ລະຄອນໂທລະພາບເລື່ອງ “ຊີວິດການເປັນຢູ່ທີ່ໃຝ່ຫາ” ແມ່ນຖືເອົາສະພາບຊີວິດສັງຄົມຢູ່ພາກໃຕ້ຂອງຈີນເປັນເບື້ອງຫລັງ, ມີເລື່ອງລາວກ່ຽວກັບຊາວໜຸ່ມທີ່ມີຄວາມໄຝ່ຝັນສ້າງສາບ້ານເກີດ ໄດ້ກັບຄືນບ້ານເກີດເມືອງນອນ, ນຳພາຊາວບ້ານປະກອບທຸລະກິດດ້ວຍຕົນເອງ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສະຫຼັບສັບຊ້ອນໃນດ້ານການປະຕິຮູບຊົນນະບົດ. ລະຄອນໂທລະພາບເລື່ອງນີ້ ແມ່ນຜົນງານທີ່ສຶກສາຄົ້ນຄວ້າການໂອນສິດທິນຳໃຊ້ທີ່ດິນ ແລະຮູບແບບໃໝ່ດ້ານການພັດທະນາກະສິກຳ. ກະສິກຳ ຊົນນະບົດ ແລະຊາວກະສິກອນແມ່ນບັນຫາກົກຮາກທີ່ກ່ຽວພັນເຖິງເສດຖະກິດແຫ່ງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຈີນ, ການແກ້ໄຂ 3 ບັນຫານີ້ໃຫ້ດີແມ່ນວຽກສຳຄັນທີ່ສຸດຂອງພັກກອມມູນິດຈີນ.
ພະເອກຂອງລະຄອນໂທລະພາບເລື່ອງນີ້ມີຊື່ວ່າ ທ.ປ່າວເຈ່ຍເວີນ, ແມ່ນຊາວບ້ານຂອງບ້ານລົງຊ່ານ, ພາຍຫລັງຮຽນຈົບຈາກມະຫາວິທະຍາໄລແລ້ວ ໄດ້ເຮັດວຽກໃນເມືອງ, ແລະໄດ້ຄ່ອຍໆພັດທະນາຕົນເອງຈົນກາຍເປັນຜູ້ຈັດການຂອງບໍລິສັດທີ່ມີຊື່ສຽງ. ໃນເມື່ອວຽກງານໄດ້ປະສົບຜົນສຳເລັດ ແລະດຳເນີນໄປໄດ້ສະດວກ, ລາວພັດໄດ້ຕັດສິນໃຈວ່າ ຈະຕ້ອງກັບບ້ານເກີດເພື່ອເຮັດເລື່ອງໜຶ່ງທີ່ໃຫ້ຫລາຍຄົນຄາດຄິດບໍ່ເຖິງ, ນັ້ນກໍຄືປະຕິຮູບລະບຽບການຄຸ້ມຄອງບໍລິຫານທີ່ດິນຢູ່ຊົນນະບົດ, ສ້າງຕັ້ງບໍລິສັດຫຸ້ນກະສິກຳ.
ແຕ່ວ່າປ່າວເຈ່ຍເວີນຄາດຄຶດບໍ່ເຖິງວ່າ ການປະຕິຮູບໃນຄັ້ງນີ້ໄດ້ພົບພໍ້ຄວາມຫຍຸ້ງຍາກນາໆປະການ. ນອກຈາກຂາດເຂີນເງິນທຶນ ອຸປະກອນ ແລະ ບຸກຄະລາກອນແລ້ວ, ຍັງມີລະບຽບການຄຸ້ມຄອງບໍລິຫານອັນເກົ່າ, ມູນເຊື້ອເສດຖະກິດກະສິກຳຂະໜາດນ້ອຍ ແລະອື່ນໆພ້ອມ, ກໍໄດ້ເຮັດໃຫ້ລາວບໍ່ສາມາດດໍາເນີນຕາມແຜນໄດ້. ພາຍໃຕ້ຄວາມເອົາໃຈໃສ່ຂອງຄະນະພັກ ແລະ ການສະໜັບສະໜູນຈາກນະໂຍບາຍກ່ຽວກັບກະສິກຳ ຊົນນະບົດ ແລະ ຊາວກະສິກອນ, ຊາວບ້ານໄດ້ປັບປ່ຽນແນວຄວາມຄິດເກົ່າ, ໂດຍໄດ້ສະໜັບສະໜູນແນວຄວາມຄິດການພັດທະນາອັນໃໝ່ ແລະ ແຜນການປະຕິຮູບລະບອບຫຸ້ນສ່ວນກະສິກຳຂອງປ່າວເຈ່ຍເວີນ, ໄດ້ພາກັນເຂົ້າຫຸ້ນ, ເຂົ້າຮ່ວມບໍລິສັດຫຸ້ນສ່ວນກະສິກຳ, ກາຍເປັນຂາຫຸ້ນຂອງວິສາຫະກິດກະສິກຳ. ປ່າວເຈ່ຍເວີນໄດ້ມີຄວາມໝັ້ນໃຈຄືນໃໝ່, ນຳພາຊາວບ້ານຜ່ານຜ່າຄວາມຫຍຸ້ງຍາກ, ທັງໄດ້ປະດິດສ້າງໃໝ່ດ້ວຍເຕັກໂນໂລຊີ, ເຊິ່ງໄດ້ກະຕຸ້ນຊຸກຍູ້ເສດຖະກິດຂອງບ້ານລົງຊ່ານ, ສະພາບທາງຈິດໃຈ ແລະ ຄວາມຄິດຂອງຊາວບ້ານກໍໄດ້ມີການປ່ຽນແປງໃໝ່ພ້ອມກັນ.
ເລື່ອງລາວທີ່ທັງຄົດໆລ້ຽວໆ ທັງມີຊີວິດຊີວາກ່ຽວກັບບັນຫາກະສິກຳ, ຊົນນະບົດ ແລະ ຊາວກະສິກອນ ພ້ອມດ້ວຍຕົວລະຄອນທີ່ຕິດແທດຕົວຈິງ ໄດ້ສະແດງໃຫ້ເຫັນວ່າ: ກະສິກຳກໍສາມາດກາຍເປັນຂະແໜງການທີ່ມີອະນາຄົດສົດໃສ, ຊາວກະສິກອນສາມາດກາຍເປັນອາຊີບທີ່ດຶງດູດໃຈຄົນ, ຊົນນະບົດສາມາດກາຍເປັນທີ່ຢູ່ອາໄສອັນສວຍງາມໄດ້.
ຄຳເຫັນ
0