ທ່ານ ຢວນລົງພິງ ທີ່ມີສົມຍານາມວ່າ “ບິດາເຂົ້ານາພັນປະສົມ”, ບັນດິດສະຖາບັນວິສະວະກຳຈີນ, ຜູ້ໄດ້ຮັບຫຼຽນໄຊສາທາລະນະລັດຂອງຈີນໄດ້ມໍລະນະກຳແລ້ວໃນເວລາ 13 ໂມງ 7 ນາທີຂອງວັນທີ 22 ພຶດສະພານີ້ຢູ່ນະຄອນຊາງຊ່າແຂວງຮູນານ ສປ ຈີນ, ລວມອາຍຸໄດ້ 91 ປີ.
ມື້ນີ້ຈະແນະນຳຮູບເງົາ “ທ່ານຢວນລົງຜິງ” ໃຫ້ແກ່ບັນດາທ່ານ.
ທ່ານຢວນລົງຜິງເປັນຜູ້ບຸກເບີກຄົ້ນຄວ້າ ແລະພັດທະນາເຂົ້ານາພັນປະສົມຂອງຈີນທັງເປັນນັກວິທະຍາສາດຜູ້ທຳອິດໃນໂລກທີ່ໄດ້ນຳໃຊ້ທ່າແຮງດ້ານເຂົ້ານາພັນປະສົມຢ່າງສຳເລັດຜົນ.
ທ່ານຢວນລົງພິງເປັນຜູ້ບຸກເບີກຄົ້ນຄວ້າແລະພັດທະນາເຂົ້ານາພັນປະສົມຂອງຈີນ. ຄວາມພະຍາຍາມຕະຫຼອດຊີວິດຂອງທ່ານ ໄດ້ສົ່ງຜົນດີໃຫ້ກັບສັນຕິພາບຂອງໂລກ ແລະການພັດທະນາຂອງມວນມະນຸດ.
ທ່ານຢວນລົງພິງຍັງໄດ້ຕັ້ງໜ້າຊຸກຍູ້ໃຫ້ເຂົ້ານາພັນປະສົມສ້າງຜົນປະໂຫຍດໃຫ້ແກ່ແຫ່ງຕ່າງໆຂອງໂລກ.ຕົວເລກສະຖິຕິສະແດງໃຫ້ເຫັນວ່າ, ເນື້ອທີ່ປູກເຂົ້ານາພັນປະສົມຢູ່ຕ່າງປະເທດ ໄດ້ບັນລຸເຖິງ 7 ລ້ານເຮັກຕາ, ຜົນຜະລິດສະເລ່ຍຢ່າງຕ່ຳແມ່ນໄດ້ສູງກວ່າແນວພັນທ້ອງຖິ່ນ 20%.
ທ່ານ ຢວນລົງພິງ ເຄີຍກ່າວວ່າ: “ສິ່ງທີ່ຂ້າພະເຈົ້າສະແຫວງຫາໃນຕະຫຼອດຊີວິດນັ້ນ ກໍແມ່ນໃຫ້ທຸກຄົນສາມາດຫ່າງໄກຈາກຄວາມອຶດຫິວ.” ແລະທ່ານເອງກໍໄດ້ທຸ້ມເທເວລາຕະຫຼອດຊີວິດເຂົ້າໃນການປະຕິບັດຕາມຄຳໝັ້ນສັນຍາຂອງຕົນຢ່າງແທ້ຈິງ.
ຄຳເຫັນ
0