ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android

ວັນທີ 30 ພຶດສະພາປີ2014, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມໂຮງຮຽນປະຖົມຊົນເຜົ່າເມືອງໄຫຕ້ຽນນະຄອນຫຼວງປັກກິ່ງ. ໃນເວລາເຂົ້າຮ່ວມພິທີຮັບ ສະມາຊິກກອງເຍົາວະຊົນນຳໜ້າ , ທ່ານໄດ້ເລົ່າເຖິງປະສົບການຂອງຕົນໃນຕອນຍັງນ້ອຍໃຫ້ນັກຮຽນທັງຫຼາຍໄດ້ຮູ້ວ່າ: “ຂ້າພະເຈົ້າເຂົ້າໂຮງຮຽນປະຖົມໃນປີ 1959, ເຂົ້າເປັນສະມາຊິກກອງເຍົາວະຊົນນຳໜ້າໃນປີ1960, ຍ້ອນວ່າມີອາຍຸຍັງນ້ອຍ, ຈິ່ງບໍ່ໄດ້ເຂົ້າເປັນສະມາຊິກກອງເຍົາວະຊົນນຳໜ້າຊຸດທຳອິດ, ຕອນນັ້ນ ເສຍໃຈຈົນໄຫ້.”ເມື່ອຟັງຮອດບ່ອນນີ້, ຫຼານນ້ອຍນັກຮຽນທັງຫຼາຍກໍພາກັນຫົວຂຶ້ນ. ທ່ານສີຈິ້ນຜິງຍັງເວົ້າຕື່ມວ່າ: “ຍັງຈື່ໄດ້ວ່າ ຕອນເຂົ້າເປັນສະມາຊິກກອງເຍົາວະຊົນນຳໜ້າຮູ້ສຶກຕື່ນເຕັ້ນດີໃຈຫຼາຍຈົນຫົວໃຈເຕັ້ນຕຶກໆ, ບໍ່ຮູ້ວ່າພວກຫຼານມີຄວາມຮູ້ສຶກແບບດຽວກັນນີ້ບໍ?” ພວກຫຼານນ້ອຍນັກຮຽນກໍພາກັນຕອບວ່າ “ມີ!” “ເປັນຫຍັງຈິ່ງມີຄວາມຮູ້ສຶກແບບນີ້, ເພາະວ່າ ນີ້ຄືກຽດຕິຍົດຢ່າງໜຶ່ງ.” ທ່ານສີຈິ້ນຜິງໄດ້ໃຫ້ກຳລັງໃຈແກ່ພວກຫຼານນ້ອຍນັກຮຽນທັງຫຼາຍວ່າຈົ່ງກຽມຄວາມພ້ອມຢູ່ທຸກເວລາເພື່ອສືບທອດພາລະກິດຂອງຊາດໃນອະນາຄົດ.
ຄຳເຫັນ
0