郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວີ່ງຊີ່ວຮາງ ຜູ້ສືບທອດຊາດອກມະລິນານຊ່ຽນ

2021-07-08 17:14:37 cri

ດອກ​ມ​ະ​ລິ ​ມີ​ກິ່ນ​ຫອມ​ທີ່​ພິ​ເສດທີ່ສຸດ​ໃນ​ໂລກ. ການທີ່ໄວ​ໜຸ່ມ​ຂອງ​ຂ້າພະເຈົ້າ​ມີ​ສາຍ​ພົວ​ພັນ​ຕໍ່​ກັບ​ດອກ​ມະ​ລິ​ແລະ​ຊາ​ດອກມະ​ລິນັ້ນ ເປັນ​ເລື່ອງ​ທີ່ມີຄວາມສຸກ​ຫຼາຍ.

ເວີ່ງ​ຊີ່ວ​ຮາງ ອາ​ຍຸ 29 ປີ ຜູ້​ສືບ​ທອດ​ຊາດອກ​ມະ​ລິ​ນານ​ຊ່ຽນ

ຊາ​ຈີນ​ມີ​ຫຼາຍ​ຊະ​ນິດ, ສ່ວນ​ຊາ​ດອກມະ​ລິ​ກໍ​ເປັນ​ຊະ​ນິດ​ໜຶ່ງ​ທີ່​ມີ​ຊື່​ສຽງ​ຫຼາຍ

​ບ້ານ​ເກີດຂອງຂ້າພະເຈົ້າຄື ນະ​ຄອນ​ຟູ​ໂຈ່ວ​ເປັນ​ແຫຼ່ງ​ທີ່​ມາ​ຂອງ​ຊາ​ດອກມະ​ລິ. ຊາ​ດອກມະ​ລິນານ​ຊ່ຽນ ຂອງ​ບ້ານ​ເຮົາ​ແມ່ນ​ຍີ່​ຫໍ້​ເກົ່າ​ຂອງ​ນະ​ຄອນ​ຟູ​ໂຈ່ວ ມີ​ປະ​ຫວັດ​ສາດ 255 ປີ​ແລ້ວ

​ສືບ​ທອດ​ມາ​ຮອດ​ລຸ້ນ​ພໍ່​ເປັນ​ລຸ້ນ​ທີ 7

ຂ້າ​ພະ​ເຈົ້າ​ຮຽນ​ເຮັດ​ຊາ​ດອກມະ​ລິ​ນຳ​ພໍ່​ແຕ່​ຍາມ​ຍັງ​ນ້ອຍ

​ພໍ່​ສອນ​ວິທີ​ຄັດ​ເລືອກ ປະສົມ​ກິ່ນ​ຫອມຂອງ​ໃບ​ຊາ​ແລະ​ດອກ​ມະ​ລິ ​ແລະອົບ​ແຫ້ງໃຫ້ຂ້າພະເຈົ້າ

​ເຮັດ​ແນວ​ໃດ​ໃຫ້​ໃບ​ຊາ​ດູດ​ເອົາ​ກິ່ນ​ຫອມ​ຂອງດອກ​ມະ​ລິ​ຢ່າງ​ເຕັມ​ທີ່ກວ່າເກົ່າ

​ເຮັດ​ຊາ​ກໍເໝືອນ​ດັ່ງການເປັນ​ຄົນ, ແຕ່​ລະ​ບາດ​ກ້າວກໍ່​ຕ້ອງ​ສຸຂຸມຮອບຄອບ. ຢູ່ເບື້ອງຫຼັງ​ນ້ຳ​ຊາ​ຫອມ​ຈອກ​ໜຶ່ງ, ຕ້ອງ​ການ​ຜູ້​ເຮັດ​ຊາ​ກຳ​ເວ​ລາ​ແລະ​ອຸມຫະພູມ​ໃຫ້​ດີໆ

​ການ​ເວ​ລາ​ໄດ້ຈົ່ງ​ກິ່ນ​ຫອມ​ໃຫ້​ຊາດອກ​ມະ​ລິ, ສ່ວນຂ້າພະເຈົ້າ​ກໍ່ໄດ້​ເຕີບ​ໃຫຍ່​ຂຶ້ນ​ໃນ​ທ່າມ​ກາງ​ກິ່ນ​ຊາ​ຫອມ​ທີ່ຈາງໆ

​ຄົນ​ຈີນ​ມັກກິນ​ຊາ, ມັກຄົບຄ້າ​ກັບ​ເພື່ອນມິດດ້ວຍການ​ດື່ມ​ນ້ຳ​ຊາ. ຊາ​ຫອມ​ກາໜຶ່ງ, ເພື່ອນ​ຈັກ 3-4 ຄົນ ໂອ້​ລົມ​ກັນ​ຢ່າງ​ມ່ວນ​ຊື່ນ

​ແລກ​ປ່ຽນ​ກັນ​ໃນ​ຍາມ​ດື່ມ​ນ້ຳ​ຊາ ໂດຍ​ໄດ້​ເພີ່ມ​ຄວາມ​ຮັກ​ແພງ​ກັນ​ຕື່ມ.

ນີ້​ກໍ່​ແມ່ນ​ວັດທະ​ນະ​ທຳ​ດື່ມ​ນ້ຳ​ຊາ​ຂອງ​ນະ​ຄອນ​ຟູ​ໂຈ່ວ

ເພື່ອ​ສືບ​ທອດ​ວັດ​ທະ​ນະ​ທຳ​​ອັນເປັນມູ​ນ​ເຊື້ອຂອງ​ບ້ານ​ເກີດ, ຄອບ​ຄົວ​ເຮົາ​ໄດ້​ເປີດ​ຮ້ານ​ນ້ຳ​ຊາ “ນານ​ຊ່ຽນ”. ຕອນ​ບ່າຍ​ທຸກວັນອາ​ທິດ ຄົນ​ທັງ​ຫຼາຍ​ກໍ່​ມັກ​ມາ​ນັ່ງ​ລົມ​ກິນ​ນ້ຳ​ຊາ​ຢູ່​ທີ່ນີ້. ໂດຍ​ບໍ່​ຮູ້​ສຶກ​ຕົວ, ຮ້ານນີ້​ໄດ້​ຕັ້ງ​ຂຶ້ນມາໄດ້ ​12 ປີ​ແລ້ວ.

​ປີ 2018, ຮ້ານ​ນ້ຳ​ຊາ “ນານ​ຊ່ຽນ” ຖືກ​ຈັດ​ເຂົ້າໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳນາມມະທຳຂອງ​ນະ​ຄອນ​ຟູ​ໂຈ່ວ, ຂ້າພະເຈົ້າ​ກໍ່ໄດ້​ກາຍ​ເປັນ​ຜູ້​ອາ​ສາ​ສະ​ໝັກທີ່ໃຫ້​ບໍ​ລິ​ການ​ຢູ່ຮ້ານ

“ຊ​າ​ກຳ​ເນີດ​ຂຶ້ນ​ຢູ່​ຈີນ, ນິຍົມ​ກັນ​ໃນ​ທົ່ວ​ໂລກ.” ນັບແຕ່​ເສັ້ນ​ທາງ​ສາຍ​ໄໝ ເສັ້ນ​ທາງ​ບູຮານສົ່ງ​ຊາດ້ວຍມ້າຕ່າງ ແລະທາງ​ເຮືອ​ຂົນສົ່ງໃບຊາໃນ​ສະ​ໄໝ​ບູ​ຮານ, ຮອດ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໃນ​ຍຸກ​ປັດ​ຈຸ​ບັນ, ຊາ​ຈີນໄດ້ຂ້າມ​ຜ່ານ​​ປະ​ຫວັດ​ສາດ, ຂ້າມ​ຜ່ານ​ໂລກ, ແລະໄດ້​ຮັບ​ຄວາມ​ນິ​ຍົມ​ຊົມຊອບຈາກ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດໃນໂລກ.

​ເມື່ອ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ ມີ​ເພື່ອນ​ມິດ​​ນັບ​ມື້​ນັບ​ຫຼາຍທີ່​ມາ​ຈາກ​ຈີນ​ແລະ​ແຫ່ງ​ຕ່າງໆ​ຂອງ​ໂລກ​ມາ​ຮອດ​ບ້ານ​ເກີດ​ຂ້າພະເຈົ້າ, ຊິມ​ນ້ຳ​ຊາດອກ​ມະ​ລິ​ທີ່​ຂ້າພະເຈົ້າ​ແຕ່ງ​ໃຫ້, ໃນ​ໃຈຂ້າພະເຈົ້າ​ກໍ່​ມີ​ສຽງ​ໜຶ່ງບອກວ່າ: ຕ້ອງ​ເຮັດ​ເລື່ອງນີ້​ໃຫ້​ຕໍ່​ໄປ​ເປັນ​ຢ່າງ​ດີ, ຕ້ອງ​ສືບ​ທອດ​ສີ​ມື​ອັນເປັນມູນ​ເຊື້ອ​ໃຫ້​ຕໍ່​ໄປ, ຕ້ອງ​ໃຫ້​ວັດ​ທະ​ນະ​ທຳ​ຊາ​ຈີນ​ ​ຂະ​ຫຍາຍ​ຕົວ​ໃນ​ມື​ຂອງ​ຊາວ​ໜຸ່ມ​ລຸ້ນ​ພວກ​ເຮົາ​ຕໍ່​ໄປ.

ສືບ​ທອດ​ວັດ​ທະ​ນະ​ທຳ​ຊາ​ຂອງ​ຈີນ ສົ່ງ​ຕໍ່​ກິ່ນ​ຫອມ​ໃຫ້​ໂລກ

ຂ້າພະເຈົ້າ​ແມ່ນ ເວີ່ງ​ຊີ່ວ​ຮາງ ຜູ້​ສືບ​ທອດຊາດອກ​ມະ​ລິ​ນານ​ຊ່ຽນ

ຄຳ​ເຫັນ

0