ຮູບເງົາເລື່ອງ “ປີ 1921” ໄດ້ມີເນື້ອເລື່ອງກ່ຽວກັບສະມາຊິກພັກກອມມູນິດຈີນຊຸດທຳອິດ ໄດ້ແບກຫາບພາລະໜ້າທີ່ທີ່ກອບກູ້ປະເທດຊາດໃນໄລຍະທີ່ປະເທດຈີນຜະເຊີນກັບຄວາມອັນຕະລາຍ ແລະຄວາມວຸ້ນວາຍໃນເມືອກ່ອນ, ສຸດທ້າຍເຮັດໃຫ້ເສັ້ນທາງປະຕິວັດຂອງຈີນໄດ້ມີອະນາຄົດທີ່ສົດໃສ.
ປີ 1921, ປະເທດຈີນໄດ້ຕົກເຂົ້າໃນ “ຂຸມເລິກ” ແຫ່ງສັງຄົມເຄິ່ງລ່າເມືອງຂຶ້ນ ເຄິ່ງສັກດີນາຢ່າງໜັກໜ່ວງກວ່າເກົ່າ, ໂດຍບໍ່ສາມາດມີທາງອອກໄດ້ຕະຫຼອດມາ. ແຕ່ໂຊກດີ, ໃນຍຸກສະໄໝທີ່ມີຄວາມອັນຕະພາບທັງພາຍໃນ ແລະ ຕ່າງປະເທດ, ຊາວໜຸ່ມ ແລະ ຜູ້ມີອຸດົມການຂອງຈີນ ບໍ່ໄດ້ປະຖິ້ມຄວາມປາຖະໜາອັນສວຍງາມທີ່ຈະນຳພາປະເທດຈີນກ້າວເຂົ້າສູ່ຄວາມຈະເລີນຮຸ່ງເຮືອງ ແລະ ມັ້ງຄັ້ງເຂັ້ມແຂງຢ່າງສະເໝີຕົ້ນສະເໝີປາຍ.
ປີ 1921, ຊາວໜຸ່ມຜູ້ມີອຸດົມການອັນຍິ່ງໃຫຍ່ຈຳນວນໜຶ່ງທີ່ມາຈາກແຫ່ງຕ່າງໆຂອງຈີນ ໄດ້ເຕົ້າໂຮມກັນຢູ່ນະຄອນຊຽນໄຮ້ ເຊິ່ງເປັນສະຖານທີ່ທີ່ມີອຸທິດກຳລັງຂອງຝ່າຍຕ່າງໆ. ເຂົາເຈົ້າໄດ້ສູ້ກັບຄວາມກົດດັນ ແລະ ສິ່ງທ້າທ້າຍຕ່າງໆ, ໃນທີ່ສຸດໄດ້ໄຂກອງປະຊຸມຜູ້ຕາງໜ້າທົ່ວປະເທດຄັ້ງທຳອິດຂອງພັກກອມມູນິດຈີນ ເຊິ່ງເປັນເຫດການທີ່ເປັນຕາຈົດຈຳໃນປຶ້ມປະຫວັດສາດ, ໂດຍໄດ້ບຸກເບີກເສັ້ນທາງປະຕິວັດທີ່ບໍ່ເຄີຍມີມາກ່ອນ, ທັງໄດ້ສ້າງຕັ້ງພັກກອມມູນິດຈີນຂຶ້ນ. ຮູບເງົາເລື່ອງ “ປີ 1921” ໄດ້ເອົາເຫດການນີ້ເປັນເນື້ອເລື່ອງ, ສະແດງໃຫ້ເຫັນເຖິງນ້ຳໃຈສູ້ຊົນ ແລະຄຸນສົມບັດປະຕິວັດຂອງນັກປະຕິວັດໃນຍາມເປັນຊາວໜຸ່ມ, ເຊິ່ງໄດ້ສົ່ງຜົນສະທ້ອນໃຫ້ແກ່ການພັດທະນາຂອງປະຫວັດສາດຈີນ.
ຄຳເຫັນ
0