ລະຄອນໂທລະພາບເລື່ອງ “ເຫລັກກ້າທີ່ຜ່ານການຫລໍ່ຫລອມຮ້ອຍຄັ້ງ” ເປັນລະຄອນກ່ຽວກັບປະຫວັດສາດຂອງພັກກອມມູນິດຈີນ. ລະຄອນໂທລະພາບເລື່ອງນີ້ມີເອກະລັກພິເສດຢູ່ບ່ອນວ່າໄດ້ແບ່ງເປັນ 8 ຕອນຕາມເພງອຳມະຕະ 8 ເພງເພື່ອເດີນເລື່ອງ, ເນັ້ນໃສ່ເລື່ອງລາວເລັກໆນ້ອຍໆຕ່າງໆໃນຊີວິດປະຈຳວັນຂອງນັກປະຕິວັດ ແລະ ວິລະຊົນ, ສະແດງໃຫ້ເຫັນເຖິງສາຍພົວພັນລະຫວ່າງພວກເພິ່ນກັບໝູ່ເພື່ອນ, ພໍ່ລູກ, ຜົວເມຍ, ເຊິ່ງໄດ້ທົບທວນຄືນໄລຍະປະຫວັດສາດອັນສຳຄັນຂອງພັກກອມມູນິດຈີນໃນການພັດທະນາເຕີບໃຫຍ່, ສະແດງໃຫ້ເຫັນເຖິງ 100 ປີທີ່ຍິ່ງໃຫຍ່ທີ່ຊາວພັກກອມມູນິດຈີນກໍ່ດ້ວຍຊີວິດ ແລະເລືອດເນື້ອ.
ຕອນທີ 1 ແມ່ນ: “ເພງສາກົນ”, ໂດຍໄດ້ເວົ້າເຖິງເລື່ອງລາວກ່ຽວກັບນັກປະຕິວັດກອບກູ້ປະຊາຊົນທີ່ຕົກເຂົ້າສະພາບເດືອດຮ້ອນ, ຮ່ວມກັນສ້າງຕັ້ງພັກກອມມູນິດຈີນ. ຕອນທີ 2 ແມ່ນບົດເພງ “ການເຄື່ອນທັບທາງໄກໝື່ນລີ້”, ໂດຍໄດ້ເວົ້າເຖິງເຫດການຍິ່ງໃຫຍ່ ແລະການຍຶດຖືຄວາມເຊື່ອຖືຂອງກອງທັບສີແດງ. ຕອນທີ 3 ແມ່ນບົດເພງ “ແມ່ນ້ຳເຫຼືອງພວມແຜດສຽງ”, ໂດຍໄດ້ສະແດງໃຫ້ເຫັນເຖິງບົດບາດສຳຄັນຂອງພັກກອມມູນິດຈີນໃນສົງຄາມຕ້ານກັບຍີ່ປຸ່ນ. ຕອນທີ 4 ແມ່ນບົດເພງ “ຖ້າບໍ່ມີພັກກອມມູນິດຈີນ ກໍຈະບໍ່ມີ ສປຈີນຄືໃນທຸກວັນນີ້”, ໂດຍໄດ້ພັນລະນາເຖິງພາຍໃຕ້ການສະໜັບສະໜູນຂອງປະຊາຊົນທົ່ວປະເທດ, ພັກກອມມູນິດຈີນໄດ້ບຸກທະລຸຄວາມມືດມົນ, ແລ້ວປົດປ່ອຍທົ່ວປະເທດຈີນ. ຕອນທີ 5 ແມ່ນບົດເພງ “ຜູ້ຄົນທີ່ໜ້າຮັກທີ່ສຸດ”, ໂດຍໄດ້ສະແດງໃຫ້ເຫັນເຖິງຈິດໃຈລັດທິສາກົນທີ່ຍິ່ງໃຫຍ່ຂອງກອງທັບອາສາສະໝັກປະຊາຊົນຈີນໃນສົງຄາມຕ້ານອາເມຣິກາເພື່ອຊ່ວຍເຫລືອເກົາຫລີ. ຕອນທີ 6 ແມ່ນ “ສັນລະເສີນປະເທດຊາດ”,ໂດຍໄດ້ສຸມໃສ່ຜົນສຳເລັດອັນຍິ່ງໃຫຍ່ໃນໄລຍະກໍ່ສ້າງ ແລະພັດທະນາປະເທດຊາດ, ຄື: ລູກລະເບີດປະລະມານູ, ຂີປະນາວຸດນຳວິຖີ , ດາວທຽມ ແລະອື່ນໆ. ຕອນທີ 7 ແມ່ນບົດເພງ “ຍົກຈອກເພື່ອຄວາມຫວັງ”, ໂດຍໄດ້ເອົາຂະແໜງການຫຼໍ່ຫຼອມເຫລັກກ້າເປັນຕົວຢ່າງ, ສະແດງໃຫ້ເຫັນເຖິງພັກກອມມູນິດຈີນນຳພາປະຊາຊົນທົ່ວປະເທດຈີນດຳເນີນການປະຕິຮູບ ແລະການປະດິດສ້າງໃໝ່ໃນໄລຍະປະຕິຮູບ ແລະເປີດປະຕູສູ່ພາຍນອກ. ຕອນທີ 8 ແມ່ນບົດເພງ “ໝູ່ເພື່ອນຊາວໜຸ່ມມາພົບພໍ້ກັນ” ໂດຍໄດ້ເວົ້າເຖິງເລື່ອງລາວກ່ຽວກັບຊາວພັກກອມມູນິດຈີນໃນຍຸກສະໄໝໃໝ່ບໍ່ລືມອຸດົມການໃນຫົວທີ, ກ້າຮັບຜິດຊອບ, ອຸທິດວັນເວລາໃນຍາມໄວໜຸ່ມ, ເລືອດເນື້ອ ແລະຊີວິດໃຫ້ແກ່ບັ້ນລຶບລ້າງຄວາມທຸກຍາກ.
ຄຳເຫັນ
0