何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສະ​ແດງ​ຄວາມຂອບ​ໃຈ​​ຕໍ່ປະ​ຊາ​ຊົນ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຈາກ​ເຂດ​ອ່າງ​ນ້ຳ​ເຊິ່ງ​ເປັນ​ການປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ຊາດ

2021-05-14 16:06:26 CRI

ຕອນ​ບ່າຍ​ວັນ​ທີ 13 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້​ນ​ຜິງ​ໄດ້​ເດີນ​ທາງ​ໄປ​ຮອດ​ບ້ານ​ໂຈ່​ຈ່ວງ​ເມືອງ​ຊີ່​ຊ່ວນ​ທີ່​ເປັນ​ບ້ານ​ຊາວ​ຍົກ​ຍ້າຍ​ຖິ່ນ​ຖານ​ໃນ​ໂຄງ​ການ​ສົ່ງ​ນ້ຳ​ຈາກ​ພາກ​ໃຕ້ສູ່​ພາກ​ເໜືອຂອງ​ປະ​ເທດ​ຈີນ, ເພື່ອ​ຮັບ​ຮູ້​ສະ​ພາບ​ການ​ຜະ​ລິດ ແລະ ການດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕໍ່​ພີ່​ນ້ອງ​ປະ​ຊາ​ຊົນ​ວ່າ: “ການ​ກໍ່​ສ້າງ ການ​​ດຳ​ເນີນ​ງານ ແລະ ການ​ຍົກ​ຍ້າຍ​ປະ​ຊາ​ຊົນ​ໃນ​ໂຄງ​ການ​ສົ່ງ​ນ້ຳ​ຈາກ​ພາກ​ໃຕ້​ສູ່​ພາກ​ເໜືອ​ນັ້ນ, ຂ້າ​ພະ​ເຈົ້​າ​ໄດ້​ເອົາ​ໃຈ​ໃສ່ຕິດ​ຕາມ​ມາ​ໂດຍ​ຕະຫຼອດ. ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ໃຫ້​ສູນ​ກາງ​ພັກ​ສະ​ແດງ​ຄວາມ​ຂອບ​ອົ​ກ​ຂອບ​ໃຈ​ຕໍ່​ຜູ້​ກໍ່​ສ້າງ ຜູ້​ຄຸ້ມ​ຄອງ​ໂຄງ​ການ ກໍ​ຄື​ປະ​ຊາ​ຊົນ​ອັນ​ໄພ​ສານ​​ທີ່​ຍົກ​ຍ້າຍ​ຖິ່ນ​ຖານ​ເພື່ອ​ໂຄງ​ການ​ນີ້, ​ຂໍ​ສະ​ແດງ​ຄວ​າມຂອບ​ໃຈ​ຕໍ່​ບັນ​ດາ​ທ່ານ​ທີ່​ໄດ້​ປະ​ກອບ​ສ່ວນ​ຢ່າງ​ພົ້ນ​ເດັ່ນ. ເພື່ອ​ໃຫ້​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ລຽບ​ຕາມ​ໂຄງ​ການ​ນີ້​ມີ​ນ້ຳ​ດື່ມ​ທີ່​ມີ​ຄຸນ​ນະ​ພາບ​ດີ, ບັນ​ດາ​​ທ່ານ​ໄດ້​ສະຫຼະ​ຜົນ​ປະ​ໂຫຍດ​ຂອງ​ຄອບ​ຄົວ​​ຕົນເອງ ເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ວົງ​ຄະ​ນາ​ຍາດ​​ແຫ່ງ​ຊາດ, ນີ້​ແມ່ນ​ນ້ຳ​ໃຈ​ອຸ​ທິດ​ຕົນ​ທີ່​ຍິ່ງ​ໃຫຍ່. ສຸ​ພາ​ສິດ​ຈີນ​ເວົ້າ​ວ່າ ເວ​ລາ​ດື່ມ​ນ້ຳ​ຕ້ອງ​ຮູ້​ບຸນ​ຄຸນ​ຜູ້​ຂຸດນ້ຳ​ສ້າງ, ບັນ​ດາ​ສະ​ຫາຍ​ກໍ​ເປັນ​ຜູ້​ຂຸດ​ນ້ຳ​ສ້າງ. ຫວັງ​ຢ່າງ​ຍິ່ງວ່າ​ພີ່​ນ້ອງ​ປະ​ຊາ​ຊົນ​ມີ​ຈະ​ຊີ​ວິດ​ການ​ເປັນ​ຢູ່​ນັບ​ມື້​ນັບ​ດີ​ຂຶ້ນ!”

ຄຳ​ເຫັນ

0