ຕາມຂ່າວCRI:ວັນທີ 5 ມີນານີ້, ທ່ານຫຼີເຄີ້ສຽງ, ນາຍົກລັດຖະມົນຕີຈີນໄດ້ສະເໜີໃນບົດລາຍງານວຽກງານລັດຖະບານວ່າ, ຈີນຈະປະຕິບັດການເປີດປະຕູສູ່ພາຍນອກໃນຂອບເຂດກວ້າງຂວາງກວ່າເກົ່າ, ກວມຂົງເຂດຫຼາຍກວ່າເກົ່າແລະມີລະດັບສູງກວ່າເກົ່າ, ເພື່ອເຂົ້າຮ່ວມການຮ່ວມມືດ້ານເສດຖະກິດໃນສາກົນໃຫ້ດີກວ່າເກົ່າ. ຍິນດີຕ້ອນຮັບນັກທຸລະກິດຕ່າງປະເທດມເປີດກວ້າງການລົງທຶນຢູ່ຈີນ, ຊົມໃຊ້ຕະຫຼາດໃຫຍ່ທີ່ເປີດປະຕູສູ່ພາຍນອກແລະໂອກາດການພັດທະນາຂອງຈີນ.
ທ່ານຫຼີເຄີ້ສຽງຍັງກ່າວວ່າ, ຕ້ອງປັບປຸງນະໂຍບາຍດ້ານພາສີຂາເຂົ້າ, ເພີ່ມທະວີການນຳເຂົ້າຜະລິດຕະພັນແລະການບໍລິການທີ່ມີຄຸນນະພາບ, ຊຸກຍູ້ໃຫ້ວິສາຫະກິດທຶນພາຍໃນປະເທດແລະທຶນຕ່າງປະເທດແຂ່ງຂັນກັນຢ່າງຍຸຕິທຳ, ປົກປ້ອງສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງວິສາຫະກິດທຶນຕ່າງປະເທດຕາມກົດໝາຍ. ພ້ອມກັນນັ້ນ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ປັບປຸງລະບົບການລົງທຶນແລະລະດົມທຶນທີ່ມີຫຼາຍຮູບແບບນັ້ນໃຫ້ສົມບູນແບບ, ຊູກຍູ້ການຮ່ວມມືໃນໂຄງການໃຫຍ່ຢ່າງເປັນລະບຽບ, ຊຸກຍູ້ການເຊື່ອມຈອດກັນດ້ານພື້ນຖານໂຄງລ່າງ.
ທ່ານຫຼີເຄີ້ສຽງຍັງຊີ້ໃຫ້ເຫັນວ່າ, ຕ້ອງຍຶດໝັ້ນປົກປັກຮັກສາຄງປະກອບການຄ້າຫຼາຍຝ່າຍ, ຊຸກຍູ້ໃຫ້ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພື້ນຫຼື RCEP ໃຫ້ບັງເກີດຜົນແລະໄດ້ຮັບການປະຕິບັດໂດຍໄວ. ຈີນຍິນດີເປີດກວ້າງການເປີດປະຕູສູ່ພາຍນອກກັບປະເທດຕ່າງໆໃນໂລກເພື່ອບັນລຸການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ
ຄຳເຫັນ
0