ຈີນຈະຫັນປ່ຽນພາລະບົດບາດຂອງລັດຕື່ມອີກ. ເຮັດໃຫ້ຕະຫຼາດສາມາດເສີມຂະຫຍາຍບົດບາດຕັດສິນຢ່າງເຕັມທີ່ໃນການຈັດສັນຊັບພະຍາກອນແລະເສີມຂະຫຍາຍບົດບາດຂອງລັດໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ, ຊຸກຍູ້ໃຫ້ຕະຫຼາດທີ່ມີປະສິດທິຜົນປະສານສົມທົບກັບລັດທີ່ມີບົດບາດໃຫ້ດີກວ່າເກົ່າ. ເລັ່ງລັດສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ຖືກຕ້ອງຕາມກົດເກນຕະຫຼາດ, ຄຸ້ມຄອງຕາມກົດໝາຍແລະເຊື່ອມໂຍງເຂົ້າກັບສາກົນ. ຖືເອົາການຕິດຕາມຄຸ້ມຄອງຢ່າງມີປະສິດທິຜົນເປັນສິ່ງຮັບປະກັນອັນຈຳເປັນໃນການບໍລິຫານລັດດ້ວຍການກະຈາຍອຳນາດແລະການປັບປຸງລະບຽບການ. ປັບປຸງນະໂຍບາຍຕິດຕາມຄຸ້ມຄອງຕາມແຕ່ລະລະດັບແລະແຕ່ລະປະເພດໃຫ້ດີຂຶ້ນ, ບູລະນະລະບຽບການວ່າດ້ວຍການຕິດຕາມຄຸ້ມຄອງກວມລວມເຖິງຂະແໜງການຕ່າງໆຂອງລັດໃຫ້ສົມບູນຂຶ້ນ, ອອກແຮງຊຸກຍູ້ການປະຕິບັດມາດຕະການ “ອິນເຕີເນັດ+ການຕິດຕາມຄຸ້ມຄອງ”, ຕິດຕາມຄຸ້ມຄອງຢ່າງຍຸຕິທຳເພື່ອຊຸກຍູ້ ຫົວໜ່ວຍທຸລະກິດໃນຕະຫຼາດຊ່ວງຊິງກັນພັດທະນາໃຫ້ດີຂຶ້ນ. ເພີ່ມທະວີການກໍ່ສ້າງລັດດິຈີຕອນ, ເພື່ອບັນລຸເປົ້າໝາຍໃຫ້ປະຊາຊົນໃຊ້ການບໍລິການສາທາລະນະຂອງລັດ ຜ່ານທາງອິນເຕີເນັດ, ຜ່ານໂທລະສັບມືຖືແລະສະດວກວ່ອງໄວໃນຄັ້ງດຽວ. ສຳລັບການແລ່ນເອກະສານທີ່ວິສາຫະກິດແລະປະຊາຊົນຕ້ອງການໃຊ້ບໍລິການເລື້ອຍໆນັ້ນ ຈະບັນລຸເປົ້າໝາຍທີ່ສາມາດໃຊ້ບໍລິການຂ້າມແຂວງຜ່ານລະບົບອິນເຕີເນັດໄດ້ໂດຍພື້ນຖານໃນປີນີ້.
ໃຊ້ວິທີການປະຕິຮູບເພື່ອຊຸກຍູ້ການຫຼຸດຕົ້ນທຶນການຜະລິດ-ທຸລະກິດໃຫ້ກັບວິສາຫະກິດ. ອະນຸຍາດໃຫ້ວິສາຫະກິດອຸດສາຫະກຳການຜະລິດທຸກແຫ່ງເຂົ້າຮ່ວມການຊື້ຂາຍພະລັງງານໄຟຟ້າໃນຕະຫຼາດ, ແກ້ໄຂບັນຫາທີ່ຂຶ້ນລາຄາໄຟຟ້າຢ່າງບໍ່ສົມເຫດສົມຜົນຕື່ມອີກ, ສືບຕໍ່ຊຸກຍູ້ການຫຼຸດລາຄາໄຟຟ້າໃນຂະແໜງການອຸດສາຫະກຳການຄ້າທົ່ວໄປຕື່ມອີກ. ຫຼຸດຄ່າອິນເຕີເນັດຄວາມໄວສູງແລະອິນເຕີເນັດສາຍສະເພາະຂອງວິສາຫະກິດຂະໜາດກາງແລະນ້ອຍໃຫ້ໜ້ອຍລົງຕື່ມອີກ 10%. ເຜີຍແຜ່ມາດຕະການເກັບຄ່າຜ່ານທາງດ່ວນຕາມສະພາບຕົວຈິງຂອງແຕ່ລະເຂດແຄວ້ນຢ່າງຮອບດ້ານ, ເດັດດ່ຽວແກ້ໄຂບັນຫາທີ່ວາງອຸປະກອນຈຳກັດແລະຈຸດກວດກາທີ່ຂີດກວາງການສັນຈອນຂອງລົດບັນທຸກສິນຄ້າ. ຍົກເລີກຄ່າທຳນຽມສະເພາະການກໍ່ສ້າງທ່າກຳປັ່ນ, ຫຼຸດມາດຕະຖານເກັບຄ່າບໍລິການຂອງບໍລິສັດການບິນໃນກອງທຶນພັດທະນາການບິນພົນລະເຮືອນໃຫ້ໜ້ອຍລົງ 20%. ປັບປຸງແກ້ໄຂປາກົດການຫຍໍ້ທໍ້ທີ່ເກັບຄ່າທຳນຽມ, ປັບໄໝ, ຈັດແບ່ງພາລະເສຍຄ່າທີ່ບໍ່ຖືກຕ້ອງຕາມລະບຽບການນັ້ນຢ່າງເຂັ້ມງງດ, ຫ້າມບໍ່ໃຫ້ລົບກວນປະຊາຊົນໃນການຫາຜົນກຳໄລ, ເຮັດໃຫ້ຫົວໜ່ວຍທຸລະກິດໃນຕະຫຼາດສາມາດດຳເນີນທຸລະກິດຢ່າງອຸ່ນອ່ຽງທຸ່ນທ່ຽງແລະບໍ່ມີຄວາມກັງວົນ.
ຊຸກຍູ້ໃຫ້ເສດຖະກິດກຳມະສິດຕ່າງໆພັດທະນາຮ່ວມກັນ. ຍຶດໝັ້ນແລະບູລະນະລະບອບເສດຖະກິດສັງຄົມນິຍົມໃຫ້ສົມບູນຂຶ້ນ, ປັບປຸງແລະເສີມຂະຫຍາຍເສດຖະກິດກຳມະສິດສ່ວນລວມຢ່າງໝັ້ນໜຽວບໍ່ປ່ຽນແປງ, ສົ່ງເສີມ,ສະໜັບສະໜູນແລະນຳພາການພັດທະນາເສດຖະກິດທີ່ບໍ່ແມ່ນກຳມະສິດສ່ວນລວມຢ່າງໝັ້ນໜຽວບໍ່ປ່ຽນແປງ. ຫົວໜ່ວຍທຸລະກິດປະເພດຕ່າງໃນຕະຫຼາດລ້ວນແຕ່ເປັນຜູ້ສ້າງສາພັດທະນາປະເທດຊາດໃຫ້ຫັນເປັນທັນສະໄໝ, ຕ້ອງປະຕິບັດຕໍ່ຢ່າງສະເໝີພາບກັນ. ລັດສະໜັບສະໜູນວິສາຫະກິດລະດົມທຶນໃຫ້ພັດທະນາດ້ວຍການປະດິດສ້າງໃໝ່, ເສີມສ້າງກຳລັງແຂ່ງຂັນໃນສາກົນ, ຂະນະດຽວກັນຍັງຕ້ອງພັດທະນາຕາມລະບຽບກົດໝາຍ. ເພີ່ມທະວີການຕ້ານການຜູກຂາດແລະປ້ອງກັນບໍ່ໃຫ້ເງິນທຶນຂະຫຍາຍຕົວຢ່າງບໍ່ເປັນລະບຽບ, ເດັດດ່ຽວປົກປ້ອງສະພາບແວດລ້ອມຕະຫຼາດທີ່ມີການແຂ່ງຂັນຢ່າງຍຸຕິທຳ.
ລົງເລິກການປະຕິຮູບໂຄງປະກອບການເງິນ, ສ່ວຍສາອາກອນແລະການທະນາຄານ. ເພີ່ມທະວີການເປີດເຜີຍແຜນງົບປະມານຕໍ່ສັງຄົມ. ເພີ່ມທະວີການຕິດຕາມຄຸ້ມຄອງບໍລິສັດການເງິນຄຸມຫຸ້ນແລະການເງິນວິທະຍາສາດເຕັກນິກ. ປັບປຸງກົນໄກປະຕິບັດງານເພື່ອແກ້ໄຂຄວາມສ່ຽງດ້ານການທະນາຄານໃຫ້ສົມບູນຂຶ້ນ, ຈັດແບ່ງຄວາມຮັບຜິດຊອບຂອງບັນດາຝ່າຍໃຫ້ເປັນຮູບປະທຳຢ່າງໜັກແໜ້ນ, ເດັດດ່ຽວປົກປ້ອງເສັ້ນພື້ນຖານທີ່ບໍ່ໃຫ້ເກີດຄວາມສ່ຽງໃນລັກສະນະລະບົບ.
ຄຳເຫັນ
0