ຮູບເງົາເລື່ອງ “ຜູ້ເຝົ້າຮັກສາເກາະ” ໄດ້ແຕ່ງຂຶ້ນໂດຍອີງຕາມເລື່ອງລາວດີເດັ່ນຂອງສະຫາຍວາງຈີ້ຊາຍ ເຊິ່ງໄດ້ຮັບນາມມະຍົດວ່າເປັນ “ຕົວແບບຂອງປະຊາຊົນ”, ໂດຍໄດ້ມີເນື້ອເລື່ອງກ່ຽວກັບເລື່ອງຈິງຂອງສະຫາຍວາງຈີ້ຊາຍ ພ້ອມດ້ວຍພັນລະຍາ ສະຫາຍວາງຊືີ້ຮົ່ວໄດ້ເຝົ້າຮັກສາເກາະຄ່າຍຊ່ານເປັນໄລຍະເວລາ 32 ປີ, ທັງໄດ້ສະແດງໃຫ້ເຫັນເຖິງຈິດໃຈທີ່ການເຝົ້າຮັກສາເກາະກໍຄືການເຝົ້າຮັກສາປະເທດຊາດ. ເກາະຄ່າຍຊ່ານຫ່າງກັບທາງບົກ 12 ໄມທະເລ, ເໝືອນດັ່ງປະຕູທິດຕາເວັນອອກຂອງປະເທດຈີນ. ເກາະຄ່າຍຊ່ານນີ້ໃຫຍ່ສ່ຳເດີ່ນບານເກາະ 2 ເດີ່ນ, ມີຄວາມໝາຍຄວາມສຳຄັນດ້ານຍຸດທະສາດ ແລະປ້ອງກັນປະເທດຊາດ, ສະນັ້ນ, ຈຳເປັນຕ້ອງມີຄົນເຝົ້າຮັກສາ.
ວັນທີ 14 ກໍລະກົດ ປີ 1986, ສະຫາຍວາງຈີ້ຊາຍ ໄດ້ຮັບໜ້າທີ່ທີ່ລຳບາກ, ກໍຄື: ເຝົ້າຮັກສາເກາະຄ່າຍຊ່ານ. ພໍຮອດຍາມກາງຄືນ, ຝົນໜັກລົມແຮງ, ອາກາດຮ້າຍແຮງທີ່ສຸດ. ກ່ອນທີ່ລາວຂຶ້ນເກາະ, ມີທະຫານລາດ 4 ຊຸດຈຳນວນ 10 ກວ່າຄົນໄດ້ປະຕິບັດໜ້າທີ່ເຝົ້າຮັກສາເກາະ, ຜູ້ທີ່ຢູ່ດົນທີ່ສຸດມີພຽງແຕ່ 13 ມື້. ວາງຈີ້ຊາຍເຝົ້າຮັກສາເກາະບໍ່ຮອດ 1 ເດືອນ, ພັນລະຍາຂອງເພິ່ນກໍຄື: ສະຫາຍວາງຊື້ຮົ່ວ ກໍໄດ້ລາອອກຈາກຕຳແໜ່ງສາວຄູ, ເອົາເຄື່ອງເດີນທາງພຽງໜ້ອຍດຽວໄປຂຶ້ນເກາະຄ່າຍຊ່ານ. ຫລັງຈາກນັ້ນເປັນຕົ້ນໄປ, ຜູ້ເປັນຜົວເຝົ້າຮັກສາເກາະ, ຜູ້ເປັນເມຍດູແລຜົວ, ຈົນຮອດວິນາທີສຸດທ້າຍໃນຊີວິດຂອງສະຫາຍວາງຈີ້ຊາຍ.
ເກາະຄ່າຍຊ່ານເປັນພູກ້ອນຫີນ, ຢູ່ເທິງເກາະ ບໍ່ມີນ້ຳ, ບໍ່ມີໄຟ, ກໍບໍ່ມີອາຫານຂອງກິນ, ມີພຽງແຕ່ຫ້ອງເກົ່າຈັກ 2, 3 ຫ້ອງ. ຊາວທ້ອງຖິ່ນເວົ້າວ່າ: ການລອດຊີວິດຢູ່ເທິງເກາະກໍຄືວ່າຍາກຫລາຍແລ້ວ, ແຮ່ງບໍ່ຕ້ອງເວົ້າການເຝົ້າຮັກສາ. ແຕ່ສອງຜົວເມຍບໍ່ໄດ້ທໍ້ຖອຍ. ບໍ່ມີນ້ຳ, ເຂົາເຈົ້າກໍກິນນ້ຳຝົນທີ່ສະສົມໄວ້ໃນອ່າງ; ບໍ່ມີໄຟຟ້າ, ເຂົາເຈົ້າກໍໃຕ້ທຽນໃນກາງຄືນ; ບໍ່ມີອາຫານຂອງກິນ, ເຂົາເຈົ້າກໍປູກຜັກ, ຫາປາ ແລະໃຫ້ລູກສາວຊື້ຂອງກິນແລ້ວຝາກໃຫ້ຊາວປະມົງສົ່ງໄປໃຫ້.
ສອງຄົນຖືເກາະເປັນບ້ານ, ຖືທະເລເປັນເພື່ອນ, ມອບວັນເວລາຍາມໄວໜຸ່ມທີ່ສວຍງາມໃຫ້ແກ່ພາລະກິດປ້ອງກັນປະເທດຊາດຢູ່ນ່ານນ້ຳ. ຮູບເງົາເລື່ອງນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງປະສົບການຂອງສອງຜົວເມຍທີ່ຕ້ານກັບສະພາບແວດລ້ອມທີ່ຫຍຸ້ງຍາກລຳບາກເປັນເວລາ 32 ປີເທົ່ານັ້ນ, ຍັງໄດ້ສະແດງໃຫ້ເຫັນເຖິງຈິດໃຈອຸທິດເຫື່ອແຮງເພື່ອປະເທດຊາດ, ເຊິ່ງໄດ້ສະແດງຄວາມເຄົາລົບນັບຖືຕໍ່ກຸ່ມຄົນທີ່ປະຕິບັດໜ້າທີ່ຢູ່ຂົງເຂດຕ່າງໆ ແລະສ້າງພາລະກິດທີ່ບໍ່ທຳມະດາ.
ຄຳເຫັນ
0