何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ວຽກ​ງານ​ສາ​ກົນ​ຄວນ​ໃຫ້​ຄົນ​ທັງຫຼາຍ​ປຶກ​ສາ​ຫາ​ລື​ຮ່ວມກັນ​​ຢ່າງ​ສຸ​ຂຸມ

2021-07-06 11:21:12 CRI

ຕອນ​ຄ່ຳ​ວັນ​ທີ 5 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​, ທ່ານ​ເອມ​ມາ​ນູ​ແອນ ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ, ແລະ ທ່ານ​ນາງ​ແອນ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຜ່ານ​ທາງວີ​ດີ​ໂອ.

 

    ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ປະ​ຈຸ​ບັນ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່ໃນ​ໂລກ​ຍັງ​ເກີດ​ຂຶ້ນ​ຊ້ຳ​ແລ້ວ​ຊ້ຳ​ອີກ, ຍັງ​ຢູ່​ໃນ​ສະ​ພາບ​ທີ່​ຂ້ຽວ​ຂາດ​ຢູ່, ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຍັງ​ບໍ່​ທັນ​ມີ​ອະ​ນາ​ຄົດ​ທີ່​ຊັດ​ເຈນ ແລະ​ມີ​ໜ້າ​ທີ່​ທີ່​ໜັກ​ໜ່ວງ. ໂລກ​ຕ້ອງ​ການ​ຄວາມ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ແລະ ຮ່ວມ​ມື​ກັນ​ຢ່າງ​ຈິງ​ໃຈຫຼາຍກວ່າ​ເວ​ລາ​ໃດ​ໝົດ, ແຕ່​ບໍ່​ແມ່ນ​ລະ​ແວງ​ສົງ​ໄສ​ກັນ ​ເປັນ​ປໍ​ລະ​ປັກ​ກັນ ຫຼື ແຂ່ງ​ຂັນ​ກັນ​ແບບ​ເກມ​ຜົນ​ລວມ​ເປັນ​ສູນ ຫຼື ເຈົ້າ​ໄດ້​ຂ້ອຍ​ເສຍ. ໃນ​ໂລກ​ນີ້​ມີ​ແຕ່​ລະ​ບົບ​ດຽວ, ຄື ລະ​ບົບ​ສາ​ກົນ​ທີ່​ຖື​​ອົງ​ການສະ​ຫະ​ປະ​ຊາ​ຊາດ​ເປັນ​ໃຈ​ກາງ; ມີ​ພຽງ​ແຕ່​ລະ​ບຽບ​ການ​ລະ​ບົບ​ດຽວ, ຄື ລະ​ບຽບ​ການ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ສາ​ກົນ​ທີ່​ຖື​​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ພື້ນ​ຖານ, ວຽກ​ງານ​ສາ​ກົນ​ຄວນ​ໃຫ້​ຄົນ​ທັງຫຼາຍ​ປຶກ​ສາ​ຫາ​ລື​ຮ່ວມກັນ​ຢ່າງ​ສຸ​ຂຸມ.

ຄຳ​ເຫັນ

0