ພວກເຮົາບໍ່ໄດ້ເຫັນຄວາມມືດມົນ
ຍ້ອນວ່າມີຜູ້ອົງອາດກ້າຫານທີ່ນັບບໍ່ຖ້ວນ
ໄດ້ບັງຄວາມມືດມົນຢູ່ບ່ອນທີ່ພວກເຮົາເບິ່ງບໍ່ເຫັນ
ລະຄອນໂທລະພາບເລື່ອງ “ການເຄື່ອນໄຫວສະເພາະກິດ”. ລະຄອນໂທລະພາບເລື່ອງນີ້ແມ່ນແຕ່ງຂຶ້ນໂດຍອີງຕາມການເຄື່ອນໄຫວສະເພາະກິດເພື່ອປາບປາມຢາເສບຕິດຂອງແຂວງກວາງຕຸ້ມໃນປີ 2013, ເຊິ່ງໄດ້ສະແດງໃຫ້ເຫັນເຖິງການກຳຈັດບ້ານຜະລິດຢາເສບຕິດພາຍໃນຄືນໜຶ່ງ ແລະຄວາມເປັນມາຂອງຄະດີຢາເສບຕິດອັນໃຫຍ່ພິເສດຂອງຈີນ. ລະຄອນໂທລະພາບດັ່ງກ່າວໄດ້ຖືເອົາການເຄື່ອນໄຫວປາບປາມຢາເສບຕິດຂອງຕຳຫລວດສອງພໍ່ລູກເປັນເນື້ອເລື່ອງ, ໄດ້ພັນລະນາເຖິງຕຳຫລວດປາບປາມຢາເສບຕິດສອງລຸ້ນບໍ່ຢ້ານກົວການເສຍສະຫລະຊີວິດ, ເອົາເປັນເອົາຕາຍທຳລາຍເຄືອຂ່າຍຂອງຜູ້ຄ້າຂາຍຢາເສບຕິດ ແລະຜ່ານຜ່າຄວາມຫຍຸ້ງຍາກ ແລະຄວາມລັບຕ່າງໆ, ຈົນອຸທິດເນື້ອເລືອດ ແລະເສຍສະຫລະຊີວິດໃນການເຄື່ອນໄຫວສະເພາະກິດ.
ພວກເຮົາບໍ່ສາມາດຮູ້ໄດ້ວ່າ, ໃນການເຄື່ອນໄຫວສະເພາະກິດເພື່ອປາບປາມຢາເສບຕິດທີ່ຕົວຈິງນັ້ນ, ມີຕຳຫລວດເທົ່າໃດຄົນໄດ້ເສຍສະຫລະຊີວິດ, ພວກເຮົາກໍບໍ່ສາມາດຮູ້ໄດ້ເຖິງຂໍ້ມູນໃດໆຂອງພວກເພິ່ນ. ເພື່ອປົກປ້ອງວິລະຊົນຜູ້ບໍ່ຮູ້ຊື່ກໍຄື:ຕຳຫລວດປາບປາມຢາເສບຕິດ, ພວກເພິ່ນບໍ່ສາມາດເຂົ້າສູ່ສາຍຕາຂອງມວນຊົນ, ບໍ່ສາມາດໂພສຮູບຢູ່ສື່ສັງຄົມອອນລາຍ, ຈົນເຖິງຂັ້ນບໍ່ສາມາດຮັບສົ່ງລູກໄປໂຮງຮຽນ, ໃນເວລາພວກເພິ່ນອອກໜ້າກ້ອງ, ຕ້ອງປິດບັງໜ້າຕາໄວ້, ກໍຄືກັບວ່າ ຕະຫລອດຊີວິດຂອງພວກເພິ່ນກໍຈຳເປັນຕ້ອງປິດບັງເປັນຄວາມລັບ.
ວຽກງານຂອງຕຳຫລວດປາບປາມຢາເສບຕິດກໍເໝືອນດັ່ງເຕັ້ນຢູ່ເທິງຄົມມີດ, ໄຕ່ເຊືອກກາງເວຫາ, ຕ້ອງຜະເຊີນກັບຄວາມສ່ຽງຕໍ່ຊີວິດໃນທຸກເວລາ. ສຳລັບພວກເພິ່ນແລ້ວ, ການຢູ່ຄຽງກັບລູກປືນແມ່ນເລື່ອງທຳມະດາ, ການເອົາເປັນເອົາຕາຍແມ່ນເລື່ອງປົກກະຕິ, ພວກເພິ່ນສູ້ຮົບກັບພວກລະເມີດກົດໝາຍຕະຫລອດມາ, ບໍ່ທໍ້ຖອຍໃນການຕ້ານຢາເສບຕິດ. ພວກເພິ່ນເປັນຜູ້ຄົນທີ່ອົງອາດກ້າຫານ, ເຕັມໄປດ້ວຍສະຕິປັນຍາ, ເອົາເລືອດເນື້ອ ແລະຊີວິດຂອງຕົນມາຍຶດໝັ້ນອຸດົມການ, ປົກປັກຮັກສາຄວາມເປັນທຳ, ບໍ່ຄຳນຶງເຖິງຊີວິດຕົນເອງໃນການປາບປາມຢາເສບຕິດ.
ຫ່າງໄກຢາເສບຕິດ, ປະຕິເສດຢາເສບຕິດ, ນີ້ອາດຈະແມ່ນວິທີທີ່ດີທີ່ສຸດຂອງພວກເຮົາໃນການປົກປ້ອງຕຳຫລວດປາບປາມຢາເສບຕິດ.
ຄຳເຫັນ
0