黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫົວໜ້າກົມຮູບເງົາຕີລາຄາສູງຕໍ່ຜົນສໍາເລັດຂອງພັກກອມມູນິດຈີນໃນການນຳພາປະເທດຊາດ

2021-06-30 21:08:41 cri

 

ຫົວໜ້າກົມຮູບເງົາຕີລາຄາສູງຕໍ່ຜົນສໍາເລັດຂອງພັກກອມມູນິດຈີນໃນການນຳພາປະເທດຊາດ_fororder_第一条

   

ໃນໂອກາດຄົບຮອບ 100 ປີຂອງການສ້າງຕັ້ງພັກກອມມູນິດຈີນ (1921-2021)  ທ່ານ ຄໍາເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະໄດ້ເຂົ້າພົບປະ ແລະອວຍພອນທ່ານນາງແສງແກ້ວຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ(CRI) ປະຈໍາລາວ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ຜົນສໍາເລັດຂອງພັກກອມມູນິດຈີນໃນການຊີ້ນຳ-ນຳພາ ໃນພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດຢ່າງມີໄຊຊະນະໃນຕະຫຼອດ100ປີຜ່ານມາ(1921-2021). 
      ທ່ານ ຄໍາເພົ້າ ວັນນະວົງກ່າວວ່າ: ພາຍໃຕ້ການນໍາພາຂອງພັກກອມມູນິດຈິນ, ປະເທດຊາດຈີນບັນລຸໝາກຜົນອັນພົ້ນເດັ່ນ ແລະປະຈັກຕາຫຼາຍຢ່າງເຊິ່ງເຫັນໄດ້ຈາກຂໍ້ມູນຂ່າວສານຕ່າງໆຂອງທາງການ, ສື່ອິນເຕີເນັດ ແລະຊ່ອງທາງອື່ນໆ. ທາງດ້ານການເມືອງຈີນ ພາຍໃຕ້ການຊີ້ນໍາຂອງພັກກອມມູນິດຈີນແມ່ນມີຄວາມເປັນສະຖຽນລະພາບທີ່ໝັ້ນຄົງ ແລະຢັ້ງຢືນໄດ້ວ່າປະຊາຊົນໃຫ້ຄວາມເຊື່ອໝັ້ນສູງຕໍ່ການນໍາພາຂອງພັກ ລວມເຖິງບັນດາປະເທດຕ່າງໆໃນໂລກກໍ່ໃຫ້ການຍອມຮັບ ແລະເຊື່ອໝັ້ນຕໍ່ພັກກອມມູນິດຈີນ. ໃນດ້ານການພັດທະນາຂອງ ສປ ຈີນ ,ທ່ານຄໍາເພົ້າ ວັນນະວົງກ່າວວ່າ: ນັບແຕ່ ສປ ຈີນ ໄດ້ເປີດປະຕູສູ່ພາຍນອກ ສາມາດເຫັນປະຈັກຕາແທ້ ແລະປະທັບໃຈແທ້ ທີ່ຖືເອົາເຂດເຊິນເຈິ້ນເປັນເຂດເສດຖະກິດພິເສດ ເຊິ່ງທົ່ວໂລກເຫັນໄດ້ວ່າເປັນຄວາມສໍາເລັດທີ່ຍິ່ງໃຫຍ່ ແລະເປັນຕົວຢ່າງໃຫ້ກັບປະເທດອື່ນ. ໃນນັ້ນ, ເຂດເສດຖະກິດພິເສດດັ່ງກ່າວໄດ້ມີການສ້າງຕັ້ງພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກຕ່າງໆໃຫ້ແກ່ການລົງທຶນ, ເຊິ່ງໄດ້ເຮັດໃຫ້ການບໍລິຫານເຂດດັ່ງກ່າວໄດ້ຮັບຜົນສໍາເລັດ. ຖ້າທຽບໃສ່ຢູ່ນະຄອນຫຼວງວຽງຈັນແມ່ນເຂດເສດຖະກິດພິເສດບຶງທາດຫຼວງທີ່ໄດ້ຮັບການພັດທະນາຫຼາຍຢ່າງຂຶ້ນມາເລື້ອຍໆຢ່າງປະຈັກຕາ. ນອກນັ້ນ, ເສດຖະກິດ ສປ ຈີນ ໂດຍສະເພາະທາງດ້ານການຄ້າກໍ່ໄດ້ຮັບການພັດທະນາດີຂື້ນຫຼາຍ, ຖ້າທຽບໃສ່ເມື່ອກ່ອນ ຜູ້ຊົມໃຊ້ຜະລິດຕະພັນຂອງຈີນມີໜ້ອຍ ແຕ່ມາປັດຈຸບັນ,ປະຊາຊົນລາວສວ່ນຫຼວງຫຼາຍໄດ້ມີການຍອມຮັບ ແລະນໍາໃຊ້ຜະລິດຕະພັນຂອງ ສປ ຈີນຢ່າງຫຼວງຫຼາຍ ເຊັ່ນ ເຄື່ອງໄຟຟ້າ, ເຄື່ອງຜະລິດການກະເສດ, ລົດຈັກ, ລົດໃຫຍ່, ເຄື່ອງມືສື່ສານ ແລະອື່ນໆທີ່ປະຊາຊົນທົ່ວໄປສາມາດຊື້ໄດ້. 
      ສໍາລັບການຮ່ວມມືລາວ-ຈີນ ຕະຫຼອດໄລຍະຜ່ານມາຈົນເຖິງປັດຈຸບັນກໍ່ໄດ້ເສີມຂະຫຍາຍມູນເຊື້ອອັນດີງາມຍາວນານ ແລະສືບຕໍ່ຮວ່ມກັນພັດທະນາຂື້ນໃນຮູບແບບຄູ່ຮວ່ມຊາຕາກຳລາວ-ຈີນດວ້ຍຜົນສຳເລັດ.ໃນນັ້ນການນຳສູງສຸດຂອງສອງປະເທດ ຕະຫຼອດຮອດປະຊາຊົນສອງຊາດໄດ້ມີການຮ່ວມມືແລກປ່ຽນກັນໃນທຸກລະດັບ ແລະໄປມາຫາສູ່ກັນເລື້ອຍໆ ເຊິ່ງໄດ້ຢັ້ງຢືນເຖິງສາຍພົວພັນລາວ-ຈີນ ໄດ້ເພີ່ມຄວາມຮັດແໜ້ນຄວາມສາມັກຄີ, ແບບໝັ້ນຄົງຍາວນານຕາມທິດ 4ດີດວ້ຍຜົນສຳເລັດ. 
      ຄຽງຄູ່ກັນນັ້ນ, ການພົວພັນຮ່ວມມືທາງດ້ານສື່ມວນຊົນລາວ-ຈີນ ເວົ້າສະເພາະທາງດ້ານກົມຮູບເງົາກໍ່ໄດ້ມີການຮ່ວມມືກັບ ວິທະຍຸ CRI, ເຊິ່ງໄດ້ຮ່ວມກັນຈັດຕັ້ງປະຕິບັດຫຼາຍກິດຈະກໍາທີ່ໄດ້ປະກອບສ່ວນເຂົ້າໃນການພົວພັນ ສົ່ງເສີມຄວາມສາມັກຄີຮັກແພງມິດຕະພາບລາວ-ຈີນ. ໂດຍສະເພາະແມ່ນກິດຈະກໍາສາຍຮູບເງົາດີເດັ່ນລາວ-ຈີນໄດ້ຮ່ວມກັນຈັດຂື້ນນັບແຕ່ປີ 2017 ເປັນຕົ້ນມາລວມເປັນ 4 ຄັ້ງແລ້ວ, ງານແຂ່ງຂັ້ນວິດີໂອສັ້ນໃນໂອກາດສະເຫຼີມສະຫຼອງສາຍພົວພັນທາງການທູດຄົບຮອບ 60 ປີ ແລະອື່ນໆ ເຊິ່ງກໍເປັນການປະກອບສ່ວນການແລກປ່ຽນວັດທະນະທໍາຂອງສອງປະເທດໄດ້ເປັນຢ່າງດີ.
      ໃນໂອກາດດັ່ງກ່າວ: ທ່ານ ຄໍາເພົ້າ ວັນນະວົງ ໄດ້ອວຍພອນໄຊອັນປະເສີດໃຫ້ ແກ່ການໍາພັກລັດ ຕະຫຼອດຮອດປະຊາຊົນຈີນອີກດ້ວຍ.

ຄຳ​ເຫັນ

0