ລະຄອນໂທລະພາບເລື່ອງ “ການບຸກບືນສູ້ຊົນທີ່ຍິ່ງໃຫຍ່” ໄດ້ເວົ້າເຖິງປະຫວັດສາດອັນຍິ່ງໃຫຍ່ໃນໄລຍະເວລາ 10 ປີ ກໍຄື ປີ 1919-1928, ເຊິ່ງໄດ້ສະແດງໃຫ້ເຫັນເຖິງເຫດການປະຫວັດສາດອັນສຳຄັນຕ່າງໆ ທີ່ປັບປ່ຽນຊາຕາກຳຂອງປະເທດຈີນ. ລະຄອນໂທລະພາບເລື່ອງນີ້ ໄດ້ເດີນເລື່ອງດ້ວຍມູມມອງຂອງທ່ານເໝົາເຈີຕຸ່ງ, ຖືເອົາການຊອກຫາທາງອອກຂອງປະເທດຈີນເປັນປະເດັນ, ສະແດງໃຫ້ເຫັນວ່າ: ເພື່ອຊອກຫາເສັ້ນທາງກອບກູ້ປະເທດຊາດ, ພັກກອມມູນິດຈີນໄດ້ສ້າງຕັ້ງຂຶ້ນ ພັດທະນາຈົນຮອດເຂັ້ມແຂງຂຶ້ນ, ໃນທີ່ສຸດ, ໄດ້ຊອກພົບເສັ້ນທາງອັນຖືກຕ້ອງທີ່ມີລັດທິມາດປະສານສົມທົບກັບສະພາບຕົວຈິງຂອງປະເທດຈີນ.
ປີ 1919, ຂະບວນການ 4 ພຶດສະພາໄດ້ເກີດຂຶ້ນ, ທ່ານເຊີນຕູຊີ້ວ ຫົວໜ້າບັນນາທິການຂອງວາລະສານ “ຊາວໜຸ່ມໃໝ່” ຖືກຈັບເຂົ້າຄຸກຍ້ອນວ່າເພິ່ນປະທ້ວງລັດຖະບານຝ່າຍທະຫານພາກເໜືອປາບປາມນັກສຶກສາ. ທ່ານເໝົາເຈີຕຸ່ງ ແລະທ່ານອື່ນໆໄດ້ຊອກວິທີກອບກູ້ທ່ານເຊີນຕູຊີ້ວ, ທ່ານເຊີນຕູຊີ້ວໄດ້ຖືກສົ່ງໄປຮອດນະຄອນຊຽງໄຮ້ຢ່າງລັບໆ, ທ່ານເຫັນວ່າ ມີພຽງແຕ່ໂຄ່ນລົ້ມການປົກຄອງປະຕິການໂດຍຜ່ານການປະຕິວັດ ຈຶ່ງສາມາດກອບກູ້ປະເທດຊາດໄດ້, ແລ້ວກໍສ້າງຕັ້ງໜ່ວຍງານລັດທິຄອມມູນິດ ແລະ ກະກຽມຈັດກອງປະຊຸມຜູ້ແທນທົ່ວປະເທດຄັ້ງທຳອິດຂອງພັກກອມມູນິດຈີນ. ປີ 1921, ຍ້ອນວ່າຖືກອົງການຕຳຫລວດຂອງການປົກຄອງປະຕິການສືບສວນ ແລະ ທຳລາຍ, ມື້ສຸດທ້າຍຂອງກອງປະຊຸມຄັ້ງນີ້ຈຳເປັນຕ້ອງຍົກຍ້າຍໄປຈັດຕໍ່ຢູ່ເທິງເຮືອທ່ອງທ່ຽວຂອງແຂວງເຈີ້ຈ່ຽງ. ທ່ານເໝົາເຈີຕຸ່ງ ແລະຜູ້ແທນທ່ານອື່ນໆ ໄດ້ຮັບຮອງເອົາ “ໂຄງການພັກກອມມູນິດຈີນ”, ທັງໄດ້ເລືອກຕັ້ງອົງການການນຳສູນກາງ, ເຊິ່ງໄດ້ປະກາດວ່າພັກກອມມູນິດຈີນໄດ້ສ້າງຕັ້ງຂຶ້ນຢ່າງສະຫງ່າຜ່າເຜີຍ. ນັບແຕ່ນັ້ນມາ, ພັກກອມມູນິດຈີນທີ່ຍິ່ງໃຫຍ່ໄດ້ເລີ່ມການເດີນທາງຈາກເຮືອທ່ອງທ່ຽວສີແດງລຳນີ້, ໂດຍຜ່ານການຄົ້ນຄວ້າສຶກສາຢ່າງຫຍຸ້ງຍາກລຳບາກ, ແລ້ວນຳພາປະຊາຊົນຈີນກ້າວໄປໜ້າຢ່າງອົງອາດກ້າຫານ, ແລະ ກ້າວເຂົ້າສູ່ຄວາມຈະເລີນຮຸ່ງເຮືອງ.
ຄຳເຫັນ
0