ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android

“ເມື່ອເຫັນພວກຫຼານຫຼິ້ນສະເກັດ, ຂ້າພະເຈົ້າກໍໄດ້ຄິດເຖິງສະພາບການຫຼິ້ນສະເກັດຂອງຕົນ, ຕອນນັ້ນກໍເປັນຕອນທີ່ຮຽນຢູ່ໂຮງຮຽນປະຖົມ, ຢູ່ໃສນໍ? ຢູ່ສືຊ້າໄຫ. ໃສ່ເກີບສະເກັດແລ້ວກໍເຂົ້າໄປຫຼິ້ນເລີຍ ໂດຍບໍ່ສົນວ່າເກີບຈະພໍດີກັບດິນຫຼືບໍ່.” ວັນທີ 24 ກຸມພາປີ 2017, ຢູ່ສູນກິລາອູເຄີ່ສົ່ງປັກກິ່ງ, ທ່ານສີຈິ້ນຜິງໄດ້ເລົ່າເລື່ອງອະດີດໃນຍາມເປັນເດັກນ້ອຍທີ່ທ່ານຫຼິ້ນສະເກັດຢູ່ສືຊ້າໄຫກັບເດັກນ້ອຍທີ່ຫຼິ້ນກິລາໄອສຮອກກີ (Ice Hockey) ວ່າ: ຍາມເປັນເດັກນ້ອຍ, ຍ້ອນວ່າເງື່ອນໄຂມີຄວາມຈຳກັດ, ມີແຕ່ຫຼິ້ນສະເກັດຢູ່ເດີ່ນນ້ຳກ້າມຕາມທະມະຊາດທີ່ລຽບງ່າຍ. ທ່ານກັບນ້ອງຊາຍມັກຫຼິ້ນສະເກັດຫຼາຍ, ແຕ່ເຂົາເຈົ້າມີເງິນພໍແຕ່ຊື້ເກີບສະເກັດຄູ່ໜຶ່ງເທົ່ານັ້ນ, ທ່ານກໍເລີຍປ່ອຍໂອກາດຊື້ເກີບສະເກັດໃຫ້ກັບນ້ອງຊາຍ.
ຄຳເຫັນ
0