吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນ 5 ປີຂ້າງໜ້າ ອາຍຸຄາດໝາຍທີ່ສະເລ່ຍຂອງຊາວຈີນ ຈະບັນລຸ 78,3 ປີ

2021-03-07 16:06:12 cri

 

ໃນ 5 ປີຂ້າງໜ້າ ອາຍຸຄາດໝາຍທີ່ສະເລ່ຍຂອງຊາວຈີນ ຈະບັນລຸ 78,3 ປີ_fororder_寿命

  ໃນເວລາຜ່ານບົດລາຍງານວຽກງານລັດຖະບານໃນວັນທີ 5 ມີນານີ້, ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນປະກາດວ່າ, ໃນ 5 ປີຂ້າງໜ້າ, ອາຍຸຄາດໝາຍທີ່ສະເລ່ຍຂອງຊາວຈີນ ຈະຍົກສູງຂຶ້ນອີກ 1 ປີ, ຄືບັນລຸ 78,3 ປີ.
  ໃນໄລຍະຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 13 ຄືແຕ່ປີ 2016 ຫາປີ 2020, ອາຍຸຄາດໝາຍທີ່ສະເລ່ຍຂອງຊາວຈີນ ໄດ້ຈາກ 76,3 ປີຍົກສູງເຖິງ 77,3 ປີ. ມີນັກວິຈານກ່າວວ່າ, ເວົ້າສຳລັບປະເທດຈີນທີ່ມີປະຊາກອນ 1,4 ຕື້ຄົນແລ້ວ, ການທີ່ເພີ່ມຂຶ້ນອີກ 1 ປີນັ້ນ ແມ່ນຄວາມຜາສຸກດ້ານສຸຂະພາບທີ່ສູງຫຼາຍ, ຖ້າຢາກເຮັດໃຫ້ເປົ້າໝາຍດັ່ງກ່າວບັນລຸຜົນເປັນຈິງ ກໍຕ້ອງເພີ່ມທະວີການສ້າງປະເທດຈີນທີ່ແຂງແຮງຢ່າງຮອບດ້ານ, ສ້າງລະບົບສາທາລະນະສຸກທີ່ເຂັ້ມແຂງ ແລະດຳເນີນການຫັດກາຍທົ່ວປວງຊົນຢ່າງກວ້າງຂວາງ, ທັງຕ້ອງການຄວາມພະຍາຍາມຮ່ວມກັນຂອງລັດແລະສ່ວນບຸກຄົນນຳອີກ.

ຄຳ​ເຫັນ

0