ໃນກອງປະຊຸມຄັ້ງທີ 4 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ຜ່ານບົດລາຍງານວຽກງານລັດຖະບານໂດຍກ່າວວ່າ: ຈີນຈະສ້າງໃຫ້ມີຕະຫຼາດພາຍໃນປະເທດທີ່ເຂັ້ມແຂງ, ສ້າງສະພາບການພັດທະນາໃໝ່. ເຮັດໃຫ້ຂອດຕ່າງໆຄື ການຜະລິດ,ການແຈກຢາຍ,ການຈໍລະຈອນແລະການບໍລິໂພກເຊື່ອມໂຍງເຂົ້າກັນໃຫ້ດີ, ເພື່ອສ້າງໃຫ້ເປັນຮອບໝູນວຽນຂອງເສດຖະກິດແຫ່ງຊາດທີ່ດີ. ອີງໃສ່ຮອບໝູນວຽນຂະໜາດໃຫຍ່ພາຍໃນປະເທດ, ອາໄສລະບົບໝູນວຽນດ້ານເສດຖະກິດພາຍໃນເພື່ອດຶງດູດຊັບພະຍາກອນປັດໄຈສຳຄັນໃນທົ່ວໂລກຢ່າງແຂງແຮງ. ຊຸກຍູ້ຮອບໝູນວຽນທັງພາຍໃນແລະສາກົນໃຫ້ພັດທະນາໄປດ້ວຍກັນ.
ຄຳເຫັນ
0