມາເກົາ.
ພ້ອມກັນນັ້ນ, ຈີນຕ້ອງຍຶດໝັ້ນແນວທາງວຽກງານຕໍ່ໄຕ້ຫວັນ, ຍຶດໝັ້ນຫຼັກການປະເທດຈີນດຽວ ແລະ “ຄວາມເຫັນທີ່ເປັນເອກະພາບກັນປີ 1992”, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນຂະຫຍາຍຕົວໂດຍສັນຕິ ແລະ ຄວາມເປັນເອກະພາບກັນຂອງປະເທດຊາດ. ມີສະຕິລະວັງຕົວໃນລະດັບສູງ ແລະ ເດັດດ່ຽວສະກັດກັ້ນການເຄື່ອນໄຫວແບ່ງແຍກ “ໄຕ້ຫວັນເປັນເອກະລາດ”.
ຄຳເຫັນ
0