ຮູບເງົາເລື່ອງ “ພ້ອມກັນຜ່ານຜ່າ” ໄດ້ສະແດງໃຫ້ເຫັນເຖິງສະພາບການຕົວຈິງຂອງການຕໍ່ຕ້ານໂຄວິດ-19ຢູ່ນະຄອນອູຮັ້ນໃນຕົ້ນປີ 2020 ດ້ວຍວິທີຖ່າຍທຳຮູບເງົາສາລະຄະດີ. ຮູບເງົາເລື່ອງນີ້ໄດ້ຖ່າຍທອດໃຫ້ເຫັນເຖິງປະສົບການຂອງພະນັກງານການແພດທີ່ໄປຊ່ວຍເຫລືອຢູ່ນະຄອນອູຮັ້ນ, ພະນັກງານໃນເຂດຊຸມຊົນ, ຜູ້ອາສາສະໝັກ, ຜູ້ຕິດໄວຣັດໂຄວິດ-19ແລະຜູ້ອື່ນໆ, ບໍ່ມີນັກສະແດງຈັກຄົນ, ລ້ວນແຕ່ເກັບພາບຕາມຕົວຈິງ ແລະໃຫ້ຜູ້ກ່ຽວເປັນຄົນເລົ່າເລື່ອງ ເຊິ່ງໄດ້ສະແດງໃຫ້ເຫັນເຖິງພະລັງແຮງທີ່ຊາບຊຶ້ງໃຈ ແລະຄວາມຮັກຫອມຕໍ່ຄອບຄົວ ແລະປະເທດຊາດໃນຂະບວນການຕໍ່ຕ້ານໂຄວິດ-19 ຂອງຜູ້ນຳພັກ-ລັດ ຈົນເຖິງປະຊາຊົນທົ່ວໄປແຕ່ລະຄົນ.
ໃນຝ່າຍຕ່າງໆທີ່ມີສ່ວນຮ່ວມໃນການຕ້ານໂຄວິດ-19ນີ້, ມີພະນັກງານການແພດທີ່ບໍ່ໄດ້ຄຶດຄວາມອັນຕະລາຍ ໄດ້ປະກອບເປັນກຳແພງສີຂາວເພື່ອປົກປ້ອງປະຊາຊົນ: ມີໜ່ວຍງານການແພດຂອງແຫ່ງຕ່າງທີ່ເດີນທາງທັງເວັນທັງຄືນເພື່ອໄປເພີ່ມພະລັງໃຫ້ນະຄອນອູຮັ້ນ; ມີແພດທະຫານທີ່ປະຕິບັດຕາມຄຳສັ່ງ, ຮັບໃຊ້ປະຊາຊົນເຕັມແມັດເຕັມຮ້ອຍ; ມີຜູ້ອາສາສະໝັກຂອງລົດສົ່ງແຂກ; ມີອ້າຍບ່າວນຳສົ່ງອາຫານທີ່ຄົນທົ່ວໄປແຕ່ຍິ່ງໃຫຍ່; ມີຊາວເມືອງທີ່ຊ່ວຍເຫລືອເຊິ່ງກັນ ແລະກັນ. ມີຊາວກະສິກອນທີ່ຕັ້ງໜ້າກໍ່ສ້າງໂຮງໝໍປິ່ນປົວພະຍາດໂຄວິດ-19ສະເພາະ; ມີເຈົ້າໜ້າທີ່ຄວບຄຸມພະຍາດ, ເຈົ້າໜ້າທີ່ບໍລິຫານເຂດຊຸມຊົນ ແລະປ້ອງກັນຄວາມສະຫງົບທີ່ປະຈຳການໃນຂັ້ນຮາກຖານ; ມີພະນັກງານກຳມະກອນຕ່າງໆທີ່ຜ່ານຜ່າຄວາມຫຍຸ້ງຍາກເພື່ອເລັ່ງລັດການຜະລິດຜ້າປິດປາກ ແລະປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດ. ຜູ້ຄົນທົ່ວໄປເຫລົ່ານີ້ໄດ້ກາຍເປັນກຳລັງແຮງອັນສຳຄັນການໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19, ໄດ້ປະກອບສ່ວນອັນສຳຄັນທີ່ບໍ່ມີວັນຈາງຫາຍເຂົ້າໃນການຕ້ານກັບພະຍາດໂຄວິດ-19.
ໃນການຕໍ່ສູ້ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19ທີ່ຂ້ຽວຂາດໃນຄັ້ງນີ້. ໂຮງງານຖ່າຍທຳຮູບເງົາສາລະຄະດີ ແລະຂ່າວສູນກາງໄດ້ເຄື່ອນໄຫວຢ່າງວ່ອງໄວ, ໂດຍໄດ້ສົ່ງທິມງານຖ່າຍທຳ 2 ຊຸດ ໃນຈຳນວນ 9 ຄົນ, ລົງເລິກຈົນຮອດພາກສະໜາມຂອງການຕ້ານໂຄວິດ-19ເພື່ອເກັບພາບຢູ່ນະຄອນອູຮັ້ນ. ທິມງານຖ່າຍທຳໄດ້ບັນທຶກເລື່ອງລາວຕົວຈິງຕ່າງໆນັບແຕ່ຜູ້ນຳພັກ ແລະລັດ ຈົນເຖິງປະຊາຊົນທົ່ວໄປໂດຍຜ່ານມູມກ້ອງ,
ຄຳເຫັນ
0