ລະຄອນໂທລະພາບ “ທົ່ງນາທີ່ເຕັມໄປດ້ວຍຄວາມຫວັງ” ມີເນື້ອໃນກ່ຽວກັບຜູ້ສາວທີ່ມີຊື່ວ່າ ເລີຍຈິ່ນອີ້ ໄດ້ປະຖິ້ມໂອກາດທີ່ດີໃນຕົວເມືອງ, ບໍ່ສົນການຄັດຄ້ານຂອງຍາດພີ່ນ້ອງ, ເດັດດ່ຽວກັບເມືອບ້ານເກີດທີ່ເປັນຊົນນະບົດ, ເຂົ້າຮ່ວມການສ້າງສາຊົນນະບົດ, ນຳພາຊາວບ້ານລຶບລ້າງຄວາມທຸກຍາກ.
ປີ 2015, ພາຍໃຕ້ການສະໜັບສະໜູນຈາກຊາວບ້ານ, ນາງເລີຍຈີ່ນອີ້ ທີ່ເຮັດວຽກຢູ່ນະຄອນເຊ້ຽເມີນ ໄດ້ກັບຄືນສູ່ບ້ານເຮົ້າເມີນຜີງຕາແສງເຜົ່າເຊີ່ປານຈົ່ງນະຄອນຟູອ່ານແຂວງຟູຈ້ຽນ ແລະໄດ້ຮັບການເລືອກຕັ້ງເປັນຫົວໜ້າບ້ານທີ່ໜຸ່ມທີ່ສຸດຂອງຕາແສງ. ນາງແມ່ນລູກຫລາຍເຜົ່າເຊີ່, ສະນັ້ນ, ນາງຕັດສິນໃຈວ່າຈະປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນຂອງຕົນ.
ຕອນນັ້ນ, ຄອບຄົວຕ່າງໆຂອງບ້ານເຮົ້າເມີນຜີງ ໄດ້ຖືການປູກເຂົ້ານານ້ຳ ແລະຜັກເປັນຫລັກ, ໃຊ້ຊີວິດໃນຮູບແບບກະສິກຳທີ່ອາໄສດິນຟ້າອາກາດ ແລະກຸ້ມຢູ່ກຸ້ມກິນດ້ວຍຕົນເອງ. ນາງເລີຍຈີ່ນອີ້ຄຶດວ່າ: ຖ້າຢາກພັດທະນາບ້ານໃຫ້ຈະເລີນ, ກໍຈຳເປັນຕ້ອງໄດ້ຄົ້ນຫາຊັບພະຍາກອນທີ່ເປັນທ່າແຮງ, ພັດທະນາຜະລິດຕະພັນທີ່ມີຄຸນນະພາບດີ.
ພາຍຫລັງການສຳຫລວດ ແລະສຶກສາແລ້ວ, ນາງຄິດວ່າປູກອ້ອຍສຳລັບເຮັດນ້ຳຕານແມ່ນທາງອອກທີ່ດີ. ສະນັ້ນ, ພາຍໃຕ້ການປຸກລະດົມຂອງນາງເລີຍຈີ່ນອີ້, ຊາວກະສິກອນສ່ວນໜຶ່ງໃນບ້ານໄດ້ປູກອ້ອຍ, ທັງໄດ້ລາຍຮັບທີ່ດີ. ໃນໃຈຂອງຊາວບ້ານແລ້ວ, ນາງເລີຍຈີ່ນອີແມ່ນຜູ້ນຳພາໃນການລຶບລ້າງຄວາມທຸກຍາກ, ຍິ່ງເປັນຜູ້ເບິ່ງແຍງຊີວິດການເປັນຢູ່ຂອງບ້ານ. ຜູ້ອາຍຸສູງ ແລະເດັກນ້ອຍທີ່ບໍ່ໄດ້ຍ້າຍເຂົ້າໃນຕົວເມືອງຕ້ອງການດູແລ, ຊາວບ້ານເຈັບເປັນຕ້ອງການໄປປິ່ນປົວຢ່າງຮີບດ່ວນ, ເຮືອນບຸນເຮືອນດີຕ້ອງການຊ່ວຍເຫລືອ, ລ້ວນແຕ່ແມ່ນນາງເລີຍຈີ່ນອີ້ອອກໜ້າແກ້ໄຂ. ພາຍໃຕ້ຄວາມພະຍາຍາມຂອງນາງ, ບ້ານເຮົ້າເມີນຜີງໄດ້ປ່ຽນໂສມໜ້າໃໝ່, ຊີວິດການເປັນຢູ່ຂອງຊາວບ້ານກໍນັບມື້ນັບດີຂຶ້ນ.
ລະຄອນໂທລະພາບທົ່ງນາທີ່ເຕັມໄປດ້ວຍຄວາມຫວັງ ແມ່ນແຕ່ງຂຶ້ນໂດຍອີງຕາມເລື່ອງຈິງຄົນແທ້ຂອງນາງເລີຍຈີ່ນອີ້. ໄດ້ພັນລະນາເຖິງຄວາມຄິດຮອດຄິດເຖິງຕໍ່ພໍ່ແມ່ຍາດຕິພີ່ນ້ອງ ແລະບ້ານເກີດເມືອງນອນຂອງສາວເຜົ່າເຊີ່. ຕາມຂ່າວລາຍງານວ່າ: ນາງເອກຈ້າວລີ້ຢີງເພື່ອເຮັດໃຫ້ການສະແດງເຂົ້າກັບຕົວຈິງຂອງນາງເລີຍຈີ່ນອີ, ຈຶ່ງໄດ້ໄປຮ່ວມກິນຮ່ວມຢູ່ກັບຊາວເຜົ່າເຊີ່ໃນແຂວງຟູຈ້ຽນເປັນເວລາ 1 ອາທິດ, ໂດຍໄດ້ເຂົ້າໃຈວິຖີຊີວິດ ແລະຮີດຄອງປະເພນີຂອງເຂົາເຈົ້າເປັນຢ່າງດີ. ພ້ອມທັງໄດ້ສຶກສາຂໍ້ມູນຈຳນວນຫລວງຫລາຍຂອງນາງເລີຍຈີ່ນອີ້, ມີຄວາມຊາບຊື້ນໃຈຫລາຍຕໍ່ປະສົບການຂອງນາງ.
ຄຳເຫັນ
0