ລະຄອນໂທລະພາບເລື່ອງ ອູ່ເດັກນ້ອຍ ແມ່ນແຕ່ງຂຶ້ນໂດຍອີງຕາມເລື່ອງຈິງໃນປະຫວັດສາດ, ໂດຍໄດ້ເລົ່າເຖິງ: ໃນໄລຍະສົງຄາມຕໍ່ຕ້ານຍີ່ປຸ່ນໃນຊຸມປີ 1940, ສູນກາງພັກກອມມູນິດຈີນໄດ້ສ້າງຕັ້ງໂຮງອະນຸບານຢູ່ເມືອງຢຽນອ່ານ ເພື່ອປົກປັກຮັກສາລູກຫລານຂອງນັກປະຕິວັດ, ນາງ ໂສຈືກັ່ງ ໄດ້ຮັບຄ່ຳສັງໃນກໍລະນີສຸກເສີນ, ແລ້ວໄດ້ນຳພາພະນັກງານປະຕິວັດຕ່າງໆເບິ່ງແຍງດູແລລູກຫລານຂອງນັກປະຕິວັດ ເຊິ່ງກາຍເປັນຊີວິດທີ່ມະຫັດຈະຈັນຂອງເພິ່ນ.
ໃນໄລະຍະສົງຄາມຕໍ່ຕ້ານກັບຍີ່ປຸ່ນ, ນັກຮົບທຳມະດາຜູ້ໜຶ່ງຊື່ວ່າ ນາງໂສຈື່ກັ່ງ, ຄອບຄົວຂອງເພີ່ນໄດ້ຍ້າຍໄປເມືອງຢຽນອ່ານເພື່ອປະກອບສ່ວນເຂົ້າໃນພາລະກິດປະຕິວັດ. ປີ 1940, ໂສຈື່ກັ່ງໄດ້ຮັບຄຳສັ່ງຈາກສູນກາງພັກກອມມູນິດຈີນໃຫ້ສ້າງຕັ້ງໂຮງອະນຸບານສູນກາງ ແລະຖືກແຕ່ງຕັ້ງເປັນຫົວໜ້າ. ທຳອິດ, ເພິ່ນໄດ້ປະຕິເສດວ່າ: ຂ້ອຍມາເມືອງຢຽນອ່ານບໍ່ແມ່ນເພື່ອເບິ່ງແຍງດູແລເດັກນ້ອຍ. ແຕ່ຄຶດບໍ່ເຖິງວ່າ: ທ່ານ ເໝົາເຈີຕົ່ງ ໄດ້ເປັນຜູ້ທຳອິດທີ່ສົ່ງລູກສາວຂອງຕົນມາສູ່ໂຮງອະນຸບານ, ຈາກນັ້ນໄປ, ລູກຫລານຂອງວິລະຊົນທີ່ໄດ້ເສຍສະຫລະຊີວິດ, ລູກຫລານຂອງນັກຮົບທີ່ຕໍ່ສູ້ກັບຍີ່ປຸ່ນ ແລະ ລູກຫລານຂອງນັກປະຕິວັດ ກໍໄດ້ຖືກສົ່ງມາຮອດໂຮງອະນຸບານແຫ່ງນີ້. ເມື່ອໄດ້ເຫັນພວກເດັກນ້ອຍທີ່ບໍ່ມີຜູ້ເບິ່ງແຍງດູແລ ແລະຖືຕົນເອງເປັນແມ່, ໂສຈືກັ່ງໄດ້ຕັດສິນໃຈວ່າ: ຕ້ອງຖືເອົາໂຮງອະນຸບານແຫ່ງນີ້ເປັນບ່ອນສ້າງພາລະກິດປະຕິວັດຂອງຕົນ, ຈະອຸທິດຕະຫລອດຊີວິດເພື່ອເບິ່ງແຍງດູແລ ແລະສັ່ງສອນລູກຫຼານຂອງນັກປະຕິວັດ.
ປີ 1947, ພັກກົກມິນຕັງໄດ້ຖິ້ມລູກລະເບີດໃສ່ເມືອງຢຽນອ່ານ, ທ່ານ ເໝົາເຈີຕົ່ງ ແລະທ່ານໂຈວ່ເອີ່ນລາຍ ໄດ້ສັ່ງໃຫ້ໂຮງອະນຸບານຖອຍອອກຈາກເມືອງຢຽນອ່ານພ້ອມກັບກົງຈັກຕ່າງໆທີ່ຂຶ້ນກັບສູນກາງໂດຍກົງ, ໃນຕອນທີ່ຖອຍອອກຈາກເມືອງຢຽນອ່ານ, ຈຳນວນ 300 ກວ່າຄົນ ແລະລົດມ້າ 100 ກວ່າຄັນໄດ້ຖືກສັດຕູໂຈມຕີຢ່າງແຮງ. ໃນທີ່ສຸດ, ໂສຈືກັ່ງໄດ້ນຳພາພວກເດັກນ້ອຍໄປຮອດປັກກິ່ງນຳກອງທັບໂດຍບໍ່ມີຜູ້ໃດບາດເຈັບ ແລະ ເສຍຊີວິດ. ໃນວັນທີ 1 ຕຸລາ ປີ 1949 ເຊິ່ງເປັນມື້ສະຖາປະນາສາທາລະນະລັດປະຊາຊົນຈີນ, ເດັກນ້ອຍທັງຫຼາຍໄດ້ຢືນຢູ່ສະໜາມຫຼວງທ່ຽນອ່ານເມີນ, ຫຼຽວເບິ່ງທຸງແດງຫ້າດາວ ເຊິ່ງເປັນທຸງຊາດຈີນຄ່ອຍໆຊັກຂຶ້ນຍອດເສົາ.
ຄຳເຫັນ
0