黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່າ​ທີ​ “ເງິນ​ຄຳ​ຢູ່​ເໜືອ​ທຸກ​ສິ່ງ​ທຸກຢ່າງ” ຂອງ​ອາ​ເມ​ຣິ​ກາ​ເຮັດ​ໃຫ້​ການ​ຕ້ານ​​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຂອງສາ​ກົນ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ

2021-06-03 20:08:41 cri

ຫວ່າງ​ມໍ່ໆ​ມາ​ນີ້, ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ: ທ້າຍ​ເດືອນ​ເມ​ສາ​ປີ​ນີ້, ປະ​ຊາ​ຊົນ​ເມືອງ​​ໄມ​ອາ​ມີ-​ເດດ ລັດ​ຟ​ລໍ​ຣີ​ດາ​ຂອງ​ອາ​ເມ​ຣິ​ກາ​ໄປ​ຖິ້ມ​ຂີ້​ເຫຍື້ອ, ໄດ້​ພົບ​ເຫັນ​ເຄື່ອງ​ຊ່ວຍ​ຫາຍ​ໃຈ​ໃໝ່​ອ່ຽມ ​ທີ່​ມີ​ມູນ​ຄ່າຫຼາຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ​ຖືກ​ຖິ້ມ​ໄວ້​ໃນ​ກອງ​ຂີ້​ເຫຍື້ອ. ຍ້ອນ​ວ່າ​ຂີ້​ເຫຍື້ອ​ໃນ​ສະ​ໜາມ​ຂີ້​ເຫຍື້ອ ​ຈະ​ຖືກ​ຊຳ​ລະ​ພາຍ​ໃນ​ມື້​ໜຶ່ງ. ​ຈັ່ງ​ຊັ້ນ​ໃນປັດ​ຈຸ​ບັນ​ນີ້, ເຄື່ອງ​ຊ່ວຍ​ຫາຍ​ໃຈງວດ​ນີ້​ໄດ້​ຫາຍ​ສາບ​ສູນ​ໄປ​ແລ້ວ. ສ່ວນ​ສາຍ​ເຫດ​ທີ່​ຖິ້ມ​ເຄື່ອງ​ຊ່ວຍ​ຫາຍ​ໃຈ​ເຫຼົ່າ​ນີ້​ເຂົ້າ​ໃນ​ກອງ​ຂີ້​ເຫຍື້ອ ​ກໍ​ເປັນ​ສາຍ​ເຫດ​ທີ່​​ເຫຼືອ​ເຊື່ອ, ນັ້​ນ​ກໍ​ຄື: ​ຖ້າຖິ້ມ​ໃສ່​ກອງ​ຂີ້​ເຫຍື້ອ​ ຈະ​ໃຊ້​ຄ່າ​ຊຳ​ລະ​ໜ້ອຍກວ່າ​ຄ່າ​ຂົນ​ສົ່ງ​ໄປ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ຕ້ອງ​ການ​ດ່ວນ.

​ເລື່ອງນີ້​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ຄິດ​ເຖິງ​ເລື່ອງ​ທີ່​ເກີດ​ຂຶ້ນ​ໃນ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ​ນີ້, ພາຍຫຼັງ​ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢູ່​ອິນ​ເດຍ​ຢ່າງ​ຮ້າຍ​ແຮງ​ແລ້ວ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ຈົນ​ນັບ​ບໍ່​ຖ້ວນ​ ໄດ້​ສູ້​ກັບ​ພະ​ຍາດ​ເພື່ອ​ເອົາ​ຕົວ​ລອດ ແລະ ຕ້ອງ​ການ​ເຄື່ອງ​ຊ່ວຍ​ຫາຍ​ໃຈ​ເປັນ​ພິ​ເສດ, ແຕ່​ອາ​ເມ​ຣິ​ກາ​ພັດ​​ມີ​ທ່າ​ທີ​ເສີຍ​ເມີຍ ​ຕໍ່​ການ​ຮ້ອງຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ “ພັນ​ທະ​ມິດ​ທີ່​ສະ​ໜິດ​ແໜ້​ຄື​ອິນ​ເດຍ”, ແຕ່​ເລືອກ​ຖິ້ມ​ເຄື່ອງ​ຊ່ວຍ​ຫາຍ​ໃຈ​ເຂົ້າ​ກອງ​ຂີ້​ເຫຍື້ອ​. ​ສຸດ​ທ້າຍ, ອາ​ເມ​ຣິ​ກາ​ພຽງ​ແຕ່​ໄດ້​ຂົນ​ສົ່ງ​ຜ້າ​ປິດ​ປາກຫຼາຍ​ແສນ​ອັນ ແລະ​ ​ບັ້ງ​ອົກ​ຊີ​ເປົ່າ 440 ​ບັ່ງ ໄປ​ໃຫ້​ອິນ​ເດຍ​ເທົ່າ​ນັ້ນ. ເງິນ​ຄຳ​ຢູ່​ເໜືອ​ຊີ​ວິດ​ຂອງ​ຄົນ, ທ່າ​ທີ​ແບບ​ນີ້​ຂອງ​ອາ​ເມ​ຣິ​ກາ ​ເຮັດ​ໃຫ້ພວກ​ເຮົາ​​ໄດ້​ເຫັນ​ທາດ​ແທ້​ຂອງ​ອາ​ເມ​ຣິ​ກາ.

ເດືອນ​ພຶດ​ສະ​ພາ​ປີ​ກາຍ​ນີ້, ​ໜັງ​ສື​ພິມ “ອາ​ເມ​ຣິ​ກາ​ວັນ​ນີ້” ເຄີຍ​ໄດ້​ດຳ​ເນີນ​ການ​ສຳຫຼວດ​ສະ​ພາບ​ການ​​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​​ທີ່ນັບ​ມື້​ນັບ​ຮ້າຍ​ແຮງ ແຕ່​ແພດ​ໝໍ​ແລະ​ພະ​ຍາ​ບານ​ອາ​ເມ​ຣິ​ກາ ​ພັດ​ຂາດ​ເຂີນ​ອຸ​ປະ​ກອນ​ການ​ແພດຫຼາຍ. ຜົນ​ກາ​ນ​ສຳຫຼວດ​ສະ​ແດງ​ໃຫ້​ເຫັນ​ວ່າ: ເດືອນ​ມີ​ນາ​ປີ​ຜ່ານ​ມາ, ອາ​ເມ​ຣິ​ກາ​ໄດ້​ສົ່ງ​ອອກ​ຜ້າ​ປິດ​ປາກ N95 ທີ່​ເປັນ​ຜ້າ​ປິດ​ປາກ​ທີ່​ມີ​ຕ້ອງ​ກາ​ນ​ດ່ວນ​ທາງ​ການ​ແພດ​ໄປ​ຕ່າງ​ປະ​ເທດ ທີ່​ເປັນ​ມູນ​ຄ່າ 80 ລ້ານກວ່າ​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ການ​ສົ່ງ​ອອກ​ຜ້າ​ປິດ​ປາກ​ໃນ​ຮອບ 10 ປີ. ດ້ານ​ໜຶ່ງ​ແມ່ນ​ແພດ​ໝໍ​ແລະ​ພະ​ຍາ​ບານ​ອາ​ເມ​ຣິ​ກາ​ໃສ່​ຜ້າ​ປິດ​ປາກ​​ອັນ​ດຽວຫຼາຍ​ມື້ ເຊິ່ງ​ເປັນ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19, ອີກ​ດ້ານ​ໜຶ່ງ​ ແມ່ນ​ນັກ​ທຸ​ລະ​ກິດ​ອາ​ເມ​ຣິ​ກາ ​ສົ່ງ​ອອກ​ຜ້າ​ປິດ​ປາກ​ດ້ວຍ​ລາ​ຄາ​ສູງ​ໄປ​ຕ່າງ​ປະ​ເທດ ເພື່ອ​ສະ​ແຫວງ​ຫາ​ຜົນ​ກຳ​ໄລ​ສູງ. ນີ້​ກໍ​ເປັນ​ສະ​ພາບ​ການ​ທີ່​ເຫຼືອ​ເຊື່ອ ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຂອງ​ອາ​ເມ​ຣິ​ກາ.

ກໍ​ແມ່ນ​ຢູ່​ອາ​ເມ​ຣິ​ກາ​ເຊັ່ນ​ກັນ, ພາຍຫຼັງ​ວັກ​ຊິນ​ໂຄວິດ-19 ໄດ້​ຖືກ​ນຳ​ໃຊ້​ແລ້ວ, ໂຮງ​ໝໍຫຼາຍ​ແຫ່ງ​ຂອງ​ອາ​ເມ​ຣິ​ກາ​ ໄດ້​ພາ​ກັນ​ສັກ​ວັກ​ຊິນ​ໃຫ້​ຄົນ​ໃກ້​ຊິດ​ຂອງ​ຕົນ​ເປັນ​ບູ​ລິ​ມະ​ສິດ. “ໜັງ​ສື​ພິມ​ຊີ​​ແອັດ​ໂທ​ທາມ​ສ໌” ຂອງ​ອາ​ເມ​ຣິ​ກາ​ ເຄີຍໄດ້​ເປີດ​ເຜີຍ​ໃນ​ເດືອນ​ມັງ​ກອນ​ປີ​ນີ້​ວ່າ: ໂຮງ​ໝໍ​ແຫ່ງ​ໜຶ່ງ​ຂອງ​ນະ​ຄອນ​ຊີ​​ແອັດ​ໂທໄດ້​ສົ່ງ​ອີ​ເມວ​​ຢ່າງ​ລັບໆ ​ໃຫ້ “ຜູ້​ໃຫ້​ເງິນ​ອຸດ​ໜູນ” ທີ່​ມີ​ວົງ​ເງິນຫຼາຍກວ່າ 1 ໝື່ນ​ໂດ​ລາ​ສະ​ຫະ​ລັດ​ແກ່​ໂຮງ​ໝໍ​ຕົນ ​ຈຳ​ນວນ 100 ກວ່າ​ຄົນ​ວ່າ: ເຂົາ​ເຈົ້າ​ສາ​ມາດ​ມາ​ຈອງ​ສັກ​ວັກ​ຊິນ​ໃນ​ໂຮງ​ໝໍ​ຕົນ​ໄດ້. ແຕ່​ຂະ​ນະ​ດຽວ​ກັນ, ປະ​ຊາ​ຊົນ​ທຳ​ມະ​ດາ​​ສາ​ມັນ​ທີ່ໄປ​ຈອງ​ສັກ​ວັກ​ຊິນ​ຢູ່​ໂຮງ​ໝໍ​ແຫ່ງ​ດັ່ງ​ກ່າວ ​ຕ້ອງ​ໄດ້​ລຽນ​ແຖວ​ໄປ​ເຖິງ​ທ້າຍ​ເດືອນ​ມີ​ນາ​ປີ​ນີ້. ການ​ກະ​ທຳ​ແບບ​ນີ້​ຂອງ​ໂຮງ​ໝໍ​ດັ່ງ​ກ່າວ​ ໄດ້​ເຮັດ​ໃຫ້​ຄົນ​ທັງຫຼາຍ​ຮູ້​ດີ​ຕໍ່​ເລື່ອງ​ຈິງຢູ່​ອາ​ເມ​ຣິ​ກາ​ອີກ​ຄັ້ງ​ໜຶ່ງ ຄື “ເງິນ​ຄຳ​ຢູ່​ເໜືອ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ”.

ພາຍຫຼັງ​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາ​ຢ່າງ​ຮ້າຍ​ແຮງ​ແລ້ວ, ເພື່ອ​ຮັກ​ສາ​ການ​ພັດ​ທະ​ນາ​​ດ້ານເສດ​ຖະ​ກິດ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ເລືອກ​ໂດຍ​ເບິ່ງ​ຂ້າມ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ, ຈົນ​ເຖິງ​ຂັ້ນ​ມີ​ເຈົ້າ​ໜ້າ​ທີ່​ອາ​ເມ​ຣິ​ກາ​ຮຽກ​ຮ້ອງ​ໃຫ້​ຟື້ນ​ຟູ​​ການ​ພັດ​ທະ​ນາເສດ​ຖະ​ກິດ​ແບບ​ເປີດ​ປະ​ຕູ ໃນ​ຂະ​ນະ​ທີ່​ອາ​ເມ​ຣິ​ກາ​ຈຳ​ກັດ​ການ​​ເດີນ​ທາງ ​ຍ້ອນ​ພະ​ຍາດ​ໄດ້​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ. ທ່າ​ທີ​ແບບ​ນີ້​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ມີ 34 ລ້ານກວ່າ​ຄົນ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ແລະ 6 ແສນກວ່າ​ຄົນ​ເສຍ​ຊີ​ວິດ​ຍ້​ອນ​ເປັນ​ພະ​ຍາດ​ດັ່ງ​ກ່າວ.

ທ່າ​ທີ “ເງິນ​ຄຳ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ” ຂອງ​ອາ​ເມ​ຣິ​ກາ​ ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ທາດ​ແທ້​​ກໍ​ຄືລັດ​ທິ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​​ສ່ວນ​ຕົວ​ແບບ​ອາ​ເມ​ຣິ​ກາ. “​ການສະ​ແຫວງ​ຫາ​ເງິນ​ຄຳ​ ແຕ່​ເຮັດ​ເສີຍ​ເມີຍ​ຕໍ່​ຊີ​ວິດ​ແລະ​ສຸ​ຂະ​ພາບ” ແບບ​ນີ້​ຂອງ​ອາ​ເມ​ຣິ​ກາ ໄດ້​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ປະ​ສົບ​​ກັບຄວາມຫຼົ້ມ​ເຫຼວ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ແລະ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໄປ​ພ້ອມ​ກັນ. ​ແຕ່​ໃນ​ຂະ​ນະ​ດຽວ​ກັນ​ນັ້ນ, ກໍ​ໄດ້​ສ້າງ​ຄວາມ​ຫຍຸ້ງ​ຍາກ​ ໃຫ້​ແກ່​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຂອງສາ​ກົນ​ໄປອີກ​ດ້ວຍ​ເຊັ່ນ​ກັນ.

ຄຳ​ເຫັນ

0