赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກ ປປ ລາວ ໃຫ້ທັດສະນະວ່າ : ພັກກອມມູນິດຈີນໄດ້ປະຕິບັດອຸດົມການທີ່ຖືກຕ້ອງ ແລະ ຈະສືບຕໍ່ຍາດໄດ້ໄຊຊະນະຕະຫຼອດໄປ

2021-06-29 14:59:13 cri

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກ ປປ ລາວ ໃຫ້ທັດສະນະວ່າ : ພັກກອມມູນິດຈີນໄດ້ປະຕິບັດອຸດົມການທີ່ຖືກຕ້ອງ ແລະ ຈະສືບຕໍ່ຍາດໄດ້ໄຊຊະນະຕະຫຼອດໄປ_fororder_2222

ກ່ຽວກັບການພົວພັນພັນ ລະຫວ່າງ ພັກປະຊາຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຈີິນ,ສະຫາຍ ທອງສະຫວັນ ພົມວິຫານ ໄດ້ກ່າວວ່າ: ການພົວພັນສອງຝ່າຍມີຄວາມສໍາຄັນຫຼາຍ, ນັບແຕ່ໄລຍະຜ່ານມາຈົນເຖິງປັດຈຸບັນ. ອັນທີ່ພົ້ນເດັ່ນທີ່ສຸດ ກໍແມ່ນການສ້າງຄູ່ຮ່ວມຊະຕາກໍາສັງຄົມນິຍົມ ລາວ-ຈີນ,ຈີນ-ລາວ, ເຊິ່ງຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຮັບຜິດຊອບໂດຍກົງໃນການປະສານງານ, ຊຸກຍູ້ ແລະ ຈັດຕັ້ງແຜນແມ່ບົດດັ່ງກ່າວ. ການຈັດຕັ້ງຜັນຂະຫຍາຍແຜນແມ່ບົດດັ່ງກ່າວ ແມ່ນມີຄວາມໝາຍຢ່າງຮອບດ້ານ ຕໍ່ສອງປະເທດ ເພື່ອສົ່ງເສີມໃຫ້ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ໄດ້ມີການພົວພັນ ແລກປ່ຽນກັນໃນທຸກລະດັບ, ທຸກຂົງເຂດວຽກງານ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ. ໃນແຜນແມ່ບົດດັ່ງກ່າວ ແມ່ນຖືເອົາດ້ານການເມືອງເປັນພື້ນຖານ, ດ້ານເສດຖະກິດເປັນໃຈກາງ ແລະ ດ້ານວັດທະນະທໍາ-ສັງຄົມ ເພື່ອສົ່ງເສີມການໄປມາຫາສູ່, ການທ່ອງທ່ຽວ ແລະອື່ນໆ. ນອກນັ້ນ, ໃນດ້ານຄວາມໝັ້ນຄົງ ເປັນຕົວຊີ້ບອກເຖິງສະຖຽນລະພາບ ແລະ ການເສີມຂະຫຍາຍການຮ່ວມມືລະຫວ່າງສອງປະເທດ. ສະຫາຍ ທອງສະຫວັນ ພົມວິຫານ ກ່າວຕື່ມວ່າ: ການສ້າງແຜນແມ່ບົດຄູ່ຮ່ວມຊະຕາກໍາ ລາວ-ຈີນ,ຈີນ-ລາວ ໄດ້ເປັນຂີດໝາຍສໍາຄັນທາງດ້ານປະຫວັດສາດການພົວພັນສູງສຸດ ລະຫວ່າງ ສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ. ການພົວພັນ ລາວ ແລະ ຈີນ ໄດ້ປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶຶ່ງແລວ ໜຶຶ່ງເສັ້ນທາງ”. ນອກນັ້ນ,ໄລຍະຜ່ານມາ ການພົວພັນ ລາວ ແລະ ຈີນ ແມ່ນມີມູນເຊື້ອອັນດີງາມມາແຕ່ດົນນານແລ້ວ ນັບແຕ່ສະໄໝຕໍ່ສູ້ປົດປ່ອຍຊາດ ຈົນເຖິງສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຍຸກປັດຈຸບັນນີ້ ຖືວ່າການພົວພັນຂອງສອງປະເທດ ໄດ້ສືບຕໍ່ພັດທະນາເປັນກ້າວໆມາ, ໂດຍສະເພາະນັບແຕ່ການຍົກລະດັບຄູ່ຮ່ວມຍຸດທະສາດ ໝັ້ນຄົງຍາວນານ ຕາມທິດ 4 ດີ ຈົນກ້າວມາເຖິງການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ, ນີ້ສະແດງເຖິງການພົວພັນ ລະຫວ່າງ ລາວ-ຈີນ ໄດ້ກ້າວຂຶ້ນສູ່ລະດັບສູງຂຶ້ນເລື້ອຍໆ. ໃນນັ້ນ,ໄດ້ສະແດງອອກໃນການແລກປ່ຽນການພົວພັນກັນນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນໄດ້ດຳເນີນໄປຢ່າງເປັນປົກກະຕິ. ສະເພາະໃນໄລຍະລະບາດຂອງໂຄວິດ-19 ກໍ່ມີຄວາມຫຍຸ້ງຍາກໃນການພົວພັນ ແຕ່ພວກເຮົາໄດ້ມີການແລກປ່ຽນໃນຮູບແບບໃໝ່ ເປັນຕົ້ນແມ່ນ ການສົນທະນາທາງໄກ ລະຫວ່າງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ກັບ ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ, ເຊິ່ງເປັນຮູບການໜຶ່ງທີ່ເປັນການຮັກສາການຕິດຕໍ່ພົວພັນທີ່ດີນໍາກັນ ພິເສດໃນໂອກາດລົມສາຍການນຳສູງສຸດຂອງສອງປະເທດ ໄດ້ປະກາດເອົາປີ 2021 ເປັນປີມິດຕະພາບ ລາວ-ຈີນ ໃນໂອກາດ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ.  ຍ້ອນວ່າ ລາວກັບຈີນ ມີມູນເຊື້ອສາຍພົວພັນອັນດີງາມມາແຕ່ດົນນານແລ້ວ ແລະ ທັງເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູຜາແມ່ນໍ້າຕິດຈອດກັນ, ປະຊາຊົນກໍມີວັດທະນະທໍາ ແລະ ການດໍາລົງຊີວິດຄ້າຍຄືກັນ. ຂ້າພະເຈົ້າ ຖືວ່າຜົນສໍາເລັດຂອງການສ້າງສາພັດທະນາສັງຄົມນິຍົມຕາມສີສັນຂອງຈີນ ໄດ້ເປັນບົດຮຽນ ແລະ ເປັນກໍາລັງໃຈໃນການສ້າງສາພັດທະນາຕາມທິດສັງຄົມນິຍົມຢູ່ລາວ.

ອີກເທື່ອໜຶ່ງ, ຂ້າພະເຈົ້າກໍຂໍຕາງໜ້າ ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ພັກກອມມູນິດຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອຢາວັກແຊັງ, ອຸປະກອນການແພດ, ລວມທັງການສົ່ງທີມແພດມາຊ່ວຍເຫຼືອ ສປປ ລາວ ໃນໄລຍະໂຄວິດ-19 ລະບາດໃນຄັ້ງທີໜຶ່ງ ກໍຄື ຄັ້ງທີ 2 ມາເຖິງປັດຈຸບັນ ສະຫາຍຈີນກໍໄດ້ຊ່ວຍເຫຼືອຢາວັກແຊັງ ໃຫ້ແກ່ລາວ ເກືອບ 2 ລ້ານຫຼອດ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ການສະໜັບສະໜູນຊ່ວຍເຫຼືອດັ່ງກ່າວນີ້ ເປັນການປະກອບສ່ວນເຂົ້າໃນການເສີມສ້າງຄວາມສາມັກຄີ ແລະ ການພົວພັນລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນສອງປະເທດ. ພວກຂ້າພະເຈົ້າ ຕີລາຄາສູງຕໍ່ການຊ່ວຍເຫຼືອໃນການຕ້ານສະກັດກັ້ນໂຄວິດ-19 ຢູ່ລາວ ແລະ ສະຫາຍຈີນຍັງໄດ້ໃຫ້ການຊ່ວຍເຫຼືອແກ່ຫຼາຍປະເທດ,​  ອັນນີ້ກໍເປັນຜົນສຳເລັດໃຫຍ່ອັນໜຶ່ງຂອງການແພດຈີນ, ນອກນັ້ນຍັງເປັນຜົນສຳເລັດຂອງການຊ່ວຍເຫຼືອເຊິ່ງກັນ ແລະກັນ ໃນເວລາເພື່ອນມິດສະຫາຍຕົກທຸກໄດ້ຍາກຕື່ມອີກ. ຕອນທ້າຍຂອງການສຳພາດ. ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ100ປີ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂໍ່ານັບຊົມເຊີຍ ແລະ ອວຍພອນໃຫ້ພັກກອມມຸນິດຈີນ ໂດຍມີສະຫາຍ ສີຈິ້ນຜິງ ເປັນແກນນຳ ຈົ່ງສືບຕໍ່ປະສົບຜົນສຳເລັດໃນການຊີ້ນຳ ແລະ ນຳພາ, ປະຕິບັດພາລະກຳທີ່ຕົນວາງໄວ້, ກໍຄືປະຊາຊົນໄດ້ມອບໝາຍໃຫ້, ໃນນັ້ນກໍແມ່ນການບັນລຸຄວາມຝັນຂອງພັກກອມມູນິດຈີນທີ່ໄດ້ກຳນົດໄວ້ໃຫ້ສຳເລັດຜົນ.

ຄຳ​ເຫັນ

0