何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສະ​ເໜີ “ແຜນ​ການ​ຂອງ​ຈີນ” ກ່ຽວ​ກັບ​ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ຂອງ​ໂລກ

2021-10-12 19:36:58 CRI

ທ່ານ​ສີ​ຈິ້ນ​ຜິງ​ສະ​ເໜີ “ແຜນ​ກາ​ມ​ຂອງ​ຈີນ” ກ່ຽວ​ກັບ​ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ຂອງ​ໂລກ_fororder_1127949239_16340248769861n

ວັນ​ທີ 12 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ສຸດຍອດ​​ຜູ້​ນຳ​ປະ​ເທດ​ພາ​ຄີ​ໃນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ຊີ​ວະ​ນາ​ນາ​ພັນ ຄັ້ງ​ທີ 15 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ໝິງ​ດ້ວຍ​ຮູບແບບອອນ​ລາຍ ແລະ ອອ​ຟ​ລາຍ.

 

ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຈົ່ງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ປະ​ຈຸ​ບັນ, ເຮັດ​ໃຫ້​ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ ແລະ ສິ່ງ​ແວດ​ລ້ອ​ມນິ​ເວດ​ທີ່​ດີ​ງາມ​ສົ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​​ໃຫ້ຫຼາຍກວ່າ​ເກົ່າ ແລະ ຍຸ​ຕິ​ທຳ​ກວ່າ​ເກົ່າ, ສ້າງ​ໜ່ວຍ​ໂລກ​ທີ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ​ພັດ​ທະ​ນາ​ຮ່ວມ​ກັນ, ທັງ​ໄດ້​ສະ​ເໜີ “ແຜນ​ການ​ຂອງ​ຈີນ” ກ່ຽວ​ກັບ​ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ ກໍ​ຄື​ການ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ໂລກ, ເຊິ່ງ​ມີ​ເນື້ອ​ໃນ​ໃຈ​ຄວ​າມ​ວ່າ:

 

ໜຶ່ງ, ຖື​​ເອົາການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ເປັນ​ທິດ​ຊີ້​ນຳ, ເພື່​ອ​ປະ​ສົມ​ປະ​ສານ​ການ​ພົວ​ພັນ​ລະ​ຫວ່າງ​ມະ​ນຸດ ​ກັບ ທຳ​ມະ​ຊາດ. ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ຈາກ​ຄວາມ​ສິ​ວິ​ໄລ​ດ້ານ​ອຸດ​ສາ​ຫະ​ກຳ, ຈຳ​ກັດ​ການ​ເຄື່ອນ​ໄຫ​ວ​ຂອງ​ມະ​ນຸດ​ໃຫ້​ຢູ່​ໃນ​ຂອບ​ເຂດ​ຂອງ​ສິ່ງແວດ​ລ້ອມ​ນິ​ເວດ​, ອະ​ນຸ​ລັກ​ພູ​ຜາ​ແມ່​ນ້ຳ ປ່າ​ໄມ້ ທົ່ງ​ນາ ໜອງ​ບຶງ ທົ່ງ​ຫຍ້າ ແລະ ທະ​ເລ​ຊາຍ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ ແລະ ຄຸ້ມ​ຄອງ​ຢ່າງ​ເປັນ​ລະ​ບົບ.

ສອງ, ຖື​​ເອົາການ​ຫັນ​ປ່ຽນ​ຮູບ​ແບບ​ການ​ພັດ​ທະ​ນາ​ໃຫ້​ເປັນ​ແບບ​ສີ​ຂຽວ​ເປັນ​ແຮງ​ຂັບ​ເຄື່ອນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ໂລກ. ພວກ​ເຮົາ​ຄວນ​ສ້າງລະ​ບົບ​ເສດ​ຖະ​ກິດ​ແບບສີ​ຂຽວ ​ກາກບອນ​ຕ່ຳ ແລະ ໝູນ​ວຽນ, ຫັນ​ປ່ຽນ​ທ່າ​ແຮງ​ດ້ານ​ນິ​ເວດ​ໃຫ້​ເປັນ​ທ່າ​ແຮງ​ດ້ານ​ການ​ພັດ​ທະ​ນາ, ເຮັດ​ໃຫ້​ພູ​ຂຽວ​ນ້ຳ​ໃສ​ໃຫ້​ເກີດ​ມີ​ປະ​ສິດ​ທິ​ຜົນ​ອັນ​ໃຫຍ່ຫຼວງ. ພວກ​ເຮົາ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ, ຮ່ວມ​ກັນ​ຊົມ​ໃຊ້​ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ.

 

ສາມ, ຖືເອົາ​ຄວາມ​ສຸກ​ຂອງ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ຊຸກ​ຍູ້​ຄວາມ​ຍຸ​ຕິ​ທຳ​ ແລະ​ຄວາມ​ເປັນ​ທຳ​ຂອງ​ສັງ​ຄົມ. ພວກ​ເຮົາ​ຄວນ​ເອົາ​ໃຈ​ໃສ່​​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນຢາກ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ, ບັນ​ລຸ​ເປົ້າ​ໝາຍໃນ​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ພັດ​ທະ​ນາ​ເສດ​ຖະ​ກິດ, ສ້າງ​ຕຳ​ແໜ່ງວຽກ​ເຮັດ​ງານ​ທຳ, ລຶບ​ລ້າງ​ຄວາມ​ທຸກ​ຍາກ​ແລະ​ອື່ນໆ, ເຮັດ​ໃຫ້​ຂອງ​ປະ​ຊາ​ຊົນ​ມີ​ຄວາມ​ຮູ້​ສຶກວ່າ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ມີ​ຄວາມ​ສຸກ ແລະ ປອດ​ໄພ​ເພີ່ມ​ຂຶ້ນ.

 

ສີ່, ຖືເອົາ​ກົດ​ໝາຍ​ສາ​ກົນ​ເປັນ​ພື້ນ​ຖານ, ປົກ​ປ້ອງ​ລະ​ບົບ​ບໍ​ລິ​ຫານ​ສາ​ກົນ​ທີ່​ຍຸ​ຕິ​ທຳ ແລະ ສົມ​ເຫດ​ສົມ​ຜົນ. ຕ້ອງ​ປະ​ຕິ​ບັດ​​​ຕາມລັດ​ທິ​ຫຼາຍ​ຝ່າຍ​ຢ່າງ​ແທ້​ຈິງ, ເຄົາ​ລົບ ແລະ ປະ​ຕິ​ບັດ​ລະ​ບຽບ​ການ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ,​ບໍ່​ຄວນ​ເຮັດ​ໃນ​ສິ່ງ​ທີ່​ຕົນ​ເຫັນ​ວ່າ​ໄດ້​ປະ​ໂຫຍດ ແລະ​ປະ​ຖິ້ມ​ໃນ​ສິ່ງ​ທີ່​ເຫັນ​ວ່າ​ບໍ່​ໄດ້​ປະ​ໂຫຍດ. ການ​ສ້າງ​ເປົ້າ​ໝາຍ​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ອັນ​ໃໝ່​ຄວນ​ຄຳ​ນຶງ​ເຖິງວິ​ໄສ​ທັດ​ທີ່​ສູງ​ສົ່ງ ແລະ ຕິດ​ແທດ​ຄວາມ​ເປັນ​ຈິງ, ເຮັດ​ໃຫ້​ລະ​ບົບ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ​ມີ​ຄວາມ​ຍຸ​ຕິ​ທຳ ແລະ ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ.

 

ຄຳ​ເຫັນ

0