ເນື່ອງໃນໂອກາດທີ່ວັນແມ່ຍິງສາກົນ 8 ມີນາໃກ້ຈະວຽນມາເຖິງນີ້, ສະຫະພັນແມ່ຍິງແຫ່ງຊາດຈີນສົ່ງສານໃຫ້ສະຖານທູດປະຈຳຈີນຂອງ 170 ກວ່າປະເທດ, ສຳນັກງານປະຈຳຈີນຂອງອົງການຈັດຕັ້ງສາກົນ, ອົງການຈັດຕັ້ງແມ່ຍິງແລະບຸກຄົນທີ່ເປັນມິດຕໍ່ຈີນທີ່ເປັນແມ່ຍິງຂອງຕ່າງປະເທດ ຮົງກົງ ມາກາວ ໄຕ້ຫວັນແລະຈີນຕ່າງດ້າວເພື່ອສົ່ງຄວາມຖາມຂ່າວອັນປະເລີດແລະຄວາມອວຍພອນອັນດີງາມ.
ໃນສານອວຍພອນ, ສະຫະພັນແມ່ຍິງແຫ່ງຊາດຈີນໄດ້ຕັ້ງໜ້າແນະນຳຄວາມເຫັນ 4 ຂໍ້ທີ່ທ່ານປະທານສີຈິ້ນຜິງສະເໜີອອກໃນກອງປະຊຸມລະດັບສູງຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດເພື່ອລະລຶກກອງປະຊຸມໃຫຍ່ແມ່ຍິງໂລກປັກກິ່ງຄົບຮອບ 25 ປີ, ທັງໄດ້ແນະນຳຜົນງານອັນໃຫຍ່ຫຼວງໃນດ້ານການຕ້ານກັບສະພາບພະຍາດ, ລຶບລ້າງຄວາມທຸກຍາກເປັນຕົ້ນທີ່ ປະຊາຊົນຈີນໄດ້ຮັບ ພາຍໃຕ້ການນຳພາຂອງສູນກາງພັກກອມມູນິດຈີນທີ່ຖືສະຫາຍສີຈິ້ນຜິງເປັນແກນກາງ, ໄດ້ຫວນຄືນໄມຕີຈິດມິດຕະພາບທີ່ແມ່ຍິງຈີນແລະຕ່າງປະເທດຕ້ານກັບພະຍາດຮ່ວມກັນ, ໄດ້ສະແດງຄວາມປາຖະໜາອັນດີງາມທີ່ຮ່ວມກັບເອື້ອຍນ້ອງບັນດາປະເທດໃນໂລກສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ຄຳເຫັນ
0