尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່​ານ ສີ​ຈິ້ນ​ຜິງ ຢ້ຽມ​ຢາມ​ກຳ​ມະ​ການ​ວົງ​ການ​ສາ​ທາ​ລະ​ນະ​ສຸກ-​ການ​ຢາ​ແລະ​ ​ການ​ສຶກ​ສາ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ປຶກ​ສາ​ການ​ເມືອງ​ທົ່ວ​ປະ​ເທດ

2021-03-07 14:32:30 cri

ຕອນ​ບ່າຍ​ວັນ​ທີ 3 ມີ​ນາ​ນີ້, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ໄປ​ຢ້ຽມ​ຢາມ​ກຳ​ມະ​ການ​ວົງ​ການ​ສາ​ທາ​ລະ​ນະ​ສຸກ-​ການ​ຢາ​ແລະ​ການ​ສຶກ​ສາ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 4 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງປະ​ຊາ​ຊົນ​ທົ່ວ​ປະ​ເທດສະ​ໄໝ​ທີ 13,ພ້ອມ​ທັງ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ຂອງ​ຈຸ​ປະ​ສົມ,​ເພື່ອຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ. ທ່ານ​ກ່າວ​ເນັ້ນ​ວ່າ: ຕ້ອງ​ເອົາ​ການ​ຮັບ​ປະ​ກັນ​ສຸ​ຂະ​ພາບ​ເຂັ້ມ​ແຂງ​ຂອງ​ປະ​ຊາ​ຊົນ​​ໄວ້​ຢູ່​ຖາ​ນະຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ທີ່​ເປັນ​ບູ​ລິ​ມະ​ສິດ,ຍຶດ​ໝັ້ນ​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ​ພື້ນ​ຖານໃຫ້​​ມີ​ລັກ​ສະ​ນະ​ສາ​ທາ​ລະ​ນະ​ປະ​ໂຫຍດ,ສຸມ​ໃສ່​ພະ​ຍາດຮ້າຍ​ແຮງແລະ​ບັນ​ຫາ​ຕົ້ນ​ຕໍ​ທີ່​ມີ​ຜົນ​ກະ​ທົບ​ຕໍ່​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ,ເລັ່ງ​ລັດ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ຈີນ​ທີ່​ມີ​ຄວາມ​ແຂງ​ແຮງ, ​ສ້າງ​ຕາ​ໜ່າງ​ປ້ອງ​ກັນ​ດ້ານ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ໃຫ້​ໝັ້ນ​ຄົງ,ຊຸກ​ຍູ້​ການ​ພັດ​ທະ​ນາ​ໂຮງ​ໝໍ​ພາກ​ລັດ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ,ເພື່ອ​ໃຫ້​ການ​ບໍ​ລິ​ການ​ດ້ານ​ສຸ​ຂະ​ພາບ​ຢ່າງ​ຮອບ​ດ້ານ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ຕະ​ຫຼອດ​ໄລ​ຍະ. ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ທິດ​ທາງ​ການ​ສຶກ​ສາ​ຂອງ​ພັກ​ຢ່າງ​ຮອບ​ດ້ານ, ຍຶດ​ໝັ້ນ​ທິດ​ແຫ່ງ​ການ​ສ້າງ​ໂຮງ​ຮຽນ​ສັງ​ຄົມ​ນິ​ຍົມ,ຍຶດ​ໝັ້ນ​ຫຼັກ​ການ​ການ​ສຶກ​ສາ​ໃຫ້​ມີ​ລັກ​ສະ​ນະ​ສາ​ທາ​ລະ​ນະ​ປະ​ໂຫຍດ, ສຸມ​ໃສ່​ການ​ສ້າງ​ລະ​ບົບ​ການ​ບໍ​ລິ​ການ​ການ​ສຶກ​ສາ​ສາ​ທາ​ລະ​ນະ​ພື້ນ​ຖານ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ແລະ​ມີ​ຄວາມ​ດຸນ​ດ່ຽງ, ສ້າງ​ລະ​ບົບ​ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ​ພາບ​ສູງ,​ດຳ​ເນີນ​ການ​ສຶກ​ສາ​ທີ່​ເຮັດ​ໃຫ້​ປະ​ຊາ​ຊົ​ນ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ໃຫ້​ດີ,ບຳ​ລຸງ​ສ້າງ​ຜູ້​ກໍ່​ສ້າງ​ແລະ​ຜູ້​ສືບ​ທອດ​ພາ​ລະ​ກຳ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ການ​ພັດ​ທະ​ນາ​ດ້ານ​ຄຸນ​ສົມ​ບັດ​ສຶກ​ສາ,ປັນ​ຍາ​ສຶກ​ສາ,ພະ​ລະ​ສຶກ​ສາ ສິ​ລະ​ປະ​ສຶກ​ສາ​ແລະ​ແຮງ​ງານ​ສຶກ​ສາ.

ຄຳ​ເຫັນ

0