尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖ້າ​ບໍ່​ມີປະ​ເທດ​ຈີນ​,ການ​​ລ່າ​ເມືອງ​ຂຶ້ນ​​ແບບ​ໃໝ່​ດ້ວຍວັກ​ຊີນ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ກໍ່ອາດ​ຈະ​ສົມ​ຫວັງ​​​ແນ່ນອນ

2021-11-23 17:47:47 cri

ຖ້າ​ບໍ່​ມີປະ​ເທດ​ຈີນ​,ການ​​ລ່າ​ເມືອງ​ຂຶ້ນ​​ແບບ​ໃໝ່​ດ້ວຍວັກ​ຊີນ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ກໍ່ອາດ​ຈະ​ສົມ​ຫວັງ​​​ແນ່ນອນ_fororder_641

      ຖ້າ​ຢາກ​ໄດ້​ຮັບ​ວັກ​ຊີນ​ໂຄວິດ-19 ທີ່​ອາ​ເມ​ຣິ​ກາ​ສະ​ໜອງ​ໃຫ້​​ກໍ່​ຕ້ອງ​ຄ່າ​ຕອບ​ແທນ​ຄືແນວ​ໃດ? ຄຳ​ຕອບ​ກໍ່​ແມ່ນ:ເກີນ​ຄວາມ​ຄາດ​ຄຶດ​ຂອງ​​ທ່ານ​ແນ່ນອນ!

      ຫວ່າງ​ມໍ່ໆ​ມາ​ນີ້, ອົງ​ການ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ບໍ​ລິ​ໂພກ​ສາ​ກົນ​ໄດ້​ເປີດ​ເຜີຍ​ບົດລາຍ​ງານ​ສະ​ບັບ​ໜຶ່ງ​ໂດຍ​ຊີ້ໃຫ້​ເຫັນ​ວ່າ: ຜູ້​ທີ່​ຈັດ​ຊື້​ວັກ​ຊີນ​ໂຄວິດ-19 ຂອງ​ບໍ​ລິ​ສັດ​ໄຟ​ເຊີ(Pfizer)ຂອງ​ອາ​ເມ​ຣິ​ກາ​ຕ້ອງ​ເຊັນ​ສັນ​ຍາ​​ຕ່າງ​ກັນ​ແບບ​ບໍ່​ສະ​ເໝີ​ພາບ​ກັນ,ເຊິ່ງ​ມີ​ເນື້ອ​ໃນ​ຄື​ດັ່ງ​ນີ້: ​ໜຶ່ງ, ​ບັນ​ດາປະ​ເທດ​ທີ່​ໄດ້​ເຊັນ​ສັນ​ຍາ​ຈັດ​ຊື້​ວັກ​ຊີນໂຄວິດ-19 ​ກັບ​ບໍ​ລິ​ສັດ​ໄຟ​ເຊີ​ຂອງ​ອາ​ເມ​ຣິ​ກາ,ລັດ​ຖະ​ບານ​ຂອງ​ປະ​ເທດ​ເຫຼົ່າ​ນັ້ນ​ບໍ່​ສາ​ມາດ​ເປີດ​ເຜີຍ​ລາຍ​ລະ​ອຽດ​ໃດໆ​ຂອງ​ສັນ​ຍາ​ໄດ້;​ສອງ,ບໍ​ລິ​ສັດ​ໄຟ​ເຊີມີ​ສິດ​ສະ​ກັດ​ກັ້ນ​ບໍ່​ໃຫ້​ປະ​ເທດ​ທີ່​ເຊັນ​ສັນ​ຍາ​ຮັບວັກ​ຊີນ​ຈາກ​ປະ​ເທດ​ອື່ນ. ສາມ, ບໍ​ລິ​ສັດໄຟ​ເຊີ​ຈະ​ບໍ່​ຮັບ​ຜິດ​ຊອບ​ກໍ​ລະ​ນີ​ໃດໆ​ທັງ​ໝົດ​ທີ່​ເກີດ​ຈາກການ​ກະ​ທຳ​ຂອງ​ຕົນ​ທີ່​ອາດ​ຈະ​​ລະ​ເມີດ​ຊັບ​ສິນ​ທາງ​ປັນ​ຍາ; ​ສີ່,ສຳ​ລັບ​ຂໍ້​ຂັດ​ແຍ້ງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຍ້ອນ​ການ​ສັກ​ວັກ​ຊີນ,ຕ້ອງ​ໄດ້​ແກ້​ໄຂ​ໂດຍ​ຜ່ານ​ການ​ໄກ່​ເກ່ຍ​ຈາກ​ເອ​ກະ​ຊົນ; ຫ້າ,ບໍ​ລິ​ສັດ​ໄຟ​ເຊີ​ມີ​ສິດໄດ້​ຮັບ​ຊັບ​ສິນ​ແຫ່ງ​ລັດ​ຂອງ​ປະ​ເທດ​ທີ່​ໄດ້​ເຊັນ​ສັນ​ຍາ​ຈັດ​ຊື້​ກັບ​ຕົນ; ​ຫົກ,ເວ​ລາ​,ລາ​ຄາ​ແລະ​ວິ​ທີ​ມອບ​ຮັບ​ວັກ​ຊີນ​ໂຄວິດ-19 ແລະ​ອື່ນໆ​ລ້ວນ​ແຕ່​​ຂຶ້ນ​ກັບ​ການຕັດ​ສິນ​​ໃຈ​ຂອງ​ບໍ​ລິ​ສັດ​ໄຟ​ເຊີ,ຖ້າ​ເກີດ​ມີ​ການ​ປ່ຽນ​ແປງ​ຫຍັງ​ບໍ​ລິ​ສັດ​ໄຟ​ເຊີຈະ​ບໍ່​ຮັບ​ຜິດ​ຊອບ​ຫຍັງ​ເລີຍ.
ຖ້າ​ບໍ່​ມີປະ​ເທດ​ຈີນ​,ການ​​ລ່າ​ເມືອງ​ຂຶ້ນ​​ແບບ​ໃໝ່​ດ້ວຍວັກ​ຊີນ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ກໍ່ອາດ​ຈະ​ສົມ​ຫວັງ​​​ແນ່ນອນ_fororder_641 (1)

      ເມື່ອ​ຄົນ​ທັງ​ຫຼາຍ​ໄດ້​ເຫັນ​ຂໍ້​ກຳ​ນົດ​ໃນ​ສັນ​ຍາ​ທີ່​ບໍ່​ສະ​ເໝີ​ພາບ​ແລະ​ບໍ່​ເປັນ​ທຳ​​ແບບ​ນີ້​ອາດ​ຈະ​ຄິດ​ວ່າ: ຍັງຈະ​ມີ​ປະ​ເທດ​ໃດ​ຍິນ​ດີ​ເຊັນ​ສັນ​ຍາ​ແບບ​ນີ້​ບໍ່? ທີ່​ຈິງ​ແລ້ວ,ປະ​ເທດ​ທີ່​ໄດ້​ເຊັນ​ສັນ​ຍາດັ່ງ​ກ່າວ​ມີ​ຢູ່,ຍັງ​ມີ​ຫຼາຍ.

      ​ບົດ​ລາຍ​ງານ​ໄດ້​ເຜີຍ​ໃຫ້​ຮູ້​ສິ່ງຕອບ​ແທນ​ຂອງ​ບາງ​ປະ​ເທດ​ໃນ​ການ​ຈັດ​ຊື້​ວັກ​ຊີນ​ໂຄວິດ-19ຄື: ອາກ​ຊັງ​ຕິນ​ຢາກ​ຈັດ​ຊື້​ວັກ​ຊີນ​ໂຄວິດ-19 ຂອງ​ບໍ​ລິ​ສັດ​ໄຟ​ເຊີ​ຂອງ​ອາ​ເມ​ຣິ​ກາ,ຕ້ອງ​ການ​ສິ່ງ​ມັດ​ຈຳ​ຕ່າງໆ​ເຊັ່ນ: ເງິນ​​ຄັງ​ສຳ​ຮອງ,ຖານ​ທັບ​ແລະ​ອາ​ຄານ​ສະ​ຖານ​ທູດ; ສ່ວນບ​ຣາ​ຊີນ​ທີ່​ໄດ້ຈັດ​ຊື້​ວັກ​ຊີນ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ກໍ່​ຕ້ອງ​ການ​ຄ່າ​ມັດ​ຈຳ​ດ້ວຍ​ຊັບ​ສິນ​ຂອງ​ຕົນ​ຢູ່​ຕ່າງ​ປະ​ເທດ.
ຖ້າ​ບໍ່​ມີປະ​ເທດ​ຈີນ​,ການ​​ລ່າ​ເມືອງ​ຂຶ້ນ​​ແບບ​ໃໝ່​ດ້ວຍວັກ​ຊີນ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ກໍ່ອາດ​ຈະ​ສົມ​ຫວັງ​​​ແນ່ນອນ_fororder_641 (3)

     ການ​ກະ​ທຳຂອງ​ອາ​ເມ​ຣິ​ກາ​ທີ່​ຍາດ​ປະ​ເທດ​ອື່ນ​ໂດຍ​ຜ່ານ​ການ​ຂາຍ​ວັກ​ຊີນ​ໂຄວິດ-19 ​ນັ້ນທີ່​ແທ້​ກໍ່​ແມ່ນ​ລັດ​ທິ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່​ດ້ວຍ​ວັກ​ຊີນ​ໂຄວິດ-19 ໃນ​ຍຸກ​ປັດ​ຈຸ​ບັນ. ອາ​ເມ​ຣິ​ກາ​ໄດ້​ຄອບ​ງຳ​ຜົນ​ປະ​ໂຫຍດ​ອັນ​ໃຫຍ່​ຫຼວງ​ໂດຍ​ຜ່ານ​ການ​ຜູກ​ຂາດ​ຂອງວັກ​ຊີນ​ໂຄວິດ-19 ເຊິ່ງ​ຜົນ​ປ​ະ​ໂຫຍດ​ທີ່​ອາ​ເມ​ຣິ​ກາ​ໄດ້​ຮັບ​ແມ່ນ​ຫຼາຍກວ່າ​ຜົນ​ປະ​ໂຫຍດ​ທີ່​ຕົນ​ສາ​ມາດ​ໄດ້​ຮັບ​ຈາກ​ການ​ກໍ່​ສົງ​ຄາມ​.

      ແຕ່​ວ່າ,ແຜນ​ການ​​ຄອບ​ງຳ​ຊັບ​ສິນ​ຂອງ​ໂລກ​ຂອງ​ອາ​ເມ​ຣິ​ກາ​ໄດ້​ປະ​ສົບ​​ກັບສິ່ງ​ກີດ​ຂວາງ​ທີ່​ເຂັ້ມ​ແຂງ​ຄື: ຈີນ​ສາ​ມາດ​ຄົ້ນ​ຄວ້າ​ຜະ​ລິດ​ວັກ​ຊີນ​ໂຄວິດ-19 ທີ່​ຍິ່ງ​ມີ​ຄວາມ​ປອດ​ໄພ​ກວ່າ​ວັກ​ຊີນ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາທີ່​ອາ​ເມ​ຣິ​ກາ​ຄາດ​ຄິດ​ບໍ່​ເຖິງວ່າ​ຈະ​ເຮັດ​ໄດ້​ໄວ​ປານ​ນີ້. ແລະ​ໄດ້​ຖື​ວັກ​ຊີນ​ໂຄວິດ-19 ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ,ເພື່ອ​ສະ​ໜອງ​ໃຫ້​ປະ​ເທດ​ທີ່​ມີ​ຄວາມ​ຕ້ອງ​ການ​ດ້ວຍ​ລາ​ຄາ​ຕ່ຳກວ່າ,ແລະ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ລ້າວັກ​ຊີນ​ໂຄວິດ-19 ​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ແລະ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ໃນ​ໂລກ.
ຖ້າ​ບໍ່​ມີປະ​ເທດ​ຈີນ​,ການ​​ລ່າ​ເມືອງ​ຂຶ້ນ​​ແບບ​ໃໝ່​ດ້ວຍວັກ​ຊີນ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ກໍ່ອາດ​ຈະ​ສົມ​ຫວັງ​​​ແນ່ນອນ_fororder_641 (2)

      ມາ​ຮອດ​ປັດ​ຈຸ​ບັນ, ຈີນ​ໄດ້​ສະ​ໜອງວັກ​ຊີນ​ໂຄວິດ-19 ທັງ​ໝົດຫຼາຍກວ່າ 1,6 ຕື້​ຫຼອດ​ໃຫ້​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ,​ນອກ​ຈາກ​ນີ້, ຈີນ​ຍັງ​ໄດ້​ສະ​ໜອງ​ຜ້າ​ປິດ​ປາກ​ປະ​ມານ 350 ຕື້​ອັນ,ຊຸດ​ປ້ອງ​ກັນ​ພະ​ຍາດ​ຫຼາຍກວ່າ 4 ຕື້​ຊຸດ​ແລະ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ອື່ນໆ​ໃຫ້​ແກ່​ປະ​ຊາ​ຄົມ​ໂລກ​ອີກ​ດ້ວຍ,ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່ 100 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຫຼາຍ​ແຫ່ງ.

      ການ​ກະ​ທຳ​ທີ່​ຈີນ​ຊ່ວຍ​ເຫຼືອ​​ວັກ​ຊີນ​ໂຄວິດ-19 ໃຫ້​ກັບ​ໂລກໄດ້​ທຳ​ລາຍ​ແຜນ​ການ​ລ່າ​ເມືອງ​ຂຶ້ນ​​ແບບ​ໃໝ່​ດ້ວຍວັກ​ຊີນ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ຢ່າງ​ແຂງ​ແຮງ,ຖ້າ​ບໍ່​ມີ​ວັກ​ຊີນ​ໂຄວິດ-19 ຂອງ​ປະ​ເທດ​ຈີນ, ອາ​ເມ​ຣິ​ກາ​ກໍ່​ອາດ​ຈະ​ສາ​ມາດ​ເຮັດ​ໃຫ້ແຜນ​ການ​ຄອບ​ງຳ​ຜົນ​ປະ​ໂຫຍດ​ຂອງ​ໂລກ​ສຳ​ເລັດ​ຜົນ​​ໂດຍ​ຜ່ານ​ວັກ​ຊີນ​ໂຄວິດ-19 ​ໄດ້ຢ່າງ​ສະ​ດວກ​. ​ເມື່ອຮອດ​ເວ​ລາ​ນັ້ນ,ທົ່ວ​ໂລກ​ລ້ວນ​ແຕ່​ຈະ​​ປະ​ສົບ​ກັບ​ຜົນ​ເສຍ​ຫາຍ​ຢ່າງ​ຫຼວງ​ຫຼາຍ​.
ຖ້າ​ບໍ່​ມີປະ​ເທດ​ຈີນ​,ການ​​ລ່າ​ເມືອງ​ຂຶ້ນ​​ແບບ​ໃໝ່​ດ້ວຍວັກ​ຊີນ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ກໍ່ອາດ​ຈະ​ສົມ​ຫວັງ​​​ແນ່ນອນ_fororder_641

     ນີ້​ກໍ່​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ​ເປັນ​ຫຍັງ​​ແຕ່​ກ່ອນອາ​ເມ​ຣິ​ກາ​ຈຶ່ງ​ຄິດ​ຫາ​ທຸກວິ​ທີ​​ສ້າງ​ຄວາມ​ລະ​ແວງສົງ​ໄສ​ແລະ​ຄັດ​ຄ້ານ​ວັກ​ຊີນ​ໂຄວິດ-19 ຂອງ​ຈີນແລະ​ໄດ້​ໃສ່​ຮ້າຍ​ປ້າຍ​ສີ​​ປະ​ເທດຈີນ​ວ່າ​ໄດ້​ໃຊ້​ວັກ​ຊີນ​ໂຄວິດ-19 ​ເພື່ອເພີ່ມ​ອິດ​ທິ​​ພົນ​ໃຫ້​ກັບ​ຕົນ​ເອງ, ເພາະ​ວ່າ, ຖ້າ​ບໍ່​ມີ​​ປະ​ເທດຈີນ,​ແຜນ​ການ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່​ດ້ວຍ​ວັກ​ຊີ​ນ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ກໍ່​ອາດ​ຈະ​ສົມ​ຫວັງ​​ແນ່ນອນ.

ຄຳ​ເຫັນ

0