ວົງການຕ່າງໆຂອງຮົງກົງກ່າວວ່າ: ອິດທິກຳລັງຕໍ່ຕ້ານລັດຖະບານຈີນ ແລະສ້າງຄວາມວຸ້ນວາຍແກ່ຮົງກົງໄດ້ກະທົບເຖິງຄວາມໝັ້ນຄົງແຫ່ງຊາດ, ສະໜັບສະໜູນໃຫ້ຜູ້ຮັກປະເທດຊາດບໍລິຫານຮົງກົງ ແລະໃຫ້ສູນກາງປັບປຸງລະບຽບການເລືອກຕັ້ງຂອງຮົງກົງໃຫ້ສົມບູນກວ່າເກົ່າຢ່າງເດັດດ່ຽວໜຽວແໜ້ນ.
ທ່ານຕົງຈ້ຽນຮວາ, ຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ອອກຖະແຫຼງການໃນວັນທີ 5 ມີນານີ້ວ່າ, ການທີ່ຈັດຕັ້ງປະຕິບັດຫຼັກການ “ໃຫ້ຜູ້ຮັກປະເທດຊາດບໍລິຫານຮົງກົງ” ຢ່າງຮອບດ້ານ, ປັບປຸງສະພາບການສັບສົນດ້ານການເມືອງຂອງຮົງກົງໃນຫລາຍປີທີ່ຜ່ານມາ, ທັງປ້ອງກັນບໍ່ໃຫ້ຜູ້ຕໍ່ຕ້ານລັດຖະບານຈີນ ແລະສ້າງຄວາມວຸ້ນວາຍແກ່ຮົງກົງເຂົ້າໃນໂຄງປະກອບການບໍລິຫານຂອງຮົງກົງໂດຍຜ່ານການເລືອກຕັ້ງ ນັ້ນແມ່ນເລື່ອງທີ່ຖືກໃຈປະຊາຊົນ, ກໍເປັນເລື່ອງທີ່ສົມເຫດສົມຜົນອີກດ້ວຍ. ການໃຫ້ຜູ້ຮັກປະເທດຊາດດຳລົງຕຳແໜ່ງທີ່ສຳຄັນຂອງລັດແມ່ນຈຸດສຳຄັນຂອງທິດທາງ “ປະເທດດຽວສອງລະບອບ” ທັງເປັນແນວຄວາມຄິດດ້ານການເມືອງທີ່ທົ່ວໂລກຮັບຮູ້ເປັນເອກະພາບກັນ.
ວັນທີ5ມີນານີ້, ທ່ານລຽງຈວິ່ນຢ້ຽນ ປະທານສະພານິຕິບັນຍັດຮົງກົງໄດ້ອອກຖະແຫຼງການວ່າ, ລະບຽບການເລືອກຕັ້ງທີ່ສົມບູນສາມາດປັບປຸງລະບຽບຂອງລະບອບລັດຖະທຳມະນູນໃຫ້ດີຂຶ້ນ, ສ້າງຕັ້ງສະພາທີ່ສັນຕິພາບ ແລະມີສະຕິ, ຫລຸດຜ່ອນຄວາມຂັດແຍ້ງທີ່ບໍ່ຈຳເປັນຢູ່ພາຍໃນ, ຮັບປະກັນໃຫ້ທິດທາງ “ປະເທດດຽວສອງລະບອບ” ໄດ້ຮັບການດຳເນີນໄປເປັນໄລຍະຍາວ ແລະໝັ້ນທ່ຽງ ເຊິ່ງຈະມີຜົນດີຕໍ່ການພັດທະນາທີ່ໝັ້ນຄົງ ແລະຈະເລີນຮຸ່ງເຮືອງຂອງສັງຄົມຮົງກົງ ທັງມີຜົນດີຕໍ່ຊີວິດການເປັນຢູ່ທີ່ສະຫງົບສຸກຂອງຊາວຮົງກົງນຳອີກ.
ຄຳເຫັນ
0