黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ຫຍັງ​ບັນ​ດາປະ​ເທດ​ອາ​ຟ​ຣິ​ກາ​ຈຶ່ງ​ໃຫ້​ການສະ​ໜັບ​ສະ​ໜູນ​ຈີນ​​ແຕ່​ຄັດ​ຄ້ານ​ປະ​ເທດ​ຕາ​ເວັນ​ຕົກ​ກ່ຽວ​ກັບ​ບັນ​ຫາ​ສິດ​ທິ​ມະ​ນຸດ?

2021-05-12 17:29:19 cri

ວັນ​ທີ 2 ພຶດ​ສະ​ພາ​ນີ້, ບໍ​ລິ​ສັດ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ອັງ​ກິດ​ຫຼື BBC ໄດ້​ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​​ຂໍ້ວ່າ: “ເປັນ​ຫຍັງ​ປະ​ເທດ​ອາ​ຟ​ຣິ​ກາ​ຈຶ່ງສະ​ໜັບ​ສະ​ໜູນ​ຈີນ​ແຕ່ຄັດ​ຄ້ານ​ປະ​ເທດ​ຕາ​ເວັນ​ຕົກ​ກ່ຽວ​ກັບ​ບັນ​ຫາ​ສິດ​ທິ​ມະ​ນຸດ?” ໃນດ້ານ​ໜຶ່ງ, ບົດ​ຄວາມ​ໄດ້ຍອມ​ຮັບ​ວ່າ​ປະ​ເທດ​ຈີນ​ແລະ​ບັນ​ດາປະ​ເທດ​ອາ​ຟ​ຣິ​ກາ​ໄດ້​ສ້າງ​ສາຍ​ພົວ​ພັນ​ນຳ​ກັນ​ຢ່າງ​ໃກ້​ຊິດ​​ເປັນ​ເວ​ລາ​ຫຼາຍ​ສິບ​ປີ​ຜ່ານ​ມາ​ແລ້ວ, ປັດ​ຈຸ​ບັນ​ສອງ​ຝ່າຍ​ຍັງ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ລົງ​ທຶນ​ແລະ​ວັກ​ຊີນ, ບົດ​ຄວາມ​ຍັງ​ໄດ້​ນຳ​ເອົາ​ທັດ​ສະ​ນະ​ແລະ​ທ່າ​ທີ​ທີ່ຕັ້ງ​ໜ້າ​ຂອງ​ເຈົ້າ​ໜ້າ​ທີ່​ການ​ທູດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຟ​ຣິ​ກາ​ຈຳ​ນວນ​ໜຶ່ງ​ມາ​ສະ​ໜັ​ບ​ສະ​ໜູນ​ບົດ​ຄວາມ. ແຕ່​ອີກ​ດ້ານ​ໜຶ່ງ, ບົດ​ຄວາມ​ໄດ້​ຈົງ​ໃຈ​ສ້າງ​ເລື່ອງ​​ດ້ວຍ​ການ​ວິ​ເຄາະ​ໃນ​ເລື່ອງທີ່​ຈີນ​ຊ່ວຍ​ເຫຼືອ​ປະ​ເທດ​ອາ​ຟ​ຣິ​ກາ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ໃຊ້​ຖ້ອຍ​ຄວາມ​ອັນ​ທີ່​ເອີ້ນ​ວ່າ: “ກັບ​ດັກ​ໜີ້​ສິນ”, “ກົນ​ອຸ​ບາຍ” ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ຈີນຈົນ​ສຸດ​ຄວາມ​​ສາ​ມາດຂອງ​ຕົນ.

ແຕ່​ວ່າ​ສິ່ງ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ການ​ກະ​ກຽມ​ເພື່ອ​​ກໍ່​ໃຫ້​ເກີດຄວາມ​ສົງ​ໃສ​ໃນ​ທີ່​ສຸດ​ຄື: ເປັນ​ຫຍັງ​ຈີນ​ “ມີ​ບັນ​ຫາ​ສິດ​ທິ​ມະ​ນຸດ​ຢ່າງ​ໜັກ​ໜ່ວງ”, ແຕ່​ບັນ​ດາປະ​ເທດ​ອາ​ຟ​ຣິ​ກາ​ພັດ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຈີນ​​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ຈົນເຖິງ​ຂັ້ນ​ມີ​ຄວາມ​ເຫັນເປັນ​ປໍ​ລະ​ປັກ​​ກັບ​ປະ​ເທດ​ຕາ​ເວັນ​ຕົກ?

ອ່ານ​ບົດ​ຄວາມ​ດັ່ງ​ກ່າວ​ແລ້ວ, ເບິ່ງ​ຄື​ວ່າ BBC ບໍ່​ເຂົ້າ​ໃນ​ເລີຍ​ເພາະ​ວ່າ​ໃນ​ທັດ​ສະ​ນະ​ຂອງ​ເຂົາ​ນັ້ນ, ປະ​ເທດ​ຈີນ​ເປັນ​ປະ​ເທດ​ໃຊ້​ອຳ​ນາດ​ບາດ​ໃຫຍ່​ແບບ​ນີ້, ເປັນ​ຫຍັງ​ປະ​ເທດ​ອາ​ຟ​ຣິ​ກາ​ຍັງ​​ເຂົ້າ​ຂ້າງ​ຈີນ?

​ແຕ່​ວ່າພາຍ​ຫຼັງ​ບົດ​ຄວາມ​ດັ່ງ​ກ່າວ​ລົງ​ພິມໄດ້​ບໍ່​ດົນ​ປານ​ໃດ, BBC ກໍ​ໄດ້​ພົບ​ເຫັນ​ຄຳ​ຕອບ​ຈາກ​ຊາວ​ເນັດ​ທັງ​ຫຼາຍ. ​ເມື່ອໄດ້​ເຫັນ​ຄວາມ​ສົງ​ໃສ​ຂອງ BBC ແລ້ວ, ຊາວ​ເນັດ​ທັງ​ຫຼາຍ​ກໍ​ໄດ້​​ໃຫ້​ຄຳ​ຕອບ​ແກ່ BBC ຢ່າງ​ “ກົງ​ໄປ​ກົງ​ມາ.”

ໃນຂໍ້ຄວາມ​ໜຶ່ງຢູ່ລຸ່ມບົດຄວາມ​ດັ່ງ​ກ່າວ​ທີ່​​ມີ​ການ​ກົດ​ໄລຫຼາຍ​ທີ່​ສຸດ, ​ຊາວ​ເນັດ​ຜິວ​ດຳຄົນ​ໜຶ່ງ​ໄດ້​ພົ​ສ​​ຮູບ​ພາບ​ຂາວ​ດຳ​ເກົ່າ​ຫຼາຍ​ໃບ, ​ຮູບພາບ​ເຫຼົ່າ​ນີ້​ໄດ້​ບັນ​ທຶກ​ພາບ​ທີ່​ປະ​ຊາ​ຊົນ​ອາ​ຟ​ຣິ​ກາ​ຖືກພວກ​ລ່າ​ເມືອງ​ຂຶ້ນ​ອັງ​ກິດລົງ​ໂທດຢ່າງ​ໂຫດ​ຮ້າຍ​ດ້ວຍ​ການ​ຕັດ​ມື​ໃນ​ຕົ້ນ​ສະ​ຕະ​ວັດ​ທີ 20 ແລະ​ກ່າວ​ວ່າ: “ພາບແຜ່ນ​ດຽວ​ກໍ​ດີກວ່າ​​ຄຳ​ອະ​ທິ​ບາຍ​ຫຼາຍ​ເທົ່າ, ຮູບ​ຖ່າຍ​ເຫຼົ່າ​ນີ້​ໄດ້​ອະ​ທິ​ບາຍ​​ແຈ້ງ​ແລ້ວ​ວ່າ: ເປັນ​ຫຍັງ​ປະ​ຊາ​ຊົນ​ອາ​ຟ​ຣິ​ກາ​ຮູ້​ສຶກປ​ວດ​ຮາກ​​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ຂີ້​ຄຸຍ​ຂີ້​ໂມ້​ວ່າ​ປະ​ເທດ​ຕົນ​ເຄົາ​ລົບ​ນັບ​ຖືສິດ​ທິ​ມະ​ນຸດ.”

ນອກ​ນີ້​ຍັງ​ມີ​ຊາວ​ເນັດ​ເວົ້າ​ໂດຍ​ກົງ​ວ່າ: “ພວກ​ເຮົາ​ບໍ່​ເປັນ​ກັງ​ວົນ​​ນຳ​ຄົນ​ຈີນ, ເຂົາ​ເຈົ້າ​ມາ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ອາ​ຟ​ຣິ​ກາ, ຖ້າ​ວ່າ​ພວກ​ເຮົາ​ປະ​ຕິ​ເສດ​​ບໍ່​ຍອມ​ຮັບຄົນ​ຈີນ​​ເຂົາ​ເຈົ້າ​ກໍ​ຈະ​ອອກ​ໄປເອງ. ແຕ່​ຖ້າ​ພວກ​ເຮົາ​ປະ​ຕິ​ເສດ​ບໍ່​ຍອມ​ຮັບ​ປະ​ເທດ​ຕາ​ເວັນ​ຕົກ, ເຂົາ​ເຈົ້າ​ກໍ​ຈະ​ໃຊ້​ວິ​ທີ​ລອບສັງ​ຫານ, ຮຸກ​ຮານ​ແລະ​ໃຊ້​ບໍ​ລິ​ສັດ​ຂ້າມ​ຊາດລັກ​ເອົາ​ຊັບ​ພະ​ຍາ​ກອນ​ຂອງ​ພວກ​ເຮົາ.”

​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ, ຈີນ​​ໄດ້​ຕອບ​ໂຕ້​ຂ່າວ​ລື​ແລະ​ການ​ໃສ່​ຮ້າຍ​ປ້າຍ​ສີຈີນ​ທີ່​ບິດ​ເບືອນ​ຄວາມ​ຈິງ​ແລະ​ບໍ່​ໜ້າ​ເຊື່ອຖື​ທີ່​ຄ້າຍ​ຄື​ກັບ​ບົດ​ຄວາມ​ຂອງ BBC, ​ໃນ​ເວ​ລາ​ຢ້ຽມ​ຢາມ 5 ປະ​ເທດ​ອາ​ຟ​ຣິ​ກາ​ເຊັ່ນ​: ນີ​ເຊຣີ​ແລະ​ປະ​ເທດ​ອື່ນໆ​ໃນ​ຕົ້ນ​ປີ​ນີ້​ຕາມ​ຄຳ​ເຊີນ​, ທ່ານ​ຫວາງ​ຢີ້ ​ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​​ໂຕ້​ສື່​ປະ​ເທດ​ຕາ​ເວັນ​ຕົກ​ອີກ​ຄັ້ງ​ໜຶ່ງ​ຕາມ​ຄວາມ​ເປັນ​ຈິງວ່າ: ນັບ​ມາ​ຮອດ​ປັດ​ຈຸ​ບັນ, ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ບັນ​ດາ​ປະ​ເທດ​ອາ​ຟ​ຣິ​ກາ​ສ້າງ​ທາງ​ລົດ​ໄຟ​ຍາວກວ່າ 6.000 ກິ​ໂລ​ແມັດ​ແລະ​ທາງ​ຫຼວງ​ຍາວກວ່າ 6.000 ກິ​ໂລ​ແມັດ, ໄດ້​ສ້າງ​ທ່າ​ກ່ຳ​ປັ່ນ​ປະ​ມານ 20 ແຫ່ງ, ສ້າງ​ຖານຜະ​ລິດກະ​ແສ​ໄຟ​ຟ້າ​ຂະ​ໜາດ​ໃຫຍ່​ 80 ກວ່າ​ແຫ່ງ, ໄດ້​ຊ່ວຍ​ສ້າງ​​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ປິ່ນ​ປົວ​ພະ​ຍາດ 130 ກວ່າ​ແຫ່ງ, ສະ​ໜາມ​ກິ​ລາ 45 ແຫ່ງ​ແລະ​ໂຮງ​ຮຽນ 170 ກວ່າ​ແຫ່ງ, ໄດ້​ສົ່ງ​ທິມ​ງານ​ຜູ້​ຊ່ຽວ​ຊານ​ໄປປິ່ນ​ປົວ​ພະ​ຍາດ​ 21 ພັນ​ເທື່ອ​ຄົນ​ຢູ່ 48 ປະ​ເທດ​ອາ​ຟ​ຣິ​ກາ, ແລະ​ໄດ້​ປິ່ນ​ປົວ​ຄົນ​ເຈັບ​​ຊາວ​ອາ​ຟ​ຣິ​ກາ​ຫຼາຍກວ່າ 220 ລ້ານ​ເທື່ອ​ຄົນ.

ແນວ​ຄິດ​ຜູ້​ຮ້າຍ​ອ້າຍ​ໂຈນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ຖື​ໂຕ​ເອງສຳ​ຄັນ​ຄື​ເກົ່າຍັງ​ຄື​ກັບ​ກ່ອນ​ໜ້າ​ນີ້​ຫຼາຍ​ຮ້ອຍ​ປີ, ເຂົາ​ເຈົ້າ​ຍັງ​ບໍ່​ຍອມ​ຮັບ​ປະ​ເທດ​ຈີນ​ທີ່​ພວມ​ພັດ​ທະ​ນາກ້າວ​ກະ​ໂດດ, ຖ້າ​ວ່າ​ພຽງ​ແຕ່​ຮູ້​ເບິ່ງ​ປະ​ເທດ​ຈີນ​ດ້ວຍ​ສາຍ​ຕາ​ທີ່​ລຳ​ອຽງ​ຂອງ​ຕົນ, ກໍ​ຈະ​ບໍ່​ສາ​ມາດ​ເຂົ້າໃຈ​ການ​ກະ​ທຳ​ຂອງ​ຈີນ​ໄດ້​ຈົນ​ເທົ່າ​ໃດໆ. ປະ​ເທດ​ອາ​ຟ​ຣິ​ກາ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ສະ​ໜັບ​ສະ​ໜູນ​ປະ​ເທດ​ຈີນ​ກໍ​ໄດ້​ພິ​ສູດ​ໃຫ້​ເຫັນສັດ​ຈະ​ທຳ​ທີ່​ວ່າ: ຜູ້​ຍຶດ​ຖື​ຄວາມ​ເປັນ​ທຳ​ຈະ​ໄດ້​ໃຈ​ຄົນ, ຜູ້​ອະ​ທຳ​ຜູ້​ຄົນ​ຈະ​ແໜງ​ໜ່າຍ.

 

ຄຳ​ເຫັນ

0