蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫຼາຍກວ່າ 100 ລ້ານ​ຫຼອດ!

2021-04-01 16:19:59 CRI

ຫຼາຍກວ່າ 100 ລ້ານ​ຫຼອດ!_fororder_微信图片_20210401161125

ຫຼາຍ​ມື້​ກ່ອນ, ຍອດ​ຈຳ​ນວນ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ທີ່​ຈີນ​ສະ​ໜອງ​ໃຫ້​ທົ່ວ​ໂລກ ແລະ ຍອດ​ຈຳ​ນວນ​ການ​ສັກ​ວັກ​ຊີນ​ໃຫ້​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ຈີນ​ຕ່າງ​ໄດ້​ບັນ​ລຸຫຼາຍກວ່າ 100 ລ້ານ​ຫຼອດ.

ນີ້​ເປັນ​ຜົນ​ງານ​ຂອງ​ຈີນ​ທີ່​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ ທີ່​ຖື​ເອົາ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ ເພື່ອ​ສະ​ໜອງ​ໃຫ້​ທົ່ວ​ໂລກ, ເປັນ​ຜົນ​ງານ​ຂອງ​​ການ​ແບ່ງ​ປັນ​ປະ​ສົບ​ການຂອງ​ຕົນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ແລະ ກໍ​ເປັນ​ຜົນ​ງານ​ຂອງ​ການຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​​ຮ່ວມສາ​ທາ​ລະ​ນະ​ສຸກ​ຂອງມວນ​ມະ​ນຸດ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ.

ບໍ່​ວ່າ​​ແມ່ນ​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ປະ​ຫວັດ​ສາດ, ຫຼື​ວ່າ​ແມ່ນ​ການ​ຄົ້ນ​ຄວ້າ​ຂອງ​ນັກ​ວິ​ທະ​ຍ​າ​ສາດ​, ລ້ວນ​ແຕ່​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ: ວັກ​ຊີນ​ເປັນ​ອາ​ວຸດ​ແຫຼມ​ຄົມ​ທີ່​ສຸດ ເພື່ອ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ຄັ້ງ​ນີ້​ກໍ​ເຊັ່ນ​ກັນ, ມີແຕ່​​ການ​ສັກ​ວັກ​ຊີນ​​ໄດ້​ບັນ​ລຸ​ເຖິງ​ອັດ​ຕາ​ສ່ວນ​ໃນ​ລະ​ດັບ​ໃດ​ໜຶ່ງ​ແລ້ວ, ຈິ່ງ​ສາ​ມາດ​ສ້າງ​ພູມ​ຕ້ານ​ທານ​ທົ່ວ​ທັງ​ປວງໄດ້ ແລະ ຈິ່ງ​ຈະ​ສາ​ມາດ​ຟື້ນ​ຟູ​ການ​ຜະ​ລິດ​ທາງ​ເສດ​ຖະ​ກິດ ແລະ ຊີ​ວິດ​ການ​ເປັນ​ຢູ່​ທີ່​ເປັນ​ປົກ​ກະ​ຕິ​ໄດ້ເປັນ​ກ້າວໆ.

ວັກ​ຊີນ​ແລະ​ເຊື້ອ​ພະ​ຍາດ​ຄື​ສອງ​ສົ້ນ​ຂອງ​ແປ້ນ​ກະ​ເດື່ອງ, ຖ້າ​ປະ​ຊາ​ຊົນ​ໃນ​ປະ​ເທດ​ຕ່າງໆ​ໄດ້​ສັກ​ວັກ​ຊີນ​ນັບ​ມື້​ນັບຫຼາຍ​ຂຶ້ນ, ເຊື້ອ​ພະ​ຍາດ​ໂຄວິດ-19 ກໍ​ຈະ​ຖືກວັກ​ຊີນ​ທີ່​ຢູ່​ອີກ​ສົ້ນ​ໜຶ່ງ​ຂອງ​ແປ້ນ​ກະ​ເດື່ອງ “ຂັບ​ໄລ່​ອອກ​ຈາກ​ໂລກມະ​ນຸດ” ໃນ​ທີ່​ສຸດ ແລະ ມະ​ນຸດ​ເຮົາ​ຍ່ອມ​ຈະ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ໜັກ​ໜ່ວງ​ຄັ້ງ​ນີ້ໄດ້​ຢ່າງ​ແນ່ນອນ.

ວັກ​ຊີນ​ຂອງ​ຈີນ, ເປັນ​ຮົ້ວ​ປ້ອງ​ກັນ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ.

ຄຳ​ເຫັນ

0