黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ບ້ານພັກ​ນັກ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ” ຢູ່​ສາມ​ແຫ່ງ

2021-11-15 15:10:56 cri

“ບ້ານພັກ​ນັກ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ” ຢູ່​ສາມ​ແຫ່ງ_fororder_北京冬奥村

ປີ 2022, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ຈັດ​ຂຶ້ນ​ຢູ່​ເຂດ​ການ​ແຂ່ງ​ຂັນ 3 ແຫ່ງ​ຄື: ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ເມືອງ​ຢຽນ​ຊິ້ງ​ແລະ​ນະ​ຄອນ​ຈ່າງ​ເຈ່ຍ​ໂຂວ, ສາມເຂດ​ການ​ແຂ່ງ​ຂັນ​ດັ່ງ​ກ່າວ​ລ້ວນ​ແຕ່​ໄດ້​ສ້າງ​ບ້ານ​ພັກ​ນັກ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວແຫ່ງ​ໜຶ່ງ.

ບ້ານ​​ພັກ​ນັກ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ຂອງ​ເຂດ​ການ​ແຂ່ງ​ຂັນ​ປັກ​ກິ່ງ​ຕັ້ງ​ຢູ່​ໃກ້​ກັບ​ສະ​ໜາມ​ກິ​ລາ “ຮັງ​ນົກ” ເຊິ່ງ​ເປັນ​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ຈີນ, ແນວ​ຄວາມ​ຄິດການ​ອອກ​ແບບ​ມາ​ຈາກ​ເດີ່ນ​ເຮືອນ​ທີ່​ມີ​ກຳ​ແພງ​ອ້ອມ​ທັງ​ສີ່​ດ້ານ​ຂອງປັກ​ກິ່ງ. ​ເຮືອນ​ທີ່​ມີ​ເດີ່ນ​ແບບ​ນີ້​ຂອງ​ປັກ​ກິ່ງ​ແມ່ນ​ສິ່ງ​ກໍ່​ສ້າງ​​ຕາມປະ​ເພ​ນີ​ແບບ​ໜຶ່ງ​ຂອງ​ປັກ​ກິ່ງ, ເຊິ່ງ​ສ່ວນ​ກາງ​ເປັນ​ເດີ່ນ​ແລະ​ສ້າງ​ເຮືອນ​​ອ້​ອມ​ສີ່​ດ້ານ.

ບ້ານ​​ພັກ​ນັກ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ຢຽນ​ຊິ້ງ​ຕັ້ງ​ຢູ່​ຕີນ​ພູ​ສຽວ​ໄຫ​ໂຖວ​ເຂດ​ຢຽນ​ຊິ້ງ​ຂອງ​ປັກ​ກິ່ງ, ແມ່ນ​ບ້ານ​ພັກ​ນັກ​ກິ​ລາ​ແຫ່ງ​ໜຶ່ງ​ທີ່​ອອກ​ແບບ​ຈາກ​ຈຸດພິ​ເສດ​ຂອງ​ບ້ານ​ຊາວ​ຈີນ​ທາງ​ພາກ​ເໜືອ​ຂອງ​ຈີນ, ບູ​ຮານ​ສະ​ຖານ​ບ້ານ​ເກົ່າ​ໄດ້​ກາຍ​ເປັນ​ທັດ​ສະ​ນີ​ຍະ​ພາບ​ພິ​ເສດ​ຂອງ​ບ້ານ​​ພັກ​ນັກ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ແຫ່ງ​ນີ້.

ບ້ານ​ພັກ​ນັກ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຈ່າງ​ເຈ່ຍ​ໂຂວ​ຕັ້ງ​ຢູ່​ເມືອງ​ຫິ​ມະ​ນ້ອຍ​​ໄທ້ຈື​ເສິງ​ເຂດ​ສົງ​ຫຼີ້​ນະ​ຄອນ​ຈ່າງ​ເຈ່ຍ​ໂຂວ, ມຶ​ຕຶກ​ອາ​ຄານ 31 ​ຫຼັງ​ທີ່​ແບ່ງ​ເປັນ 10 ​ກຸ່ມ, ແຕ່​ລະ​ກຸ່ມ​ມີ​ຕຶກ​ອາ​ຄານ 3 ຫາ 4 ຫຼັງ​ອ້ອມ​ຢູ່​ທັງ 4 ດ້ານ​ຂອງ​ເດີ່ນ​ແຫ່ງ​ໜຶ່ງ. ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ, ສາ​ມາດ​ຕອບ​ສະ​ໜອງ​ເຮືອນ​ຊຸດ 1.286 ​ຊຸດ, ຫ້ອງນອນ 1.810 ຫ້ອງ​ແລະ​ຕຽງ​ນອນ 2.784 ຕຽງ.

ຄຳ​ເຫັນ

0