黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຢວນ​ລົງ​ຜິງ ຈະ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງຄົນ​ທັງ​ຫຼາຍ​ຈົນ​ເທົ່າ​ໃດໆ!

2021-05-24 16:49:00 cri

ທ່ານ​ຢວນ​ລົງ​ຜິງ ຈະ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງຄົນ​ທັງ​ຫຼາຍ​ຈົນ​ເທົ່າ​ໃດໆ!_fororder_a08b87d6277f9e2f38f4a15bdbdb622cba99f390

ເວ​ລາ 13 ໂມງ 7 ນາ​ທີ​ຂອງວັນ​ທີ 22 ພຶດ​ສະ​ພາ​ປີ 2021, ທ່ານຢວນ​ລົງ​ຜິງ, ຫົວ​ໜ້າ​ສູນ​ຄົ້ນ​ຄວ້າ​ໂຄງ​ການ​ເຕັກ​ນິກ​ເຂົ້າ​ນາ​ພັນ​ປະ​ສົມ​ແຫ່ງ​ຊາດ​ຈີນ, ຜູ້​ໄດ້​ຮັບ​ “ຫຼຽນ​ໄຊ​ແຫ່ງ​ຊາດ ສ​ປ ຈີນ​” ​ໄດ້​ເຖິງ​ແກ່​ມໍ​ລະ​ນະ​ກຳຢູ່​ນະ​ຄອນ​ສາງ​ຊ່າແຂວງ​ຫູ​ນານ ສ​ປ ຈີນ, ລວມ​ອາ​ຍຸ​ໄດ້ 91 ປີ.

ທ່ານຢວນ​ລົງ​ຜິງເປັນ​ຜູ້​ບຸກ​ເບີກ​ຄົ້ນ​ຄວ້າ​ແລະ​ພັດ​ທະ​ນາ​ເຂົ້າ​ນາ​ພັນ​ປະ​ສົມ​ຂອງ​ຈີນ. ​ທ່ານ​ເປັນ​ຜູ້​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ທີ່​ມີ​ຕໍ່​ປະ​ເທດ​ຈີນ​ກໍ​ຄື​ມວນ​ມະ​ນຸດ, ​ຍັງ​ເປັນ​ຜູ້​ປະ​ກອບ​ສ່ວນ​ຢ່າງ​ລົ້ນ​ເຫຼືອ​ບໍ່​ສະ​ເພາະ​ແຕ່​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢ່າງ​ດຽວ. ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​​ຂອງ​ທ່ານຕະ​ຫຼອດ​ຊີ​ວິດ, ໄດ້​ສົ່ງ​ຜົນ​ດີ​ໃຫ້​ກັບ​ສັນ​ຕິ​ພາບ​ຂອງ​ໂລກ​ແລະ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ​ທີ່​ບໍ່​ມີ​ວັນ​ຈະ​ຫຼົງ​ລືມ​ໄດ້.

ປະ​ຊາ​ກອນ​ຈີນ​ກວ່າ 60% ​ໄດ້​ຖື​ເຂົ້າ​ນາ​ເປັນ​ອາ​ຫານ​​ຫຼັກ, ຖ້າ​ວ່າ​ຜົນ​ຜະ​ລິດເຂົ້າ​ນາ​ບໍ່​ພຽງ​ພໍ, ​ກໍຈະ​ກາຍ​ເປັນ​ປັດ​ໄຈ​​ທີ່​ສົ່ງ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ຕໍ່​ໂລກ. ​ຂະ​ນະ​ທີ່​ເຂົ້າ​ນາ​ພັນ​ປະ​ສົມ​ໄດ້​ຊ່ວຍ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ຢ່າງ​ແນ່ນອນ: ພາຍ​ຫຼັງ​ແນວ​ພັນ​ເຂົ້າ​ນາ​ພັນ​ປະ​ສົມ​ລຸ້ນ​ທຳ​ອິດ​ໄດ້​ຄົ້ນ​ຄວ້າ​ອອກ​ມາ​ເມື່ອ​ປີ 1974, ມາ​ຮອດ​ປັດ​ຈຸ​ບັນ​ກໍ​ເປັນ​ເວ​ລາ​ຫຼາຍກວ່າ 40 ປີ, ທ່ານຢວນ​ລົງ​ຜິງ​ໄດ້​ຄົ້ນ​ຄວ້າ “ເຂົ້າ​ນາ​ພັນ​ປະ​ສົມ​ຊຸບ​ເບີ”​ ຫຼາຍ​ລຸ້ນ​, ຜົນ​ຜະ​ລິດ​ສູງກວ່າ​ເຂົ້າ​ນາ​​ພື້ນ​ເມືອງທຳ​ມະ​ດາ​ຫຼາຍກວ່າ 20%, ເນື້ອ​ທີ່​ປູກ​ເຂົ້າ​ນາ​ພັນ​ປະ​ສົມ​​ກໍ​ມີຫຼາຍກວ່າ 16 ລ້ານ​ເຮັກ​ຕາ​ຕໍ່​ປີ, ຜົນ​ຜະ​ລິດ​ເຂົ້າ​ນາ​ທີ່​ເພີ່ມ​ຂຶ້ນ​ສູ່​ປີ​ກໍສາ​ມາດ​ເຮັດ​ໃຫ້​ປະ​ຊາ​ກອນ​ຈີນ​ຫຼາຍກວ່າ 80 ລ້ານ​ຄົນກຸ້ມ​ກິນ, ໄດ້​ປະ​ກອບ​ສ່ວນ​ອັນໃຫຍ່​ຫຼວງ​ເພື່ອ​​ບໍ່​ໃຫ້​ເກີດ​ມີວິ​ກິດ​ການ​ປະ​ຊາ​ກອນ​ແລະ​ສາ​ມາດ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຈີນ.

ທ່ານ​ຢວນ​ລົງ​ຜິງ ຈະ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງຄົນ​ທັງ​ຫຼາຍ​ຈົນ​ເທົ່າ​ໃດໆ!_fororder_src=http_%2F%2Fn.sinaimg.cn%2Fsinakd2021523s%2F150%2Fw1080h670%2F20210523%2Ff817-kqpyffy8509180&refer=http_%2F%2Fn.sinaimg

ໃນ​ຂະ​ນະ​ດຽວ​ກັນ​ທີ່​ປັບ​ປຸງ​ການ​ສະ​ໜອງ​ສະ​ບຽງ​ອາ​ຫານ​​ຢູ່​ພາຍ​ໃນ​ຈີນ​ໃຫ້​ດີ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ແລະ​ຫຼຸດ​ຄວາມ​ສ່ຽງ​ຂອງ​ຈີນ​ດ້ານ​ສະ​ບຽງ​ອາ​ຫານ​ນັ້ນ, ທ່ານຢວງ​ລົງ​ຜິງ ກໍໄດ້​ຕັ້ງ​ໜ້າ​ຊຸກ​ຍູ້​ໃຫ້​ເຂົ້າ​ນາ​ພັນ​ປະ​ສົມ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ແຫ່ງ​ຕ່າງໆ​ຂອງ​ໂລກ. ໂດຍ​ຜ່ານ​ການ​ເປີດ​ຊຸດ​ຝຶກ​ອົບ​ຮົມ​ສາ​ກົນ​ກ່ຽວ​ກັບ​ເຂົ້າ​ນາ​ພັນ​ປະ​ສົມ, ທ່ານຢວນ​ລົງ​ຜິງ ໄດ້​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ເຂົ້າ​ນາ​ພັນ​ປະ​ສົມ​ຫຼາຍກວ່າ 14 ພັນ​ຄົນ​ຈາກ​ປະ​ເທດ​​ກຳ​ລັງ​ພັດ​ທະ​ນາກວ່າ 80 ປະ​ເທດ, ເຮັດ​ໃຫ້​ເຕັກ​ນິກ​ປູກ​ເຂົ້າ​ນາ​ພັນ​ປະ​ສົມ​ໄດ້​​ຖືກເຜີຍ​ແຜ່​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ. ປັດ​ຈຸ​ບັ​ນ, ການ​ທົດ​ລອງ​ປູກ​ເຂົ້າ​ນາ​ພັນ​ປະ​ສົມ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢູ່​ຫຼາຍ​ປະ​ເທດ​ໃນ​ອາ​ຊີ​ຕ​າ​ເວັນ​ອອກ​ສຽງ​ໃຕ້, ອາ​ຊີ​ໃຕ້, ອາ​ຟ​ຣິ​ກາ​ແລະ​ປະ​ເທ​ດ​ອື່ນໆ. ຕົວ​ເລກ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ເນື້ອ​ທີ່​ປູກ​ເຂົ້າ​ນາ​ພັນ​ປະ​ສົມ​ຢູ່​ຕ່າງ​ປະ​ເທດ​ໄດ້​ບັນ​ລຸ​ເຖິງ 7 ລ້ານ​ເຮັກ​ຕາ, ຜົນ​ຜະ​ລິດ​ສະ​ເລ່ຍຢ່າງ​​ຕ່ຳ​ແມ່ນໄດ້​ສູງກວ່າ​ແນວ​ພັນ​ທ້ອງ​ຖິ່ນ​ຫຼາຍກວ່າ 20%.

ໃນ​ໄລ​ຍະ​ຢ້ຽມ​ຢາມ​ປະ​ເທດ​ຈີນ​ເມື່ອເດືອນ​ກັນ​ຍາ​ປີ 2013 , ທ່ານ​​ຈູມ​ມາ​ລີ ໄຊ​ຍະ​ສອນ ອະ​ດີດ​ປະ​ທານ​ປະ​ເທດ​ລາວ​ພ້ອມ​ດ້ວຍ​ຄະ​ນະ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ສູນ​ຄົ້ນ​ຄວ້າ​ເຂົ້າ​ນາ​ພັນ​ປະ​ສົມ​ຫູ​ນານ​​ປະ​ເທດ​ຈີນ​ເປັນ​ການ​ສະ​ເພາະ, ແລະ​ໄດ້​ພົບ​ປະ​ສົນ​ທະ​ນາ​ກັບ​ທ່ານຢວນ​ລົງ​ຜິງ. ໃນ​ເວ​ລາ​ໄດ້​ຮັບ​ຟັງ​ການ​ແນະ​ນຳ​​ຈາກທ່ານຢວນ​ລົງ​ຜິງວ່າ​ຜົນ​ຜະ​ລິດ​ຂອງ​ຊູ​ເປີ​ເຂົ້າ​ນາ​ພັນ​ປະ​ສົມ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່​ຫຼວງ, ທ່ານ​ຈຸມ​ມະ​ລີ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ​ຕໍ່​ທ່ານຢວນ​ລົງ​ຜິງ, ແລະໄດ້​ເຊື້ອ​ເຊີນ​ທ່ານຢວນ​ລົງ​ຜິງ​ໄປ​ຢ້ຽມ​ຢາມ​​ປະ​ເທດລາວ​ເພື່ອ​ຊ່ວຍ​ເຫຼືອ​ການ​ຜະ​ລິດ​ດ້ານ​ກະ​ສິ​ກຳ​ຂອງ​ລາວ, ​ເພື່ອຊຸກ​ຍູ້ແລະ​ເຜີຍ​ແຜ່​ການ​ປູກ​ເຂົ້າ​ນາ​ພັນ​ປະ​ສົມ​ຢູ່​ປະ​ເທດ​ລາວ​ແລະ​ຊ່ວຍ​ໃຫ້​ຜົນ​ຜະ​ລິດ​ດ້ານ​ກະ​ສິ​ກຳ​ຂອງ​ລາວມີ​ປະ​ລິ​ມານ​ຫຼາຍ​ກວ່າ​ເກົ່າ.

ຕາມ​ຜົນ​ການ​ສະ​ຖິ​ຕິ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ຮອດ​ປີ 2018, ໃນ​ທົ່ວ​ໂລກ​ຍັງ​ມີ​ຄົນ​ອຶດ​ຫິວ​ປະ​ມານ 820 ລ້ານ​ຄົນ, ຖ້າ​ວ່າ​ເຂົ້າ​ນາ​ພັນ​ປະ​ສົມ​ສາ​ມາ​ດ​ປູກ​ຢູ່​ທົ່ງ​ນາ​ເຄິ່ງ​ໜຶ່ງ​ຂອງ​ທົ່ວ​ໂລກ, ກໍ​​ຈະ​ສາ​ມາດ​ເຮັດ​ໃຫ້​ປະ​ຊາ​ກອນ 500 ລ້ານ​ຄົນ​ປາ​ສະ​ຈາກ​ຄວາ​ມ​ອຶດ​ຫິວ, ນີ້​ຈະ​ແມ່ນ​ຄວາມ​ອັດ​ສະ​ຈັນ​ແທ້ໆ! ເຂົ້າ​ນາ​ພັນ​ປະ​ສົມ​ໄດ້​ສ້າງ​ຜົນດີ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ກັບ​ທົ່ວ​ໂລກ, ​ທ່ານຢວນ​ລົງ​ຜິງ ນັກ​ວິ​ທະ​ຍາ​ສາດ​ຜູ້​ຍິ່ງ​ໃຫຍ່​ຂອງ​ຈີນ​ທ່າ​ນ​ນີ້, ​ຈະ​ຖືກ​ຈາ​ລຶກ​ໄວ້​ໃນ​ຄວາມ​ຊົງ​ຈຳ​ຂອງ​ຄົນ​ທັງ​ຫຼາຍ​ຈົນ​ເທົ່າ​ໃດໆ.

 

ຄຳ​ເຫັນ

0