黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄົນ​ທີ່​​ມັກຂົ່ມ​ຂູ່​ຄົນ​ອື່ນ ຈິ່ງ​ຖື​ເອົາ​ໝົດ​ທຸກ​ຄົນ​ເປັນ​ໄພ​ຂົ່ມ​ຂູ່

2021-03-18 20:11:37 cri

ອາ​ເມ​ຣິ​ກາ​ປ່າວ​ປະ​ກາດ​ເລື່ອງ “ໄພ​ຂົ່ມ​ຂູ່​ຈາກ​ຈີນ” ມາ​ແຕ່​ດົນ​ແລ້ວ!

ນັບ​ແຕ່​ປະ​ເທດ​ຈີນ​ໃໝ່​ຫາ​ກໍ່​ສ້າງ​ຕັ້ງ​ຂຶ້ນ, ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ລັດ​ທິ​ກອມ​ມູ​ນິດ​ເຕີຍ​ໃຫຍ່​ຂະ​ຫຍາຍ​ຕົວ​ຢູ່​ອາ​ຊີ, ອາ​ເມ​ຣິ​ກາ​ກໍ​ໄດ້​ປ່າວ​ປະ​ກາດ​ວ່າ “ຈີນ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ປະ​ເທດ​​ບ້ານ​ໃກ້​ເຮືອນຄຽງ” ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ໃນ​ຊຸມ​ປີ 1990, ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ຈີນ​ພັດ​ທ​ະນາ​ຢ່າງວ່ອງ​ໄວ, ບົນ​ພື້ນ​ຖານ​ຄວາມ​ເຫັນ​ລຳ​ອຽງ​ດ້ານ​ຮູບ​ຖານ​ຈິດ​ສຳ​ນຶກ​​ ທີ່​ມີ​ຕໍ່​ປະ​ເທດສັງ​ຄົມ​ນິ​ຍົມ, ອາ​ເມ​ຣິ​ກາ​ໄດ້​ປ່າວ​ປະ​ກາດ “ໄພ​ຂົ່ມ​ຂູ່​ຈາກ​ຈີນ” ໄປທົ່ວ​ທີບ, ​ທັງໄດ້​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ຢ່າງ​ປ່ວງ​ບ້າ, ພ້ອມ​ກັນ​ນັ້ນ, ແນວ​ຄິດ​ແບບ​ນີ້ ​ກໍ​ໄດ້​ກາຍ​ເປັນ​ແນວ​ຄິດ​ຊີ້​ນຳ​ຍຸດ​ທະ​ສາດຂອງ​ອາ​ເມ​ຣິ​ກາ​​ທີ່​ມີ​ຕໍ່​ຈີນ ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ.

ເປັນ​ຫຍັງ​ ອາ​ເມ​ຣິ​ກາ​​ຈິ່ງ​ປ່າວ​ປະ​ກາດ​ອັນ​ທີ່​ວ່າ “ໄພ​ຂົ່ມ​ຂູ່​ຈາກ​ຈີນ” ເລື້ອຍໆ, ທາດ​ແທ້​ຂອງ​ມັນ ​ກໍ​ແມ່ນ​ອາ​ເມ​ຣິ​ກາ​ຢາກ​ລົບ​ລ້າງ​ອິດ​ທິ​ພົນ​ຂອງ​ຈີນ​ໃນ​ເວ​ທີ​ສາ​ກົນ ເພື່ອ​ປົກ​ປ້ອງ​​ຄວາມ​ເປັນ​ມະ​ຫາ​ອຳ​ນາດ​ຂອງ​ອາ​ເມ​ຣິ​ກາ​ນັ້ນເອງ. ບໍ່​ພຽງ​ແຕ່​ແມ່ນ​ປະ​ເທດ​ຈີນ​ເທົ່າ​ນັ້ນ, ຖ້າ​ຫາກ​ມີ​ປະ​ເທດ​ໃດ ມີ​ການ​ພັດ​ທະ​ນາ​​ທີ່ອາດ​ຈະສົ່ງ​ຜົນ​ກະ​ທົບ​ຕໍ່​ຄວາມ​ເປັນ​ມະ​ຫາ​ອຳ​ນາດ​ຂອງ​ອາ​ເມ​ຣິ​ກາ​ແລ້ວ, ອາ​ເມ​ຣິ​ກາ​ກໍ​ອາດ​ຈະ​​ປ່າວ​ປະ​ກາດ​ໃນ​ລັກ​ສະ​ນະ​ດຽວ​ກັນ​ນີ້​ວ່າ “ໄພ​ຂົ່ມ​ຂູ່​ຈາກ​ປະ​ເທດ​ນັ້ນ” ອອກ​ມາ ເພື່ອ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອ​ງ​ປະ​ເທດ​ນັ້ນ​ໂດຍ​ກົງ. ໃນ​ປະ​ຫວັດ​ສາດ, ກໍ​ເຄີຍ​ມີ​ການ​ປ່າວ​ປະ​ກາດ​ວ່າ “ໄພ​ຂົ່ມ​ຂູ່​​ດ້ານເສດ​ຖະ​ກິດ​ຈາກ​ຍີ່​ປຸ່ນ”, ປັດ​ຈຸ​ບັນ, ຍັງ​ມີ​ການ​ປ່າວ​ປະ​ກາດ​ວ່າ “ໄພ​ຂົ່ມ​ຂູ່​ຈາກ​ອີ​ຣານ”, “ໄພ​ຂົ່ມ​ຂູ່​ຈາກ ສ​ປ​ປ ເກົາຫຼີ” ເຫຼົ່າ​ນີ້​ເປັນ​ຕົ້ນ. ຂໍ​ພຽງ​ແຕ່​ອາ​ເມ​ຣິ​ກາ​ມີ​ຄວາມ​ເຫັນອອກ​ມາ, ປະ​ເທດ​ນັ້ນ​ ກໍ​ຈະ​ກາຍ​ເປັນ “ໄພ​ຂົ່ມ​ຂູ່” ໂລດ.

ຄັນ​ຊັ້ນ, ການ​ພັດ​ທະ​ນາ​ຂອງ​ຈີນ​ເປັນ “ໄພ​ຂົ່ມ​ຂູ່​ແທ້ໆ” ​ຄື​ກັບ​ອາ​ເມ​ຣິ​ກາ​ວ່າ​ແມ່ນບໍ່?

ພວກ​ເຮົາ​ສາ​ມາດ​ສັງ​ເກດ​​ນຳ​ກັນໄດ້​ວ່າ: ນັບ​ແຕ່​ການ​ສະ​ຖາ​ປະ​ນາ​ສາ​ທ​າ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ເປັນ​ຕົ້ນ​ມາ, ຈີນ​ໄດ້​ຍຶດ​ໝັ້ນ​ເສັ້ນ​ທາງການພັດ​ທະ​ນາ​ໂດຍ​ສັນ​ຕິ​ມາ​ໂດຍ​ຕະຫຼອດ, ຈີນ​ບໍ່​ໄດ້​ສ້າງ​ພັນ​ທະ​ມິດ​ທາງ​ການ​ທະ​ຫານ​ກັບ​ປະ​ເທດ​ໃດ, ບໍ່​ໄດ້​ກໍ່​ສົງ​ຄາມ​​ຈັກ​ເທື່ອ​ເລີຍ. ນອກ​ນີ້, ຈີນຍັງ​ໄດ້​ສະ​ເໜີຫຼັກ​ 5 ​ປະ​ການ​ຂອງ​ການ​ທີ່​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ ທີ່​ໄດ້​ຮັບ​ຄວາມ​​ຍ້ອງ​ຍໍຊົມ​ເຊີຍ​ຈາກ​ປະ​ຊາ​ຄົມ​ໂລກ. ໂດຍ​ຜ່ານ​ການ​ພັດ​ທະ​ນາ​ຂອງ​ຕົນ, ລະ​ດັບຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ ​ໄດ້​ຖືກ​ຍົກ​ສູງ​ຂຶ້ນ​ຢ່າງຫຼວງຫຼາຍ, ແລະ​ສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ເດັດ​ຖານ, ​ໄດ້​ທັບ​ມ້າງ​ຮູບ​ແບບ​ດັ້ງ​ເດີມ​ຂອງ​ການ​ພັດ​ທະ​ນາ​ໂຕ​ໃຫຍ່​ຂຶ້ນຂອງ​ປະ​ເທດ​ໃຫຍ່​ທີ່​ວ່າ: “ເຂັ້ມ​ແຂງ​ຂຶ້ນ​ແລ້ວ​ຕ້ອງ​ເປັນ​ເຈົ້າ​ອຳ​ນາດ”. ການ​ພັດ​ທະ​ນາ​ຂອງ​ຈີນ, ບໍ່​ພຽງ​ແຕ່​ບໍ່​ໄດ້​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ປະ​ເທດ​​ໃດ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ສ້າງ​ໂອ​ກາດ​ການ​ພັດ​ທະ​ນາ​ນັບ​ມື້​ນັບຫຼາຍ​ຂຶ້ນ​ ໃຫ້​ແກ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ອີກ​ດ້ວຍ. 70 ປີ​ມາ​ນີ້, ນັບ​ລວມ​ແລ້ວ, ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ 400 ກວ່າ​ຕື້ຢວນແກ່ 170 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ໄດ້​ສົ່ງ​ພະ​ນັກ​ງານ 6 ແສນກວ່າ​ຄົນ ​ໄປ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ, ໄດ້​ປະ​ຕິ​ບັດ​ໂຄງ​ການ​ຊ່ວຍ​ເຫຼືອ​ປະ​ເພດ​ຕ່າງໆ 5.000 ກວ່າ​ໂຄງ​ການ ແລະ ໄດ້​ອົບ​ຮົມ​ບຸກ​ຄະ​ລາ​ກອນ​ປະ​ເພດ​ຕ່າງໆ 12 ລ້ານກວ່າ​ເທື່ອ​ຄົນ ​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ, ສິ່ງ​ເຫຼົ່າ​ນີ້ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ໃຫຍ່. ​ການ​ກະ​ທຳ​ແບບ​ນີ້​ຍັງ​ຈະ​ຖື​ວ່າເປັນ “ໄພ​ຂົ່ມ​ຂູ່” ຢ່າງ​ໜຶ່ງ​ອີກ​ຫວະ?

ເຖິງວ່າ​ອາ​ເມ​ຣິ​ກາ​ມັກ​ໃຊ້​ວາ​ທະຫຼອກ​ລວງ “ໄພ​ຂົ່ມ​ຂູ່​ຈາກ​ຈີນ” ​ເພື່ອລ້າງ​ສະ​ໝອງ​​ຂອງປະ​ຊາ​ຊົນ​ອາ​ເມ​ຣິ​ກາ, ແຕ່​ກໍ​ມີ​ບຸກ​ຄົນ​ທີ່​ເບິ່ງກວ້າງ​ເຫັນ​ໄກ ໄດ້​ກ່າວ​ຕອບ​ໂຕ້​ຖ້ອຍ​ຄວາມ​ທີ່​ຜິດ​ພາດ​ຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ. ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ​ຣີ​ຊາດ ​ເດີ ໂວ​ຟ ສາ​ສະ​ດາ​ຈານ​ເສດ​ຖະ​ສາດທີ່​ມີ​ຊື່​ສຽງ​ຂອງ​ອາ​ເມ​ຣິ​ກາ ​​ໄດ້ກ່າວ​​ປາ​ຖະ​ໜາ​ຜ່ານ​ທາງວິ​ດີ​ໂອ​ວ່າ: “ໄພ​ຂົ່ມ​ຂູ່​ຈາກ​ຈີນ” ທີ່​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ແບບ​ນີ້ ​ຄວນ​ຖືກ​ດັດ​ແກ້​​ໄດ້​ແລ້ວ.

ທ່ານ​ຊີ້​ອອກວ່າ: ຄວາມ​ແຕກ​ໂຕນ​ກັນ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ ​ບໍ່​ໃຫຍ່​ໂຕ​ຄື​ສິ່ງ​ທີ່​ເຮົາ​ຄາດ​ຄິດ​ໄວ້, ​ການຖື​ຈີນ​ເປັນ “ປະ​ເທດ​​ຕ່າງ​ໝູ່” ​ແມ່ນບໍ່​ມີ​ຄວາມ​ຈຳ​ເປັນ. ທ່ານ​ໄດ້​ຍົກ​ຕົວ​ຢ່າງ​ຂຶ້ນ​ມາ ວິ​ເຄາະ​ຄວາມ​ດີ​ເລີດດ້ານ​ລະ​ບອບ​ຂອງ​ຈີນວ່າ: ກ່ອນ​ອື່ນ​ໝົດ​ແມ່ນ: ລະ​ບອບ​ຂອງ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ພົ້ນ​ເດັ່ນ​ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ. ສອງ, ​ຄວາມ​ດີ​ເລີດດ້ານ​ລະ​ບອບ​ຂອງ​ຈີນ​​ ໄດ້​ເຮັດ​ໃຫ້​ລັດ​ຖະ​ບານສາ​ມາດ​ປຸກ​ລະ​ດົມ​ຂົນ​ຂວາຍ​ປະ​ຊາ​ຊົນ​ໄດ້​ດີກວ່າ​ເກົ່າ ເພື່ອ​ແກ້​ໄຂ​ບັນ​ຫາ​ຂອດ​ສຳ​ຄັນ. ສາມ, ລັດ​ຖະ​ບານ​ຈີນ​ສາ​ມາດ​ທຳ​ການ​ຕັດ​ສິນ​ນະ​ໂຍ​ບາຍ​ທີ່​ສຳ​ຄັນ​ໄດ້​ດີ. ສຸດ​ທ້າຍ, ທ່ານ​ຣີ​ຊາດ ​ເດີ ໂວ​ຟ ຢາກບອກ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ວ່າ: “ລັດ​ຖະ​ບານ​ທີ່​ເຂັ້ມ​ແຂງ” ຂອງ​ຈີນ ​ຄວນ​ເປັນ​ແບບ​ຢ່າງ​ໃຫ້​ປະ​ເທດ​ອື່ນ​ຖອດ​ຖອນ​ບົດ​ຮຽນ​ນຳ, “​​ຖ້າ​ວ່າ​ຖື​ຈີນ​ເປັນ​ຄູ່​ແຂ່ງ, ​ບໍ່​ສູ້​ຖື​ຈີນ​ເປັນ​ເປົ້າ​ໝາຍ​​ແບບ​ຢ່າງ​ ໃນ​ການຖອດ​ຖອນ​ບົດ​ຮຽນ​ໃຫ້​ກັບ​ໂລກ ຈະ​ດີກວ່າ.” ອະ​ນາ​ຄົດ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ​ບໍ່​ຄວນ​ແມ່ນ​ສົງ​ຄາມ, ຄວນ​ແມ່ນ​ການ​ບັນ​ລຸ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ຈີນ​ໄດ້​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ, ອອກ​ແຮງ​ພັດ​ທະ​ນາ​ຕົນ​ເອງ. ໃນ​ຖາ​ນະ​ເປັນ​ສັນ​ຍະ​ລັກ​​ຂອງປະ​ຫວັດ​ສາດ​ທີ່​​ມີ​ຄວາມພິ​ເສດ ​ໃນ​ຂະ​ບວນ​ການ​​ພັດ​ທະ​ນາ​ທີ່ພົ້ນ​ເດັ່ນ​ຂຶ້ນ​ຂອງ​ຈີນ, ອັນ​ທີ່​ວ່າ “ໄພ​ຂົ່ມ​ຂູ່​ຈາກ​ຈີນ” ຍ່ອມ​ຈະ​​ຈາງ​ຫາຍ​ໄປ​ຕາມ​ທຳ​ມະ​ຊາດ​ໃນ​ມື້​ໃດ​ມື້​ໜຶ່ງ. ໃນ​ເມື່ອ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ພົບ​ເຫັນ​ວ່າ “ໄພ​ຂົ່ມ​ຂູ່​ຈາກ​ຈີນ” ຈະ​ບໍ່​ສາ​ມາດ​ລ້າງ​ສະ​ໝອງ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕົນ​​ໄດ້ແລ້ວ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ ກໍ​ຈະ​ຜະ​ເຊີນ​ໜ້າ​ກັບ​ຄວາມ​ສົງ​ໄສ​ຂອງ​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ​ຕົນ ​ບໍ່​ແບບ​ໃດ​ກໍ​ແບບ​ໜຶ່ງ.

ຄຳ​ເຫັນ

0